YouVersion Logo
Search Icon

ເຊກາຣີຢາ 9

9
ການ​ພິພາກສາ​ສັດຕູ​ຂອງ​ອິດສະຣາເອນ
1ຄໍາທໍານວາຍ ມີ​ດັ່ງນີ້:
ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ ຕໍ່ສູ້​ດິນແດນ​ຮັດຮັກ
ແລະ ດາມັສກັດ
ເພາະ​ຕາ​ຂອງ​ປະຊາຊົນ​ທັງ​ໝົດ
ແລະ ອິດສະຣາເອນ​ທຸກ​ເຜົ່າ​ຈັບ​ຈ້ອງ​ທີ່​ພຣະເຈົ້າ​ຢາເວ#9:1 ຫລື ດາມາເຊ ເພາະ​ອົງພຣະຜູ້ເປັນເຈົ້າ​ຈັບ​ຕາ​ເບິ່ງ​ມວນ​ມະນຸດ ເຊັ່ນ​ດຽວ​ກັບ​ທີ່​ຈັບ​ຕາ​ເບິ່ງ​ເຜົ່າ​ຕ່າງໆ ຂອງ​ອິດສະຣາເອນ
2ແລະ ຕໍ່ສູ້​ຮາມັດ​ເຊັ່ນກັນ, ທີ່​ຢູ່​ໃກ້​ຊາຍແດນ​ຮັດຮັກ,
ແລະ ຕໍ່ສູ້​ຕີເຣ ແລະ ຊີໂດນ​ດ້ວຍ, ເຖິງແມ່ນວ່າ​ພວກເຂົາ​ມີ​ຄວາມ​ຊໍານານ​ຫລາຍ.
3ຕີເຣ​ໄດ້​ສ້າງ​ປ້ອມ​ປ້ອງ​ກັນ​ເມືອງ;
ສະ​ສົມ​ເງິນ​ໄວ້​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນດິນ,
ແລະ ມີ​ຄໍາ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ຕາມ​ຖະໜົນ,
4ແຕ່​ອົງພຣະຜູ້ເປັນເຈົ້າ​ຈະ​ປຸ້ນ​ຊັບສົມບັດ​ຂອງ​ເມືອງ​ນັ້ນ​ໄປ
ແລະ ທຳລາຍ​ອຳນາດ​ທາງ​ທະເລ​ຂອງ​ມັນ,
ແລະ ເຜົາ​ຜານ​ມັນ​ດ້ວຍ​ໄຟ.
5ອາຊະເກໂລນ​ຈະ​ເຫັນ ແລະ ຢ້ານກົວ.
ກາຊາ​ຈະ​ທໍລະມານ​ດ້ວຍ​ຄວາມ​ເຈັບ​ປວດ​ແສນ​ສາ​ຫັດ,
ເອັກໂຣນ​ກໍ​ເຊັ່ນ​ກັນ, ເພາະ​ຄວາມ​ຫວັງ​ຂອງ​ມັນ​ຮ່ຽວ​ແຫ້ງ​ໄປ.
ກາຊາ​ຈະ​ສູນ​ເສຍ​ກະສັດ
ແລະ ອາສະເກໂລນ​ຈະ​ຖືກ​ຖິ້ມ​ຮ້າງ.
6ຄົນ​ຕ່າງຊາດ​ຈະ​ຄອບຄອງ​ອາຊະໂດດ,
ແລະ ເຮົາ​ຈະ​ກຳຈັດ​ຄວາມ​ຍິ່ງ​ອວດອົ່ງຈອງຫອງ​ຂອງ​ຊາວ​ຟີລິດສະຕິນ.
7ເຮົາ​ຈະ​ເອົາ​ເລືອດ​ອອກຈາກ​ປາກ​ຂອງ​ພວກເຂົາ,
ແລະ ເອົາ​ອາຫານ​ຕ້ອງ​ຫ້າມ​ອອກຈາກ​ວ່າງ​ແຂ້ວ​ຂອງ​ພວກເຂົາ.
ບັນດາ​ຜູ້​ເຫລືອ​ຢູ່​ຈະ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ
ແລະ ຈະ​ກາຍເປັນ​ຜູ້ນຳ​ໃນ​ຢູດາ,
ແລະ ເອັກໂຣນ​ຈະ​ເປັນ​ດັ່ງ​ຊາວ​ເຢບຸດ.
8ແຕ່​ເຮົາ​ຈະ​ປົກປ້ອງ​ວິຫານ​ຂອງ​ເຮົາ
ຈາກ​ກອງ​ກຳລັງ​ທີ່​ມາ​ປຸ້ນ​ຊິງ.
ຜູ້​ກົດ​ຂີ່​ຈະ​ບໍ່​ມາ​ກົດຂີ່ຂົ່ມເຫັງ​ປະຊາຊົນ​ຂອງ​ເຮົາ​ອີກ,
ເພາະ​ບັດນີ້​ເຮົາ​ກຳລັງ​ຈັບ​ຕາ​ເບິ່ງ​ຢູ່.
ການ​ມາ​ຂອງ​ກະສັດ​ຊີໂອນ
9ລູກສາວ​ແຫ່ງ​ຊີໂອນ#9:9 ຄື ຊາວ​ເຢຣູຊາເລັມ! ຈົ່ງ​ຊື່ນຊົມຍິນດີ​ຢ່າງ​ເຫລືອລົ້ນ,
ລູກສາວ​ແຫ່ງ​ເຢຣູຊາເລັມ#9:9 ຄື ຊາວ​ເຢຣູຊາເລັມ! ຈົ່ງ​ໂຫ່​ຮ້ອງ,
ຈົ່ງ​ເບິ່ງ, ກະສັດ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຈົ້າ,
ຊອບທຳ ແລະ ມີ​ໄຊຊະນະ
ຖ່ອມຕົວ ແລະ ນັ່ງເທິງ​ຫລັງ​ລໍ,
ຂີ່​ລູກ​ມ້າ, ຂີ່​ລູກ​ລໍ,
10ເຮົາ​ຈະ​ກຳຈັດ​ລົດມ້າ​ຈາກ​ເອຟຣາອິມ
ແລະ ມ້າ​ເສິກ​ຈາກ​ເຢຣູຊາເລັມ,
ລູກ​ທະນູ​ໃນ​ການ​ຮົບ​ຈະ​ຖືກ​ຫັກ​ຖິ້ມ.
ພຣະອົງ​ຈະ​ປະກາດ​ສັນ​ຕິ​ພາບ​ແກ່​ນານາ​ປະຊາຊາດ.
ການປົກຄອງ​ຂອງ​ພຣະອົງ​ຈະ​ຂະຫຍາຍ​ຈາກ​ທະເລ​ສູ່​ທະເລ
ແລະ ຈາກ​ແມ່ນ້ຳ​ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.#9:10 ຫລື ສຸດ​ເຂດ​ແດນ
11ສໍາລັບ​ເຈົ້າ, ເພາະ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ເຮົາ​ຢູ່​ກັບ​ເຈົ້າ,
ເຮົາ​ຈະ​ປົດປ່ອຍ​ນັກ​ໂທດ​ຂອງ​ເຈົ້າ​ຈາກ​ເຫວ​ເລິກ​ທີ່​ບໍ່ມີ​ນ້ຳ.
12ນັກ​ໂທດ​ຜູ້​ມີ​ຄວາມ​ຫວັງ; ຈົ່ງ​ກັບ​ມາຍັງ​ປ້ອມ​ປະ​ການ​ຂອງ​ເຈົ້າ,
ບັດນີ້​ເຮົາ​ປະກາດ​ວ່າ​ເຮົາ​ຈະ​ຟື້ນຟູ​ເຈົ້າ​ຂຶ້ນ​ມາ​ເປັນ​ສອງ​ເທົ່າ.
13ເຮົາ​ຈະ​ກົ່ງ​ຢູດາ​ດັ່ງ​ກົ່ງ​ທະນູ
ແລະ ກົ່ງ​ລູກທະນູ​ໃສ່​ເອຟຣາອິມ​ໃຫ້​ເຕັມ.
ຊີໂອນ, ເຮົາ​ຈະ​ກະຕຸ້ນ​ພວກລູກ​ຂອງ​ເຈົ້າ,
ມາ​ສູ້​ກັບ​ພວກລູກ​ຂອງ, ກຣີກ,
ແລະ ເຮັດ​ໃຫ້​ພວກເຈົ້າ​ເປັນ​ດັ່ງ​ດາບ​ໃນ​ມື​ນັກຮົບ.
ພຣະເຈົ້າ​ຢາເວ​ຈະ​ປາກົດ
14ແລ້ວ​ພຣະເຈົ້າ​ຢາເວ​ຈະ​ປາກົດ​ເໜືອ​ພວກເຂົາ;
ລູກທະນູ​ຂອງ​ພຣະອົງ​ຈະ​ເປັ່ງ​ປະ​ກາຍ​ດັ່ງ​ຟ້າແມບເຫຼື້ອມ.
ພຣະເຈົ້າ​ຢາເວ​ອົງ​ຜູ້ຄອບຄອງ​ຈະ​ເປົ່າ​ແກ;
ພຣະອົງ​ຈະ​ປາກົດ​ໃນ​ພາຍຸ​ແຫ່ງ​ທິດ​ໃຕ້,
15ແລະ ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ​ພວກເຂົາ​ໄວ້.
ພວກເຂົາ​ຈະ​ຖືກ​ທຳລາຍ
ແລະ ຖືກ​ເອົາ​ຊະນະ​ດ້ວຍ​ສະລິງ.
ພວກເຂົາ​ຈະ​ດື່ມ ແລະ ໂຫ່​ຮ້ອງ​ເໝືອນ​ດື່ມ​ເຫລົ້າ​ອະງຸ່ນ,
ພວກເຂົາ​ຈະ​ເຕັມ​ລົ້ນ​ດັ່ງ​ຊາມ
ທີ່​ໃຊ້​ໃນ​ການ​ຖອກ​ເລືອດ#9:15 ຫລື ຊາມ ເໝືອນ​ໃສ່ແຈ​ແທ່ນບູຊາ.
16ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ຊ່ວຍ​ຄົນ​ຂອງ​ພຣະອົງ​ໃນ​ວັນ​ນັ້ນ
ດັ່ງ​ຜູ້ລ້ຽງ​ແກະ​ຊ່ວຍ​ແກະ​ຂອງ​ຕົນ.
ພວກເຂົາ​ຈະ​ຮຸ່ງເຮືອງ​ໃນ​ແຜ່ນດິນ​ຂອງ​ພຣະອົງ
ດັ່ງ​ເພັດ​ໃນ​ມົງກຸດ.
17ພວກເຂົາ​ຈະ​ງົດ​ງາມ ແລະ ໜ້າ​ດຶງ​ດູດ​ຫລາຍ!
ທັນ​ຍາ​ພືດ​ຈະ​ເຮັດ​ໃຫ້​ຄົນ​ໜຸ່ມ​ເຕີບໂຕ,
ແລະ ເຫລົ້າ​ອະງຸ່ນ​ໃໝ່​ຈະ​ເຮັດ​ໃຫ້​ຍິງ​ສາວ​ຈະເລີນ​ໄວ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ເຊກາຣີຢາ 9