YouVersion Logo
Search Icon

ເຊກາຣີຢາ 1

1
ການ​ຮຽກຮ້ອງ​ໃຫ້​ກັບ​ມາ​ຫາ​ພຣະເຈົ້າຢາເວ
1ໃນ​ເດືອນ​ທີ​ແປດ​ຂອງ​ປີ​ທີ​ສອງ​ໃນ​ຣາຊການ​ຂອງ​ເຈົ້າ​ດາຣິອຸດ, ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ເຊກາຣີຢາ​ລູກຊາຍ​ຂອງ​ເບເຣກີຢາ, ຫລານຊາຍ​ຂອງ​ອິດໂດ​ວ່າ:
2“ພຣະເຈົ້າ​ຢາເວ​ໃຈຮ້າຍ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຫລາຍ. 3ສະນັ້ນ​ຈົ່ງ​ບອກ​ປະຊາຊົນ​ດັ່ງນີ້​ວ່າ: ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ‘ຈົ່ງ​ກັບ​ມາ​ຫາ​ເຮົາ,’ ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ປະກາດ​ວ່າ, ‘ແລະ ເຮົາ​ຈະ​ກັບ​ມາ​ຫາ​ພວກເຈົ້າ,’ ພຣະເຈົ້າ​ຢາເວ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ. 4ຢ່າ​ເປັນ​ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ, ເຊິ່ງ​ບັນດາ​ຜູ້ທຳນວາຍ​ແຕ່​ກ່ອນ​ເຄີຍ​ປະກາດ​ດັ່ງນີ້​ວ່າ: ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: ‘ຈົ່ງ​ຫັນ​ຈາກ​ວິຖີ ແລະ ການປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ’. ແຕ່​ພວກເຂົາ​ບໍ່​ໄດ້​ຟັງ ຫລື ເອົາໃຈໃສ່​ເຮົາ​ເລີຍ, ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ. 5ບັດ​ນີ້​ບັນ​ພະບຸລຸດ​ຂອງ​ພວກເຈົ້າ​ໄປ​ໃສ​ແລ້ວ? ແລະ ພວກ​ຜູ້ທຳນວາຍ​ມີ​ຊີວິດ​ຢູ່​ຕະຫລອດ​ໄປ​ບໍ? 6ແຕ່​ຖ້ອຍ​ຄຳ ແລະ ກົດໝາຍ​ທີ່​ເຮົາ​ສັ່ງ​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ເຮົາ​ກໍ​ເປັນ​ຈິງ​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່​ແມ່ນ​ບໍ?
“ແລ້ວ​ພວກເຂົາ​ກໍ​ສຳນຶກ​ຜິດ ແລະ ກ່າວວ່າ, ‘ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ກັບ​ພວກເຮົາ​ຢ່າງ​ສົມ​ກັບ​ວິຖີ ແລະ ຄວາມ​ປະພຶດ​ຂອງ​ພວກເຮົາ​ຕາມ​ທີ່​ພຣະອົງ​ໄດ້​ຕັດສິນ​ໃຈ​ໄວ້’ ”.
ຊາຍ​ຜູ້​ຢູ່​ທ່າມກາງ​ຕົ້ນ​ນ້ຳ​ມັນ​ຂຽວ
7ໃນ​ວັນ​ທີ​ຊາວ​ສີ່​ເດືອນ​ທີ​ສິບ​ເອັດ, ເດືອນ​ເຊບັດ, ໃນ​ປີ​ທີ​ສອງ​ຂອງ​ຣາຊການ​ເຈົ້າ​ດາຣິອຸດ, ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຜູ້ທຳນວາຍ​ເຊກາຣີຢາ​ລູກຊາຍ​ຂອງ​ເບເຣກີຢາ​ຫລານຊາຍ​ຂອງ​ອິດໂດ.
8ໃນ​ຕອນ​ກາງຄືນ​ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ, ແລະ ຕໍ່​ໜ້າ​ຂ້າພະເຈົ້າ ມີ​ຊາຍ​ຄົນ​ໜຶ່ງ​ຂີ່​ມ້າ​ສີ​ແດງ! ເພິ່ນ​ຢືນ​ຢູ່​ທ່າມກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ໃນ​ຮ່ອມ​ພູ​ແຫ່ງ​ໜຶ່ງ. ດ້ານ​ຫລັງ​ເພິ່ນ​ມີ​ມ້າ​ສີ​ແດງ ມ້າ​ສີ​ຕັບ​ໝູ ແລະ ມ້າ​ສີ​ຂາວ.
9ຂ້າພະເຈົ້າ​ຖາມວ່າ “ພຣະອົງ​ເຈົ້າ​ຂ້າ, ສິ່ງ​ເຫລົ່ານີ້​ແມ່ນຫຍັງ?”
ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ຕອບ​ວ່າ, “ເຮົາ​ຈະ​ສະແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ພວກມັນ​ແມ່ນຫຍັງ”.
10ແລ້ວ​ຊາຍ​ທີ່​ຢືນ​ຢູ່​ທ່າມກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ອະທິບາຍ​ວ່າ, “ພວກມັນ​ຄື​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ສົ່ງ​ໄປ​ທົ່ວ​ໂລກ”.
11ແລະ ພວກມັນ​ໄດ້​ມາ​ລາຍ​ງານ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ທີ່​ຢືນ​ຢູ່​ທ່າມກາງ​ຕົ້ນ​ນ້ຳ​ມັນ​ຂຽວ​ວ່າ, “ພວກເຮົາ​ໄດ້​ໄປ​ທົ່ວ​ໂລກ ແລະ ພົບ​ວ່າ​ທົ່ວ​ໂລກ​ກໍ​ພັກ ແລະ ຢູ່​ໃນ​ຄວາມ​ສະຫງົບ”.
12ຈາກນັ້ນ​ເທວະດາ​ຂອງ​ພຣະເຈົ້າ​ຢາເວ​ກ່າວວ່າ, “ຂ້າແດ່​ພຣະເຈົ້າ​ຜູ້​ມີ​ອຳນາດ​ຍິ່ງໃຫຍ່, ພຣະອົງ​ຈະ​ຍັບ​ຍັ້ງ​ພະ​ເມດຕາ​ຈາກ​ເຢຣູຊາເລັມ ແລະ ເມືອງ​ຕ່າງໆ​ຂອງ​ຢູດາ​ອີກ​ດົນ​ປານ​ໃດ? ເຊິ່ງ​ພຣະອົງ​ໄດ້​ໂກດຮ້າຍ​ມາ​ເຈັດ​ສິບ​ປີ​ແລ້ວ” 13ສະນັ້ນ​ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ຖ້ອຍ​ຄຳ​ທີ່​ອ່ອນ​ຫວານ ແລະ ເລົ້າໂລມໃຈ​ຕໍ່​ເທວະດາ​ຜູ້​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ.
14ຈາກນັ້ນ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ຈຶ່ງ​ກ່າວວ່າ, “ຈົ່ງ​ປະກາດ​ຖ້ອຍ​ຄຳ​ເຫລົ່ານີ້: ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ອິດສາ​ເຢຣູຊາເລັມ ແລະ ຊີໂອນ​ຫລາຍ, 15ແຕ່​ເຮົາ​ໂກດຮ້າຍ​ຊົນຊາດ​ຕ່າງໆ​ທີ່​ຮູ້ສຶກ​ໝັ້ນຄົງ​ປອດໄພ. ເຮົາ​ໂກດຮ້າຍ​ໜ້ອຍ​ດຽວ, ແຕ່​ພວກເຂົາ​ກໍ​ລົງໂທດ​ໜັກ​ເກີນ​ໄປ’.
16“ເຫດສະນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ຈະ​ຫັນ​ກັບ​ມາ​ຫາ​ເຢຣູຊາເລັມ​ດ້ວຍ​ຄວາມ​ເມດຕາ ແລະ ວິຫານ​ຂອງ​ເຮົາ​ຈະ​ຖືກ​ສ້າງ​ຂຶ້ນ​ມາ​ໃໝ່​ທີ່​ນັ້ນ ແລະ ສາຍ​ວັດແທກ​ຈະ​ຖືກ​ດຶງ​ອອກ​ທົ່ວ​ເຢຣູຊາເລັມ’, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ປະກາດ​ດັ່ງນັ້ນ.
17“ຈົ່ງ​ປະກາດ​ຕໍ່ໄປ​ວ່າ: ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ: ‘ເມືອງ​ຕ່າງໆ​ຂອງ​ເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຢ່າງ​ເຫລືອລົ້ນ​ອີກ​ຄັ້ງ ແລະ ພຣະເຈົ້າ​ຢາເວ​ຈະ​ເລົ້າໂລມ​ຊີໂອນ ແລະ ເລືອກ​ເຢຣູຊາເລັມ​ອີກ​ຄັ້ງ’ ”.
ເຂົາສັດ​ສີ່​ອັນ ແລະ ຊ່າງ​ຝີ​ມື​ສີ່​ຄົນ
18ຫລັງຈາກນັ້ນ ຂ້າພະເຈົ້າ​ເງີຍ​ໜ້າ​ເຫັນ​ເຂົາສັດ​ສີ່​ອັນ​ຢູ່​ຕໍ່​ໜ້າ. 19ຂ້າພະເຈົ້າ​ຈຶ່ງ​ຖາມ​ເທວະດາ​ທີ່​ສົນທະນາ​ກັບ​ຂ້າພະເຈົ້າ​ວ່າ, “ສິ່ງ​ເຫລົ່ານີ້​ແມ່ນ​ຫຍັງ?”
ເພິ່ນ​ຕອບ​ວ່າ “ສິ່ງ​ເຫລົ່ານີ້​ຄື​ເຂົາສັດ​ເຊິ່ງ​ເຮັດ​ໃຫ້​ຢູດາ, ອິດສະຣາເອນ ແລະ ເຢຣູຊາເລັມ​ກະຈັດກະຈາຍ”.
20ແລ້ວ​ພຣະເຈົ້າ​ຢາເວ​ຈຶ່ງ​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ຊ່າງ​ຝີ​ມື​ສີ່​ຄົນ. 21ຂ້າພະເຈົ້າ​ຈຶ່ງ​ຖາມວ່າ, “ຄົນ​ເຫລົ່ານີ້​ມາ​ເຮັດຫຍັງ?”
ເພິ່ນ​ຕອບ​ວ່າ “ສິ່ງ​ເຫລົ່ານີ້​ຄື​ເຂົາສັດ​ເຊິ່ງ​ເຮັດ​ໃຫ້​ຢູດາ​ກະຈັດກະຈາຍ​ຈົນ​ບໍ່​ມີ​ຜູ້ໃດ​ໂງ​ຫົວ​ຂຶ້ນ​ໄດ້, ແຕ່​ຊ່າງ​ຝີ​ມື​ເຫລົ່ານີ້​ມາ​ເພື່ອ​ເຮັດ​ໃຫ້​ເຂົາສັດ​ທັງຫລາຍ​ຢ້ານກົວ ແລະ ທຳລາຍ​ເຂົາສັດ​ຂອງ​ປະຊາຊາດ​ທັງຫລາຍ​ທີ່​ໄດ້​ຊູ​ເຂົາ​ຂອງ​ຕົນ​ຂຶ້ນ ເຮັດ​ໃຫ້​ປະຊາຊົນ​ຢູດາ​ກະຈັດກະຈາຍ​ໄປ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in