ເຊກາຣີຢາ 2
2
ຜູ້ຊາຍທີ່ຖືເຊືອກແທກ
1ແລ້ວຂ້າພະເຈົ້າເງີຍໜ້າຂຶ້ນ, ແລະ ຕໍ່ໜ້າຂ້າພະເຈົ້າ ມີຊາຍຄົນໜຶ່ງຖືເຊືອກແທກຢູ່! 2ຂ້າພະເຈົ້າຖາມວ່າ, “ທ່ານກໍາລັງຈະໄປໃສ?”
ເພິ່ນຕອບວ່າ, “ໄປແທກເຢຣູຊາເລັມ, ເບິ່ງວ່າກວ້າງຍາວເທົ່າໃດ”.
3ໃນຂະນະທີ່ເທວະດາຕົນທີ່ກໍາລັງເວົ້າກັບຂ້າພະເຈົ້າກໍາລັງຈາກໄປ, ມີເທວະດາອົງອື່ນມາພົບເທວະດາອົງນັ້ນ 4ແລະ ກ່າວກັບເພິ່ນວ່າ: “ຈົ່ງແລ່ນໄປ, ຈົ່ງບອກຊາຍໜຸ່ມຜູ້ນັ້ນວ່າ, ‘ເຢຣູຊາເລັມຈະມີຜູ້ຄົນ ແລະ ຝູງສັດອາໄສຢູ່ໜາແໜ້ນ. ຈົນເຮັດກຳແພງລ້ອມໄວ້ບໍ່ໄດ້. 5ແລະ ເຮົາເອງຈະເປັນກຳແພງໄຟລ້ອມເຢຣູຊາເລັມ’, ພຣະເຈົ້າຢາເວກ່າວດັ່ງນັ້ນ,” ແລະ ‘ເປັນສະຫງ່າລາສີໃນກຸງນັ້ນ’.
6ພຣະເຈົ້າຢາເວກ່າວວ່າ, “ຈົ່ງມາ! ຈົ່ງມາ! ຈົ່ງໜີໄປຈາກດິນແດນພາກເໜືອ, ເພາະເຮົາໄດ້ເຮັດໃຫ້ພວກເຈົ້າກະຈັດກະຈາຍໄປກັບລົມທັງສີ່ແຫ່ງຟ້າສະຫວັນ,” ພຣະເຈົ້າຢາເວປະກາດດັ່ງນັ້ນ.
7“ຈົ່ງມາ, ຊີໂອນ! ຈົ່ງໜີໄປ, ພວກເຈົ້າຜູ້ເປັນຊະເລີຍຢູ່ໃນບາບີໂລນ#2:7 ພາສາເຮັບເຣີວ່າ ທີ່ດາແຫ່ງບາບີໂລນ!” 8ເພາະນີ້ແມ່ນສິ່ງທີ່ພຣະເຈົ້າຢາເວຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ກ່າວວ່າ: “ຫລັງຈາກພຣະອົງຜູ້ສະຫງ່າລາສີໄດ້ໃຊ້ເຮົາມາຕໍ່ສູ້ກັບຊົນຊາດທັງຫລາຍທີ່ມາປຸ້ນພວກເຈົ້າ ເພາະຜູ້ໃດແຕະຕ້ອງພວກເຈົ້າກໍແຕະຕ້ອງແກ້ວຕາຂອງພຣະອົງ 9ແນ່ນອນເຮົາຈະຍົກມືຂຶ້ນຟາດພວກເຂົາ ເພື່ອຂ້າທາດຂອງພວກເຂົາຈະປຸ້ນພວກເຂົາ. ແລ້ວພວກເຈົ້າຈະຮູ້ວ່າພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ໄດ້ໃຊ້ເຮົາມາ.
10“ລູກສາວແຫ່ງຊີໂອນ,#2:10 ຄື ຊາວເຢຣູຊາເລັມ ຈົ່ງໂຫ່ຮ້ອງຍິນດີ. ເພາະເຮົາກຳລັງຈະມາ, ແລະ ເຮົາຈະຢູ່ທ່າມກາງພວກເຈົ້າ,” ອົງພຣະເຈົ້າຢາເວປະກາດດັ່ງນັ້ນ. 11“ຊົນຊາດຫລວງຫລາຍຈະຮ່ວມຢູ່ຝ່າຍພຣະເຈົ້າຢາເວໃນວັນນັ້ນ ແລະ ຈະເປັນປະຊາຊົນຂອງເຮົາ. ເຮົາຈະຢູ່ທ່າມກາງພວກເຈົ້າ ແລະ ພວກເຈົ້າຈະຮູ້ວ່າພຣະເຈົ້າຜູ້ມີອຳນາດຍິ່ງໃຫຍ່ຍິ່ງໃຫຍ່ໄດ້ໃຊ້ເຮົາມາຫາພວກເຈົ້າ. 12ພຣະເຈົ້າຢາເວຈະໃຫ້ຢູດາເປັນກຳມະສິດຂອງພຣະອົງໃນດິນແດນບໍລິສຸດ ແລະ ຈະເລືອກເຢຣູຊາເລັມອີກຄັ້ງ. 13ຈົ່ງສະຫງົບຕໍ່ໜ້າພຣະເຈົ້າຢາເວ, ມະນຸດທັງໝົດ, ເພາະພຣະອົງລຸກຂຶ້ນຈາກທີ່ບ່ອນຢູ່ອັນບໍລິສຸດຂອງພຣະອົງແລ້ວ”.
Currently Selected:
ເຊກາຣີຢາ 2: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.