ເຊກາຣີຢາ ຄຳນຳ
ຄຳນຳ
ຜູ້ທຳນວາຍເຊກາຣີຢາໄດ້ນຳຂໍ້ຄວາມໄປເຖິງຊາວຢູດາທີ່ກັບມາຈາກການເປັນຊະເລີຍ ໂດຍເລີ່ມຕົ້ນໃນປີທີສອງຂອງກະສັດດາຣີອຸດແຫ່ງເປີເຊຍ (520 ປີກ່ອນ ຄສ). ໜັງສືເຫລັ້ມນີ້ມີສອງສ່ວນຫລັກ. ສ່ວນທຳອິດເປັນຄຳພະຍາກອນສອງຊຸດຕໍ່ເນື່ອງກັນໂດຍສ່ວນໃຫຍ່ເປັນການເຫັນນິມິດໃນລັກສະນະສັນຍາລັກ. ສ່ວນທີສອງສ່ວນຫລາຍເປັນບົດກາບກອນທຳນວາຍກ່ຽວກັບຜູ້ນຳຂອງປະເທດ.
ຫລັງຈາກທີ່ມີການເອີ້ນໃຫ້ປະຊາຊົນທົ່ວໄປກັບໃຈແລ້ວ, ເຊກາຣີຢາກໍໄດ້ບັນທຶກນິມິດທັງແປດຄັ້ງເພື່ອໜູນໃຈປະຊາຊົນໃຫ້ສ້າງວິຫານຂຶ້ນໃໝ່. ນິມິດທຳອິດ ແລະ ນິມິດສຸດທ້າຍໄດ້ບັນລະຍາຍເຖິງມ້າສີ່ສີ ແລະ ບັນດາຜູ້ຂີ່ມ້າທີ່ຖືກສົ່ງໄປທົ່ວໂລກ. ນິມິດທີສອງ ແລະ ທີສາມສະແດງໃຫ້ເຫັນວ່າມະຫາອຳນາດຕ່າງຊາດທີ່ເປັນສັດຕູບໍ່ເປັນໄພຂົ່ມຂູ່ປະເທດອີກຕໍ່ໄປ. ນິມິດທີຫົກ ແລະ ທີເຈັດແມ່ນລາຍງານເຖິງການທຳລາຍບາບຂອງປະຊາຊົນ. ນິມິດທີ່ສຳຄັນທັງສອງສະແດງໃຫ້ເຫັນວ່າພຣະເຈົ້າສະຖາປານາໂຢຊວຍຜູ້ເປັນມະຫາປະໂລຫິດ ແລະ ຜູ້ວ່າການເຊຣຸບບາເບນ ຂໍ້ຄວາມໂດຍລວມກໍຄືພຣະເຈົ້າມີພ້ອມທຸກສິ່ງສຳລັບໂຄງການສ້າງວິຫານຂຶ້ນໃໝ່.
ຄຳພະຍາກອນຊຸດທີສອງມີຫົກສ່ວນ ນັບຕັ້ງແຕ່ເກີດໄພພິບັດຈາກການຖືກເນລະເທດ ແລະ ການທຳລາຍວິຫານ, ຄົນທັງຫລາຍກໍຖືສິນອົດອາຫານໃນບາງເວລາໃນແຕ່ລະປີ. ຂໍ້ຄວາມເຫລົ່ານີ້ໄດ້ກະຕຸ້ນໃຫ້ປະຊາຊົນດຳເນີນຊີວິດດ້ວຍຄວາມຍຸຕິທຳ ເຊິ່ງເປັນຮູບແບບແທ້ຈິງຂອງການອົດອາຫານ ແລະ ໃຫ້ມຸ່ງໄປທີ່ການສ້າງວິຫານຂຶ້ນໃໝ່. ຫລັງຈາກນັ້ນ ເຊກາຣີຢາປະກາດວ່າການຖືສິນອົດອາຫານຂອງພວກເຂົານັ້ນຈະກາຍເປັນການສະເຫລີມສະຫລອງທີ່ສະໜຸກສະໜານມ່ວນຊື່ນ.
ສ່ວນສຸດທ້າຍໄດ້ພະຍາກອນວ່າຫລັງຈາກປະຊາຊົນທຸກທໍລະມານຈາກບັນດາຄົນລ້ຽງແກະທີ່ບໍ່ດີ, ພຣະເຈົ້າຈະສົ່ງກະສັດຜູ້ຊອບທຳມາຈາກເຊື້ອສາຍຂອງດາວິດ. ພຣະເຈົ້າຢາເວຈະມີໄຊຊະນະເໜືອສັດຕູທັງໝົດ ແລະ ເປັນກະສັດຢູ່ເໜືອແຜ່ນດິນໂລກທັງໝົດ.
Currently Selected:
ເຊກາຣີຢາ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.