ສຸພາສິດ 3
3
ປັນຍາເຮັດໃຫ້ມີຄວາມເປັນຢູ່ທີ່ດີ
1ລູກເອີຍ, ຢ່າລືມຄຳສັ່ງສອນຂອງພໍ່,
ແຕ່ຈົ່ງຮັກສາຄຳສັ່ງຂອງພໍ່ໄວ້ໃນໃຈຂອງເຈົ້າ,
2ເພາະສິ່ງເຫລົ່ານີ້ຈະເຮັດໃຫ້ເຈົ້າມີຊີວິດຍືນຍາວ
ແລະ ນຳເອົາສັນຕິສຸກ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ເຈົ້າ.
3ຢ່າໃຫ້ຄວາມຮັກ ແລະ ຄວາມສັດຊື່ໜີໄປຈາກເຈົ້າ;
ຈົ່ງມັດມັນໄວ້ອ້ອມຄໍຂອງເຈົ້າ,
ຈົ່ງຂຽນມັນໃສ່ແຜ່ນຫົວໃຈຂອງເຈົ້າ.
4ແລ້ວເຈົ້າຈະເປັນທີ່ພໍໃຈ ແລະ ມີຊື່ສຽງດີ
ໃນສາຍຕາພຣະເຈົ້າ ແລະ ໃນສາຍຕາມະນຸດ.
5ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວດ້ວຍສຸດໃຈຂອງເຈົ້າ
ແລະ ຢ່າເພິ່ງພາຄວາມເຂົ້າໃຈຂອງເຈົ້າເອງ;
6ຈົ່ງຍອມຈໍານົນຕໍ່ພຣະອົງໃນທຸກວິຖີທາງຂອງເຈົ້າ,
ແລະ ພຣະອົງຈະເຮັດໃຫ້ທາງຂອງເຈົ້າຊື່ໄປ.#3:6 ຫລື ຈະຊີ້ທາງໃຫ້
7ຢ່າຄິດວ່າຕົນເປັນຄົນສະຫລາດ;
ຈົ່ງຢຳເກງພຣະເຈົ້າຢາເວ ແລະ ຈົ່ງຫລີກໜີຈາກຄວາມຊົ່ວຮ້າຍ.
8ສິ່ງນີ້ຈະນໍາສຸຂະພາບທີ່ດີມາສູ່ຮ່າງກາຍຂອງເຈົ້າ
ແລະ ບໍາລຸງລ້ຽງກະດູກຂອງເຈົ້າ.
9ຈົ່ງໃຫ້ກຽດພຣະເຈົ້າຢາເວດ້ວຍຊັບສິນຂອງເຈົ້າ,
ດ້ວຍຜົນທໍາອິດຈາກຜົນລະປູກທັງໝົດຂອງເຈົ້າ;
10ແລ້ວເລົ້າເຂົ້າຂອງເຈົ້າຈະເຕັມລົ້ນ,
ແລະ ຖັງຂອງເຈົ້າຈະເຕັມໄປດ້ວຍເຫລົ້າອະງຸ່ນໃໝ່.
11ລູກເອີຍ, ຢ່າໜິ່ນປະໝາດການຕີສອນຂອງພຣະເຈົ້າຢາເວ,
ຢ່າຄຽດຕໍ່ຄໍາຕັກເຕືອນຂອງພຣະອົງ,
12ເພາະພຣະເຈົ້າຢາເວຕີສອນຜູ້ທີ່ພຣະອົງຮັກ,
ເໝືອນດັ່ງພໍ່ຕີສອນລູກຜູ້ທີ່ເພິ່ນພູມໃຈນຳ.#3:12 ສະບັບ LXX. ວ່າ ແລະ ພຣະອົງລົງໂທດບຸດທີ່ພຣະອົງຊື່ນຊົມ
13ຄວາມສຸກເປັນຂອງຜູ້ທີ່ພົບປັນຍາ,
ຜູ້ທີ່ໄດ້ຮັບຄວາມເຂົ້າໃຈ,
14ເພາະປັນຍາໃຫ້ປະໂຫຍດຫລາຍກວ່າເງິນ
ແລະ ໃຫ້ຜົນຕອບແທນຫລາຍກວ່າຄຳ.
15ປັນຍາມີຄຸນຄ່າຫລາຍກວ່າເພັດພອຍ;
ບໍ່ມີສິ່ງໃດທີ່ເຈົ້າປາຖະໜາຈະປຽບທຽບກັບປັນຍາໄດ້.
16ໃນມືຂວາຂອງປັນຍາມີຊີວິດຍືນຍາວ;
ໃນມືຊ້າຍມີຄວາມຮັ່ງມີ ແລະ ກຽດສັກສີດ້ວຍ.
17ທາງຂອງປັນຍາເປັນທາງອັນລາບລື່ນ
ວິຖີທາງທັງສິ້ນຂອງປັນຍາຄືສັນຕິສຸກ.
18ປັນຍາເປັນຕົ້ນໄມ້ແຫ່ງຊີວິດແກ່ຜູ້ທີ່ຢຶດປັນຍາໄວ້;
ຄວາມສຸກຈະເປັນຂອງຜູ້ທີ່ຢຶດປັນຍາໄວ້ໃຫ້ແໜ້ນ.
19ດ້ວຍປັນຍາ ພຣະເຈົ້າຢາເວໄດ້ວາງຮາກຖານຂອງແຜ່ນດິນໂລກ,
ດ້ວຍຄວາມເຂົ້າໃຈ ພຣະອົງຕັ້ງຟ້າສະຫວັນໄວ້ໃນທີ່ນັ້ນ;
20ດ້ວຍຄວາມຮອບຮູ້ຂອງພຣະອົງ ນໍ້າເລິກກໍຖືກແຍກອອກ,
ແລະ ເມກກໍເຮັດໃຫ້ນ້ຳໝອກຕົກລົງມາ.
21ລູກເອີຍ, ຢ່າໃຫ້ປັນຍາ ແລະ ຄວາມເຂົ້າໃຈໜີໄປຈາກສາຍຕາຂອງເຈົ້າໄດ້,
ຈົ່ງຮັກສາການການຕັດສິນອັນຖືກຕ້ອງ ແລະ ຄວາມຮອບຄອບໄວ້;
22ສິ່ງເຫລົ່ານີ້ຈະເປັນຊີວິດໃຫ້ແກ່ເຈົ້າ,
ແລະ ເປັນເຄື່ອງເອ້ຍ້ອງເພື່ອປະດັບຄໍຂອງເຈົ້າ.
23ແລ້ວເຈົ້າຈະເດີນໄປຕາມທາງຂອງຕົນຢ່າງປອດໄພ,
ແລະ ຕີນຂອງເຈົ້າຈະບໍ່ເຕະສະດຸດລົ້ມ.
24ເມື່ອເຈົ້ານັ່ງລົງ, ເຈົ້າຈະບໍ່ຢ້ານ;
ເມື່ອເຈົ້ານອນຫລັບ, ເຈົ້າກໍຈະນອນຫລັບສະບາຍ.
25ຢ່າຢ້ານກົວໄພພິບັດທີ່ມາຢ່າງກະທັນຫັນ
ຫລື ຄວາມຈິບຫາຍທີ່ໂຈມຕີຄົນຊົ່ວ,
26ເພາະພຣະເຈົ້າຢາເວຈະຢູ່ຄຽງຂ້າງເຈົ້າ#3:26 ຫລື ເພາະອົງພຣະຜູ້ເປັນເຈົ້າຈະເປັນຄວາມຫມັ້ນໃຈຂອງເຈົ້າ
ແລະ ຈະຮັກສາຕີນຂອງເຈົ້າຈາກບ້ວງແຮ້ວ.
27ຢ່າເກັບສິ່ງທີ່ດີໄວ້ຈາກຜູ້ທີ່ສົມຄວນໄດ້ຮັບ,
ເມື່ອມັນຢູ່ໃນອຳນາດຂອງເຈົ້າທີ່ຈະກະທຳໄດ້.
28ຢ່າເວົ້າກັບເພື່ອນບ້ານຂອງເຈົ້າວ່າ,
“ຈົ່ງກັບມາມື້ອື່ນ ແລ້ວຂ້ອຍຈະເອົາມັນໃຫ້ເຈົ້າ”
ໃນເມື່ອເຈົ້າມີມັນຢູ່ແລ້ວ.
29ຢ່າວາງແຜນຮ້າຍຕໍ່ເພື່ອນບ້ານຂອງເຈົ້າ,
ຜູ້ອາໄສຢູ່ໃກ້ເຈົ້າທີ່ໄວ້ວາງໃຈໃນຕົວເຈົ້າ.
30ຢ່າກ່າວຫາຜູ້ໃດໂດຍບໍ່ມີເຫດຜົນ
ໃນເມື່ອພວກເຂົາບໍ່ໄດ້ທໍາຮ້າຍເຈົ້າ.
31ຢ່າອິດສາຄົນທີ່ໃຊ້ຄວາມຮຸນແຮງ
ຫລື ຢ່າເລືອກເອົາວິຖີທາງຂອງພວກເຂົາ.
32ເພາະພຣະເຈົ້າຢາເວກຽດຊັງຜູ້ທີ່ມັກປີ້ນຄວາມ
ແຕ່ໄວ້ວາງໃຈນໍາຄົນທ່ຽງທຳຂອງພຣະອົງ.
33ຄຳສາບແຊ່ງຂອງພຣະເຈົ້າຢາເວຢູ່ເທິງເຮືອນຂອງຄົນຊົ່ວຮ້າຍ,
ແຕ່ພຣະອົງອວຍພອນເຮືອນຂອງຄົນຊອບທຳ.
34ພຣະອົງເຢາະເຢີ້ຍຄົນທີ່ມັກເຢາະເຢີ້ຍ
ແຕ່ສະແດງຄວາມເມດຕາແກ່ຄົນຖ່ອມຕົວ ແລະ ຄົນທີ່ຖືກກົດຂີ່.
35ຄົນມີປັນຍາຈະໄດ້ຮັບກຽດເປັນມໍລະດົກ
ແຕ່ຄົນໂງ່ຈ້າຈະໄດ້ຮັບພຽງແຕ່ຄວາມອັບອາຍ.
Currently Selected:
ສຸພາສິດ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.