Bible App logo
Search Icon

ສຸພາສິດ 2

2
ຜົນດີ​ທາງ​ສິນທໍາ​ຂອງ​ປັນຍາ
1ລູກ​ຂອງ​ພໍ່, ຖ້າ​ເຈົ້າ​ຍອມຮັບ​ຄຳສອນ​ຂອງ​ພໍ່
ແລະ ເກັບ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້​ຢູ່​ພາຍໃນ​ເຈົ້າ,
2ຈົ່ງ​ງ່ຽງ​ຫູ​ຂອງ​ເຈົ້າ​ໄປ​ຟັງ​ປັນຍາ
ແລະ ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ຄວາມ​ເຂົ້າໃຈ​ນັ້ນ
3ແທ້ຈິງແລ້ວ, ຖ້າ​ເຈົ້າ​ເອີ້ນ​ຫາ​ຄວາມ​ຮູ້
ແລະ ຮ້ອງ​ຫາ​ຄວາມ​ເຂົ້າໃຈ,
4ແລະ ຖ້າ​ເຈົ້າ​ຊອກຫາ​ປັນຍາ​ດັ່ງ​ຫາ​ເງິນ
ແລະ ຄົ້ນຫາ​ປັນຍາ​ດັ່ງ​ຂຸມ​ຊັບ​ທີ່​ຖືກ​ເຊື່ອງ​ໄວ້,
5ແລ້ວ​ເຈົ້າ​ຈະ​ເຂົ້າໃຈ​ເຖິງ​ການ​ຢຳເກງ​ພຣະເຈົ້າ​ຢາເວ
ແລະ ພົບ​ຄວາມ​ຮູ້​ຂອງ​ພຣະເຈົ້າ.
6ເພາະ​ພຣະເຈົ້າ​ຢາເວ​ເປັນ​ຜູ້​ໃຫ້​ປັນຍາ;
ຄວາມ​ຮູ້ ແລະ ຄວາມ​ເຂົ້າໃຈ​ກໍ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ.
7ພຣະອົງ​ຖື​ຮັກສາ​ຄວາມ​ສໍາເລັດ#2:7 ຫລື ຄວາມ​ສຳ​ເລັດ ໄວ້​ໃຫ້​ຄົນ​ທ່ຽງທຳ,
ພຣະອົງ​ເປັນ​ໂລ່​ໃຫ້​ຜູ້​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕໍາໜິ,
8ເພາະ​ພຣະອົງ​ເຝົ້າ​ຮັກສາ​ທາງ​ຂອງ​ຜູ້​ທີ່​ທ່ຽງທຳ
ແລະ ປົກປ້ອງ​ຮັກສາ​ທາງ​ຂອງ​ຜູ້​ທີ່​ສັດຊື່​ຂອງ​ພຣະອົງ.
9ແລ້ວ​ເຈົ້າ​ຈະ​ເຂົ້າໃຈ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ
ແລະ ຄວາມ​ທ່ຽງທຳ​ຄື ເຂົ້າໃຈ​ທາງ​ອັນ​ດີ​ທຸກຢ່າງ,
10ເພາະ​ປັນຍາ​ຈະ​ເຂົ້າ​ໄປ​ໃນ​ຫົວໃຈ​ຂອງ​ເຈົ້າ
ແລະ ຄວາມ​ຮູ້​ຈະ​ເຮັດ​ໃຫ້​ຈິດ​ວິນຍານ​ຂອງ​ເຈົ້າ​ຍິນດີ.
11ຄວາມ​ຮອບຄອບ​ຈະ​ປົກປ້ອງ​ເຈົ້າ,
ແລະ ຄວາມ​ເຂົ້າໃຈ​ຈະ​ເຝົ້າ​ຮັກສາ​ເຈົ້າ.
12ປັນຍາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ທາງ​ຂອງ​ຄົນ​ຊົ່ວຮ້າຍ,
ປັນຍາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຜູ້​ທີ່​ມັກ​ປີ້ນ​ຄວາມ.
13ຜູ້​ທີ່​ປະຖິ້ມ​ວິຖີທາງ​ອັນ​ຊອບທໍາ
ກໍ​ຈະ​ເດີນ​ໄປ​ໃນ​ທາງ​ທີ່​ມືດ,
14ຜູ້​ທີ່​ພໍໃຈ​ໃນ​ການ​ກະທໍາ​ຜິດ
ແລະ ຊື່ນຊົມ​ໃນ​ການ​ປະພຶດ​ຊົ່ວ,
15ເສັ້ນທາງ​ຂອງ​ພວກເຂົາ​ກໍ​ຄົດ​ງໍ
ແລະ ວິຖີທາງ​ຂອງ​ພວກເຂົາ​ກໍ​ຄົດໂກງ.
16ປັນຍາ​ຍັງ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ຈາກ​ຍິງ​ຫລິ້ນຊູ້,
ຈາກ​ຍິງ​ຂ້າງ​ທາງ​ດ້ວຍ​ຄຳເວົ້າ​ອັນ​ລໍ້ລວງ​ຂອງ​ນາງ,
17ຜູ້​ທີ່​ປະຖິ້ມ​ຄູ່​ຊີວິດ​ຂອງ​ນາງ​ທີ່​ຢູ່​ນໍາ​ກັນ​ມາ​ຕັ້ງ​ແຕ່​ໜຸ່ມ
ແລະ ລືມໄລ​ຕໍ່​ຄຳໝັ້ນສັນຍາ​ທີ່​ນາງ​ເຮັດ​ໄວ້​ຕໍ່ໜ້າ​ພຣະເຈົ້າ.#2:17 ຫລື ຄຳໝັ້ນສັນຍາ​ຂອງ​ພຣະເຈົ້າ​ຂອງ​ນາງ
18ບ້ານ​ຂອງ​ນາງ​ນຳ​ໄປ​ສູ່​ຄວາມ​ຕາຍ​ຢ່າງ​ແນ່ນອນ
ແລະ ທາງ​ຂອງ​ນາງ​ກໍ​ນໍາ​ໄປ​ສູ່​ວິນຍານ​ແຫ່ງ​ຄົນຕາຍ.
19ບໍ່​ມີ​ຜູ້​ໃດ​ທີ່​ໄປ​ຫາ​ນາງ​ແລ້ວ​ໄດ້​ກັບ​ຄືນ​ມາ
ຫລື ກັບ​ເຂົ້າ​ໄປ​ສູ່​ຫົນ​ທາງ​ແຫ່ງ​ຊີວິດ​ໄດ້​ອີກ.
20ດັ່ງນັ້ນ ເຈົ້າ​ຈະ​ເດີນ​ໃນ​ທາງ​ທີ່​ດີ
ແລະ ຢຶດໝັ້ນ​ໃນ​ວິຖີທາງ​ອັນ​ຊອບທຳ
21ເພາະ​ຄົນ​ທ່ຽງທຳ​ຈະ​ໄດ້​ອາໄສ​ໃນ​ດິນແດນ​ນັ້ນ,
ແລະ ຄົນ​ທີ່​ບໍ່​ມີ​ຕຳໜິ​ຈະ​ຕັ້ງ​ໝັ້ນຄົງ​ຢູ່​ທີ່​ນັ້ນ
22ແຕ່​ຄົນ​ຊົ່ວ​ຮ້າຍ​ຈະ​ຖືກ​ຕັດ​ອອກ​ຈາກ​ດິນແດນ​ນັ້ນ,
ແລະ ຄົນ​ບໍ່​ສັດຊື່​ຈະ​ຖືກ​ຖອນ​ຮາກ​ອອກ​ຈາກ​ດິນແດນ​ນັ້ນ.

Currently Selected:

ສຸພາສິດ 2: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in