Skip to content

ສຸພາສິດ 4

4
ຈົ່ງ​ຮັບ​ເອົາ​ປັນຍາ​ໂດຍ​ບໍ່​ເສຍ​ຄ່າ
1ລູກ​ທັງຫລາຍ​ເອີຍ, ຈົ່ງ​ຟັງ​ຄຳ​ສັ່ງສອນ​ຂອງ​ພໍ່​ເຈົ້າ;
ຈົ່ງ​ຕັ້ງໃຈ ແລະ ຈະ​ມີ​ຄວາມ​ເຂົ້າໃຈ​ເພີ່ມ​ຂຶ້ນ.
2ເຮົາ​ຈະ​ມອບ​ຄຳສອນ​ທີ່​ດີ​ໃຫ້​ແກ່​ເຈົ້າ
ດັ່ງນັ້ນ ຢ່າ​ປະຖິ້ມ​ຄຳ​ສັ່ງສອນ​ຂອງ​ພໍ່.
3ເມື່ອ​ພໍ່​ເປັນ​ເດັກນ້ອຍ​ຄື ລູກຊາຍ​ຄົນ​ດຽວ​ຂອງ​ພໍ່,
ເມື່ອ​ຍັງ​ນ້ອຍ ແລະ ໄດ້​ຮັບ​ການ​ທະນຸຖະໜອມ​ຈາກ​ແມ່.
4ປູ່​ກໍ​ໄດ້​ສອນ ແລະ ບອກ​ພໍ່​ວ່າ
“ຈົ່ງ​ຢຶດ​ຄຳສອນ​ຂອງ​ພໍ່​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ;
ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້ ແລະ ເຈົ້າ​ຈະ​ມີຊີວິດ​ຢູ່.
5ຈົ່ງ​ຮັບ​ເອົາ​ປັນຍາ, ແລະ ຄວາມ​ເຂົ້າໃຈ;
ຢ່າ​ລືມ ຫລື ຢ່າ​ຫັນ​ໜີ​ຈາກ​ຄຳສອນ​ຂອງ​ພໍ່.
6ຢ່າ​ປະຖິ້ມ​ປັນຍາ, ແລະ ປັນຍາ​ຈະ​ຊ່ວຍ​ປົກປ້ອງ​ເຈົ້າ​ໄວ້;
ຈົ່ງ​ຮັກ​ປັນຍາ ແລະ ປັນຍາ​ຈະ​ເບິ່ງແຍງ​ເຈົ້າ.
7ຈຸດ​ເລີ່ມ​ຕົ້ນ​ຂອງ​ປັນຍາ​ຄື: ຈົ່ງ​ຮັບ​ເອົາ​ປັນຍາ​ໄວ້.
ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ສູນເສຍ​ທຸກສິ່ງ​ທີ່​ເຈົ້າ​ມີ, ຈົ່ງ​ຢຶດ​ຄວາມ​ເຂົ້າໃຈ​ໄວ້.
8ຈົ່ງ​ທະນຸຖະໜອມ​ປັນຍາ​ໄວ້ ແລະ ປັນຍາ​ຈະ​ຍົກ​ເຈົ້າ​ຂຶ້ນ.
ຈົ່ງ​ກອດ​ເອົາ​ປັນຍາ​ໄວ້ ແລະ ປັນຍາ​ຈະ​ໃຫ້​ກຽດ​ເຈົ້າ.
9ປັນຍາ​ຈະ​ມອບ​ມົງກຸດ​ອັນ​ງົດງາມ​ປະດັບ​ຫົວ​ຂອງ​ເຈົ້າ
ແລະ ຈະ​ໃຫ້​ມົງກຸດ​ອັນ​ສະຫງ່າລາສີ​ແກ່​ເຈົ້າ”.
10ລູກ​ເອີຍ, ຈົ່ງ​ຟັງ ແລະ ຍອມ​ຮັບ​ສິ່ງທີ່​ພໍ່​ສອນ,
ແລະ ເຈົ້າ​ຈະ​ມີ​ຊີວິດ​ຍືນ​ຍາວ.
11ພໍ່​ສັ່ງສອນ​ເຈົ້າ​ໄປ​ໃນ​ທາງ​ແຫ່ງ​ປັນຍາ
ແລະ ນຳ​ເຈົ້າ​ໄປ​ຕາມ​ທາງ​ທີ່​ຊື່.
12ເມື່ອ​ເຈົ້າ​ເດີນ​ໄປ, ບາດ​ກ້າວ​ຂອງ​ເຈົ້າ​ຈະ​ບໍ່​ຖືກ​ຂັດຂວາງ;
ເມື່ອ​ເຈົ້າ​ແລ່ນ​ໄປ, ເຈົ້າ​ຈະ​ບໍ່​ສະດຸດ.
13ຈົ່ງ​ຢຶດ​ຄຳ​ສັ່ງສອນ​ໄວ້​ໃຫ້​ໝັ້ນຄົງ, ຢ່າ​ປ່ອຍ​ໃຫ້​ມັນ​ໜີ​ໄປ;
ຈົ່ງ​ຮັກສາ​ມັນ​ໄວ້​ໃຫ້​ດີ, ເພາະ​ມັນ​ເປັນ​ຊີວິດ​ຂອງ​ເຈົ້າ.
14ຢ່າ​ຍ່າງ​ໄປ​ຕາມ​ທາງ​ຂອງ​ຄົນ​ຊົ່ວຮ້າຍ
ຫລື ເດີນ​ໃນ​ທາງ​ຂອງ​ຄົນ​ບໍ່​ດີ.
15ຈົ່ງ​ຫລີກ​ເວັ້ນ​ມັນ​ໄປ, ຢ່າ​ເດີນ​ໄປ​ຕາມ​ທາງ​ນັ້ນ;
ຈົ່ງ​ຫັນ​ໜີ​ຈາກ​ມັນ ແລະ ໄປ​ຕາມ​ທາງ​ຂອງ​ເຈົ້າ.
16ເພາະ​ສຳລັບ​ຄົນ​ຊົ່ວຮ້າຍ​ນັ້ນ ຈະ​ບໍ່​ພັກຜ່ອນ​ຈົນ​ພວກເຂົາ​ໄດ້​ເຮັດ​ຊົ່ວ;
ພວກເຂົາ​ຈະ​ນອນ​ບໍ່​ຫລັບ​ຈົນ​ກວ່າ​ຈະ​ໄດ້​ເຮັດ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ສະດຸດ.
17ພວກເຂົາ​ກິນ​ອາຫານ​ແຫ່ງ​ຄວາມ​ຊົ່ວ
ແລະ ດື່ມ​ເຫລົ້າ​ອະງຸ່ນ​ແຫ່ງ​ຄວາມ​ຮຸນແຮງ.
18ທາງ​ຂອງ​ຄົນ​ຊອບທຳ​ເປັນ​ດັ່ງ​ດວງ​ຕາເວັນ​ໃນ​ຍາມ​ເຊົ້າ,
ສ່ອງ​ແສງ​ແຈ້ງ​ຂຶ້ນ​ເລື້ອຍໆ​ຈົນ​ເຖິງ​ກາງເວັນ.
19ແຕ່​ທາງ​ຂອງ​ຄົນ​ຊົ່ວຮ້າຍ​ເປັນ​ເໝືອນ​ຄວາມ​ມືດ;
ພວກເຂົາ​ບໍ່​ຮູ້​ວ່າ​ຕົນ​ເອງ​ສະດຸດ​ຫຍັງ.
20ລູກ​ເອີຍ, ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ພໍ່​ເວົ້າ;
ຈົ່ງ​ງ່ຽງ​ຫູ​ຂອງ​ເຈົ້າ​ຟັງ​ຖ້ອຍຄຳ​ຂອງ​ພໍ່.
21ຢ່າ​ໃຫ້​ຖ້ອຍຄໍາ​ນັ້ນ​ໜີ​ຈາກ​ສາຍ​ຕາ​ຂອງ​ເຈົ້າ,
ຈົ່ງ​ຮັກສາ​ພວກມັນ​ໄວ້​ໃນ​ໃຈ​ຂອງ​ເຈົ້າ;
22ເພາະ​ຖ້ອຍຄຳ​ເຫລົ່ານັ້ນ​ເປັນ​ຊີວິດ​ແກ່​ຜູ້​ທີ່​ຄົ້ນພົບ
ແລະ ເຮັດ​ໃຫ້​ຮ່າງກາຍ​ທັງໝົດ​ຂອງ​ຜູ້​ນັ້ນ​ແຂງແຮງ​ດີ.
23ເໜືອ​ກວ່າ​ສິ່ງ​ອື່ນ​ໃດ, ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໄວ້​ໃຫ້​ດີ,
ເພາະ​ທຸກສິ່ງ​ທີ່​ເຈົ້າ​ເຮັດ​ກໍ​ລ້ວນ​ແຕ່​ໄຫລ​ອອກ​ມາ​ຈາກ​ໃຈ.
24ຈົ່ງ​ຮັກສາ​ປາກ​ຂອງ​ເຈົ້າ​ໄວ້​ຈາກ​ສິ່ງ​ທີ່​ບໍ່​ເປັນ​ຄວາມຈິງ;
ຈົ່ງ​ຮັກສາ​ສົບ​ຂອງ​ເຈົ້າ​ໃຫ້​ຫ່າງ​ໄກ​ຈາກ​ຄຳ​ເວົ້າ​ທີ່​ຫລອກລວງ.
25ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ເບິ່ງ​ກົງ​ໄປ​ຂ້າງ​ໜ້າ;
ຈົ່ງ​ຈົດຈໍ່​ເບິ່ງ​ສິ່ງ​ທີ່​ຢູ່​ຕໍ່​ໜ້າ​ເຈົ້າ​ຢ່າງ​ໜັກແໜ້ນ.
26ຈົ່ງ​ຄິດ​ຢ່າງ​ຮອບຄອບ​ເຖິງ​ທາງ​ທີ່​ເຈົ້າ​ກ້າວ​ເດີນ​ໄປ#4:26 ຫລື ຈົ່ງ​ເຮັດ​ທາງ ທີ່ ຮາບ​ລຽບ​ໃຫ້​ຕີນ​ຂອງ​ເຈົ້າ
ແລະ ເດີນ​ຢູ່​ໃນ​ທາງ​ນັ້ນ​ຢ່າງ​ໝັ້ນຄົງ.
27ຢ່າ​ຫັນ​ໄປ​ທາງ​ຂວາ ຫລື ທາງ​ຊ້າຍ;
ຈົ່ງ​ຮັກສາ​ຕີນ​ຂອງ​ເຈົ້າ​ໄວ້​ຈາກ​ຄວາມ​ຊົ່ວ​ຮ້າຍ.