Bible App logo
Search Icon

ສຸພາສິດ 3

3
ປັນຍາ​ເຮັດ​ໃຫ້​ມີ​ຄວາມ​ເປັນ​ຢູ່​ທີ່​ດີ
1ລູກ​ເອີຍ, ຢ່າ​ລືມ​ຄຳສັ່ງສອນ​ຂອງ​ພໍ່,
ແຕ່​ຈົ່ງ​ຮັກສາ​ຄຳສັ່ງ​ຂອງ​ພໍ່​ໄວ້​ໃນ​ໃຈ​ຂອງ​ເຈົ້າ,
2ເພາະ​ສິ່ງ​ເຫລົ່ານີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ
ແລະ ນຳ​ເອົາ​ສັນຕິສຸກ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ມາ​ສູ່​ເຈົ້າ.
3ຢ່າ​ໃຫ້​ຄວາມ​ຮັກ ແລະ ຄວາມ​ສັດຊື່​ໜີ​ໄປ​ຈາກ​ເຈົ້າ;
ຈົ່ງ​ມັດ​ມັນ​ໄວ້​ອ້ອມ​ຄໍ​ຂອງ​ເຈົ້າ,
ຈົ່ງ​ຂຽນ​ມັນ​ໃສ່​ແຜ່ນ​ຫົວໃຈ​ຂອງ​ເຈົ້າ.
4ແລ້ວ​ເຈົ້າ​ຈະ​ເປັນ​ທີ່​ພໍໃຈ ແລະ ມີ​ຊື່ສຽງ​ດີ
ໃນ​ສາຍຕາ​ພຣະເຈົ້າ ແລະ ໃນ​ສາຍຕາ​ມະນຸດ.
5ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ​ດ້ວຍ​ສຸດ​ໃຈ​ຂອງ​ເຈົ້າ
ແລະ ຢ່າ​ເພິ່ງພາ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ​ເອງ;
6ຈົ່ງ​ຍອມຈໍານົນ​ຕໍ່​ພຣະອົງ​ໃນ​ທຸກ​ວິຖີທາງ​ຂອງ​ເຈົ້າ,
ແລະ ພຣະອົງ​ຈະ​ເຮັດ​ໃຫ້​ທາງ​ຂອງ​ເຈົ້າ​ຊື່​ໄປ.#3:6 ຫລື ຈະ​ຊີ້​ທາງ​ໃຫ້
7ຢ່າ​ຄິດ​ວ່າ​ຕົນ​ເປັນ​ຄົນ​ສະຫລາດ;
ຈົ່ງ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ຈົ່ງ​ຫລີກ​ໜີ​ຈາກ​ຄວາມ​ຊົ່ວຮ້າຍ.
8ສິ່ງນີ້​ຈະ​ນໍາ​ສຸຂະພາບ​ທີ່​ດີ​ມາ​ສູ່​ຮ່າງກາຍ​ຂອງ​ເຈົ້າ
ແລະ ບໍາລຸງ​ລ້ຽງ​ກະດູກ​ຂອງ​ເຈົ້າ.
9ຈົ່ງ​ໃຫ້​ກຽດ​ພຣະເຈົ້າ​ຢາເວ​ດ້ວຍ​ຊັບສິນ​ຂອງ​ເຈົ້າ,
ດ້ວຍ​ຜົນ​ທໍາອິດ​ຈາກ​ຜົນລະປູກ​ທັງໝົດ​ຂອງ​ເຈົ້າ;
10ແລ້ວ​ເລົ້າເຂົ້າ​ຂອງ​ເຈົ້າ​ຈະ​ເຕັມ​ລົ້ນ,
ແລະ ຖັງ​ຂອງ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ເຫລົ້າ​ອະງຸ່ນ​ໃໝ່.
11ລູກ​ເອີຍ, ຢ່າ​ໜິ່ນ​ປະໝາດ​ການ​ຕີສອນ​ຂອງ​ພຣະເຈົ້າ​ຢາເວ,
ຢ່າ​ຄຽດ​ຕໍ່​ຄໍາ​ຕັກເຕືອນ​ຂອງ​ພຣະອົງ,
12ເພາະ​ພຣະເຈົ້າ​ຢາເວ​ຕີສອນ​ຜູ້​ທີ່​ພຣະອົງ​ຮັກ,
ເໝືອນດັ່ງ​ພໍ່​ຕີ​ສອນ​ລູກ​ຜູ້​ທີ່​ເພິ່ນ​ພູມໃຈ​ນຳ.#3:12 ສະບັບ LXX. ວ່າ ແລະ ພຣະອົງ​ລົງໂທດ​ບຸດ​ທີ່​ພຣະອົງ​ຊື່ນຊົມ
13ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ພົບ​ປັນຍາ,
ຜູ້​ທີ່​ໄດ້​ຮັບ​ຄວາມ​ເຂົ້າໃຈ,
14ເພາະ​ປັນຍາ​ໃຫ້​ປະໂຫຍດ​ຫລາຍ​ກວ່າ​ເງິນ
ແລະ ໃຫ້​ຜົນ​ຕອບ​ແທນ​ຫລາຍ​ກວ່າ​ຄຳ.
15ປັນຍາ​ມີ​ຄຸນຄ່າ​ຫລາຍ​ກວ່າ​ເພັດພອຍ;
ບໍ່ມີ​ສິ່ງໃດ​ທີ່​ເຈົ້າ​ປາຖະໜາ​ຈະ​ປຽບທຽບ​ກັບ​ປັນຍາ​ໄດ້.
16ໃນ​ມື​ຂວາ​ຂອງ​ປັນຍາ​ມີ​ຊີວິດ​ຍືນຍາວ;
ໃນ​ມື​ຊ້າຍ​ມີ​ຄວາມ​ຮັ່ງມີ ແລະ ກຽດ​ສັກສີ​ດ້ວຍ.
17ທາງ​ຂອງ​ປັນຍາ​ເປັນ​ທາງ​ອັນ​ລາບລື່ນ
ວິຖີທາງ​ທັງສິ້ນ​ຂອງ​ປັນຍາ​ຄື​ສັນຕິສຸກ.
18ປັນຍາ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ​ແກ່​ຜູ້​ທີ່​ຢຶດ​ປັນຍາ​ໄວ້;
ຄວາມ​ສຸກ​ຈະ​ເປັນ​ຂອງ​ຜູ້​ທີ່​ຢຶດ​ປັນຍາ​ໄວ້​ໃຫ້​ແໜ້ນ.
19ດ້ວຍ​ປັນຍາ ພຣະເຈົ້າ​ຢາເວ​ໄດ້​ວາງ​ຮາກຖານ​ຂອງ​ແຜ່ນດິນ​ໂລກ,
ດ້ວຍ​ຄວາມ​ເຂົ້າໃຈ ພຣະອົງ​ຕັ້ງ​ຟ້າ​ສະຫວັນ​ໄວ້​ໃນ​ທີ່​ນັ້ນ;
20ດ້ວຍ​ຄວາມຮອບຮູ້​ຂອງ​ພຣະອົງ ນໍ້າເລິກ​ກໍ​ຖືກ​ແຍກ​ອອກ,
ແລະ ເມກ​ກໍ​ເຮັດ​ໃຫ້​ນ້ຳໝອກ​ຕົກ​ລົງ​ມາ.
21ລູກ​ເອີຍ, ຢ່າ​ໃຫ້​ປັນຍາ ແລະ ຄວາມ​ເຂົ້າໃຈ​ໜີ​ໄປ​ຈາກ​ສາຍຕາ​ຂອງ​ເຈົ້າ​ໄດ້,
ຈົ່ງ​ຮັກສາ​ການ​ການ​ຕັດສິນ​ອັນ​ຖືກຕ້ອງ ແລະ ຄວາມ​ຮອບຄອບ​ໄວ້;
22ສິ່ງເຫລົ່ານີ້​ຈະ​ເປັນ​ຊີວິດ​ໃຫ້​ແກ່​ເຈົ້າ,
ແລະ ເປັນ​ເຄື່ອງ​ເອ້ຍ້ອງ​ເພື່ອ​ປະດັບ​ຄໍ​ຂອງ​ເຈົ້າ.
23ແລ້ວ​ເຈົ້າ​ຈະ​ເດີນ​ໄປ​ຕາມ​ທາງ​ຂອງ​ຕົນ​ຢ່າງ​ປອດໄພ,
ແລະ ຕີນ​ຂອງ​ເຈົ້າ​ຈະ​ບໍ່​ເຕະ​ສະດຸດ​ລົ້ມ.
24ເມື່ອ​ເຈົ້າ​ນັ່ງ​ລົງ, ເຈົ້າ​ຈະ​ບໍ່​ຢ້ານ;
ເມື່ອ​ເຈົ້າ​ນອນ​ຫລັບ, ເຈົ້າ​ກໍ​ຈະ​ນອນ​ຫລັບ​ສະບາຍ.
25ຢ່າ​ຢ້ານ​ກົວ​ໄພພິບັດ​ທີ່​ມາ​ຢ່າງ​ກະທັນຫັນ
ຫລື ຄວາມ​ຈິບຫາຍ​ທີ່​ໂຈມຕີ​ຄົນຊົ່ວ,
26ເພາະ​ພຣະເຈົ້າ​ຢາເວ​ຈະ​ຢູ່​ຄຽງ​ຂ້າງ​ເຈົ້າ#3:26 ຫລື ເພາະ​ອົງພຣະຜູ້ເປັນເຈົ້າ​ຈະ​ເປັນ​ຄວາມຫມັ້ນໃຈ​ຂອງ​ເຈົ້າ
ແລະ ຈະ​ຮັກສາ​ຕີນ​ຂອງ​ເຈົ້າ​ຈາກ​ບ້ວງແຮ້ວ.
27ຢ່າ​ເກັບ​ສິ່ງ​ທີ່​ດີ​ໄວ້​ຈາກ​ຜູ້​ທີ່​ສົມຄວນ​ໄດ້​ຮັບ,
ເມື່ອ​ມັນ​ຢູ່​ໃນ​ອຳນາດ​ຂອງ​ເຈົ້າ​ທີ່​ຈະ​ກະທຳ​ໄດ້.
28ຢ່າ​ເວົ້າ​ກັບ​ເພື່ອນບ້ານ​ຂອງ​ເຈົ້າ​ວ່າ,
“ຈົ່ງ​ກັບ​ມາ​ມື້ອື່ນ ແລ້ວ​ຂ້ອຍ​ຈະ​ເອົາ​ມັນ​ໃຫ້​ເຈົ້າ”
ໃນ​ເມື່ອ​ເຈົ້າ​ມີ​ມັນ​ຢູ່​ແລ້ວ.
29ຢ່າ​ວາງແຜນ​ຮ້າຍ​ຕໍ່​ເພື່ອນບ້ານ​ຂອງ​ເຈົ້າ,
ຜູ້​ອາໄສ​ຢູ່​ໃກ້​ເຈົ້າ​ທີ່​ໄວ້ວາງໃຈ​ໃນ​ຕົວ​ເຈົ້າ.
30ຢ່າ​ກ່າວ​ຫາ​ຜູ້​ໃດ​ໂດຍ​ບໍ່​ມີ​ເຫດຜົນ
ໃນ​ເມື່ອ​ພວກເຂົາ​ບໍ່​ໄດ້​ທໍາຮ້າຍ​ເຈົ້າ.
31ຢ່າ​ອິດສາ​ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ
ຫລື ຢ່າ​ເລືອກ​ເອົາ​ວິຖີທາງ​ຂອງ​ພວກເຂົາ.
32ເພາະ​ພຣະເຈົ້າ​ຢາເວ​ກຽດຊັງ​ຜູ້​ທີ່​ມັກ​ປີ້ນ​ຄວາມ
ແຕ່​ໄວ້ວາງໃຈ​ນໍາ​ຄົນ​ທ່ຽງທຳ​ຂອງ​ພຣະອົງ.
33ຄຳ​ສາບແຊ່ງ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ເທິງ​ເຮືອນ​ຂອງ​ຄົນ​ຊົ່ວຮ້າຍ,
ແຕ່​ພຣະອົງ​ອວຍພອນ​ເຮືອນ​ຂອງ​ຄົນ​ຊອບທຳ.
34ພຣະອົງ​ເຢາະເຢີ້ຍ​ຄົນ​ທີ່​ມັກ​ເຢາະເຢີ້ຍ
ແຕ່​ສະແດງ​ຄວາມ​ເມດຕາ​ແກ່​ຄົນ​ຖ່ອມ​ຕົວ ແລະ ຄົນ​ທີ່​ຖືກ​ກົດຂີ່.
35ຄົນ​ມີ​ປັນຍາ​ຈະ​ໄດ້​ຮັບ​ກຽດ​ເປັນ​ມໍລະດົກ
ແຕ່​ຄົນ​ໂງ່​ຈ້າ​ຈະ​ໄດ້​ຮັບ​ພຽງແຕ່​ຄວາມ​ອັບອາຍ.

Currently Selected:

ສຸພາສິດ 3: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in