ຈົດບັນຊີ 5
5
ຄວາມບໍລິສຸດຂອງຄ້າຍພັກ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 2“ຈົ່ງສັ່ງຄົນອິດສະຣາເອນໃຫ້ສົ່ງ ຜູ້ທີ່ເປັນພະຍາດຜິວໜັງ#5:2 ຄຳໃນພາສາເຮັບເຣີດັ້ງເດີມໄດ້ແປວ່າ ພະຍາດຂີ້ທູດ, ເຊິ່ງຖືກນຳໃຊ້ສຳລັບພະຍາດຊະນິດຕ່າງໆທີ່ມີຜົນກະທົບຕໍ່ຜິວທີ່ເປັນມົນທິນ ຫລື ຜູ້ມີສິ່ງທີ່ໄຫລອອກຈາກຮ່າງກາຍທຸກຊະນິດ ຫລື ຜູ້ທີ່ເປັນມົນທິນຕາມພິທີກຳເພາະໄປແຕະຕ້ອງຊາກສົບອອກຈາກຄ້າຍພັກ. 3ຈົ່ງສົ່ງພວກເຂົາອອກໄປບໍ່ວ່າຈະເປັນຊາຍ ຫລື ຍິງກໍຕາມ; ຈົ່ງສົ່ງຄົນເຫລົ່ານີ້ອອກໄປນອກຄ້າຍພັກ ເພື່ອວ່າພວກເຂົາຈະບໍ່ເຮັດໃຫ້ຄ້າຍພັກເປັນມົນທິນ, ເຊິ່ງຖືເປັນບ່ອນທີ່ເຮົາຢູ່ທ່າມກາງພວກເຂົາ”. 4ຄົນອິດສະຣາເອນກໍປະຕິບັດຕາມ; ພວກເຂົາໄດ້ສົ່ງຄົນເຫລົ່ານັ້ນອອກໄປນອກຄ້າຍພັກ. ພວກເຂົາປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ແນະນຳໂມເຊ.
ການຊົດໃຊ້ເມື່ອເຮັດຜິດ
5ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 6“ຈົ່ງບອກຄົນອິດສະຣາເອນວ່າ: ‘ຊາຍ ຫລື ຍິງໃດກໍຕາມທີ່ເຮັດຜິດຕໍ່ຄົນອື່ນດ້ວຍວິທີໃດກໍຕາມ#5:6 ຫລື ແມ່ຍິງທີ່ກະທຳຄວາມຜິດໃດໆທີ່ມັກເກີດຂຶ້ນຕໍ່ມະນຸດຊາດ ແລະ ຜູ້ນັ້ນກໍມີຄວາມຜິດເພາະບໍ່ສັດຊື່ຕໍ່ພຣະເຈົ້າຢາເວ 7ແລະ ຈະຕ້ອງສາລະພາບບາບທີ່ໄດ້ກະທຳ. ຜູ້ນັ້ນຈະຕ້ອງຊົດໃຊ້ເຕັມຈຳນວນຕາມຄວາມຜິດທີ່ລາວໄດ້ກະທຳ, ພ້ອມທັງຊົດໃຊ້ເພີ່ມອີກໜຶ່ງສ່ວນຫ້າຂອງມູນຄ່າທີ່ຕ້ອງຊົດເຊີຍ ແລະ ມອບມູນຄ່າທັງໝົດໃຫ້ແກ່ບຸກຄົນທີ່ລາວໄດ້ເຮັດຜິດ. 8ແຕ່ຖ້າບຸກຄົນນັ້ນບໍ່ມີພີ່ນ້ອງໃກ້ຊິດທີ່ຈະຮັບເອົາຄ່າຊົດເຊີຍແທນຈາກຜູ້ເຮັດຜິດນັ້ນ, ຄ່າຊົດເຊີຍນັ້ນກໍເປັນຂອງພຣະເຈົ້າຢາເວ ແລະ ຕ້ອງນຳໄປມອບໃຫ້ແກ່ປະໂລຫິດ, ພ້ອມດ້ວຍແກະຜູ້ເພື່ອເຮັດພິທີລຶບລ້າງບາບໃຫ້ແກ່ຜູ້ກະທຳຜິດ. 9ເຄື່ອງຖວາຍສັກສິດທັງໝົດທີ່ຄົນອິດສະຣາເອນນຳມາມອບແກ່ປະໂລຫິດຈະເປັນຂອງປະໂລຫິດ. 10ຂອງຖວາຍສັກສິດເປັນຂອງຜູ້ທີ່ເປັນເຈົ້າຂອງ, ແຕ່ສິ່ງທີ່ພວກເຂົາມອບໃຫ້ປະໂລຫິດຈະເປັນຂອງປະໂລຫິດ’ ”.
ການທົດສອບເມຍທີ່ບໍ່ສັດຊື່
11ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 12“ຈົ່ງແຈ້ງຄົນອິດສະຣາເອນ ແລະ ກ່າວກັບພວກເຂົາວ່າ, ‘ຖ້າເມຍຂອງຊາຍຄົນໃດເຮັດໃນສິ່ງທີ່ຜິດ ແລະ ບໍ່ສັດຊື່ຕໍ່ເຂົາ 13ໂດຍມີຊາຍອື່ນມີເພດສຳພັນກັບນາງ, ແລະ ຍັງປິດບັງເປັນຄວາມລັບຕໍ່ຜົວຂອງຕົນ ແລະ ເຊື່ອງຊ້ອນການກະທຳຂອງນາງໄວ້ (ເນື່ອງຈາກວ່າບໍ່ມີພະຍານຫລັກຖານ ແລະ ຈັບບໍ່ໄດ້ໃນການກະທຳ), 14ແລະ ຖ້າຜົວຮູ້ສຶກຫຶງຫວງ ແລະ ສົງໄສເມຍຂອງຕົນ ແລະ ນາງເປັນມົນທິນ ຫລື ຖ້າຜົວຂອງນາງຫຶງຫວງ ແລະ ສົງໄສນາງ ເຖິງແມ່ນວ່ານາງບໍ່ເປັນມົນທິນກໍຕາມ 15ແລ້ວລາວຈະຕ້ອງພາເມຍຂອງລາວໄປຫາປະໂລຫິດ. ລາວຈະຕ້ອງນຳເອົາແປ້ງເຂົ້າບາເລໜຶ່ງສ່ວນສິບຂອງເອຟາ#5:15 ນັ້ນແມ່ນແປ້ງປະມານ 1,6 ກິໂລກຣາມມາເປັນເຄື່ອງຖວາຍບູຊາແທນນາງ. ໂດຍບໍ່ຕ້ອງຖອກນ້ຳມັນໝາກກອກໃສ່ແປ້ງ ຫລື ໂຮຍເຄື່ອງຫອມໃສ່ແປ້ງນັ້ນ, ເພາະເປັນເຄື່ອງຖວາຍບູຊາພືດພັນເປັນເມັດເພາະເປັນການຖວາຍທີ່ເກີດຈາກຄວາມຫຶງຫວງ, ເປັນເຄື່ອງຖວາຍບູຊາແຫ່ງການເຕືອນໃຈເພື່ອລະນຶກເຖິງການກະທຳຜິດ.
16“ ‘ປະໂລຫິດຈະພານາງມາຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ. 17ຈາກນັ້ນເພິ່ນຈະເອົານ້ຳບໍລິສຸດບັນຈຸໃນພາຊະນະດິນເຜົາ ແລະ ເອົາຂີ້ຝຸ່ນຈາກພື້ນຂອງຫໍເຕັນໃສ່ລົງໃນນ້ຳ. 18ຫລັງຈາກນັ້ນປະໂລຫິດກໍພາຍິງນັ້ນມາຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ, ເພິ່ນຈະປ່ອຍຜົມຂອງນາງລົງ ແລະ ວາງເຄື່ອງຖວາຍບູຊາແຫ່ງການເຕືອນໃຈໃສ່ມືຂອງນາງ, ເຄື່ອງຖວາຍພືດພັນເປັນເມັດສຳລັບຄວາມຫຶງຫວງ, ໃນຂະນະທີ່ປະໂລຫິດຖືນ້ຳຂົມທີ່ນຳຄຳສາບແຊ່ງນັ້ນ. 19ແລ້ວປະໂລຫິດຈະມອບຍິງນັ້ນໃຫ້ຢູ່ໃຕ້ຄຳສາບານ ແລະ ກ່າວແກ່ນາງວ່າ, “ຖ້າບໍ່ມີຊາຍອື່ນຮ່ວມເພດກັບເຈົ້າ ແລະ ເຈົ້າບໍ່ໄດ້ຫລົງຜິດ ແລະ ກາຍມາເປັນມົນທິນຂະນະທີ່ຍັງຢູ່ກິນກັບຜົວຂອງເຈົ້າ, ຂໍໃຫ້ນ້ຳຂົມທີ່ນຳຄຳສາບແຊ່ງມານີ້ເຮັດໃຫ້ເຈົ້າພົ້ນໂທດ. 20ແຕ່ຖ້າເຈົ້າຫລົງຜິດຂະນະທີ່ເຈົ້າຍັງຢູ່ກິນກັບຜົວຂອງຕົນຢູ່ ແລະ ໄດ້ເຮັດໃຫ້ເຈົ້າເອງເປັນມົນທິນໂດຍມີເພດສຳພັນກັບຊາຍອື່ນທີ່ບໍ່ແມ່ນຜົວຂອງຕົນ,” 21ທີ່ນີ້ປະໂລຫິດຈະໃຫ້ນາງຢູ່ໃຕ້ການສາບແຊ່ງດັ່ງນີ້ຄື: “ຂໍພຣະເຈົ້າຢາເວເຮັດໃຫ້ເຈົ້າກາຍມາເປັນທີ່ສາບແຊ່ງ#5:21 ນັ້ນແມ່ນ, ຂໍໃຫ້ພຣະອົງນຳໃຊ້ຊື່ຂອງເຈົ້າເຂົ້າໃນຄຳສາບແຊ່ງ (ເບິ່ງ ຢມຢ 29:22); ຫລື ຂໍໃຫ້ຄົນອື່ນໆເຫັນວ່າເຈົ້າໄດ້ຖືກສາບແຊ່ງແລ້ວ; ຄ້າຍຄືກັນກັບ ຂໍ້ 27.ທ່າມກາງປະຊາຊົນທັງຫລາຍ ພຣະອົງຈະເຮັດໃຫ້ເກີດການຫລຸລູກ ແລະ ເຮັດໃຫ້ທ້ອງຂອງເຈົ້າບວມ. 22ຂໍໃຫ້ນ້ຳນີ້ນຳຄຳສາບແຊ່ງເຂົ້າສູ່ຮ່າງກາຍຂອງເຈົ້າເພື່ອວ່າທ້ອງຂອງເຈົ້າບວມ ຫລື ເກີດການຫລຸລູກ”.
“ ‘ແລ້ວຍິງນັ້ນຕ້ອງກ່າວວ່າ, “ອາແມນ. ຂໍໃຫ້ເປັນໄປຕາມນັ້ນ”.
23“ ‘ປະໂລຫິດຈະຂຽນຄຳສາບແຊ່ງເຫລົ່ານີ້ລົງໃສ່ໜັງສືມ້ວນ ແລ້ວນຳມາລ້າງອອກດ້ວຍນ້ຳຂົມ. 24ແລ້ວປະໂລຫິດຈະເອົານ້ຳຂົມທີ່ນຳຄຳສາບແຊ່ງໃຫ້ນາງດື່ມ ແລະ ນ້ຳນີ້ຈະນຳຄຳສາບແຊ່ງ ແລະ ຄວາມທໍລະມານຢ່າງຂົມຂື່ນເຂົ້າໄປໃນຕົວຂອງຍິງນັ້ນ. 25ປະໂລຫິດຈະຮັບເຄື່ອງຖວາຍພືດພັນເປັນເມັດເພື່ອຄວາມຫຶງຫວງຈາກມືຂອງນາງ, ແລ້ວນຳມາຍື່ນຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະ ນຳມາທີ່ແທ່ນບູຊາ. 26ຕໍ່ຈາກນັ້ນປະໂລຫິດຈະກຳເອົາເຄື່ອງຖວາຍພືດພັນເປັນເມັດຂຶ້ນມາເພື່ອເປັນເຄື່ອງຖວາຍບູຊາແຫ່ງອະນຸສອນ ແລະ ເຜົາເທິງແທ່ນບູຊາ; ຫລັງຈາກນັ້ນ, ປະໂລຫິດກໍໃຫ້ຍິງຄົນນັ້ນດື່ມນ້ຳ. 27ຖ້ານາງໄດ້ເຮັດໃຫ້ຕົນເອງເປັນມົນທິນ ແລະ ບໍ່ສັດຊື່ຕໍ່ຜົວຂອງຕົນ, ອັນນີ້ຈະເປັນຜົນຕາມມາຄື: ເມື່ອນາງໄດ້ດື່ມນ້ຳທີ່ນຳຄຳສາບແຊ່ງ ແລະ ເປັນເຫດໃຫ້ນາງທໍລະມານຢ່າງຂົມຂື່ນ, ນ້ຳຈະເຂົ້າໄປໃນຮ່າງກາຍຂອງນາງ, ທ້ອງຂອງນາງຈະບວມໄຂ່ ແລະ ຈະເກີດການຫລຸລູກ, ແລະ ນາງຈະກາຍມາເປັນຜູ້ທີ່ຖືກສາບແຊ່ງ. 28ເຖິງຢ່າງໃດກໍຕາມ, ຖ້າຍິງນັ້ນບໍ່ໄດ້ເຮັດໃຫ້ນາງເອງເປັນມົນທິນ, ແຕ່ນາງສະອາດຢູ່, ນາງກໍຈະຫລຸດພົ້ນຈາກຄວາມຜິດ ແລະ ສາມາດມີລູກໄດ້.
29“ ‘ນີ້ຄືກົດບັນຍັດກ່ຽວກັບຄວາມຫຶງຫວງ ເມື່ອແມ່ຍິງໄດ້ຫລົງຜິດ ແລະ ເຮັດໃຫ້ນາງເປັນມົນທິນໃນຂະນະທີ່ຍັງຢູ່ກິນກັບຜົວຂອງຕົນ, 30ຫລື ຜູ້ຊາຍເກີດຄວາມຮູ້ສຶກຫຶງຫວງເພາະລາວສົງໄສເມຍຂອງຕົນ. ປະໂລຫິດຈະນຳນາງມາຢືນຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະ ນຳໃຊ້ກົດບັນຍັດນີ້ທັງໝົດຕໍ່ນາງ. 31ຜູ້ເປັນຜົວຈະຫລຸດພົ້ນຈາກຄວາມຜິດ, ແຕ່ຜູ້ເປັນເມຍຈະຮັບຜິດຊອບຜົນຕາມມາຈາກບາບຂອງນາງ’ ”.
Currently Selected:
ຈົດບັນຊີ 5: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.