ຈົດບັນຊີ 16
16
ໂກຣາ, ດາທານ ແລະ ອາບີຣາມ
1ໂກຣາລູກຊາຍຂອງອີຊະຮາດ, ຜູ້ເປັນລູກຊາຍຂອງໂກຮາດ, ຜູ້ເປັນລູກຊາຍຂອງເລວີ ແລະ ສະມາຊິກຂອງເຜົ່າຣູເບັນຈຳນວນໜຶ່ງຄື: ດາທານກັບອາບີຣາມ, ລູກຊາຍຂອງເອລີອາບ, ແລະ ໂອນລູກຊາຍຂອງເປເລັດໄດ້ກາຍເປັນຜູ້ຈອງຫອງ#16:1 ຫລື ເປເລັດໄດ້ຮວບຮວມເອົາພັກພວກ 2ແລະ ລຸກຮື້ຂຶ້ນຕໍ່ຕ້ານໂມເຊ. ພວກເຂົາມີດ້ວຍກັນ 250 ຄົນທີ່ເປັນຊາຍຄົນອິດສະຣາເອນ, ເປັນຜູ້ນຳທີ່ມີຊື່ສຽງໃນຊຸມຊົນທີ່ເຄີຍໄດ້ຮັບການແຕ່ງຕັ້ງໃຫ້ເປັນສະມາຊິກສະພາ. 3ພວກເຂົາມາລວມກັນເປັນກຸ່ມເພື່ອຕໍ່ຕ້ານໂມເຊກັບອາໂຣນ ແລະ ກ່າວຕໍ່ພວກເພິ່ນວ່າ, “ພວກທ່ານເຮັດໂພດເກີນໄປແລ້ວ! ຊຸມຊົນທັງໝົດກໍເປັນຜູ້ບໍລິສຸດ, ພຣະເຈົ້າຢາເວກໍສະຖິດຢູ່ກັບພວກເຂົາທຸກຄົນ. ແລ້ວເປັນຫຍັງພວກທ່ານຈຶ່ງຕັ້ງພວກທ່ານເອງຂຶ້ນຢູ່ເໜືອຊຸມຊົນຂອງພຣະເຈົ້າຢາເວ?”
4ເມື່ອໂມເຊໄດ້ຍິນເຊັ່ນນີ້ແລ້ວ, ເພິ່ນກໍໝູບໜ້າລົງ. 5ແລ້ວເພິ່ນຈຶ່ງເວົ້າຕໍ່ໂກຣາ ແລະ ຜູ້ຕິດຕາມຂອງລາວວ່າ: “ມື້ອື່ນນີ້ພຣະເຈົ້າຢາເວຈະສະແດງໃຫ້ເຫັນວ່າຜູ້ໃດເປັນຄົນຂອງພຣະອົງ ແລະ ຜູ້ໃດເປັນຜູ້ບໍລິສຸດ, ແລະ ພຣະອົງຈະໃຫ້ຄົນນັ້ນເຂົ້າມາໃກ້ພຣະອົງ. ຜູ້ທີ່ພຣະອົງເລືອກ ພຣະອົງຈະເຮັດໃຫ້ເຂົ້າມາໃກ້ພຣະອົງ. 6ເຈົ້າ, ໂກຣາ, ແລະ ຜູ້ຕິດຕາມຂອງພວກເຈົ້າທັງໝົດຈົ່ງເຮັດຢ່າງນີ້: ຈົ່ງເອົາກະຖາງໄຟມາ 7ແລະ ມື້ອື່ນຈົ່ງໃສ່ຖ່ານໄຟທີ່ໄໝ້ຢູ່ ແລະ ເອົາເຄື່ອງຫອມໂຮຍລົງໃສ່ໃນຖ່ານໄຟນັ້ນຕໍ່ໜ້າພຣະເຈົ້າຢາເວ. ຜູ້ທີ່ພຣະເຈົ້າຢາເວເລືອກຈະເປັນຜູ້ບໍລິສຸດ. ພວກເຈົ້າຄົນເລວີເອີຍ ແມ່ນພວກເຈົ້ານັ້ນແຫລະທີ່ເຮັດເກີນໄປແລ້ວ!”
8ໂມເຊເວົ້າກັບໂກຣາເໝືອນກັນວ່າ, “ບັດນີ້ ຈົ່ງຟັງເທີນ, ເຈົ້າຄົນເລວີເອີຍ! 9ຍັງບໍ່ພໍສຳລັບເຈົ້າບໍທີ່ພຣະເຈົ້າແຫ່ງອິດສະຣາເອນໄດ້ແຍກເຈົ້າອອກຈາກຊຸມຊົນອິດສະຣາເອນທີ່ເຫລືອ ແລະ ນຳເຈົ້າເຂົ້າມາໃກ້ພຣະອົງເພື່ອມາປະຕິບັດໜ້າທີ່ໃນຫໍເຕັນຂອງພຣະເຈົ້າຢາເວ ແລະ ເພື່ອຢືນຢູ່ຕໍ່ໜ້າຊຸມຊົນ ແລະ ຮັບໃຊ້ພວກເຂົາ? 10ພຣະອົງໄດ້ນຳເອົາເຈົ້າ ແລະ ພີ່ນ້ອງຄົນເລວີເຂົ້າມາໃກ້ພຣະອົງ ແຕ່ຂະນະນີ້ພວກເຈົ້າກຳລັງພະຍາຍາມຢາກໄດ້ຕຳແໜ່ງປະໂລຫິດດ້ວຍ. 11ສິ່ງນີ້ເປັນການຕໍ່ສູ້ພຣະເຈົ້າຢາເວທີ່ເຈົ້າ ແລະ ພວກຜູ້ຕິດຕາມຂອງພວກເຈົ້າໄດ້ລວມຕົວກັນອາໂຣນເປັນຜູ້ໃດທີ່ພວກເຈົ້າຈະຕ້ອງຈົ່ມຕໍ່ຕ້ານລາວ?”
12ແລ້ວໂມເຊຈຶ່ງເອີ້ນດາທານ ແລະ ອາບີຣາມ, ລູກຊາຍຂອງເອລີອາບມາພົບ. ແຕ່ພວກເຂົາເວົ້າວ່າ, “ພວກເຮົາຈະບໍ່ໄປ! 13ທ່ານໄດ້ພາພວກເຮົາອອກມາຈາກດິນແດນອັນອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງເພື່ອຂ້າພວກເຮົາໃນຖິ່ນແຫ້ງແລ້ງກັນດານນີ້ຍັງບໍ່ພໍບໍ? ແລະ ຂະນະນີ້ທ່ານຍັງຢາກເປັນເຈົ້ານາຍເໜືອພວກເຮົາອີກບໍ? 14ຍິ່ງໄປກວ່ານັ້ນ, ທ່ານກໍບໍ່ໄດ້ນຳເອົາພວກເຮົາເຂົ້າສູ່ດິນແດນອັນອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ ຫລື ຍົກໄຮ່ນາ ແລະ ສວນອະງຸ່ນໃຫ້ເປັນມໍລະດົກແກ່ພວກເຮົາ. ທ່ານຕ້ອງການຈະປະຕິບັດຕໍ່ຄົນເຫລົ່ານີ້ເໝືອນດັ່ງຂ້າທາດຊັ້ນບໍ?#16:14 ຫລື ຫລອກລວງຄົນເຫລົ່ານີ້; ພາສາເຮັບເຣີວ່າ ທ່ານຈະຕົບຕາຄົນເຫລົ່ານີ້ ບໍ່ດອກ, ພວກເຮົາຈະບໍ່ໄປ!”
15ແລ້ວໂມເຊກໍເກີດຄວາມໃຈຮ້າຍຫລາຍ ແລະ ກ່າວຕໍ່ພຣະເຈົ້າຢາເວວ່າ, “ຂໍຢ່າຮັບເອົາເຄື່ອງຖວາຍບູຊາຂອງພວກເຂົາເລີຍ. ຂ້ານ້ອຍບໍ່ເຄີຍແມ່ນແຕ່ເອົາລໍໂຕໜຶ່ງຈາກພວກເຂົາ, ແລະ ບໍ່ເຄີຍເຮັດສິ່ງໃດຜິດຕໍ່ພວກເຂົາ”.
16ໂມເຊກ່າວຕໍ່ໂກຣາວ່າ, “ມື້ອື່ນເຈົ້າກັບພວກຜູ້ຕິດຕາມພວກເຈົ້າຈົ່ງເຂົ້າມາປາກົດໂຕຕໍ່ໜ້າພຣະເຈົ້າຢາເວ ທັງເຈົ້າ ແລະ ອາໂຣນດ້ວຍ. 17ແຕ່ລະຄົນຈົ່ງເອົາກະຖາງໄຟໃສ່ເຄື່ອງຫອມມາຄົນລະໜຶ່ງກະຖາງ, ລວມທັງໝົດ 250 ກະຖາງ ແລະ ນຳກະຖາງນັ້ນມາຕໍ່ໜ້າພຣະເຈົ້າຢາເວ. ເຈົ້າກັບອາໂຣນກໍຈະຕ້ອງນະກະຖາງໄຟນັ້ນມາດ້ວຍ”. 18ດັ່ງນັ້ນ ແຕ່ລະຄົນຈຶ່ງນຳກະຖາງໄຟຂອງຕົນມາ, ຈຸດໄຟໃສ່ເຄື່ອງຫອມ ແລະ ຢືນຢູ່ກັບໂມເຊ ແລະ ອາໂຣນທີ່ທາງເຂົ້າສູ່ເຕັນນັດພົບ. 19ເມື່ອໂກຣາຮວບຮວມຜູ້ຕິດຕາມທັງໝົດຂອງລາວທີ່ຕໍ່ຕ້ານພວກເພິ່ນມາທີ່ທາງເຂົ້າເຕັນນັດພົບແລ້ວ, ສະຫງ່າລາສີຂອງພຣະເຈົ້າຢາເວກໍໄດ້ປາກົດຕໍ່ຊຸມຊົນທັງໝົດ. 20ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ, 21“ຈົ່ງແຍກພວກເຈົ້າເອງອອກຈາກຊຸມຊົນນີ້ ເພື່ອວ່າເຮົາຈະໄດ້ທຳລາຍພວກເຂົາໃນຊົ່ວພິບຕານີ້ເລີຍ”.
22ແຕ່ໂມເຊ ແລະ ອາໂຣນໝູບໜ້າລົງ ແລະ ຮ້ອງອອກວ່າ, “ຂ້າແດ່ພຣະພຣະເຈົ້າຜູ້ໃຫ້ລົມຫາຍໃຈແກ່ທຸກສິ່ງທີ່ມີຊີວິດ, ພຣະອົງຈະໂກດຮ້າຍໃຫ້ຊຸມຊົນທັງໝົດເມື່ອພຽງຄົນດຽວເຮັດບາບບໍ?”
23ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 24“ຈົ່ງບອກຊຸມຊົນວ່າ, ‘ຈົ່ງຖອຍຫ່າງອອກຈາກເຕັນຂອງໂກຣາ, ດາທານ ແລະ ອາບີຣາມ’ ”.
25ໂມເຊຈຶ່ງລຸກຂຶ້ນ ແລະ ໄປຫາດາທານກັບອາບີຣາມ, ແລະ ພວກຜູ້ອາວຸໂສຂອງອິດສະຣາເອນກໍຕິດຕາມເພິ່ນໄປ. 26ເພິ່ນໄດ້ເຕືອນຊຸມຊົນວ່າ, “ຈົ່ງຖອຍຫ່າງອອກຈາກເຕັນຂອງຄົນຊົ່ວຮ້າຍພວກນີ້! ຢ່າແຕະຕ້ອງສິ່ງຂອງໃດໆທີ່ເປັນຂອງພວກເຂົາ, ບໍ່ດັ່ງນັ້ນພວກເຈົ້າຈະຖືກກວາດລ້າງໄປເພາະຄວາມບາບທັງໝົດຂອງພວກເຂົາ”. 27ດັ່ງນັ້ນພວກເຂົາຈຶ່ງຍ້າຍອອກຈາກເຕັນຂອງໂກຣາ, ດາທານ ແລະ ອາບີຣາມ. ດາທານກັບອາບີຣາມໄດ້ອອກມາ ແລະ ຢືນຢູ່ກັບເມຍ, ລູກ ແລະ ລູກນ້ອຍຂອງພວກເຂົາທີ່ທາງເຂົ້າເຕັນຂອງພວກເຂົາ.
28ແລ້ວໂມເຊກ່າວວ່າ, “ໂດຍວິທີນີ້ພວກເຈົ້າຈະໄດ້ຮູ້ຈັກວ່າ ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າໃຫ້ເຮັດສິ່ງທັງໝົດເຫລົ່ານີ້ ແລະ ບໍ່ແມ່ນຄວາມຄິດຂອງຂ້າພະເຈົ້າເອງ: 29ຖ້າຄົນເຫລົ່ານີ້ຕາຍໄປຕາມທຳມະຊາດຂອງຄວາມຕາຍ ແລະ ທົນທຸກຕາມຊະຕາກຳຂອງມະນຸດ, ແລ້ວພຣະເຈົ້າຢາເວກໍບໍ່ໄດ້ໃຊ້ຂ້າພະເຈົ້າມາດອກ. 30ແຕ່ຖ້າພຣະເຈົ້າຢາເວນຳເອົາບາງສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ແຜ່ນດິນໂລກເປີດປາກອອກ ແລະ ກືນເອົາຄົນເຫລົ່ານັ້ນ, ພ້ອມທັງທຸກສິ່ງທີ່ເປັນຂອງພວກເຂົາ, ແລະ ພວກເຂົາກໍລົງໄປສູ່ແດນແຫ່ງຄວາມຕາຍທັງເປັນ, ແລ້ວພວກເຈົ້າຈະຮູ້ຈັກວ່າຄົນເຫລົ່ານີ້ໄດ້ປະຕິບັດຕໍ່ພຣະເຈົ້າດ້ວຍການດູຖູກ”.
31ທັນທີທີ່ໂມເຊເວົ້າສິ່ງທັງໝົດນີ້ຈົບ, ພື້ນດິນທີ່ຢູ່ລຸ່ມພວກເຂົາຢືນຢູ່ກໍແຍກອອກຈາກກັນ 32ແລະ ແຜ່ນດິນໂລກກໍເປີດປາກອອກ ແລະ ໄດ້ກືນເອົາພວກເຂົາພ້ອມທັງຄົວເຮືອນຂອງພວກເຂົາ ແລະ ຜູ້ທີ່ເຂົ້າຮ່ວມກັບໂກຣາ, ພ້ອມກັບຊັບສົມບັດຕ່າງໆຂອງພວກເຂົາ. 33ພວກເຂົາລົງໄປສູ່ອານາຈັກຂອງຄວາມຕາຍທັງເປັນ, ພ້ອມກັບທຸກສິ່ງທີ່ພວກເຂົາເປັນເຈົ້າຂອງ; ແລ້ວແຜ່ນດິນໂລກກໍປິດເໜືອພວກເຂົາ, ແລ້ວພວກເຂົາກໍຈິບຫາຍ ແລະ ຫາຍໄປຈາກຊຸມຊົນ. 34ໃນເວລາທີ່ພວກເຂົາຮ້ອງໄຫ້ຢູ່ນັ້ນ, ຄົນອິດສະຣາເອນທັງໝົດທີ່ຢູ່ອ້ອມຮອບພວກເຂົາພາກັນປົບໜີ, ໂດຍຮ້ອງຂຶ້ນວ່າ, “ແຜ່ນດິນໂລກກຳລັງຈະກືນກິນພວກເຮົາດ້ວຍ!”
35ແລ້ວໄຟກໍອອກມາຈາກພຣະເຈົ້າຢາເວ ແລະ ເຜົາຜານ 250 ຄົນທີ່ກຳລັງຖວາຍເຄື່ອງຫອມຢູ່.
36ພຣະເຈົ້າຢາເວກ່າວກັບໂມເຊວ່າ, 37“ຈົ່ງບອກປະໂລຫິດເອເລອາຊາລູກຊາຍຂອງອາໂຣນໃຫ້ເອົາກະຖາງໄຟອອກຈາກກອງໄຟທີ່ຍັງຄ້າງຢູ່ ແລະ ເຂ່ຍຖ່ານຖິ້ມໃຫ້ຫ່າງອອກໄປ, ເພາະກະຖາງໄຟນັ້ນບໍລິສຸດ 38ໃຫ້ນຳເອົາກະຖາງໄຟຂອງຄົນເຫລົ່ານັ້ນທີ່ຕາຍໄປເພາະເຮັດບາບມາຕີເປັນແຜ່ນເພື່ອປົກຄຸມແທ່ນບູຊາ, ດ້ວຍວ່າກະຖາງໄຟເຫລົ່ານັ້ນບໍລິສຸດເພາະໄດ້ຖວາຍຕໍ່ໜ້າພຣະເຈົ້າຢາເວແລ້ວ. ແຜ່ນໂລຫະປິດແທ່ນບູຊານີ້ຈະເປັນສິ່ງເຕືອນໃຈຊາວອິດສະຣາເອນ”.
39ດັ່ງນັ້ນ ປະໂລຫິດເອເລອາຊາຈຶ່ງຮວບຮວມເອົາທອງສຳລິດທີ່ໄດ້ຈາກກະຖາງໄຟຂອງຄົນທີ່ຖືກເຜົາໄໝ້ເຖິງແກ່ຄວາມຕາຍ, ແລະ ເພິ່ນໄດ້ເອົາສິ່ງເຫລົ່ານັ້ນມາຕີເປັນແຜ່ນເພື່ອປົກຄຸມແທ່ນບູຊາ, 40ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນຜ່ານທາງໂມເຊ. ເພື່ອເປັນສິ່ງເຕືອນໃຈຊາວອິດສະຣາເອນວ່າຄົນນອກບໍ່ມີສິດເຂົ້າມາເຜົາເຄື່ອງຫອມຕໍ່ໜ້າພຣະເຈົ້າຢາເວນອກຈາກເຊື້ອສາຍຂອງອາໂຣນ, ຫລື ບໍ່ດັ່ງນັ້ນເພິ່ນຈະກາຍເປັນເໝືອນໂກຣາ ແລະ ບັນດາຜູ້ທີ່ຕິດຕາມລາວ.
41ມື້ຕໍ່ມາຊຸມຊົນອິດສະຣາເອນທັງໝົດພາກັນຈົ່ມຕໍ່ຕ້ານໂມເຊ ແລະ ອາໂຣນ. ພວກເຂົາກ່າວວ່າ, “ພວກທ່ານໄດ້ຂ້າປະຊາຊົນຂອງພຣະເຈົ້າຢາເວ”.
42ແຕ່ເມື່ອຊຸມຊົນໄດ້ລວມຕົວກັນຕໍ່ຕ້ານໂມເຊກັບອາໂຣນ ແລະ ຫັນໄປເບິ່ງເຕັນນັດພົບ, ທັນໃດນັ້ນເມກກໍມາປົກຄຸມເຕັນນັ້ນ ແລະ ສະຫງ່າລາສີຂອງພຣະເຈົ້າກໍໄດ້ປາກົດຂຶ້ນ. 43ແລ້ວໂມເຊກັບອາໂຣນກໍໄປຢືນຕໍ່ໜ້າເຕັນນັດພົບ, 44ແລະ ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 45“ຈົ່ງອອກໄປຈາກຊຸມຊົນນີ້ ເພື່ອວ່າເຮົາຈະໄດ້ທຳລາຍພວກເຂົາທັນທີໂລດ”. ແລ້ວໂມເຊກັບອາໂຣນໝູບໜ້າລົງ.
46ແລ້ວໂມເຊກໍເວົ້າກັບອາໂຣນວ່າ, “ຈົ່ງເອົາກະຖາງໄຟໃສ່ເຄື່ອງຫອມ ພ້ອມກັບຖ່ານໄຟທີ່ລຸກໄໝ້ຢູ່ຈາກແທ່ນບູຊາ, ແລ້ວຟ້າວຍົກໄປທີ່ປະຊາຊົນ ລຶບລ້າງບາບໃຫ້ພວກເຂົາ. ຄວາມໂກດຮ້າຍໄດ້ອອກມາຈາກພຣະເຈົ້າຢາເວແລ້ວ; ໂລກລະບາດໄດ້ເກີດຂຶ້ນແລ້ວ”. 47ດັ່ງນັ້ນ ອາໂຣນຈຶ່ງເຮັດຕາມທີ່ໂມເຊບອກ, ແລະ ແລ່ນເຂົ້າໄປໃນຫວ່າງກາງຂອງຊຸມຊົນ. ໄພພິບັດໄດ້ເລີ່ມຂຶ້ນທ່າມກາງປະຊາຊົນ, ແຕ່ອາໂຣນໄດ້ຖວາຍເຄື່ອງຫອມ ແລະ ເຮັດພິທີລຶບລ້າງບາບສຳລັບພວກເຂົາ. 48ລາວຢືນຢູ່ລະຫວ່າງຄົນເປັນ ແລະ ຄົນຕາຍ, ແລ້ວໂລກລະບາດກໍຢຸດຕິລົງ. 49ແຕ່ມີຄົນຕາຍໄປແລ້ວເພາະໂລກລະບາດຈຳນວນ 14.700 ຄົນ, ບໍ່ລວມຄົນທີ່ໄດ້ຕາຍໄປພ້ອມກັບໂກຣາ. 50ແລ້ວອາໂຣນຈຶ່ງກັບມາຫາໂມເຊທີ່ທາງເຂົ້າເຕັນນັດພົບ, ເພາະໂລກລະບາດໄດ້ຢຸດລະບາດແລ້ວ.#16:50 ເນື້ອໃນຂອງພາສາເຮັບເຣີ 16:36-50 ແມ່ນ ໄດ້ຈບຊ17:1-15.
Currently Selected:
ຈົດບັນຊີ 16: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: