YouVersion Logo
Search Icon

ຈົດບັນຊີ 16

16
ໂກຣາ, ດາທານ ແລະ ອາບີຣາມ
1ໂກຣາ​ລູກຊາຍ​ຂອງ​ອີຊະຮາດ, ຜູ້​ເປັນ​ລູກຊາຍ​ຂອງ​ໂກຮາດ, ຜູ້​ເປັນ​ລູກຊາຍ​ຂອງ​ເລວີ ແລະ ສະມາຊິກ​ຂອງ​ເຜົ່າ​ຣູເບັນ​ຈຳນວນ​ໜຶ່ງ​ຄື: ດາທານ​ກັບ​ອາບີຣາມ, ລູກຊາຍ​ຂອງ​ເອລີອາບ, ແລະ ໂອນ​ລູກຊາຍ​ຂອງ​ເປເລັດ​ໄດ້​ກາຍ​ເປັນ​ຜູ້​ຈອງຫອງ#16:1 ຫລື ເປເລັດ​ໄດ້​ຮວບຮວມ​ເອົາ​ພັກພວກ 2ແລະ ລຸກຮື້​ຂຶ້ນ​ຕໍ່ຕ້ານ​ໂມເຊ. ພວກເຂົາ​ມີ​ດ້ວຍກັນ 250 ຄົນ​ທີ່​ເປັນ​ຊາຍ​ຄົນ​ອິດສະຣາເອນ, ເປັນ​ຜູ້ນຳ​ທີ່​ມີ​ຊື່ສຽງ​ໃນ​ຊຸມຊົນ​ທີ່​ເຄີຍ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ສະມາຊິກ​ສະພາ. 3ພວກເຂົາ​ມາ​ລວມກັນ​ເປັນ​ກຸ່ມ​ເພື່ອ​ຕໍ່ຕ້ານ​ໂມເຊ​ກັບ​ອາໂຣນ ແລະ ກ່າວ​ຕໍ່​ພວກເພິ່ນ​ວ່າ, “ພວກທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວ! ຊຸມຊົນ​ທັງໝົດ​ກໍ​ເປັນ​ຜູ້​ບໍລິສຸດ, ພຣະເຈົ້າ​ຢາເວ​ກໍ​ສະຖິດ​ຢູ່​ກັບ​ພວກເຂົາ​ທຸກ​ຄົນ. ແລ້ວ​ເປັນຫຍັງ​ພວກທ່ານ​ຈຶ່ງ​ຕັ້ງ​ພວກທ່ານເອງ​ຂຶ້ນ​ຢູ່​ເໜືອ​ຊຸມຊົນ​ຂອງ​ພຣະເຈົ້າ​ຢາເວ?”
4ເມື່ອ​ໂມເຊ​ໄດ້​ຍິນ​ເຊັ່ນ​ນີ້​ແລ້ວ, ເພິ່ນ​ກໍ​ໝູບໜ້າ​ລົງ. 5ແລ້ວ​ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ໂກຣາ ແລະ ຜູ້ຕິດຕາມ​ຂອງ​ລາວ​ວ່າ: “ມື້ອື່ນ​ນີ້​ພຣະເຈົ້າ​ຢາເວ​ຈະ​ສະແດງ​ໃຫ້​ເຫັນ​ວ່າ​ຜູ້ໃດ​ເປັນ​ຄົນ​ຂອງ​ພຣະອົງ ແລະ ຜູ້ໃດ​ເປັນ​ຜູ້​ບໍລິສຸດ, ແລະ ພຣະອົງ​ຈະ​ໃຫ້​ຄົນ​ນັ້ນ​ເຂົ້າ​ມາ​ໃກ້​ພຣະອົງ. ຜູ້​ທີ່​ພຣະອົງ​ເລືອກ ພຣະອົງ​ຈະ​ເຮັດ​ໃຫ້​ເຂົ້າມາ​ໃກ້​ພຣະອົງ. 6ເຈົ້າ, ໂກຣາ, ແລະ ຜູ້​ຕິດຕາມ​ຂອງ​ພວກເຈົ້າ​ທັງໝົດ​ຈົ່ງ​ເຮັດ​ຢ່າງ​ນີ້: ຈົ່ງ​ເອົາ​ກະຖາງ​ໄຟ​ມາ 7ແລະ ມື້ອື່ນ​ຈົ່ງ​ໃສ່​ຖ່ານໄຟ​ທີ່​ໄໝ້ຢູ່ ແລະ ເອົາ​ເຄື່ອງຫອມ​ໂຮຍ​ລົງ​ໃສ່​ໃນ​ຖ່ານໄຟ​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ຜູ້​ທີ່​ພຣະເຈົ້າ​ຢາເວ​ເລືອກ​ຈະ​ເປັນ​ຜູ້​ບໍລິສຸດ. ພວກເຈົ້າ​ຄົນ​ເລວີ​ເອີຍ ແມ່ນ​ພວກເຈົ້າ​ນັ້ນ​ແຫລະ​ທີ່​ເຮັດ​ເກີນ​ໄປ​ແລ້ວ!”
8ໂມເຊ​ເວົ້າ​ກັບ​ໂກຣາ​ເໝືອນກັນ​ວ່າ, “ບັດນີ້ ຈົ່ງ​ຟັງ​ເທີນ, ເຈົ້າ​ຄົນ​ເລວີ​ເອີຍ! 9ຍັງ​ບໍ່​ພໍ​ສຳລັບ​ເຈົ້າ​ບໍ​ທີ່​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ໄດ້​ແຍກ​ເຈົ້າ​ອອກ​ຈາກ​ຊຸມຊົນ​ອິດສະຣາເອນ​ທີ່​ເຫລືອ ແລະ ນຳ​ເຈົ້າ​ເຂົ້າ​ມາ​ໃກ້​ພຣະອົງ​ເພື່ອ​ມາ​ປະຕິບັດ​ໜ້າທີ່​ໃນ​ຫໍເຕັນ​ຂອງ​ພຣະເຈົ້າ​ຢາເວ ແລະ ເພື່ອ​ຢືນຢູ່​ຕໍ່ໜ້າ​ຊຸມຊົນ ແລະ ຮັບໃຊ້​ພວກເຂົາ? 10ພຣະອົງ​ໄດ້​ນຳເອົາ​ເຈົ້າ ແລະ ພີ່ນ້ອງ​ຄົນ​ເລວີ​ເຂົ້າ​ມາ​ໃກ້​ພຣະອົງ ແຕ່​ຂະນະນີ້​ພວກເຈົ້າ​ກຳລັງ​ພະຍາຍາມ​ຢາກ​ໄດ້​ຕຳແໜ່ງ​ປະໂລຫິດ​ດ້ວຍ. 11ສິ່ງ​ນີ້​ເປັນ​ການ​ຕໍ່ສູ້​ພຣະເຈົ້າຢາເວ​ທີ່​ເຈົ້າ ແລະ ພວກຜູ້ຕິດຕາມ​ຂອງ​ພວກເຈົ້າ​ໄດ້​ລວມ​ຕົວ​ກັນ​ອາໂຣນ​ເປັນ​ຜູ້ໃດ​ທີ່​ພວກເຈົ້າ​ຈະ​ຕ້ອງ​ຈົ່ມ​ຕໍ່ຕ້ານ​ລາວ?”
12ແລ້ວ​ໂມເຊ​ຈຶ່ງ​ເອີ້ນ​ດາທານ ແລະ ອາບີຣາມ, ລູກຊາຍ​ຂອງ​ເອລີອາບ​ມາພົບ. ແຕ່​ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຈະ​ບໍ່​ໄປ! 13ທ່ານ​ໄດ້​ພາ​ພວກເຮົາ​ອອກ​ມາ​ຈາກ​ດິນແດນ​ອັນ​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ​ເພື່ອ​ຂ້າ​ພວກເຮົາ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້​ຍັງ​ບໍ່​ພໍ​ບໍ? ແລະ ຂະນະນີ້​ທ່ານ​ຍັງ​ຢາກ​ເປັນ​ເຈົ້ານາຍ​ເໜືອ​ພວກເຮົາ​ອີກ​ບໍ? 14ຍິ່ງໄປກວ່ານັ້ນ, ທ່ານ​ກໍ​ບໍ່​ໄດ້​ນຳເອົາ​ພວກເຮົາ​ເຂົ້າ​ສູ່​ດິນແດນ​ອັນ​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ ຫລື ຍົກ​ໄຮ່​ນາ ແລະ ສວນອະງຸ່ນ​ໃຫ້​ເປັນ​ມໍລະດົກ​ແກ່​ພວກເຮົາ. ທ່ານ​ຕ້ອງການ​ຈະ​ປະຕິບັດ​ຕໍ່​ຄົນ​ເຫລົ່ານີ້​ເໝືອນດັ່ງ​ຂ້າທາດ​ຊັ້ນ​ບໍ?#16:14 ຫລື ຫລອກລວງ​ຄົນ​ເຫລົ່ານີ້; ພາສາ​ເຮັບເຣີ​ວ່າ ທ່ານ​ຈະ​ຕົບ​ຕາ​ຄົນ​ເຫລົ່ານີ້ ບໍ່​ດອກ, ພວກເຮົາ​ຈະ​ບໍ່​ໄປ!”
15ແລ້ວ​ໂມເຊ​ກໍ​ເກີດ​ຄວາມ​ໃຈຮ້າຍ​ຫລາຍ ແລະ ກ່າວ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ຂໍ​ຢ່າ​ຮັບເອົາ​ເຄື່ອງຖວາຍບູຊາ​ຂອງ​ພວກເຂົາ​ເລີຍ. ຂ້ານ້ອຍ​ບໍ່​ເຄີຍ​ແມ່ນແຕ່​ເອົາ​ລໍ​ໂຕ​ໜຶ່ງ​ຈາກ​ພວກເຂົາ, ແລະ ບໍ່​ເຄີຍ​ເຮັດ​ສິ່ງ​ໃດ​ຜິດ​ຕໍ່​ພວກເຂົາ”.
16ໂມເຊ​ກ່າວ​ຕໍ່​ໂກຣາ​ວ່າ, “ມື້ອື່ນ​ເຈົ້າ​ກັບ​ພວກຜູ້ຕິດຕາມ​ພວກເຈົ້າ​ຈົ່ງ​ເຂົ້າ​ມາ​ປາກົດ​ໂຕ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ທັງ​ເຈົ້າ ແລະ ອາໂຣນ​ດ້ວຍ. 17ແຕ່ລະຄົນ​ຈົ່ງ​ເອົາ​ກະຖາງ​ໄຟ​ໃສ່​ເຄື່ອງຫອມ​ມາ​ຄົນ​ລະ​ໜຶ່ງ​ກະຖາງ, ລວມ​ທັງໝົດ 250 ກະຖາງ ແລະ ນຳ​ກະຖາງ​ນັ້ນ​ມາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ເຈົ້າ​ກັບ​ອາໂຣນ​ກໍ​ຈະ​ຕ້ອງ​ນະ​ກະຖາງ​ໄຟ​ນັ້ນ​ມາ​ດ້ວຍ”. 18ດັ່ງນັ້ນ ແຕ່ລະຄົນ​ຈຶ່ງ​ນຳ​ກະຖາງ​ໄຟ​ຂອງ​ຕົນ​ມາ, ຈຸດ​ໄຟ​ໃສ່​ເຄື່ອງຫອມ ແລະ ຢືນ​ຢູ່​ກັບ​ໂມເຊ ແລະ ອາໂຣນ​ທີ່​ທາງ​ເຂົ້າ​ສູ່​ເຕັນນັດພົບ. 19ເມື່ອ​ໂກຣາ​ຮວບຮວມ​ຜູ້ຕິດຕາມ​ທັງໝົດ​ຂອງ​ລາວ​ທີ່​ຕໍ່ຕ້ານ​ພວກເພິ່ນ​ມາ​ທີ່​ທາງເຂົ້າ​ເຕັນນັດພົບ​ແລ້ວ, ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ໄດ້​ປາກົດ​ຕໍ່​ຊຸມຊົນ​ທັງໝົດ. 20ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ວ່າ, 21“ຈົ່ງ​ແຍກ​ພວກເຈົ້າເອງ​ອອກຈາກ​ຊຸມຊົນ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ທຳລາຍ​ພວກເຂົາ​ໃນ​ຊົ່ວພິບຕາ​ນີ້​ເລີຍ”.
22ແຕ່​ໂມເຊ ແລະ ອາໂຣນ​ໝູບໜ້າ​ລົງ ແລະ ຮ້ອງ​ອອກ​ວ່າ, “ຂ້າ​ແດ່​ພຣະ​ພຣະເຈົ້າ​ຜູ້​ໃຫ້​ລົມຫາຍໃຈ​ແກ່​ທຸກສິ່ງ​ທີ່​ມີຊີວິດ, ພຣະອົງ​ຈະ​ໂກດ​ຮ້າຍ​ໃຫ້​ຊຸມຊົນ​ທັງໝົດ​ເມື່ອ​ພຽງ​ຄົນ​ດຽວ​ເຮັດ​ບາບ​ບໍ?”
23ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 24“ຈົ່ງ​ບອກ​ຊຸມຊົນ​ວ່າ, ‘ຈົ່ງ​ຖອຍຫ່າງ​ອອກ​ຈາກ​ເຕັນ​ຂອງ​ໂກຣາ, ດາທານ ແລະ ອາບີຣາມ’ ”.
25ໂມເຊ​ຈຶ່ງ​ລຸກ​ຂຶ້ນ ແລະ ໄປ​ຫາ​ດາທານ​ກັບ​ອາບີຣາມ, ແລະ ພວກ​ຜູ້ອາວຸໂສ​ຂອງ​ອິດສະຣາເອນ​ກໍ​ຕິດຕາມ​ເພິ່ນ​ໄປ. 26ເພິ່ນ​ໄດ້​ເຕືອນ​ຊຸມຊົນ​ວ່າ, “ຈົ່ງ​ຖອຍ​ຫ່າງ​ອອກ​ຈາກ​ເຕັນ​ຂອງ​ຄົນຊົ່ວຮ້າຍ​ພວກ​ນີ້! ຢ່າ​ແຕະຕ້ອງ​ສິ່ງ​ຂອງ​ໃດໆ​ທີ່​ເປັນ​ຂອງ​ພວກເຂົາ, ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ກວາດລ້າງ​ໄປ​ເພາະ​ຄວາມບາບ​ທັງໝົດ​ຂອງ​ພວກເຂົາ”. 27ດັ່ງນັ້ນ​ພວກເຂົາ​ຈຶ່ງ​ຍ້າຍ​ອອກ​ຈາກ​ເຕັນ​ຂອງ​ໂກຣາ, ດາທານ ແລະ ອາບີຣາມ. ດາທານ​ກັບ​ອາບີຣາມ​ໄດ້​ອອກ​ມາ ແລະ ຢືນ​ຢູ່​ກັບ​ເມຍ, ລູກ ແລະ ລູກນ້ອຍ​ຂອງ​ພວກເຂົາ​ທີ່​ທາງເຂົ້າ​ເຕັນ​ຂອງ​ພວກເຂົາ.
28ແລ້ວ​ໂມເຊ​ກ່າວ​ວ່າ, “ໂດຍ​ວິທີ​ນີ້​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ​ວ່າ ພຣະເຈົ້າ​ຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ໃຫ້​ເຮັດ​ສິ່ງ​ທັງໝົດ​ເຫລົ່ານີ້ ແລະ ບໍ່​ແມ່ນ​ຄວາມຄິດ​ຂອງ​ຂ້າ​ພະເຈົ້າເອງ: 29ຖ້າ​ຄົນ​ເຫລົ່ານີ້​ຕາຍ​ໄປ​ຕາມ​ທຳມະຊາດ​ຂອງ​ຄວາມຕາຍ ແລະ ທົນທຸກ​ຕາມ​ຊະຕາກຳ​ຂອງ​ມະນຸດ, ແລ້ວ​ພຣະເຈົ້າ​ຢາເວ​ກໍ​ບໍ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ດອກ. 30ແຕ່​ຖ້າ​ພຣະເຈົ້າ​ຢາເວ​ນຳເອົາ​ບາງ​ສິ່ງ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ແລະ ແຜ່ນດິນ​ໂລກ​ເປີດ​ປາກ​ອອກ ແລະ ກືນ​ເອົາ​ຄົນ​ເຫລົ່ານັ້ນ, ພ້ອມ​ທັງ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເຂົາ, ແລະ ພວກເຂົາ​ກໍ​ລົງ​ໄປ​ສູ່​ແດນ​ແຫ່ງ​ຄວາມຕາຍ​ທັງ​ເປັນ, ແລ້ວ​ພວກເຈົ້າ​ຈະ​ຮູ້ຈັກ​ວ່າ​ຄົນ​ເຫລົ່ານີ້​ໄດ້​ປະຕິບັດ​ຕໍ່​ພຣະເຈົ້າ​ດ້ວຍ​ການ​ດູຖູກ”.
31ທັນທີ​ທີ່​ໂມເຊ​ເວົ້າ​ສິ່ງ​ທັງໝົດ​ນີ້​ຈົບ, ພື້ນດິນ​ທີ່​ຢູ່​ລຸ່ມ​ພວກເຂົາ​ຢືນ​ຢູ່​ກໍ​ແຍກ​ອອກ​ຈາກ​ກັນ 32ແລະ ແຜ່ນດິນໂລກ​ກໍ​ເປີດ​ປາກ​ອອກ ແລະ ໄດ້​ກືນ​ເອົາ​ພວກເຂົາ​ພ້ອມ​ທັງ​ຄົວ​ເຮືອນ​ຂອງ​ພວກເຂົາ ແລະ ຜູ້​ທີ່​ເຂົ້າ​ຮ່ວມ​ກັບ​ໂກຣາ, ພ້ອມ​ກັບ​ຊັບສົມບັດ​ຕ່າງໆ​ຂອງ​ພວກເຂົາ. 33ພວກເຂົາ​ລົງ​ໄປ​ສູ່​ອານາຈັກ​ຂອງ​ຄວາມຕາຍ​ທັງເປັນ, ພ້ອມ​ກັບ​ທຸກສິ່ງ​ທີ່​ພວກເຂົາ​ເປັນ​ເຈົ້າຂອງ; ແລ້ວ​ແຜ່ນດິນໂລກ​ກໍ​ປິດ​ເໜືອ​ພວກເຂົາ, ແລ້ວ​ພວກເຂົາ​ກໍ​ຈິບຫາຍ ແລະ ຫາຍ​ໄປ​ຈາກ​ຊຸມຊົນ. 34ໃນ​ເວລາ​ທີ່​ພວກເຂົາ​ຮ້ອງໄຫ້​ຢູ່​ນັ້ນ, ຄົນ​ອິດສະຣາເອນ​ທັງໝົດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ​ພາກັນ​ປົບໜີ, ໂດຍ​ຮ້ອງ​ຂຶ້ນ​ວ່າ, “ແຜ່ນດິນໂລກ​ກຳລັງ​ຈະ​ກືນກິນ​ພວກເຮົາ​ດ້ວຍ!”
35ແລ້ວ​ໄຟ​ກໍ​ອອກມາ​ຈາກ​ພຣະເຈົ້າ​ຢາເວ ແລະ ເຜົາ​ຜານ 250 ຄົນ​ທີ່​ກຳລັງ​ຖວາຍ​ເຄື່ອງຫອມ​ຢູ່.
36ພຣະເຈົ້າ​ຢາເວ​ກ່າວ​ກັບ​ໂມເຊ​ວ່າ, 37“ຈົ່ງ​ບອກ​ປະໂລຫິດ​ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ​ໃຫ້​ເອົາ​ກະຖາງ​ໄຟ​ອອກ​ຈາກ​ກອງ​ໄຟ​ທີ່​ຍັງ​ຄ້າງ​ຢູ່ ແລະ ເຂ່ຍ​ຖ່ານ​ຖິ້ມ​ໃຫ້​ຫ່າງ​ອອກ​ໄປ, ເພາະ​ກະຖາງ​ໄຟ​ນັ້ນ​ບໍລິສຸດ 38ໃຫ້​ນຳ​ເອົາ​ກະຖາງໄຟ​ຂອງ​ຄົນ​ເຫລົ່ານັ້ນ​ທີ່​ຕາຍ​ໄປ​ເພາະ​ເຮັດ​ບາບ​ມາ​ຕີ​ເປັນ​ແຜ່ນ​ເພື່ອ​ປົກຄຸມ​ແທ່ນບູຊາ, ດ້ວຍວ່າ​ກະຖາງ​ໄຟ​ເຫລົ່ານັ້ນ​ບໍລິສຸດ​ເພາະ​ໄດ້​ຖວາຍ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ແລ້ວ. ແຜ່ນ​ໂລຫະ​ປິດ​ແທ່ນ​ບູຊາ​ນີ້​ຈະ​ເປັນ​ສິ່ງ​ເຕືອນໃຈ​ຊາວ​ອິດສະຣາເອນ”.
39ດັ່ງນັ້ນ ປະໂລຫິດ​ເອເລອາຊາ​ຈຶ່ງ​ຮວບຮວມ​ເອົາ​ທອງສຳລິດ​ທີ່​ໄດ້​ຈາກ​ກະຖາງ​ໄຟ​ຂອງ​ຄົນ​ທີ່​ຖືກ​ເຜົາໄໝ້​ເຖິງ​ແກ່​ຄວາມຕາຍ, ແລະ ເພິ່ນ​ໄດ້​ເອົາ​ສິ່ງ​ເຫລົ່ານັ້ນ​ມາ​ຕີ​ເປັນ​ແຜ່ນ​ເພື່ອ​ປົກຄຸມ​ແທ່ນບູຊາ, 40ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ​ຜ່ານ​ທາງ​ໂມເຊ. ເພື່ອ​ເປັນ​ສິ່ງ​ເຕືອນໃຈ​ຊາວ​ອິດສະຣາເອນ​ວ່າ​ຄົນນອກ​ບໍ່​ມີ​ສິດ​ເຂົ້າ​ມາ​ເຜົາ​ເຄື່ອງຫອມ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ນອກ​ຈາກ​ເຊື້ອສາຍ​ຂອງ​ອາໂຣນ, ຫລື ບໍ່​ດັ່ງນັ້ນ​ເພິ່ນ​ຈະ​ກາຍ​ເປັນ​ເໝືອນ​ໂກຣາ ແລະ ບັນດາ​ຜູ້ທີ່​ຕິດຕາມ​ລາວ.
41ມື້​ຕໍ່ມາ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາ​ກັນ​ຈົ່ມ​ຕໍ່ຕ້ານ​ໂມເຊ ແລະ ອາໂຣນ. ພວກເຂົາ​ກ່າວ​ວ່າ, “ພວກທ່ານ​ໄດ້​ຂ້າ​ປະຊາຊົນ​ຂອງ​ພຣະເຈົ້າ​ຢາເວ”.
42ແຕ່​ເມື່ອ​ຊຸມຊົນ​ໄດ້​ລວມຕົວ​ກັນ​ຕໍ່ຕ້ານ​ໂມເຊ​ກັບ​ອາໂຣນ ແລະ ຫັນ​ໄປ​ເບິ່ງ​ເຕັນນັດພົບ, ທັນໃດນັ້ນ​ເມກ​ກໍ​ມາ​ປົກຄຸມ​ເຕັນ​ນັ້ນ ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ກໍ​ໄດ້​ປາກົດ​ຂຶ້ນ. 43ແລ້ວ​ໂມເຊ​ກັບ​ອາໂຣນ​ກໍ​ໄປ​ຢືນ​ຕໍ່ໜ້າ​ເຕັນນັດພົບ, 44ແລະ ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 45“ຈົ່ງ​ອອກໄປ​ຈາກ​ຊຸມຊົນ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ທຳລາຍ​ພວກເຂົາ​ທັນທີ​ໂລດ”. ແລ້ວ​ໂມເຊ​ກັບ​ອາໂຣນ​ໝູບໜ້າ​ລົງ.
46ແລ້ວ​ໂມເຊ​ກໍ​ເວົ້າ​ກັບ​ອາໂຣນ​ວ່າ, “ຈົ່ງ​ເອົາ​ກະຖາງ​ໄຟ​ໃສ່​ເຄື່ອງຫອມ ພ້ອມ​ກັບ​ຖ່ານໄຟ​ທີ່​ລຸກໄໝ້​ຢູ່​ຈາກ​ແທ່ນບູຊາ, ແລ້ວ​ຟ້າວ​ຍົກ​ໄປ​ທີ່​ປະຊາຊົນ ລຶບລ້າງ​ບາບ​ໃຫ້​ພວກເຂົາ. ຄວາມ​ໂກດຮ້າຍ​ໄດ້​ອອກ​ມາ​ຈາກ​ພຣະເຈົ້າ​ຢາເວ​ແລ້ວ; ໂລກລະບາດ​ໄດ້​ເກີດ​ຂຶ້ນ​ແລ້ວ”. 47ດັ່ງນັ້ນ ອາໂຣນ​ຈຶ່ງ​ເຮັດ​ຕາມ​ທີ່​ໂມເຊ​ບອກ, ແລະ ແລ່ນ​ເຂົ້າໄປ​ໃນ​ຫວ່າງກາງ​ຂອງ​ຊຸມຊົນ. ໄພພິບັດ​ໄດ້​ເລີ່ມ​ຂຶ້ນ​ທ່າມກາງ​ປະຊາຊົນ, ແຕ່​ອາໂຣນ​ໄດ້​ຖວາຍ​ເຄື່ອງຫອມ ແລະ ເຮັດ​ພິທີ​ລຶບລ້າງ​ບາບ​ສຳລັບ​ພວກເຂົາ. 48ລາວ​ຢືນ​ຢູ່​ລະຫວ່າງ​ຄົນເປັນ ແລະ ຄົນຕາຍ, ແລ້ວ​ໂລກລະບາດ​ກໍ​ຢຸດຕິ​ລົງ. 49ແຕ່​ມີ​ຄົນ​ຕາຍ​ໄປ​ແລ້ວ​ເພາະ​ໂລກລະບາດ​ຈຳນວນ 14.700 ຄົນ, ບໍ່​ລວມ​ຄົນ​ທີ່​ໄດ້​ຕາຍ​ໄປ​ພ້ອມ​ກັບ​ໂກຣາ. 50ແລ້ວ​ອາໂຣນ​ຈຶ່ງ​ກັບ​ມາ​ຫາ​ໂມເຊ​ທີ່​ທາງ​ເຂົ້າ​ເຕັນນັດພົບ, ເພາະ​ໂລກລະບາດ​ໄດ້​ຢຸດ​ລະບາດ​ແລ້ວ.#16:50 ເນື້ອໃນ​ຂອງ​ພາສາ​ເຮັບເຣີ 16:36-50 ແມ່ນ ໄດ້​ຈບຊ17:1-15.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ຈົດບັນຊີ 16