YouVersion Logo
Search Icon

ຈົດບັນຊີ 15

15
ເຄື່ອງຖວາຍບູຊາ​ເພີ່ມເຕີມ
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ກ່າວ​ຕໍ່​ພວກເຂົາ​ວ່າ: ‘ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ມອບ​ໃຫ້​ເປັນ​ບ່ອນອາໄສ​ຢູ່​ນັ້ນ 3ແລະ ພວກເຈົ້າ​ຈົ່ງ​ນຳ​ອາຫານ​ບູຊາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຈາກ​ຝູງສັດ ຫລື ຝູງແກະ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ ບໍ່​ວ່າ​ຈະເປັນ​ເຄື່ອງເຜົາ​ບູຊາ ຫລື ເຄື່ອງຖວາຍ​ຕ່າງໆ, ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ເປັນ​ພິເສດ ຫລື ຕາມ​ຄວາມ​ສະໝັກໃຈ ຫລື ເປັນ​ຂອງ​ຖວາຍ​ປະຈຳ​ເທດສະການ 4ແລ້ວ​ໃຫ້​ຜູ້​ຖວາຍ​ນຳ​ພືດພັນ​ເປັນ​ເມັດ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ຄື​ແປ້ງ​ລະອຽດ​ໜຶ່ງ​ໃນ​ສິບ​ເອຟາ#15:4 ປະມານ 1,6 ກິໂລກຣາມ ປະສົມ​ກັບ​ນ້ຳມັນ​ໝາກກອກ​ໜຶ່ງ​ໃນ​ສີ່​ຮິນ,#15:4 ປະມານ 1 ລິດ ເຊັ່ນ​ດຽວ​ກັບ ຂໍ້ 5 5ຈົ່ງ​ຕຽມ​ເຫລົ້າ​ອະງຸ່ນ​ໜຶ່ງ​ໃນ​ສີ່​ຮິນ ເປັນ​ເຄື່ອງດື່ມບູຊາ​ພ້ອມ​ກັບ​ລູກ​ແກະ​ແຕ່​ລະ​ໂຕ​ທີ່​ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ຫລື ເປັນ​ເຄື່ອງ​ບູຊາ.
6“ ‘ຖ້າ​ຫາກ​ຖວາຍ​ແກະ​ເຖິກ ຈົ່ງ​ໃຊ້​ພືດພັນ​ເປັນ​ເມັດ​ບູຊາ ຄື​ແປ້ງ​ລະອຽດ​ສອງ​ໃນ​ສິບ​ເອຟາ#15:6 ຫລື ປະມານ 3,2 ກິໂລກຣາມ ປະສົມ​ກັບ​ນ້ຳມັນ​ໝາກກອກ​ໜຶ່ງ​ໃນ​ສາມ​ຮິນ,#15:6 ຫລື ປະມານ 1,3 ລິດ ເຊັ່ນ​ດຽວ​ກັບ​ຂໍ້ 7 7ແລະ ເຫລົ້າອະງຸ່ນ​ໜຶ່ງ​ໃນ​ສາມ​ຮິນ ເພື່ອ​ເປັນ​ເຄື່ອງດື່ມບູຊາ. ຈົ່ງ​ຖວາຍ​ເຄື່ອງ​ເຫລົ່ານີ້​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
8“ ‘ເມື່ອ​ເຈົ້າ​ຕຽມ​ງົວ​ໜຸ່ມ​ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ຫລື ເຄື່ອງ​ຖວາຍ​ຕາມ​ທີ່​ປະຕິຍານ​ໄວ້​ເປັນ​ພິເສດ ຫລື ເພື່ອ​ເປັນ​ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າ​ຢາເວ, 9ຈົ່ງ​ນຳ​ເຄື່ອງຖວາຍ​ພືດພັນ​ເປັນ​ເມັດ​ມາ​ພ້ອມ​ກັບ​ງົວ ຄື​ແປ້ງ​ລະອຽດ​ປະມານ​ສາມ​ໃນ​ສິບ​ເອຟາ#15:9 ຫລື ປະມານ 5 ກິໂລກຣາມ ປະສົມ​ນ້ຳມັນ​ໝາກກອກ​ເຄິ່ງ​ຮິນ,#15:9 ຫລື ປະມານ 1,9 ລິດ ເຊັ່ນ​ດຽວ​ກັບ​ຂໍ້ 10 10ແລະ ພ້ອມ​ທັງ​ນຳເອົາ​ເຫລົ້າ​ອະງຸ່ນ​ປະມານ 1,9 ລິດ​ເພື່ອ​ເປັນ​ເຄື່ອງດື່ມ​ຖວາຍ​ບູຊາ. ນີ້​ຈະ​ເປັນ​ອາຫານ​ບູຊາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. 11ຈົ່ງ​ຈັດຕຽມ​ງົວ​ເຖິກ ແກະຜູ້, ລູກແກະ ຫລື ລູກ​ແບ້​ຕາມ​ລັກສະນະ​ນີ້. 12ຈົ່ງ​ເຮັດ​ຢ່າງ​ນີ້​ສຳລັບ​ເຄື່ອງບູຊາ​ແຕ່​ລະ​ຢ່າງ​ຕາມ​ຈຳນວນ​ທີ່​ເຈົ້າ​ໄດ້​ຈັດຕຽມ​ໄວ້.
13“ ‘ຄົນ​ອິດສະຣາເອນ​ໂດຍ​ກຳເນີດ​ທຸກຄົນ​ຕ້ອງ​ປະຕິບັດ​ຕາມ​ນີ້ ເມື່ອ​ພວກເຂົາ​ຖວາຍ​ອາຫານ​ບູຊາ​ມາ​ເພື່ອ​ເຜົາ​ຖວາຍ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. 14ເມື່ອ​ໃດ​ກໍ​ຕາມ​ທີ່​ຄົນຕ່າງດ້າວ ຫລື ຜູ້​ທີ່​ມາ​ອາໄສ​ໃນ​ທ່າມກາງ​ພວກເຈົ້າ ນຳ​ອາຫານ​ບູຊາ​ມາ​ຖວາຍ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ​ນັ້ນ, ພວກເຂົາ​ຕ້ອງ​ປະຕິບັດ​ຢ່າງ​ດຽວ​ກັບ​ພວກເຈົ້າ​ທຸກ​ປະການ​ຕະຫລອດ​ໄປ​ທຸກ​ຊົ່ວອາຍຸ. 15ຊຸມຊົນ​ນີ້​ຈະ​ຕ້ອງ​ມີ​ກົດເກນ​ດຽວ​ກັນ​ສຳລັບ​ພວກເຈົ້າ ແລະ ສຳລັບ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ; ນີ້​ເປັນ​ຂໍ້​ປະຕິບັດ​ຕະຫລອດ​ໄປ​ທຸກ​ຊົ່ວອາຍຸ. ພວກເຈົ້າ ແລະ ຄົນຕ່າງດ້າວ​ຈະ​ຕ້ອງ​ເປັນ​ເໝືອນ​ກັນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຄື: 16ທັງ​ພວກເຈົ້າ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຈະ​ຕ້ອງ​ປະຕິບັດ​ຕາມ​ກົດບັນຍັດ ແລະ ຂໍ້ບັງຄັບ​ດຽວ​ກັນ’ ”.
17ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 18“ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ກ່າວ​ກັບ​ພວກເຂົາ​ວ່າ: ‘ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ກຳລັງ​ນຳ​ພວກເຈົ້າ​ໄປ​ນັ້ນ 19ແລະ ເມື່ອ​ພວກເຈົ້າ​ກິນ​ອາຫານ​ຈາກ​ດິນແດນ​ນັ້ນ, ຈົ່ງ​ຖວາຍ​ສ່ວນ​ໜຶ່ງ​ເປັນ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ. 20ຈົ່ງ​ຖວາຍ​ເຂົ້າຈີ່​ຈາກ​ຜົນ​ທຳອິດ​ຂອງ​ທີ່ດິນ​ມາ​ຖວາຍ​ເປັນ​ເຄື່ອງບູຊາ​ຈາກ​ລານ​ຟາດ​ເຂົ້າ. 21ຈົ່ງ​ມອບ​ເຄື່ອງຖວາຍ​ຜົນ​ທຳອິດ​ຂອງ​ອາຫານ​ທີ່​ມາ​ຈາກ​ທີ່ດິນ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ​ຢາເວ​ຕະຫລອດ​ທຸກ​ຊົ່ວອາຍຸ.
ເຄື່ອງຖວາຍ​ສຳລັບ​ບາບ​ໂດຍ​ບໍ່​ເຈດຕະນາ
22“ ‘ບັດນີ້ ຖ້າ​ພວກເຈົ້າ​ທີ່​ເປັນ​ຊຸມຊົນ​ຜິດພາດ​ບໍ່​ປະຕິບັດ​ຕາມ​ຄຳສັ່ງ​ເຫລົ່ານີ້ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ໃຫ້​ໄວ້​ຜ່ານ​ທາງ​ໂມເຊ 23ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ພວກເຈົ້າ​ຜ່ານ​ທາງ​ໂມເຊ, ຈາກ​ວັນ​ທີ່​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ພວກເຂົາ ສືບ​ໄປ​ຕະຫລອດ​ອາຍຸ​ທີ່​ຈະ​ມາ​ເຖິງ. 24ແລະ ຖ້າ​ເປັນ​ຄວາມຜິດ​ໂດຍ​ບໍ່​ເຈດຕະນາ ແລະ ຊຸມຊົນ​ບໍ່​ຮູ້​ຕົວ​ເຖິງ​ຄວາມ​ຜິດ​ບາບ​ນັ້ນ, ແລ້ວ​ພວກເຂົາ​ທັງໝົດ​ຈະ​ຕ້ອງ​ຖວາຍ​ງົວ​ເຖິກ​ໜຶ່ງ​ໂຕ​ເປັນ​ເຄື່ອງເຜົາ​ບູຊາ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ, ພ້ອມ​ດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ແລະ ແບ້​ເຖິກ​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ.#15:24 ຫລື ເຄື່ອງບູຊາ​ລຶບລ້າງ​ບາບ 25ປະໂລຫິດ​ຈະ​ເຮັດພິທີລຶບລ້າງບາບ​ສຳລັບ​ຊຸມຊົນ​ອິດສະຣາເອນ​ທັງໝົດ, ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ເພາະ​ນັ້ນ​ເປັນ​ການ​ເຮັດ​ຜິດ​ໂດຍ​ບໍ່​ເຈດຕະນາ ແລະ ພວກເຂົາ​ໄດ້​ນຳ​ອາຫານ​ບູຊາ ແລະ ເຄື່ອງບູຊາ​ໄຖ່​ບາບ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ເພື່ອ​ໄຖ່​ຄວາມ​ຜິດ​ຂອງ​ພວກເຂົາ​ແລ້ວ. 26ຊຸມຊົນ​ອິດສະຣາເອນ​ທັງໝົດ ແລະ ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ເພາະ​ປະຊາຊົນ​ທັງໝົດ​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ຄວາມ​ຜິດ​ທີ່​ບໍ່​ເຈດຕະນາ​ນັ້ນ.
27“ ‘ແຕ່​ຖ້າ​ມີ​ພຽງ​ຄົນ​ດຽວ​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ, ຜູ້​ນັ້ນ​ຕ້ອງ​ນຳເອົາ​ແບ້​ແມ່​ອາຍຸ​ໜຶ່ງ​ປີ​ໂຕ​ໜຶ່ງ​ມາ​ເພື່ອ​ເປັນ​ເຄື່ອງບູຊາໄຖ່​ບາບ. 28ປະໂລຫິດ​ຈະ​ເຮັດ​ພິທີ​ລຶບລ້າງ​ບາບ​ໃຫ້​ຜູ້​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເພື່ອ​ຜູ້​ທີ່​ເຮັດຜິດ​ບາບ​ໂດຍ​ບໍ່​ເຈດຕະນາ, ແລະ ເມື່ອ​ໄດ້​ເຮັດ​ພິທິ​ລຶບລ້າງ​ບາບ​ແລ້ວ, ຄົນ​ນັ້ນ​ກໍ​ໄດ້​ຮັບ​ການ​ອະໄພ. 29ກົດບັນຍັດ​ດຽວ​ກັນ​ນີ້​ນຳໃຊ້​ກັບ​ທຸກຄົນ​ທີ່​ເຮັດ​ບາບ​ໂດຍ​ບໍ່​ເຈດຕະນາ, ບໍ່​ວ່າ​ພວກເຂົາ​ຈະ​ເປັນ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ.
30“ ‘ແຕ່​ຖ້າ​ຜູ້ໃດ​ເຈດຕະນາ​ເຮັດ​ບາບ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ​ໂດຍ​ກຳເນີດ ຫລື ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ, ເຮັດ​ການ​ໝິ່ນປະໝາດ​ພຣະເຈົ້າ​ຢາເວ ແລ້ວ​ຜູ້​ນັ້ນ​ຕ້ອງ​ຖືກ​ຕັດ​ອອກ​ຈາກ​ປະຊາຊົນ​ອິດສະຣາເອນ. 31ເພາະ​ພວກເຂົາ​ໄດ້​ຫລົບຫລູ່​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ແລະ ຝ່າຝືນ​ບັນດາ​ຄຳສັ່ງ​ຂອງ​ພຣະອົງ, ພວກເຂົາ​ຕ້ອງ​ຖືກ​ຕັດ​ອອກ​ຢ່າງ​ແນ່ນອນ; ຄວາມ​ຜິດ​ຂອງ​ພວກເຂົາ​ນັ້ນ​ຍັງ​ຄົງ​ຢູ່​ກັບ​ພວກເຂົາ​ຕໍ່ໄປ’ ”.
ຜູ້​ທີ່​ລະເມີດ​ກົດ​ວັນຊະບາໂຕ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ
32ຂະນະ​ທີ່​ຄົນ​ອິດສະຣາເອນ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ, ຊາຍ​ຄົນ​ໜຶ່ງ​ຖືກ​ຈັບ​ໄດ້​ໃນ​ຂະນະ​ທີ່​ກຳລັງ​ເກັບ​ເອົາ​ຟືນ​ໃນ​ວັນຊະບາໂຕ. 33ຄົນ​ທີ່​ພົບ​ຜູ້​ກຳລັງ​ເກັບ​ຟືນ​ຈຶ່ງ​ໄດ້​ນຳ​ລາວ​ມາ​ຫາ​ໂມເຊ ແລະ ອາໂຣນ ແລະ ຊຸມຊົນ​ທັງໝົດ, 34ແລ້ວ​ລາວ​ກໍ​ຖືກ​ຄຸມໂຕ​ໄວ້, ເພາະ​ຍັງ​ບໍ່​ຮູ້​ຊັດເຈນ​ວ່າ​ຄວນ​ເຮັດ​ແນວໃດ​ຕໍ່​ລາວ. 35ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ຊາຍ​ຄົນ​ນັ້ນ​ຕ້ອງ​ຕາຍ. ຊຸມຊົນ​ທັງໝົດ​ຕ້ອງ​ເອົາ​ຫີນ​ແກວ່ງ​ໃສ່​ລາວ​ຢູ່​ນອກ​ຄ້າຍພັກ”. 36ດັ່ງນັ້ນ ຊຸມຊົນ​ຈຶ່ງ​ເອົາ​ຄົນ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກ ແລະ ເອົາ​ຫີນ​ແກວ່ງ​ໃສ່​ລາວ​ຈົນ​ຕາຍ, ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ.
ຍອຍ​ໃສ່​ເສື້ອ
37ພຣະເຈົ້າ​ຢາເວ​ເວົ້າ​ກັບ​ໂມເຊ​ວ່າ, 38“ຈົ່ງ​ແຈ້ງ​ຄົນ​ອິດສະຣາເອນ ແລະ ເວົ້າ​ກັບ​ພວກເຂົາ​ວ່າ: ‘ຕະຫລອດ​ທຸກ​ຊົ່ວອາຍຸ ພວກເຈົ້າ​ຈະ​ຕ້ອງ​ເຮັດ​ຍອຍ​ເສື້ອ ແລະ ຮ້ອຍ​ຍອຍ​ແຕ່ລະອັນ​ດ້ວຍ​ດ້າຍ​ສີຟ້າ​ໃສ່​ທີ່​ແຈ​ຂອງ​ເສື້ອ. 39ຍອຍ​ເຫລົ່ານັ້ນ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຄຳສັ່ງ​ທັງໝົດ​ຂອງ​ພຣະເຈົ້າ​ຢາເວ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຊື່ອຟັງ​ຄຳສັ່ງ​ເຫລົ່ານັ້ນ ແລະ ບໍ່​ເຮັດ​ໂຕ​ເປັນ​ໂສເພນີ​ໂດຍ​ເຮັດ​ຕາມ​ຕັນຫາ​ຂອງ​ໃຈ ແລະ ຕາ​ຂອງ​ພວກເຈົ້າ​ເອງ. 40ແລ້ວ​ພວກເຈົ້າ​ຈະ​ຈົດຈຳ​ໄດ້​ວ່າ​ຕ້ອງ​ເຮັດ​ຕາມ​ຄຳສັ່ງ​ທັງໝົດ​ຂອງ​ເຮົາ ແລະ ຈະ​ໄດ້​ເປັນ​ຄົນ​ບໍລິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຈົ້າ. 41ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ, ຜູ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ​ເພື່ອ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ’ ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in