ຈົດບັນຊີ 17
17
ໄມ້ເທົ້າຂອງອາໂຣນອອກໜໍ່
# 17 ເນື້ອໃນຂອງພາສາເຮັບເຣີ 17:1-13 ແມ່ນໄດ້ຖືກນັບເຂົ້າໃນ 17:16-28 1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, 2“ຈົ່ງບອກຄົນອິດສະຣາເອນ ແລະ ໃຫ້ຫົວໜ້າເຜົ່າທັງສິບສອງເຜົ່າ, ນຳເອົາໄມ້ເທົ້າສະຫລັກຊື່ຂອງຕົນມາມອບໃຫ້ເຈົ້າ. 3ໄມ້ເທົ້າຂອງເຜົ່າເລວີໃຫ້ສະຫລັກຊື່ອາໂຣນໃສ່, ເພາະຕ້ອງມີໄມ້ເທົ້າໜຶ່ງອັນສຳລັບຫົວໜ້າເຜົ່າແຕ່ລະຄົນ. 4ຈົ່ງວາງໄມ້ຄ້ອນເທົ້າເຫລົ່ານີ້ຢູ່ໜ້າຫີບພັນທະສັນຍາໃນເຕັນນັດພົບ, ບ່ອນທີ່ເຮົາມາພົບກັບເຈົ້າ. 5ໄມ້ຄ້ອນເທົ້າຂອງຜູ້ທີ່ເຮົາເລືອກຈະອອກໜໍ່, ເຮົາຈະບໍ່ໄດ້ຕ້ອງທົນຟັງສຽງຊາວອິດສະຣາເອນຈາກການຈົ່ມຕໍ່ຕ້ານເຈົ້າຕະຫລອດເວລາອີກ”.
6ດັ່ງນັ້ນ ໂມເຊຈຶ່ງໄດ້ເວົ້າກັບຄົນອິດສະຣາເອນ ແລະ ບັນດາຜູ້ນຳເຜົ່າຕ່າງໆຂອງພວກເຂົາກໍໄດ້ນຳເອົາໄມ້ຄ້ອນເທົ້າສິບສອງອັນລວມທັງອາໂຣນໄດ້ນຳໄມ້ຄ້ອນເທົ້າສິບສອງອັນແກ່ເພິ່ນລວມທັງໝົດສິບສອງອັນ. 7ໂມເຊວາງໄມ້ເທົ້າເຫລົ່ານັ້ນຕໍ່ໜ້າພຣະເຈົ້າຢາເວໃນຫໍເຕັນແຫ່ງພັນທະສັນຍາ.
8ມື້ຕໍ່ມາໂມເຊກໍເຂົ້າໄປໃນເຕັນ ແລະ ໄດ້ເຫັນວ່າໄມ້ຄ້ອນເທົ້າຂອງອາໂຣນ, ທີ່ເປັນຕົວແທນເຜົ່າເລວີ, ບໍ່ພຽງແຕ່ອອກໜໍ່ເທົ່ານັ້ນແຕ່ຍັງເກີດດອກຈູມ, ດອກບານ ແລະ ເກີດໝາກອັນມອນດ້ວຍ. 9ໂມເຊຈຶ່ງນຳເອົາໄມ້ຄ້ອນເທົ້າຈາກເບື້ອງໜ້າພຣະເຈົ້າຢາເວມາຍັງຊາວອິດສະຣາເອນທັງໝົດ. ພວກເຂົາພາກັນຫລຽວເບິ່ງໄມ້ຄ້ອນເທົ້າເຫລົ່ານັ້ນ ແລະ ບັນດາຜູ້ນຳແຕ່ລະຄົນກໍຈັບເອົາໄມ້ຄ້ອນເທົ້າຂອງຕົນ.
10ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງນຳເອົາໄມ້ຄ້ອນເທົ້າຂອງອາໂຣນກັບໄປວາງໄວ້ຕໍ່ໜ້າຫີບພັນທະສັນຍາ, ເພື່ອເກັບຮັກສາໄວ້ເປັນສິ່ງເຕືອນໃຈແກ່ພວກທີ່ມັກກະບົດ. ໃຫ້ຢຸດຈົ່ມໃຫ້ເຮົາເພື່ອພວກເຂົາຈະບໍ່ຕ້ອງຕາຍ”. 11ໂມເຊກໍປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.
12ຄົນອິດສະຣາເອນໄດ້ເວົ້າຕໍ່ໂມເຊວ່າ, “ພວກເຮົາຈະຕາຍແລ້ວ! ພວກເຮົາກຳລັງຈະຈິບຫາຍແລ້ວ, ພວກເຮົາພິນາດໝົດ! 13ຜູ້ໃດໄປໃກ້ຫໍເຕັນຂອງພຣະເຈົ້າຢາເວກໍຈະຕາຍ. ພວກເຮົາກຳລັງຈະພາກັນຕາຍທັງໝົດບໍ?”
Currently Selected:
ຈົດບັນຊີ 17: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: