YouVersion Logo
Search Icon

Popular Bible Verses from ຈົດບັນຊີ 16

ແຕ່​ຖ້າ​ພຣະເຈົ້າ​ຢາເວ​ນຳເອົາ​ບາງ​ສິ່ງ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ ແລະ ແຜ່ນດິນ​ໂລກ​ເປີດ​ປາກ​ອອກ ແລະ ກືນ​ເອົາ​ຄົນ​ເຫລົ່ານັ້ນ, ພ້ອມ​ທັງ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເຂົາ, ແລະ ພວກເຂົາ​ກໍ​ລົງ​ໄປ​ສູ່​ແດນ​ແຫ່ງ​ຄວາມຕາຍ​ທັງ​ເປັນ, ແລ້ວ​ພວກເຈົ້າ​ຈະ​ຮູ້ຈັກ​ວ່າ​ຄົນ​ເຫລົ່ານີ້​ໄດ້​ປະຕິບັດ​ຕໍ່​ພຣະເຈົ້າ​ດ້ວຍ​ການ​ດູຖູກ”. ທັນທີ​ທີ່​ໂມເຊ​ເວົ້າ​ສິ່ງ​ທັງໝົດ​ນີ້​ຈົບ, ພື້ນດິນ​ທີ່​ຢູ່​ລຸ່ມ​ພວກເຂົາ​ຢືນ​ຢູ່​ກໍ​ແຍກ​ອອກ​ຈາກ​ກັນ ແລະ ແຜ່ນດິນໂລກ​ກໍ​ເປີດ​ປາກ​ອອກ ແລະ ໄດ້​ກືນ​ເອົາ​ພວກເຂົາ​ພ້ອມ​ທັງ​ຄົວ​ເຮືອນ​ຂອງ​ພວກເຂົາ ແລະ ຜູ້​ທີ່​ເຂົ້າ​ຮ່ວມ​ກັບ​ໂກຣາ, ພ້ອມ​ກັບ​ຊັບສົມບັດ​ຕ່າງໆ​ຂອງ​ພວກເຂົາ.

Free Reading Plans and Devotionals related to ຈົດບັນຊີ 16