ຈົດບັນຊີ 14
14
ປະຊາຊົນກະບົດ
1ໃນຄືນນັ້ນປະຊາຊົນທັງປວງຕ່າງກໍພາກັນສົ່ງສຽງຮ້ອງໄຫ້ດັງສະໜັ່ນ. 2ຄົນອິດສະຣາເອນທັງຫລາຍໄດ້ຈົ່ມຮ້າຍໃສ່ໂມເຊ ແລະ ອາໂຣນ, ແລ້ວຊຸມຊົນທັງໝົດກໍເວົ້າຕໍ່ພວກເຂົາວ່າ, “ເຮົາສົມຄວນຈະຕາຍຕັ້ງແຕ່ຍັງຢູ່ທີ່ເອຢິບພຸ້ນ! ຫລືບໍ່ກໍຕາຍໃນຖິ່ນແຫ້ງແລ້ງກັນດານນີ້! 3ເປັນຫຍັງພຣະເຈົ້າຢາເວຈຶ່ງພາພວກເຮົາມາຍັງດິນແດນແຫ່ງນີ້ພຽງແຕ່ເພື່ອໃຫ້ຕາຍດ້ວຍຄົມດາບ? ບັນດາເມຍ ແລະ ລູກຂອງພວກເຮົາຈະຕ້ອງຖືກຈັບໄປເປັນຊະເລີຍ. ພວກເຮົາອອກຈາກບ່ອນນີ້ກັບຄືນໄປເອຢິບບໍ່ດີກວ່າບໍ?” 4ແລ້ວພວກເຂົາເວົ້າຕໍ່ກັນວ່າ, “ພວກເຮົາຄວນຈະເລືອກຜູ້ນຳຈັກໜຶ່ງຄົນແລ້ວກັບຄືນໄປເອຢິບ”.
5ໂມເຊ ແລະ ອາໂຣນຈຶ່ງໝູບໜ້າລົງກັບພື້ນຕໍ່ໜ້າຊຸມຊົນອິດສະຣາເອນທັງໝົດທີ່ຮວມກັນຢູ່ທີ່ນັ້ນ. 6ໂຢຊວຍລູກຊາຍຂອງນູນ ແລະ ກາເລັບລູກຊາຍຂອງເຢຟຸນເນຜູ້ທີ່ໄດ້ຮ່ວມໃນການອອກໄປສຳຫລວດດິນແດນດ້ວຍກັນ, ຈຶ່ງຈີກເສື້ອຜ້າຂອງຕົນ 7ແລະ ກ່າວແກ່ຄົນອິດສະຣາເອນທັງໝົດວ່າ, “ດິນແດນທີ່ພວກເຮົາເຂົ້າໄປສຳຫລວດນັ້ນດີແທ້ໆ. 8ຖ້າພຣະເຈົ້າຢາເວພໍໃຈຕໍ່ພວກເຮົາ, ພຣະອົງກໍຈະນຳພວກເຮົາເຂົ້າໄປໃນດິນແດນນັ້ນ, ດິນແດນທີ່ອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ ແລະ ຈະມອບດິນແດນນັ້ນໃຫ້ແກ່ພວກເຮົາ. 9ຂໍພຽງແຕ່ພວກເຮົາຢ່າກະບົດຕໍ່ສູ້ພຣະເຈົ້າຢາເວເທົ່ານັ້ນ. ແລະ ບໍ່ຕ້ອງຢ້ານປະຊາຊົນທີ່ຢູ່ໃນດິນແດນນັ້ນ, ເພາະວ່າພວກເຮົາຈະກືນກິນພວກເຂົາ. ສິ່ງທີ່ປົກປັກຮັກສາພວກເຂົາກໍສູນສິ້ນໄປ, ແຕ່ພຣະເຈົ້າຢາເວຢູ່ກັບພວກເຮົາ. ບໍ່ຕ້ອງຢ້ານພວກເຂົາເລີຍ”.
10ແຕ່ຊຸມຊົນທັງໝົດໄດ້ປຶກສາກັນຈະແກວ່ງກ້ອນຫີນໃສ່ພວກເຂົາ. ແຕ່ແລ້ວສະຫງ່າລາສີຂອງພຣະເຈົ້າຢາເວກໍປາກົດຂຶ້ນຕໍ່ຄົນອິດສະຣາເອນທັງຫລາຍທີ່ເຕັນນັດພົບ. 11ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ປະຊາຊົນເຫລົ່ານີ້ຈະຢຽດຢາມເຮົາໄປອີກດົນປານໃດ? ພວກເຂົາຈະບໍ່ຍອມເຊື່ອໃນເຮົາອີກດົນປານໃດ? ເຖິງແມ່ນວ່າເຮົາໄດ້ສະແດງການອັດສະຈັນຫລາຍຢ່າງໃນທ່າມກາງພວກເຂົາ. 12ເຮົາຈະສົ່ງໂລກລະບາດລົງມາ ແລະ ທຳລາຍພວກເຂົາ, ແຕ່ເຮົາຈະເຮັດໃຫ້ພວກເຈົ້າເປັນຊົນຊາດໃຫຍ່ ແລະ ແຂງແກ່ນກວ່າພວກເຂົາ”.
13ໂມເຊກ່າວຕໍ່ພຣະເຈົ້າຢາເວວ່າ, “ແລ້ວຊາວເອຢິບຈະໄດ້ຍິນເລື່ອງນີ້! ໂດຍລິດອຳນາດຂອງພຣະອົງ ຂໍພຣະອົງນຳພາປະຊາຊົນເຫລົ່ານີ້ອອກມາຈາກທ່າມກາງພວກເຂົາ. 14ແລະ ພວກເຂົາຈະເລົ່າເລື່ອງນີ້ໃຫ້ຄົນທີ່ອາໄສຢູ່ໃນດິນແດນແຫ່ງນີ້ຟັງ. ຂ້າແດ່ພຣະເຈົ້າຢາເວ, ພວກເຂົາໄດ້ຍິນແລ້ວວ່າພຣະອົງຢູ່ກັບປະຊາຊົນເຫລົ່ານີ້, ຂ້າແດ່ພຣະເຈົ້າຢາເວ, ພວກເຂົາໄດ້ເຫັນໃບໜ້າຂອງພຣະອົງແລ້ວ ແລະ ຮູ້ວ່າເມກຂອງພຣະອົງຢຸດຢູ່ເໜືອພວກເຂົາ, ແລະ ເຫັນວ່າພຣະອົງນຳໜ້າພວກເຂົາໄປດ້ວຍເສົາເມກໃນເວລາກາງເວັນ ແລະ ດ້ວຍເສົາໄຟໃນເວລາກາງຄືນ. 15ຖ້າພຣະອົງຂ້າປະຊາຊົນເຫລົ່ານີ້ທັງໝົດ, ໂດຍບໍ່ເວັ້ນແມ່ນແຕ່ຄົນດຽວໃຫ້ມີຊີວິດຢູ່ນັ້ນ, ຊົນຊາດທັງຫລາຍທີ່ໄດ້ຍິນເລື່ອງກ່ຽວກັບພຣະອົງກໍຈະເວົ້າວ່າ, 16‘ພຣະເຈົ້າຢາເວບໍ່ສາມາດນຳຄົນເຫລົ່ານີ້ໄປຍັງດິນແດນທີ່ສັນຍາໂດຍຄຳສາບານກັບພວກເຂົາໄດ້, ດັ່ງນັ້ນ ພຣະອົງຈຶ່ງຂ້າພວກເຂົາໃນຖິ່ນແຫ້ງແລ້ງກັນດານ’.
17“ບັດນີ້ ຂໍພຣະເຈົ້າຢາເວໄດ້ສະແດງກຳລັງຂອງພຣະອົງ, ດັ່ງທີ່ພຣະອົງໄດ້ປະກາດໄວ້ວ່າ: 18‘ພຣະເຈົ້າຢາເວຊ້າໃນຄວາມໃຈຮ້າຍ, ເຕັມລົ້ນດ້ວຍຄວາມຮັກ ແລະ ອະໄພບາບ ແລະ ການກະບົດ. ແຕ່ພຣະອົງຈະບໍ່ລະເວັ້ນໂທດຜູ້ທີ່ເຮັດຜິດ; ພຣະອົງຈະລົງໂທດລູກຫລານເພາະບາບຂອງບັນພະບຸລຸດເຖິງສາມສີ່ຊົ່ວອາຍຸຄົນ’. 19ໂດຍເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງຂໍອະໄພບາບຂອງປະຊາຊົນເຫລົ່ານີ້, ດັ່ງທີ່ພຣະອົງໄດ້ອະໄພໃຫ້ພວກເຂົາຈາກເວລາທີ່ພວກເຂົາອອກຈາກເອຢິບຈົນມາເຖິງເວລານີ້”.
20ພຣະເຈົ້າຢາເວຕອບວ່າ, “ເຮົາໄດ້ອະໄພໃຫ້ພວກເຂົາ, ຕາມທີ່ເຈົ້າໄດ້ຂໍຮ້ອງແລ້ວ. 21ເຖິງຢ່າງໃດກໍຕາມ, ແຕ່ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍມີຢູ່ເຕັມທົ່ວແຜ່ນດິນໂລກສັນນັ້ນ, 22ບໍ່ແມ່ນຜູ້ທີ່ໄດ້ເຫັນສະຫງ່າລາສີຂອງເຮົາ ແລະ ເຫັນໝາຍສຳຄັນທີ່ເຮົາໄດ້ສະແດງໃນເອຢິບ ແລະ ໃນຖິ່ນແຫ້ງແລ້ງກັນດານແລ້ວແຕ່ຍັງບໍ່ຍອມເຊື່ອຟັງເຮົາ ແລະ ທົດລອງເຮົານັບສິບຄັ້ງ, 23ບໍ່ມີຜູ້ໃດໃນພວກເຂົາຈະໄດ້ເຫັນດິນແດນທີ່ເຮົາໄດ້ສັນຍາໂດຍຄຳສາບານແກ່ບັນພະບຸລຸດຂອງພວກເຂົາ. ບໍ່ມີຜູ້ໃດຈັກຄົນທີ່ປະຕິບັດຕໍ່ເຮົາດ້ວຍການໝິ່ນປະໝາດແລ້ວຈະໄດ້ເຫັນດິນແດນນີ້. 24ແຕ່ເພາະກາເລັບຜູ້ຮັບໃຊ້ຂອງເຮົາທີ່ມີຈິດໃຈແຕກຕ່າງ ແລະ ຕິດຕາມເຮົາຢ່າງສຸດໃຈ, ເຮົາຈະນຳພາລາວເຂົ້າໄປຍັງດິນແດນທີ່ລາວໄດ້ເຂົ້າໄປແລ້ວນັ້ນ, ແລະ ເຊື້ອສາຍຂອງລາວຈະໄດ້ຮັບດິນແດນນັ້ນເປັນມໍລະດົກ. 25ເນື່ອງຈາກຊາວອາມາເຫລັກ ແລະ ຊາວການາອານທີ່ອາໄສຢູ່ໃນຮ່ອມພູຕ່າງໆນັ້ນ, ມື້ອື່ນຈົ່ງກັບຄືນໄປຖິ່ນແຫ້ງແລ້ງກັນດານ ແລະ ອອກເດີນທາງມຸ່ງໜ້າໄປສູ່ທະເລແດງ”.#14:25 ຫລື ທະເລໄມ້ອໍ້
26ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ: 27“ຊຸມຊົນທີ່ຊົ່ວຮ້າຍນີ້ຈະຈົ່ມຕໍ່ສູ້ເຮົາໄປອີກດົນປານໃດນໍ? ເຮົາໄດ້ຍິນຄຳຈົ່ມຕຳໜິຂອງຄົນອິດສະຣາເອນເຫລົ່ານີ້ແລ້ວ. 28ດັ່ງນັ້ນຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວປະກາດວ່າດັ່ງນີ້, ເຮົາມີຊີວິດຢູ່ແນ່ແທ້ສັນໃດ ເຮົາຈະເຮັດກັບພວກເຈົ້າດັ່ງທີ່ເຮົາໄດ້ຍິນພວກເຈົ້າເວົ້າສັນນັ້ນ 29ຄືທຸກຄົນໃນພວກເຈົ້າທີ່ມີອາຍຸ 20 ປີຫລືຫລາຍກວ່າ ຕາມທີ່ໄດ້ຂຶ້ນທະບຽນໄວ້ແລ້ວ ແລະ ທັງເປັນຜູ້ຈົ່ມວ່າຕໍ່ສູ້ເຮົາ ພວກເຈົ້າຈະລົ້ມຕາຍລົງໃນຖິ່ນແຫ້ງແລ້ງກັນດານນີ້. 30ຈະບໍ່ມີໃຜຈັກຄົນໄດ້ເຂົ້າໄປໃນດິນແດນທີ່ເຮົາສາບານດ້ວຍການຍົກມືຂຶ້ນວ່າຈະມອບໃຫ້ເປັນທີ່ຢູ່ອາໄສຂອງພວກເຈົ້າ, ຍົກເວັ້ນກາເລັບລູກຊາຍຂອງເຢຟຸນເນກັບໂຢຊວຍລູກຊາຍຂອງນູນ. 31ສ່ວນລູກຫລານທີ່ພວກເຈົ້າເວົ້າວ່າຈະຖືກຈັບໄປເປັນຊະເລີຍນັ້ນ, ເຮົາຈະນຳພາພວກເຂົາເຂົ້າໄປຊື່ນຊົມຍິນດີກັບດິນແດນທີ່ພວກເຈົ້າໄດ້ປະຕິເສດແລ້ວ. 32ແຕ່ສ່ວນພວກເຈົ້ານັ້ນ, ຈະລົ້ມຕາຍລົງໃນຖິ່ນແຫ້ງແລ້ງກັນດານນີ້. 33ລູກຫລານຂອງພວກເຈົ້າຈະເປັນຄົນລ້ຽງແກະຢູ່ທີ່ນີ້ເປັນເວລາສີ່ສິບປີ, ເປັນຄວາມທຸກທໍລະມານເພາະຄວາມບໍ່ຊື່ສັດຂອງພວກເຈົ້າ, ຈົນກວ່າຄົນສຸດທ້າຍໃນພວກເຈົ້າຈະລົ້ມຕາຍລົງໃນຖິ່ນແຫ້ງແລ້ງກັນດານ. 34ພວກເຈົ້າຈະທຸກທໍລະມານເພາະບາບຂອງຕົນ ແລະ ຈະຮູ້ວ່າການທີ່ພວກເຈົ້າໄດ້ເຮັດໃຫ້ເຮົາຕໍ່ສູ້ກັບພວກເຈົ້ານັ້ນເປັນເວລາສີ່ສິບປີຄື: ໜຶ່ງປີແທນໜຶ່ງວັນຂອງສີ່ສິບວັນແຫ່ງການສຳຫລວດດິນແດນ’. 35ເຮົາຄືພຣະເຈົ້າຢາເວ, ໄດ້ກ່າວແລ້ວ, ແລະ ແນ່ນອນເຮົາຈະເຮັດສິ່ງເຫລົ່ານີ້ແກ່ຊຸມຊົນຊົ່ວຮ້າຍທັງໝົດ, ເຊິ່ງລວມຕົວກັນຕໍ່ຕ້ານເຮົາ. ພວກເຂົາຈະພົບຈຸດຈົບຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານນີ້; ພວກເຂົາຈະຕາຍໃນທີ່ນີ້”.
36ດັ່ງນັ້ນພວກຄົນທີ່ໂມເຊໄດ້ສົ່ງໄປສຳຫລວດດິນແດນ, ຜູ້ທີ່ໄດ້ກັບມາແລ້ວ ແລະ ເຮັດໃຫ້ຊຸມຊົນທັງໝົດຈົ່ມຕໍ່ສູ້ໂມເຊໂດຍກະຈາຍເລື່ອງບໍ່ດີກ່ຽວກັບດິນແດນນັ້ນ 37ພວກຄົນເຫລົ່ານີ້ຜູ້ທີ່ກະຈາຍເລື່ອງບໍ່ດີກ່ຽວກັບດິນແດນນັ້ນກໍໄດ້ລົ້ມຕາຍລົງດ້ວຍໂລກລະບາດຕໍ່ໜ້າພຣະເຈົ້າຢາເວ. 38ໃນບັນດາຄົນທີ່ໄປສຳຫລວດດິນແດນນັ້ນ, ມີພຽງແຕ່ໂຢຊວຍລູກຊາຍຂອງນູນກັບກາເລັບລູກຊາຍຂອງເຢຟຸນເນເທົ່ານັ້ນທີ່ມີຊີວິດຢູ່.
39ເມື່ອໂມເຊລາຍງານເລື່ອງນີ້ແກ່ຄົນອິດສະຣາເອນທັງໝົດແລ້ວ, ພວກເຂົາກໍພາກັນໄວ້ທຸກຢ່າງຂົມຂື່ນ. 40ແຕ່ເຊົ້າໆຂອງມື້ຕໍ່ມາ ພວກເຂົາກໍອອກເດີນທາງໄປຍັງຈຸດສູງສຸດຂອງເນີນພູ, ແລ້ວກ່າວວ່າ, “ບັດນີ້ພວກເຮົາພ້ອມແລ້ວທີ່ຈະຂຶ້ນໄປຍັງດິນແດນທີ່ພຣະເຈົ້າຢາເວສັນຍາໄວ້. ພວກເຮົາຍອມຮັບວ່າພວກເຮົາໄດ້ເຮັດບາບແລ້ວ!”
41ແຕ່ໂມເຊກ່າວວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ? ສິ່ງນີ້ຈະບໍ່ສຳເລັດ! 42ຢ່າຂຶ້ນໄປເລີຍ, ເພາະພຣະເຈົ້າຢາເວບໍ່ໄດ້ສະຖິດຢູ່ກັບພວກເຈົ້າ. ພວກເຈົ້າຈະພ່າຍແພ້ພວກສັດຕູຂອງພວກເຈົ້າ, 43ເພາະຊາວອາມາເຫລັກກັບຊາວການາອານຈະປະເຊີນໜ້າກັບພວກເຈົ້າຢູ່ທີ່ນັ້ນ. ເພາະພວກເຈົ້າໄດ້ຫັນໜີຈາກພຣະເຈົ້າຢາເວ, ພຣະອົງຈະບໍ່ສະຖິດຢູ່ກັບພວກເຈົ້າ ແລະ ພວກເຈົ້າຈະລົ້ມຕາຍດ້ວຍຄົມດາບ”.
44ເຖິງຢ່າງໃດກໍຕາມ, ພວກເຂົາຍັງຕັ້ງໃຈທີ່ຈະຂຶ້ນໄປຍັງເນີນພູສູງ, ແມ່ນແຕ່ໂມເຊ ຫລື ຫີບພັນທະສັນຍາຂອງພຣະເຈົ້າຢາເວກໍບໍ່ໄດ້ເຄື່ອນຍ້າຍໄປຈາກຄ້າຍພັກ. 45ແລ້ວຊາວອາມາເຫລັກກັບຊາວການາອານທີ່ອາໄສຢູ່ໃນເຂດເນີນພູນັ້ນກໍລົງມາແລ້ວໂຈມຕີພວກເຂົາ ແລະ ໄລ່ຕີພວກເຂົາຕະຫລອດທາງໄປສູ່ໂຮມາ.
Currently Selected:
ຈົດບັນຊີ 14: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.