YouVersion Logo
Search Icon

ຈົດບັນຊີ 14

14
ປະຊາຊົນ​ກະບົດ
1ໃນ​ຄືນ​ນັ້ນ​ປະຊາຊົນ​ທັງປວງ​ຕ່າງ​ກໍ​ພາກັນ​ສົ່ງ​ສຽງ​ຮ້ອງໄຫ້​ດັງ​ສະໜັ່ນ. 2ຄົນ​ອິດສະຣາເອນ​ທັງຫລາຍ​ໄດ້​ຈົ່ມ​ຮ້າຍ​ໃສ່​ໂມເຊ ແລະ ອາໂຣນ, ແລ້ວ​ຊຸມຊົນ​ທັງໝົດ​ກໍ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ເຮົາ​ສົມຄວນ​ຈະ​ຕາຍ​ຕັ້ງແຕ່​ຍັງ​ຢູ່​ທີ່​ເອຢິບ​ພຸ້ນ! ຫລື​ບໍ່​ກໍ​ຕາຍ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້! 3ເປັນຫຍັງ​ພຣະເຈົ້າ​ຢາເວ​ຈຶ່ງ​ພາ​ພວກເຮົາ​ມາ​ຍັງ​ດິນແດນ​ແຫ່ງ​ນີ້​ພຽງ​ແຕ່​ເພື່ອ​ໃຫ້​ຕາຍ​ດ້ວຍ​ຄົມ​ດາບ? ບັນດາ​ເມຍ ແລະ ລູກ​ຂອງ​ພວກເຮົາ​ຈະ​ຕ້ອງ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ພວກເຮົາ​ອອກຈາກ​ບ່ອນ​ນີ້​ກັບ​ຄືນ​ໄປ​ເອຢິບ​ບໍ່​ດີ​ກວ່າ​ບໍ?” 4ແລ້ວ​ພວກເຂົາ​ເວົ້າ​ຕໍ່​ກັນ​ວ່າ, “ພວກເຮົາ​ຄວນ​ຈະ​ເລືອກ​ຜູ້ນຳ​ຈັກ​ໜຶ່ງ​ຄົນ​ແລ້ວ​ກັບ​ຄືນ​ໄປ​ເອຢິບ”.
5ໂມເຊ ແລະ ອາໂຣນ​ຈຶ່ງ​ໝູບໜ້າ​ລົງ​ກັບ​ພື້ນ​ຕໍ່ໜ້າ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ທີ່​ຮວມ​ກັນ​ຢູ່​ທີ່​ນັ້ນ. 6ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ຜູ້​ທີ່​ໄດ້​ຮ່ວມ​ໃນ​ການ​ອອກ​ໄປ​ສຳຫລວດ​ດິນແດນ​ດ້ວຍ​ກັນ, ຈຶ່ງ​ຈີກ​ເສື້ອຜ້າ​ຂອງ​ຕົນ 7ແລະ ກ່າວ​ແກ່​ຄົນ​ອິດສະຣາເອນ​ທັງໝົດ​ວ່າ, “ດິນແດນ​ທີ່​ພວກເຮົາ​ເຂົ້າໄປ​ສຳຫລວດ​ນັ້ນ​ດີ​ແທ້ໆ. 8ຖ້າ​ພຣະເຈົ້າ​ຢາເວ​ພໍໃຈ​ຕໍ່​ພວກເຮົາ, ພຣະອົງ​ກໍ​ຈະ​ນຳ​ພວກເຮົາ​ເຂົ້າໄປ​ໃນ​ດິນແດນ​ນັ້ນ, ດິນແດນ​ທີ່​ອຸດົມ​ດ້ວຍ​ນ້ຳນົມ ແລະ ນ້ຳເຜິ້ງ ແລະ ຈະ​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ພວກເຮົາ. 9ຂໍ​ພຽງ​ແຕ່​ພວກເຮົາ​ຢ່າ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢາເວ​ເທົ່ານັ້ນ. ແລະ ບໍ່​ຕ້ອງ​ຢ້ານ​ປະຊາຊົນ​ທີ່​ຢູ່​ໃນ​ດິນແດນ​ນັ້ນ, ເພາະ​ວ່າ​ພວກເຮົາ​ຈະ​ກືນ​ກິນ​ພວກເຂົາ. ສິ່ງ​ທີ່​ປົກປັກ​ຮັກສາ​ພວກເຂົາ​ກໍ​ສູນສິ້ນ​ໄປ, ແຕ່​ພຣະເຈົ້າ​ຢາເວ​ຢູ່​ກັບ​ພວກເຮົາ. ບໍ່​ຕ້ອງ​ຢ້ານ​ພວກເຂົາ​ເລີຍ”.
10ແຕ່​ຊຸມຊົນ​ທັງໝົດ​ໄດ້​ປຶກສາ​ກັນ​ຈະ​ແກວ່ງ​ກ້ອນຫີນ​ໃສ່​ພວກເຂົາ. ແຕ່​ແລ້ວ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ປາກົດ​ຂຶ້ນ​ຕໍ່​ຄົນ​ອິດສະຣາເອນ​ທັງຫລາຍ​ທີ່​ເຕັນນັດພົບ. 11ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, “ປະຊາຊົນ​ເຫລົ່ານີ້​ຈະ​ຢຽດຢາມ​ເຮົາ​ໄປ​ອີກ​ດົນ​ປານ​ໃດ? ພວກເຂົາ​ຈະ​ບໍ່​ຍອມ​ເຊື່ອ​ໃນ​ເຮົາ​ອີກ​ດົນ​ປານ​ໃດ? ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ສະແດງ​ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ພວກເຂົາ. 12ເຮົາ​ຈະ​ສົ່ງ​ໂລກລະບາດ​ລົງ​ມາ ແລະ ທຳລາຍ​ພວກເຂົາ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ຊົນຊາດ​ໃຫຍ່ ແລະ ແຂງແກ່ນ​ກວ່າ​ພວກເຂົາ”.
13ໂມເຊ​ກ່າວ​ຕໍ່​ພຣະເຈົ້າ​ຢາເວ​ວ່າ, “ແລ້ວ​ຊາວ​ເອຢິບ​ຈະ​ໄດ້​ຍິນ​ເລື່ອງ​ນີ້! ໂດຍ​ລິດອຳນາດ​ຂອງ​ພຣະອົງ ຂໍ​ພຣະອົງ​ນຳພາ​ປະຊາຊົນ​ເຫລົ່ານີ້​ອອກ​ມາ​ຈາກ​ທ່າມກາງ​ພວກເຂົາ. 14ແລະ ພວກເຂົາ​ຈະ​ເລົ່າ​ເລື່ອງ​ນີ້​ໃຫ້​ຄົນ​ທີ່​ອາໄສ​ຢູ່​ໃນ​ດິນແດນ​ແຫ່ງນີ້​ຟັງ. ຂ້າ​ແດ່​ພຣະເຈົ້າ​ຢາເວ, ພວກເຂົາ​ໄດ້​ຍິນ​ແລ້ວ​ວ່າ​ພຣະອົງ​ຢູ່​ກັບ​ປະຊາຊົນ​ເຫລົ່ານີ້, ຂ້າ​ແດ່​ພຣະເຈົ້າ​ຢາເວ, ພວກ​ເຂົາ​ໄດ້​ເຫັນ​ໃບໜ້າ​ຂອງ​ພຣະອົງ​ແລ້ວ ແລະ ຮູ້​ວ່າ​ເມກ​ຂອງ​ພຣະອົງ​ຢຸດ​ຢູ່​ເໜືອ​ພວກເຂົາ, ແລະ ເຫັນ​ວ່າ​ພຣະອົງ​ນຳໜ້າ​ພວກເຂົາ​ໄປ​ດ້ວຍ​ເສົາ​ເມກ​ໃນ​ເວລາ​ກາງເວັນ ແລະ ດ້ວຍ​ເສົາ​ໄຟ​ໃນ​ເວລາ​ກາງຄືນ. 15ຖ້າ​ພຣະອົງ​ຂ້າ​ປະຊາຊົນ​ເຫລົ່ານີ້​ທັງໝົດ, ໂດຍ​ບໍ່​ເວັ້ນ​ແມ່ນ​ແຕ່​ຄົນດຽວ​ໃຫ້​ມີຊີວິດ​ຢູ່​ນັ້ນ, ຊົນຊາດ​ທັງຫລາຍ​ທີ່​ໄດ້​ຍິນ​ເລື່ອງ​ກ່ຽວກັບ​ພຣະອົງ​ກໍ​ຈະ​ເວົ້າ​ວ່າ, 16‘ພຣະເຈົ້າ​ຢາເວ​ບໍ່​ສາມາດ​ນຳ​ຄົນ​ເຫລົ່ານີ້​ໄປ​ຍັງ​ດິນແດນ​ທີ່​ສັນຍາ​ໂດຍ​ຄຳສາບານ​ກັບ​ພວກເຂົາ​ໄດ້, ດັ່ງນັ້ນ ພຣະອົງ​ຈຶ່ງ​ຂ້າ​ພວກເຂົາ​ໃນ​ຖິ່ນແຫ້ງແລ້ງກັນດານ’.
17“ບັດນີ້ ຂໍ​ພຣະເຈົ້າ​ຢາເວ​ໄດ້​ສະແດງ​ກຳລັງ​ຂອງ​ພຣະອົງ, ດັ່ງ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ວ່າ: 18‘ພຣະເຈົ້າ​ຢາເວ​ຊ້າ​ໃນ​ຄວາມ​ໃຈຮ້າຍ, ເຕັມລົ້ນ​ດ້ວຍ​ຄວາມ​ຮັກ ແລະ ອະໄພ​ບາບ ແລະ ການ​ກະບົດ. ແຕ່​ພຣະອົງ​ຈະ​ບໍ່​ລະເວັ້ນ​ໂທດ​ຜູ້​ທີ່​ເຮັດ​ຜິດ; ພຣະອົງ​ຈະ​ລົງໂທດ​ລູກຫລານ​ເພາະ​ບາບ​ຂອງ​ບັນພະບຸລຸດ​ເຖິງ​ສາມ​ສີ່​ຊົ່ວ​ອາຍຸ​ຄົນ’. 19ໂດຍ​ເຫັນ​ແກ່​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງພຣະອົງ​ຂໍ​ອະໄພ​ບາບ​ຂອງ​ປະຊາຊົນ​ເຫລົ່ານີ້, ດັ່ງ​ທີ່​ພຣະອົງ​ໄດ້​ອະໄພ​ໃຫ້​ພວກເຂົາ​ຈາກ​ເວລາ​ທີ່​ພວກເຂົາ​ອອກຈາກ​ເອຢິບ​ຈົນ​ມາ​ເຖິງ​ເວລານີ້”.
20ພຣະເຈົ້າ​ຢາເວ​ຕອບ​ວ່າ, “ເຮົາ​ໄດ້​ອະໄພ​ໃຫ້​ພວກເຂົາ, ຕາມ​ທີ່​ເຈົ້າ​ໄດ້​ຂໍຮ້ອງ​ແລ້ວ. 21ເຖິງຢ່າງໃດກໍຕາມ, ແຕ່​ເຮົາ​ມີຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ກໍ​ມີ​ຢູ່​ເຕັມ​ທົ່ວ​ແຜ່ນດິນໂລກ​ສັນນັ້ນ, 22ບໍ່​ແມ່ນ​ຜູ້​ທີ່​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ເຮົາ ແລະ ເຫັນ​ໝາຍສຳຄັນ​ທີ່​ເຮົາ​ໄດ້​ສະແດງ​ໃນ​ເອຢິບ ແລະ ໃນ​ຖິ່ນແຫ້ງແລ້ງກັນດານ​ແລ້ວ​ແຕ່​ຍັງ​ບໍ່​ຍອມ​ເຊື່ອຟັງ​ເຮົາ ແລະ ທົດລອງ​ເຮົາ​ນັບ​ສິບ​ຄັ້ງ, 23ບໍ່​ມີ​ຜູ້​ໃດ​ໃນ​ພວກເຂົາ​ຈະ​ໄດ້​ເຫັນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ໂດຍ​ຄຳສາບານ​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ. ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ທີ່​ປະຕິບັດ​ຕໍ່​ເຮົາ​ດ້ວຍ​ການໝິ່ນປະໝາດ​ແລ້ວ​ຈະ​ໄດ້​ເຫັນ​ດິນແດນ​ນີ້. 24ແຕ່​ເພາະ​ກາເລັບ​ຜູ້ຮັບໃຊ້​ຂອງ​ເຮົາ​ທີ່​ມີ​ຈິດໃຈ​ແຕກຕ່າງ ແລະ ຕິດຕາມ​ເຮົາ​ຢ່າງ​ສຸດໃຈ, ເຮົາ​ຈະ​ນຳພາ​ລາວ​ເຂົ້າໄປ​ຍັງ​ດິນແດນ​ທີ່​ລາວ​ໄດ້​ເຂົ້າໄປ​ແລ້ວ​ນັ້ນ, ແລະ ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ຮັບ​ດິນແດນ​ນັ້ນ​ເປັນ​ມໍລະດົກ. 25ເນື່ອງ​ຈາກ​ຊາວອາມາເຫລັກ ແລະ ຊາວການາອານ​ທີ່​ອາໄສ​ຢູ່​ໃນ​ຮ່ອມພູ​ຕ່າງໆ​ນັ້ນ, ມື້ອື່ນ​ຈົ່ງ​ກັບ​ຄືນ​ໄປ​ຖິ່ນແຫ້ງແລ້ງ​ກັນດານ ແລະ ອອກເດີນທາງ​ມຸ່ງໜ້າ​ໄປ​ສູ່​ທະເລແດງ”.#14:25 ຫລື ທະເລ​ໄມ້ອໍ້
26ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ ແລະ ອາໂຣນ​ວ່າ: 27“ຊຸມຊົນ​ທີ່​ຊົ່ວຮ້າຍ​ນີ້​ຈະ​ຈົ່ມ​ຕໍ່ສູ້​ເຮົາ​ໄປ​ອີກ​ດົນ​ປານໃດ​ນໍ? ເຮົາ​ໄດ້ຍິນ​ຄຳຈົ່ມ​ຕຳໜິ​ຂອງ​ຄົນ​ອິດສະຣາເອນ​ເຫລົ່ານີ້​ແລ້ວ. 28ດັ່ງນັ້ນ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຢາເວ​ປະກາດ​ວ່າ​ດັ່ງນີ້, ເຮົາ​ມີ​ຊີວິດ​ຢູ່​ແນ່ແທ້​ສັນໃດ ເຮົາ​ຈະ​ເຮັດ​ກັບ​ພວກເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຍິນ​ພວກເຈົ້າ​ເວົ້າ​ສັນນັ້ນ 29ຄື​ທຸກຄົນ​ໃນ​ພວກເຈົ້າ​ທີ່​ມີ​ອາຍຸ 20 ປີ​ຫລື​ຫລາຍກວ່າ ຕາມ​ທີ່​ໄດ້​ຂຶ້ນ​ທະບຽນ​ໄວ້​ແລ້ວ ແລະ ທັງເປັນ​ຜູ້​ຈົ່ມວ່າ​ຕໍ່ສູ້​ເຮົາ ພວກເຈົ້າ​ຈະ​ລົ້ມ​ຕາຍ​ລົງ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້. 30ຈະ​ບໍ່​ມີໃຜ​ຈັກ​ຄົນ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ສາບານ​ດ້ວຍ​ການ​ຍົກມືຂຶ້ນ​ວ່າ​ຈະ​ມອບ​ໃຫ້​ເປັນ​ທີ່ຢູ່​ອາໄສ​ຂອງ​ພວກເຈົ້າ, ຍົກເວັ້ນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ກັບ​ໂຢຊວຍ​ລູກຊາຍ​ຂອງ​ນູນ. 31ສ່ວນ​ລູກຫລານ​ທີ່​ພວກເຈົ້າ​ເວົ້າ​ວ່າ​ຈະ​ຖືກ​ຈັບໄປ​ເປັນ​ຊະເລີຍ​ນັ້ນ, ເຮົາ​ຈະ​ນຳພາ​ພວກເຂົາ​ເຂົ້າໄປ​ຊື່ນຊົມຍິນດີ​ກັບ​ດິນແດນ​ທີ່​ພວກເຈົ້າ​ໄດ້​ປະຕິເສດ​ແລ້ວ. 32ແຕ່​ສ່ວນ​ພວກເຈົ້າ​ນັ້ນ, ຈະ​ລົ້ມ​ຕາຍ​ລົງ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້. 33ລູກຫລານ​ຂອງ​ພວກເຈົ້າ​ຈະ​ເປັນ​ຄົນລ້ຽງແກະ​ຢູ່​ທີ່​ນີ້​ເປັນ​ເວລາ​ສີ່ສິບ​ປີ, ເປັນ​ຄວາມທຸກທໍລະມານ​ເພາະ​ຄວາມບໍ່ຊື່ສັດ​ຂອງ​ພວກເຈົ້າ, ຈົນກວ່າ​ຄົນ​ສຸດທ້າຍ​ໃນ​ພວກເຈົ້າ​ຈະ​ລົ້ມ​ຕາຍ​ລົງ​ໃນ​ຖິ່ນແຫ້ງແລ້ງກັນດານ. 34ພວກເຈົ້າ​ຈະ​ທຸກທໍລະມານ​ເພາະ​ບາບ​ຂອງ​ຕົນ ແລະ ຈະ​ຮູ້​ວ່າ​ການ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຕໍ່ສູ້​ກັບ​ພວກເຈົ້າ​ນັ້ນ​ເປັນ​ເວລາ​ສີ່ສິບ​ປີ​ຄື: ໜຶ່ງ​ປີ​ແທນ​ໜຶ່ງ​ວັນ​ຂອງ​ສີ່ສິບ​ວັນ​ແຫ່ງ​ການ​ສຳຫລວດ​ດິນແດນ’. 35ເຮົາ​ຄື​ພຣະເຈົ້າ​ຢາເວ, ໄດ້​ກ່າວ​ແລ້ວ, ແລະ ແນ່ນອນ​ເຮົາ​ຈະ​ເຮັດ​ສິ່ງ​ເຫລົ່ານີ້​ແກ່​ຊຸມຊົນ​ຊົ່ວຮ້າຍ​ທັງໝົດ, ເຊິ່ງ​ລວມຕົວກັນ​ຕໍ່ຕ້ານ​ເຮົາ. ພວກເຂົາ​ຈະ​ພົບ​ຈຸດຈົບ​ຂອງ​ພວກເຂົາ​ໃນ​ຖິ່ນແຫ້ງແລ້ງກັນດານ​ນີ້; ພວກເຂົາ​ຈະ​ຕາຍ​ໃນ​ທີ່​ນີ້”.
36ດັ່ງນັ້ນ​ພວກຄົນ​ທີ່​ໂມເຊ​ໄດ້​ສົ່ງ​ໄປ​ສຳຫລວດ​ດິນແດນ, ຜູ້​ທີ່​ໄດ້​ກັບມາ​ແລ້ວ ແລະ ເຮັດ​ໃຫ້​ຊຸມຊົນ​ທັງໝົດ​ຈົ່ມ​ຕໍ່ສູ້​ໂມເຊ​ໂດຍ​ກະຈາຍ​ເລື່ອງ​ບໍ່ດີ​ກ່ຽວກັບ​ດິນແດນ​ນັ້ນ 37ພວກຄົນ​ເຫລົ່ານີ້​ຜູ້​ທີ່​ກະຈາຍ​ເລື່ອງ​ບໍ່ດີ​ກ່ຽວກັບ​ດິນແດນ​ນັ້ນ​ກໍ​ໄດ້​ລົ້ມ​ຕາຍ​ລົງ​ດ້ວຍ​ໂລກລະບາດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 38ໃນ​ບັນດາ​ຄົນ​ທີ່​ໄປ​ສຳຫລວດ​ດິນແດນ​ນັ້ນ, ມີ​ພຽງ​ແຕ່​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກັບ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ​ເທົ່ານັ້ນ​ທີ່​ມີຊີວິດ​ຢູ່.
39ເມື່ອ​ໂມເຊ​ລາຍງານ​ເລື່ອງ​ນີ້​ແກ່​ຄົນ​ອິດສະຣາເອນ​ທັງໝົດ​ແລ້ວ, ພວກເຂົາ​ກໍ​ພາກັນ​ໄວ້ທຸກ​ຢ່າງ​ຂົມຂື່ນ. 40ແຕ່​ເຊົ້າໆ​ຂອງ​ມື້​ຕໍ່ມາ ພວກເຂົາ​ກໍ​ອອກເດີນທາງ​ໄປ​ຍັງ​ຈຸດ​ສູງສຸດ​ຂອງ​ເນີນພູ, ແລ້ວ​ກ່າວ​ວ່າ, “ບັດນີ້​ພວກເຮົາ​ພ້ອມ​ແລ້ວ​ທີ່​ຈະ​ຂຶ້ນໄປ​ຍັງ​ດິນແດນ​ທີ່​ພຣະເຈົ້າ​ຢາເວ​ສັນຍາ​ໄວ້. ພວກເຮົາ​ຍອມຮັບ​ວ່າ​ພວກເຮົາ​ໄດ້​ເຮັດ​ບາບ​ແລ້ວ!”
41ແຕ່​ໂມເຊ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ? ສິ່ງ​ນີ້​ຈະ​ບໍ່​ສຳເລັດ! 42ຢ່າ​ຂຶ້ນ​ໄປ​ເລີຍ, ເພາະ​ພຣະເຈົ້າ​ຢາເວ​ບໍ່​ໄດ້​ສະຖິດ​ຢູ່​ກັບ​ພວກເຈົ້າ. ພວກເຈົ້າ​ຈະ​ພ່າຍແພ້​ພວກສັດຕູ​ຂອງ​ພວກເຈົ້າ, 43ເພາະ​ຊາວອາມາເຫລັກ​ກັບ​ຊາວການາອານ​ຈະ​ປະເຊີນໜ້າ​ກັບ​ພວກ​ເຈົ້າ​ຢູ່​ທີ່​ນັ້ນ. ເພາະ​ພວກເຈົ້າ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ຢາເວ, ພຣະອົງ​ຈະ​ບໍ່​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ລົ້ມຕາຍ​ດ້ວຍ​ຄົມດາບ”.
44ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກເຂົາ​ຍັງ​ຕັ້ງໃຈ​ທີ່​ຈະ​ຂຶ້ນ​ໄປ​ຍັງ​ເນີນ​ພູ​ສູງ, ແມ່ນແຕ່​ໂມເຊ ຫລື ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຢາເວ​ກໍ​ບໍ່​ໄດ້​ເຄື່ອນຍ້າຍ​ໄປ​ຈາກ​ຄ້າຍພັກ. 45ແລ້ວ​ຊາວອາມາເຫລັກ​ກັບ​ຊາວການາອານ​ທີ່​ອາໄສ​ຢູ່​ໃນ​ເຂດ​ເນີນພູ​ນັ້ນ​ກໍ​ລົງ​ມາ​ແລ້ວ​ໂຈມຕີ​ພວກເຂົາ ແລະ ໄລ່​ຕີ​ພວກເຂົາ​ຕະຫລອດ​ທາງ​ໄປ​ສູ່​ໂຮມາ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in