ເຖິງຢ່າງໃດກໍຕາມ, ແຕ່ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍມີຢູ່ເຕັມທົ່ວແຜ່ນດິນໂລກສັນນັ້ນ, ບໍ່ແມ່ນຜູ້ທີ່ໄດ້ເຫັນສະຫງ່າລາສີຂອງເຮົາ ແລະ ເຫັນໝາຍສຳຄັນທີ່ເຮົາໄດ້ສະແດງໃນເອຢິບ ແລະ ໃນຖິ່ນແຫ້ງແລ້ງກັນດານແລ້ວແຕ່ຍັງບໍ່ຍອມເຊື່ອຟັງເຮົາ ແລະ ທົດລອງເຮົານັບສິບຄັ້ງ, ບໍ່ມີຜູ້ໃດໃນພວກເຂົາຈະໄດ້ເຫັນດິນແດນທີ່ເຮົາໄດ້ສັນຍາໂດຍຄຳສາບານແກ່ບັນພະບຸລຸດຂອງພວກເຂົາ. ບໍ່ມີຜູ້ໃດຈັກຄົນທີ່ປະຕິບັດຕໍ່ເຮົາດ້ວຍການໝິ່ນປະໝາດແລ້ວຈະໄດ້ເຫັນດິນແດນນີ້.