YouVersion Logo
Search Icon

ມີກາ 7

7
ຄວາມ​ທຸກຍາກ​ຂອງ​ອິດສະຣາເອນ
1ໝົດ​ຫວັງ​ແລ້ວ​ນໍ!
ຂ້າພະເຈົ້າ​ເປັນ​ເໝືອນ​ຄົນ​ໄປ​ເກັບ​ໝາກໄມ້​ໃນ​ລະດູ​ຮ້ອນ
ຫລັງຈາກ​ເພິ່ນ​ເກັບ​ໝາກອະງຸ່ນ​ໄປ​ໝົດ​ສວນ​ແລ້ວ
ບໍ່​ມີ​ພວງ​ໝາກອະງຸ່ນ​ໃຫ້​ຮັບ​ກິນ​ເລີຍ,
ບໍ່​ມີ​ທັງ​ໝາກເດື່ອ​ຕົ້ນ​ລະດູ​ທີ່​ຂ້າພະເຈົ້າ​ຢາກ​ກິນ.
2ຄົນ​ຊອບທຳ​ນັ້ນ​ຖືກ​ກວາດ​ໄປ​ຈາກ​ແຜ່ນດິນ;
ບໍ່​ມີ​ຄົນ​ສັດຊື່​ເຫລືອ​ຢູ່​ແມ່ນ​ແຕ່​ຄົນ​ດຽວ.
ທຸກຄົນ​ດັກ​ລໍຖ້າ​ຂ້າ​ຄົນ;
ພວກເຂົາ​ຕ່າງ​ກໍ​ແກວ່ງ​ຕາໜ່າງ​ດັກ​ພີ່ນ້ອງ​ຂອງ​ຕົນ.
3ມື​ທັງ​ສອງ​ເບື້ອງ​ກໍ​ຊຳນານ​ໃນ​ການ​ເຮັດ​ຊົ່ວ;
ຜູ້ປົກຄອງ​ຮຽກຮ້ອງ​ຂອງຂັວນ,
ຜູ້ຕັດສິນ​ຄະດີ​ກໍ​ຮັບ​ສິນບົນ,
ຜູ້​ມີ​ອິດທິພົນ​ກໍ​ສັ່ງ​ການ​ຕາມ​ໃຈ​ມັກ​ຂອງ​ພວກເຂົາ
ພວກເຂົາ​ທັງໝົດ​ຮ່ວມ​ຫົວ​ກັນ.
4ແມ່ນ​ແຕ່​ຄົນ​ທີ່​ດີ​ທີ່ສຸດ​ໃນ​ທ່າມກາງ​ພວກເຂົາ​ກໍ​ເປັນ​ເໝືອນ​ຕົ້ນ​ໜາມ,
ຄົນ​ທີ່​ທ່ຽງທຳ​ທີ່ສຸດ​ກໍ​ຊົ່ວ​ຍິ່ງ​ກວ່າ​ຮົ້ວ​ໜາມ.
ມື້​ຂອງ​ຜູ້​ທີ່​ຈັບ​ຕາ​ເບິ່ງ​ເຈົ້າ​ນັ້ນ​ກໍ​ມາ​ເຖິງ​ແລ້ວ,
ເປັນ​ວັນ​ທີ່​ພຣະເຈົ້າ​ມາ​ຫາ​ພວກເຈົ້າ.
ບັດນີ້ ເຖິງ​ເວລາ​ແລ້ວ​ທີ່​ພວກເຂົາ​ຈະ​ສັບສົນ​ວຸ້ນວາຍ.
5ຢ່າ​ວາງໃຈ​ເພື່ອນ​ບ້ານ;
ຢ່າ​ໝັ້ນໃຈ​ໃນ​ມິດ​ສະຫາຍ.
ແມ່ນ​ແຕ່​ຍິງ​ທີ່​ນອນ​ຢູ່​ໃນ​ອ້ອມ​ເອິກ​ຂອງ​ພວກເຈົ້າ
ຈົ່ງ​ລະວັງ​ຄຳ​ເວົ້າ​ຂອງ​ຮີມສົບ​ຂອງ​ພວກເຈົ້າ.
6ເພາະ​ລູກຊາຍ​ຈະ​ດູຖູກ​ພໍ່​ຂອງ​ຕົນ,
ລູກສາວ​ຈະ​ລຸກຂຶ້ນ​ຕໍ່ຕ້ານ​ແມ່​ຂອງ​ຕົນ,
ລູກໃພ້​ຂັດແຍ້ງ​ກັບ​ແມ່ຍ່າ
ສັດຕູ​ຂອງ​ລາວ​ຈະ​ເປັນ​ຄົນ​ທີ່​ຢູ່​ໃນ​ຄົວ​ເຮືອນ​ຂອງ​ລາວ​ເອງ.
7ແຕ່​ສ່ວນ​ຂ້າພຣະເຈົ້າ, ຂ້າພະເຈົ້າ​ຈະ​ມຸ່ງ​ຫວັງ​ໃນ​ພຣະເຈົ້າ​ຢາເວ,
ຂ້າພຣະເຈົ້າ​ລໍຖ້າ​ພຣະເຈົ້າ ພຣະຜູ້ຊ່ວຍ​ຂອງ​ຂ້າພຣະເຈົ້າ;
ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ຟັງ​ສຽງ​ຂອງ​ຂ້າພະເຈົ້າ.
ອິດສະຣາເອນ​ຈະ​ລຸກຂຶ້ນ​ມາ
8ສັດຕູ​ຂອງ​ຂ້ອຍ, ຢ່າ​ຍິ້ມ​ເຢາະເຢີ້ຍ​ຂ້ອຍ​ເລີຍ!
ເຖິງ​ແມ່ນ​ວ່າ​ຂ້ອຍ​ໄດ້​ລົ້ມ​ລົງ, ຂ້ອຍ​ກໍ​ຈະ​ລຸກຂຶ້ນ​ມາ​ອີກ.
ເຖິງ​ແມ່ນ​ວ່າ​ຂ້ອຍ​ນັ່ງ​ຢູ່​ໃນ​ຄວາມ​ມືດ,
ພຣະເຈົ້າ​ຢາເວ​ກໍ​ຈະ​ເປັນຄວາມ​ສະຫວ່າງ​ຂອງ​ຂ້ອຍ.
9ເພາະ​ຂ້າພະເຈົ້າ​ໄດ້​ເຮັດ​ບາບ​ຕໍ່​ພຣະອົງ,
ຂ້າພະເຈົ້າ​ກໍ​ຈະ​ທົນ​ຮັບ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ,
ຈົນ​ພຣະອົງ​ວ່າ​ຄະດີ​ຄວາມ​ໃຫ້​ຂ້າພະເຈົ້າ
ແລະ ປົກປ້ອງ​ສິດ​ຂອງ​ຂ້າພຣະເຈົ້າ​ໄວ້.
ພຣະອົງ​ຈະ​ນຳ​ຂ້ອຍ​ອອກ​ມາ​ສູ່​ຄວາມ​ສະຫວ່າງ;
ຂ້າພະເຈົ້າ​ຈະ​ເຫັນ​ຄວາມ​ຊອບທຳ​ຂອງ​ພຣະອົງ.
10ແລ້ວ​ສັດຕູ​ຂອງ​ຂ້າພະເຈົ້າ​ກໍ​ຈະ​ເຫັນ
ແລະ ຖືກ​ປົກຄຸມ​ດ້ວຍ​ຄວາມ​ອັບອາຍ,
ຜູ້​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ,
“ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ​ຢູ່​ໃສ?”
ຕາ​ຂອງ​ຂ້າພະເຈົ້າ​ກໍ​ຈະ​ເຫັນ​ລາວ​ລົ້ມ​ລົງ
ບັດນີ້​ແຫລະ ລາວ​ຈະ​ຖືກ​ຢຽບ​ຢ່ຳ​ຢູ່​ກ້ອງ​ຕີນ.
ເໝືອນ​ຂີ້ຕົມ​ຢູ່​ເທິງ​ຖະໜົນ.
11ມື້​ສ້າງ​ກຳແພງ​ໃຫ້​ເຈົ້າ​ນັ້ນ​ຈະ​ມາ​ເຖິງ,
ເປັນ​ວັນ​ທີ່​ຈະ​ຂະຫຍາຍ​ເຂດແດນ​ຂອງ​ເຈົ້າ​ອອກ​ໄປ.
12ໃນ​ມື້​ນັ້ນ ຄົນ​ທັງຫລາຍ​ຈະ​ມາ​ຫາ​ເຈົ້າ
ຈາກ​ອັດຊີເຣຍ ແລະ ເມືອງ​ຕ່າງໆ​ຂອງ​ເອຢິບ,
ເຖິງ​ແມ່ນ​ວ່າ​ຈາກ​ເອຢິບ​ໄປ​ຫາ​ເອີຟຣັດ
ຈາກ​ທະເລ​ໄປ​ຫາ​ທະເລ
ແລະ ຈາກ​ພູເຂົາ​ໄປ​ຫາ​ພູເຂົາ.
13ແຜ່ນດິນ​ໂລກ​ຈະ​ແຫ້ງແລ້ງ​ເພາະ​ຊາວ​ໂລກ.
ນັ້ນ​ເປັນ​ຜົນ​ຈາກ​ການ​ກະທຳ​ຂອງ​ພວກເຂົາ.
ຄຳ​ອະທິຖານ ແລະ ສັນລະເສີນ
14ຂໍ​ໂຜດ​ລ້ຽງດູ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄມ້ຄ້ອນເທົ້າ​ຂອງ​ພຣະອົງ,
ລ້ຽງດູ​ຝູງ​ແກະ​ທີ່​ເປັນ​ກຳມະສິດ​ຂອງ​ພຣະອົງ,
ເຊິ່ງ​ດຳລົງ​ຊີວິດ​ດ້ວຍ​ຕົນ​ເອງ​ຢູ່​ໃນ​ປ່າ,
ໃນ​ທົ່ງຫຍ້າ​ທີ່​ອຸດົມສົມບູນ.#7:14 ຫລື ກາງ​ພູເຂົາ​ກາເມນ
ໃຫ້​ພວກເຂົາ​ຫາ​ກິນ​ໃນ​ບາຊານ ແລະ ກີເລອາດ
ເໝືອນ​ໃນ​ອະດີດ​ດົນ​ມາ​ແລ້ວ.
15“ເໝືອນ​ເມື່ອ​ຄັ້ງ​ທີ່​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ
ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ເຫັນ​ການ​ອັດສະຈັນ​ຂອງ​ເຮົາ”.
16ປະຊາຊາດ​ທັງຫລາຍ​ຈະ​ເຫັນ ແລະ ຕ້ອງ​ອັບອາຍ,
ແລະ ສູນເສຍ​ອຳນາດ​ທັງໝົດ​ຂອງ​ພວກເຂົາ.
ພວກເຂົາ​ຈະ​ເອົາ​ມື​ຂອງ​ພວກເຂົາ​ປິດ​ປາກ​ຕົນ​ເອງ
ແລະ ຫູ​ຂອງ​ພວກເຂົາ​ກໍ​ຈະ​ໜວກ​ໄປ.
17ພວກເຂົາ​ຈະ​ເລຍ​ຝຸ່ນ​ເໝືອນ​ງູ
ເໝືອນ​ສິ່ງ​ມີ​ຊີວິດ​ທີ່​ເລືອຄານ​ຢູ່​ຕາມ​ພື້ນດິນ.
ພວກເຂົາ​ຈະ​ໂຕ​ສັ່ນ​ເຊັນ​ອອກ​ມາ​ຈາກ​ຖ້ຳ​ຂອງ​ພວກເຂົາ
ພວກເຂົາ​ຈະ​ຫັນ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຢຳເກງ
ແລະ ຈະ​ຢ້ານ​ພຣະອົງ.
18ຜູ້ໃດ​ທີ່​ເປັນ​ພຣະເຈົ້າ​ເໝືອນ​ກັບ​ພຣະອົງ,
ຜູ້​ທີ່​ອະໄພ​ບາບ ແລະ ອະໄພ​ການ​ລ່ວງລະເມີດ
ຂອງ​ຄົນ​ທີ່​ເຫລືອ​ພຽງ​ຢິບ​ມື ເຊິ່ງ​ເປັນ​ກຳມະສິດ​ຂອງ​ພຣະອົງ?
ພຣະອົງ​ບໍ່​ໄດ້​ໃຈຮ້າຍ​ຢູ່​ຕະຫລອດໄປ
ແຕ່​ປີຕິຍິນດີ​ທີ່​ຈະ​ສະແດງ​ຄວາມ​ເມດຕາ.
19ພຣະອົງ​ຈະ​ເອັນ​ເມດຕາ​ສົງສານ​ພວກເຮົາ​ອີກ;
ຈະ​ຢຽບ​ບາບ​ທັງຫລາຍ​ຂອງ​ພວກເຮົາ​ໄວ້​ກ້ອງ​ຕີນ
ແລະ ແກວ່ງ​ຄວາມ​ຊົ່ວຊ້າ​ທັງໝົດ​ຂອງ​ພວກເຮົາ​ລົງ​ສູ່​ທະເລ​ເລິກ.
20ພຣະອົງ​ຈະ​ສັດຊື່​ຕໍ່​ຢາໂຄບ,
ແລະ ຈະ​ສະແດງ​ຄວາມ​ເມດຕາ​ແກ່​ອັບຣາຮາມ,
ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ
ແຕ່​ດົນ​ນານ​ມາ​ແລ້ວ.

Currently Selected:

ມີກາ 7: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in