YouVersion Logo
Search Icon

ນາຮູມ ຄຳນຳ

ຄຳນຳ
ເມື່ອ 612 ປີ​ກ່ອນ ຄສ. ເປັນ​ຊ່ວງ​ເວລາ​ທີ່​ອານາຈັກ​ຫລົ້ມຈົມ. ເມືອງ​ຫລວງ​ແມ່ນ​ນີເນເວ​ກໍ​ເກືອບ​ຈະ​ແຕກ​ໄປ​ກ່ອນ​ທີ່​ກອງ​ກຳລັງ​ຈາກ​ບາບີໂລນ, ມີດຽນ ແລະ ໄຊທຽນ​ຈະ​ຮວມ​ກັນ​ມາ​ຮຸກຮານ. ບັນດາ​ຊົນຊາດ​ທີ່​ເຄີຍ​ຖືກ​ອັດຊີເຣຍ​ກົດຂີ່​ຢ່າງ​ໂຫດ ຮ້າຍ​ກໍ​ບໍ່​ສົນໃຈ. ໃນ​ທັດສະນະ​ຂອງ​ພວກເຂົາ​ຊາວ​ອັດຊີເຣຍ​ກໍ​ໄດ້​ຊີມ​ລົດຊາດ​ຂົມ​ທີ່​ເຮັດ​ກັບ​ຊົນຊາດ​ອື່ນ​ມາ​ຢ່າງ​ດົນນານ. ຜູ້ທຳນວາຍ​ນາຮູມ​ໄດ້​ສະທ້ອນ​ຄວາມຄິດ​ນີ້​ແທນ​ຊາວ​ຢູດາ​ໃນ​ບໍລິບົດ​ທີ່​ພຣະເຈົ້າ​ປົກຄອງ​ເໜືອ​ອານາຈັກ​ທັງໝົດ​ໃນ​ໂລກ. ພຣະເຈົ້າ​ຈະ​ພິພາກສາ​ຊາວ​ອັດຊີເຣຍ, ເຖິງ​ແມ່ນ​ວ່າ​ພຣະອົງ​ຈະ​ໃຊ້​ພວກເຂົາ​ເປັນ​ເຄື່ອງມື​ກໍ​ຕາມ, ເພາະ​ຊາວ​ອັດຊີເຣຍ​ເປັນ​ພວກ​ທຳລາຍ​ລ້າງ ແລະ ຍິ່ງຈອງຫອງ.
ຄຳພະຍາກອນ​ຂອງ​ນາຮູມ​ບັນລະຍາຍ​ເຖິງ​ລັກສະນະ ແລະ ອຳນາດ​ຂອງ​ພຣະເຈົ້າ, ປະກາດ​ຄວາມ​ຕ້ອງການ​ຂອງ​ພຣະອົງ​ທີ່​ຈະ​ພິພາກສາ​ອັດຊີເຣຍ. ມີ​ຖ້ອຍຄຳ​ປອບໃຈ​ຢູດາ​ທີ່​ສະຫລັບ​ກັນ​ໄປ​ກັບ​ຖ້ອຍຄຳ​ລົງໂທດ​ນີເນເວ. ການ​ພິພາກສາ​ຂອງ​ພຣະເຈົ້າ​ເຫັນ​ໄດ້​ຊັດເຈນ​ເມື່ອ​ອັດຊີເຣຍ​ພະຍາຍາມ​ປ້ອງກັນ​ເມືອງຫລວງ ແຕ່​ບໍ່​ເຫັນ​ຜົນ ແລະ ໃນ​ທີ່ສຸດ​ກໍ​ພ່າຍແພ້.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in