ມີກາ 7
7
ຄວາມທຸກຍາກຂອງອິດສະຣາເອນ
1ໝົດຫວັງແລ້ວນໍ!
ຂ້າພະເຈົ້າເປັນເໝືອນຄົນໄປເກັບໝາກໄມ້ໃນລະດູຮ້ອນ
ຫລັງຈາກເພິ່ນເກັບໝາກອະງຸ່ນໄປໝົດສວນແລ້ວ
ບໍ່ມີພວງໝາກອະງຸ່ນໃຫ້ຮັບກິນເລີຍ,
ບໍ່ມີທັງໝາກເດື່ອຕົ້ນລະດູທີ່ຂ້າພະເຈົ້າຢາກກິນ.
2ຄົນຊອບທຳນັ້ນຖືກກວາດໄປຈາກແຜ່ນດິນ;
ບໍ່ມີຄົນສັດຊື່ເຫລືອຢູ່ແມ່ນແຕ່ຄົນດຽວ.
ທຸກຄົນດັກລໍຖ້າຂ້າຄົນ;
ພວກເຂົາຕ່າງກໍແກວ່ງຕາໜ່າງດັກພີ່ນ້ອງຂອງຕົນ.
3ມືທັງສອງເບື້ອງກໍຊຳນານໃນການເຮັດຊົ່ວ;
ຜູ້ປົກຄອງຮຽກຮ້ອງຂອງຂັວນ,
ຜູ້ຕັດສິນຄະດີກໍຮັບສິນບົນ,
ຜູ້ມີອິດທິພົນກໍສັ່ງການຕາມໃຈມັກຂອງພວກເຂົາ
ພວກເຂົາທັງໝົດຮ່ວມຫົວກັນ.
4ແມ່ນແຕ່ຄົນທີ່ດີທີ່ສຸດໃນທ່າມກາງພວກເຂົາກໍເປັນເໝືອນຕົ້ນໜາມ,
ຄົນທີ່ທ່ຽງທຳທີ່ສຸດກໍຊົ່ວຍິ່ງກວ່າຮົ້ວໜາມ.
ມື້ຂອງຜູ້ທີ່ຈັບຕາເບິ່ງເຈົ້ານັ້ນກໍມາເຖິງແລ້ວ,
ເປັນວັນທີ່ພຣະເຈົ້າມາຫາພວກເຈົ້າ.
ບັດນີ້ ເຖິງເວລາແລ້ວທີ່ພວກເຂົາຈະສັບສົນວຸ້ນວາຍ.
5ຢ່າວາງໃຈເພື່ອນບ້ານ;
ຢ່າໝັ້ນໃຈໃນມິດສະຫາຍ.
ແມ່ນແຕ່ຍິງທີ່ນອນຢູ່ໃນອ້ອມເອິກຂອງພວກເຈົ້າ
ຈົ່ງລະວັງຄຳເວົ້າຂອງຮີມສົບຂອງພວກເຈົ້າ.
6ເພາະລູກຊາຍຈະດູຖູກພໍ່ຂອງຕົນ,
ລູກສາວຈະລຸກຂຶ້ນຕໍ່ຕ້ານແມ່ຂອງຕົນ,
ລູກໃພ້ຂັດແຍ້ງກັບແມ່ຍ່າ
ສັດຕູຂອງລາວຈະເປັນຄົນທີ່ຢູ່ໃນຄົວເຮືອນຂອງລາວເອງ.
7ແຕ່ສ່ວນຂ້າພຣະເຈົ້າ, ຂ້າພະເຈົ້າຈະມຸ່ງຫວັງໃນພຣະເຈົ້າຢາເວ,
ຂ້າພຣະເຈົ້າລໍຖ້າພຣະເຈົ້າ ພຣະຜູ້ຊ່ວຍຂອງຂ້າພຣະເຈົ້າ;
ພຣະເຈົ້າຂອງຂ້າພະເຈົ້າຈະຟັງສຽງຂອງຂ້າພະເຈົ້າ.
ອິດສະຣາເອນຈະລຸກຂຶ້ນມາ
8ສັດຕູຂອງຂ້ອຍ, ຢ່າຍິ້ມເຢາະເຢີ້ຍຂ້ອຍເລີຍ!
ເຖິງແມ່ນວ່າຂ້ອຍໄດ້ລົ້ມລົງ, ຂ້ອຍກໍຈະລຸກຂຶ້ນມາອີກ.
ເຖິງແມ່ນວ່າຂ້ອຍນັ່ງຢູ່ໃນຄວາມມືດ,
ພຣະເຈົ້າຢາເວກໍຈະເປັນຄວາມສະຫວ່າງຂອງຂ້ອຍ.
9ເພາະຂ້າພະເຈົ້າໄດ້ເຮັດບາບຕໍ່ພຣະອົງ,
ຂ້າພະເຈົ້າກໍຈະທົນຮັບຄວາມໂກດຮ້າຍຂອງພຣະເຈົ້າຢາເວ,
ຈົນພຣະອົງວ່າຄະດີຄວາມໃຫ້ຂ້າພະເຈົ້າ
ແລະ ປົກປ້ອງສິດຂອງຂ້າພຣະເຈົ້າໄວ້.
ພຣະອົງຈະນຳຂ້ອຍອອກມາສູ່ຄວາມສະຫວ່າງ;
ຂ້າພະເຈົ້າຈະເຫັນຄວາມຊອບທຳຂອງພຣະອົງ.
10ແລ້ວສັດຕູຂອງຂ້າພະເຈົ້າກໍຈະເຫັນ
ແລະ ຖືກປົກຄຸມດ້ວຍຄວາມອັບອາຍ,
ຜູ້ທີ່ໄດ້ເວົ້າກັບຂ້າພະເຈົ້າວ່າ,
“ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຢູ່ໃສ?”
ຕາຂອງຂ້າພະເຈົ້າກໍຈະເຫັນລາວລົ້ມລົງ
ບັດນີ້ແຫລະ ລາວຈະຖືກຢຽບຢ່ຳຢູ່ກ້ອງຕີນ.
ເໝືອນຂີ້ຕົມຢູ່ເທິງຖະໜົນ.
11ມື້ສ້າງກຳແພງໃຫ້ເຈົ້ານັ້ນຈະມາເຖິງ,
ເປັນວັນທີ່ຈະຂະຫຍາຍເຂດແດນຂອງເຈົ້າອອກໄປ.
12ໃນມື້ນັ້ນ ຄົນທັງຫລາຍຈະມາຫາເຈົ້າ
ຈາກອັດຊີເຣຍ ແລະ ເມືອງຕ່າງໆຂອງເອຢິບ,
ເຖິງແມ່ນວ່າຈາກເອຢິບໄປຫາເອີຟຣັດ
ຈາກທະເລໄປຫາທະເລ
ແລະ ຈາກພູເຂົາໄປຫາພູເຂົາ.
13ແຜ່ນດິນໂລກຈະແຫ້ງແລ້ງເພາະຊາວໂລກ.
ນັ້ນເປັນຜົນຈາກການກະທຳຂອງພວກເຂົາ.
ຄຳອະທິຖານ ແລະ ສັນລະເສີນ
14ຂໍໂຜດລ້ຽງດູປະຊາຊົນຂອງພຣະອົງດ້ວຍໄມ້ຄ້ອນເທົ້າຂອງພຣະອົງ,
ລ້ຽງດູຝູງແກະທີ່ເປັນກຳມະສິດຂອງພຣະອົງ,
ເຊິ່ງດຳລົງຊີວິດດ້ວຍຕົນເອງຢູ່ໃນປ່າ,
ໃນທົ່ງຫຍ້າທີ່ອຸດົມສົມບູນ.#7:14 ຫລື ກາງພູເຂົາກາເມນ
ໃຫ້ພວກເຂົາຫາກິນໃນບາຊານ ແລະ ກີເລອາດ
ເໝືອນໃນອະດີດດົນມາແລ້ວ.
15“ເໝືອນເມື່ອຄັ້ງທີ່ພວກເຈົ້າອອກມາຈາກເອຢິບ
ເຮົາຈະສະແດງໃຫ້ພວກເຈົ້າເຫັນການອັດສະຈັນຂອງເຮົາ”.
16ປະຊາຊາດທັງຫລາຍຈະເຫັນ ແລະ ຕ້ອງອັບອາຍ,
ແລະ ສູນເສຍອຳນາດທັງໝົດຂອງພວກເຂົາ.
ພວກເຂົາຈະເອົາມືຂອງພວກເຂົາປິດປາກຕົນເອງ
ແລະ ຫູຂອງພວກເຂົາກໍຈະໜວກໄປ.
17ພວກເຂົາຈະເລຍຝຸ່ນເໝືອນງູ
ເໝືອນສິ່ງມີຊີວິດທີ່ເລືອຄານຢູ່ຕາມພື້ນດິນ.
ພວກເຂົາຈະໂຕສັ່ນເຊັນອອກມາຈາກຖ້ຳຂອງພວກເຂົາ
ພວກເຂົາຈະຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາດ້ວຍຄວາມຢຳເກງ
ແລະ ຈະຢ້ານພຣະອົງ.
18ຜູ້ໃດທີ່ເປັນພຣະເຈົ້າເໝືອນກັບພຣະອົງ,
ຜູ້ທີ່ອະໄພບາບ ແລະ ອະໄພການລ່ວງລະເມີດ
ຂອງຄົນທີ່ເຫລືອພຽງຢິບມື ເຊິ່ງເປັນກຳມະສິດຂອງພຣະອົງ?
ພຣະອົງບໍ່ໄດ້ໃຈຮ້າຍຢູ່ຕະຫລອດໄປ
ແຕ່ປີຕິຍິນດີທີ່ຈະສະແດງຄວາມເມດຕາ.
19ພຣະອົງຈະເອັນເມດຕາສົງສານພວກເຮົາອີກ;
ຈະຢຽບບາບທັງຫລາຍຂອງພວກເຮົາໄວ້ກ້ອງຕີນ
ແລະ ແກວ່ງຄວາມຊົ່ວຊ້າທັງໝົດຂອງພວກເຮົາລົງສູ່ທະເລເລິກ.
20ພຣະອົງຈະສັດຊື່ຕໍ່ຢາໂຄບ,
ແລະ ຈະສະແດງຄວາມເມດຕາແກ່ອັບຣາຮາມ,
ເໝືອນດັ່ງທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຮົາ
ແຕ່ດົນນານມາແລ້ວ.
Currently Selected:
ມີກາ 7: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: