YouVersion Logo
Search Icon

ມາລາກີ 4

4
ການ​ພິພາກສາ ແລະ ການ​ຟື້ນຟູ​ຄຳໝັ້ນສັນຍາ
1ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ຈະ​ມາ​ເຖິງ​ຢ່າງ​ແນ່ນອນ ວັນ​ທີ່​ເຜົາໄໝ້​ເໝືອນ​ດັ່ງ​ເຕົາໄຟ. ທຸກຄົນ​ທີ່​ຈອງຫອງ ແລະ ທຸກຄົນ​ທີ່​ເຮັດ​ຊົ່ວ​ຈະ​ເປັນ​ຕໍ​ຕົ້ນເຂົ້າ ແລະ ວັນ​ທີ່​ຈະ​ມາ​ເຖິງ​ນັ້ນ​ຈະ​ຈູດ​ໄຟ​ເຜົາໄໝ້​ພວກເຂົາ​ທັງໝົດ, ບໍ່​ໃຫ້​ເຫລືອ​ແມ່ນ​ແຕ່​ຮາກ ຫລື ງ່າ​ຈັກ​ງ່າ​ດຽວ. 2ແຕ່​ສຳລັບ​ພວກເຈົ້າ​ທີ່​ຢຳເກງ​ນາມ​ຂອງ​ເຮົາ, ຕາເວັນ​ແຫ່ງ​ຄວາມ​ຊອບທຳ​ຈະ​ຂຶ້ນ​ມາ​ພ້ອມ​ດ້ວຍ​ປີກ​ແຫ່ງ​ການ​ບຳບັດ​ຮັກສາ ແລະ ພວກເຈົ້າ​ຈະ​ອອກ​ໄປ ແລະ ສະໜຸກສະໜານ​ເໝືອນ​ລູກງົວ​ທີ່​ຖືກ​ປ່ອຍ​ອອກ​ຈາກ​ຄອກ. 3ແລ້ວ​ພວກເຈົ້າ​ຈະ​ຢຽບຢ່ຳ​ຄົນ​ຊົ່ວ; ພວກເຂົາ​ຈະ​ເປັນ​ເໝືອນ​ຂີ້ເຖົ່າ​ທີ່​ຢູ່​ກ້ອງ​ຝ່າ​ຕີນ​ຂອງ​ພວກເຈົ້າ​ໃນ​ວັນ​ທີ່​ເຮົາ​ລົງ​ມື​ກະທຳ​ສິ່ງ​ເຫລົ່ານີ້”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.
4“ຈົ່ງ​ລະນຶກ​ເຖິງ​ກົດບັນຍັດ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ, ດຳລັດ ແລະ ກົດບັນຍັດ​ທັງຫລາຍ ເຊິ່ງ​ເຮົາ​ໄດ້​ມອບ​ໃຫ້​ໂມເຊ​ຢູ່​ເທິງ​ພູເຂົາ​ໂຮເຣັບ ສຳລັບ​ຊົນຊາດ​ອິດສະຣາເອນ​ທັງໝົດ.
5“ເບິ່ງ​ແມ, ເຮົາ​ຈະ​ສົ່ງ​ຜູ້ທຳນວາຍ​ເອລີຢາ​ມາ​ຫາ​ພວກເຈົ້າ​ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ໜ້າ​ຢ້ານ​ຂອງ​ພຣະເຈົ້າ​ຢາເວ​ຈະ​ມາ​ເຖິງ. 6ລາວ​ຈະ​ນຳ​ຫົວໃຈ​ຂອງ​ພໍ່​ມາ​ຫາ​ລູກ ແລະ ນຳ​ຫົວໃຈ​ຂອງ​ລູກ​ມາ​ຫາ​ພໍ່; ບໍ່​ດັ່ງນັ້ນ​ເຮົາ​ຈະ​ມາ ແລະ ຟາດ​ດິນແດນ​ນີ້​ດ້ວຍ​ການ​ທຳລາຍ​ໃຫ້​ໝົດ​ໄປ”.

Currently Selected:

ມາລາກີ 4: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in