ມາລາກີ 3
3
1ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ “ເບິ່ງແມ, ເຮົາຈະໃຊ້ທູດຂອງເຮົາມາຕຽມທາງໄວ້ໃຫ້ເຮົາລ່ວງໜ້າກ່ອນ. ແລ້ວທັນໃດນັ້ນອົງພຣະຜູ້ເປັນເຈົ້າທີ່ພວກເຈົ້າສະແຫວງຫານັ້ນຈະມາທີ່ວິຫານຂອງພຣະອົງ; ທູດແຫ່ງຄຳໝັ້ນສັນຍາທີ່ພວກເຈົ້າປາຖະໜານັ້ນຈະມາ”.
2ແຕ່ຜູ້ໃດຈະສາມາດທົນຢູ່ໄດ້ໃນວັນທີ່ພຣະອົງມາ? ຜູ້ໃດຈະສາມາດຢືນຢູ່ໄດ້ເມື່ອພຣະອົງມາປາກົດ? ເພາະພຣະອົງຈະເປັນເໝືອນໄຟທີ່ຫລອມໂລຫະ, ເໝືອນສະບູຂອງຊ່າງຟອກ. 3ພຣະອົງຈະນັ່ງລົງເໝືອນກັບຊ່າງຫລອມເງິນ ແລະ ຊຳລະເງິນໃຫ້ບໍລິສຸດ; ພຣະອົງຈະຊຳລະຄົນເລວີ ແລະ ຫລອມພວກເຂົາເໝືອນກັບຫລອມເງິນ ແລະ ຄຳ. ແລ້ວພຣະເຈົ້າຢາເວຈະໄດ້ຄົນທີ່ນຳເຄື່ອງບູຊາມາຖວາຍດ້ວຍຄວາມຊອບທຳ, 4ແລະ ເຄື່ອງຖວາຍຂອງຢູດາກັບເຢຣູຊາເລັມຈະເປັນທີ່ຍອມຮັບຂອງພຣະເຈົ້າຢາເວ ເໝືອນວັນເວລາໃນອະດີດ, ເໝືອນປີເກົ່າກ່ອນ.
5ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາຫາພວກເຈົ້າເພື່ອພິພາກສາໂທດພວກເຈົ້າ. ເຮົາຈະຕັ້ງຂໍ້ຫາແກ່ບັນດາຄົນທີ່ໃຊ້ຄາຖາອາຄົມ, ຄົນຫລິ້ນຊູ້, ຄົນທີ່ສາບານຕົວະ, ບັນດາຄົນທີ່ໂກງຄ່າແຮງລູກຈ້າງ, ຄົນທີ່ຂົ່ມເຫັງແມ່ໝ້າຍ ແລະ ລູກກຳພ້າພໍ່ ແລະ ຄົນທີ່ບໍ່ໃຫ້ຄວາມຍຸຕິທຳແກ່ຄົນຕ່າງດ້າວ ແລະ ຄົນທີ່ບໍ່ຢຳເກງເຮົາໂດຍໄວ”.
ລະເມີດຄຳໝັ້ນສັນຍາໂດຍການຮັກສາໜຶ່ງສວ່ນສິບໄວ້
6“ເຮົາຄືພຣະເຈົ້າຢາເວຜູ້ບໍ່ປ່ຽນແປງ. ດັ່ງນັ້ນ ພວກເຈົ້າຜູ້ເປັນລູກຫລານຂອງຢາໂຄບຈຶ່ງບໍ່ຖືກທຳລາຍໄປ. 7ຕັ້ງແຕ່ສະໄໝບັນພະບຸລຸດຂອງພວກເຈົ້າ ພວກເຈົ້າກໍຫັນໜີຈາກດໍາລັດຂອງເຮົາ ແລະ ບໍ່ຍອມປະຕິບັດຕາມດຳລັດເຫລົ່ານັ້ນ. ຈົ່ງກັບມາຫາເຮົາ ແລະ ເຮົາຈະກັບມາຫາພວກເຈົ້າ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
“ແຕ່ພວກເຈົ້າຖາມວ່າ, ‘ຈະໃຫ້ພວກຂ້ານ້ອຍຫັນກັບມາຢ່າງໃດ?’
8“ມະນຸດທຳມະດາຈະໂກງພຣະເຈົ້າບໍ? ເຖິງປານນັ້ນພວກເຈົ້າກໍໂກງເຮົາ.
“ພວກເຈົ້າຖາມວ່າ ‘ພວກຂ້ານ້ອຍໄດ້ໂກງພຣະອົງຢ່າງໃດ?’
“ກໍໂກງໜຶ່ງສ່ວນສິບ#3:8 ຄື ການນຳໜຶ່ງສ່ວນສິບຂອງລາຍໄດ້, ຜົນຜະລິດ ຫລື ຊັບສິ່ງຂອງມາຖວາຍແກ່ພຣະເຈົ້າ ແລະ ຂອງຖວາຍຕ່າງໆ. 9ພວກເຈົ້າຕົກຢູ່ໃຕ້ຄຳສາບແຊ່ງທັງຊາດຂອງພວກເຈົ້າ ເພາະພວກເຈົ້າກຳລັງໂກງເຮົາ”. 10ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ຈົ່ງນຳເອົາໜຶ່ງສວ່ນສິບມາທີ່ຄັງວິຫານໃຫ້ຄົບ, ເພື່ອຈະມີອາຫານໃນວິຫານຂອງເຮົາ ຈົ່ງລອງເບິ່ງເຮົາໃນຂໍ້ນີ້, ແລະ ເບິ່ງວ່າເຮົາຈະບໍ່ເປີດປະຕູຟ້າສະຫວັນ ແລະ ເທພອນທັງຫລາຍອອກມາຢ່າງເຫລືອລົ້ນຈົນບໍ່ມີຫ້ອງຈະເກັບພອນນັ້ນໄວ້ບໍ່”. 11ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະປ້ອງກັນບໍ່ໃຫ້ແມງໄມ້ມາກັດກິນຜົນລະປູກຂອງພວກເຈົ້າ ແລະ ເຄືອອະງຸ່ນໃນສວນຂອງພວກເຈົ້າຈະບໍ່ຫລົ່ນກ່ອນສຸກ, 12ແລ້ວທຸກປະຊາຊາດຈະເອີ້ນພວກເຈົ້າວ່າຜູ້ໄດ້ຮັບພອນ, ເພາະດິນແດນຂອງພວກເຈົ້າຈະເປັນທີ່ຢູ່ອາໄສຢ່າງຜາສຸກ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
ອິດສະຣາເອນເວົ້າຢ່າງຈອງຫອງຕໍ່ພຣະເຈົ້າ
13ພຣະເຈົ້າຢາເວກ່າວວ່າ, “ພວກເຈົ້າໄດ້ເວົ້າຈອງຫອງຕໍ່ເຮົາ.
“ແຕ່ພວກເຈົ້າກໍຖາມວ່າ ‘ພວກຂ້ານ້ອຍໄດ້ເວົ້າຈອງຫອງຕໍ່ພຣະອົງວ່າແນວໃດ?’
14“ພວກເຈົ້າໄດ້ເວົ້າວ່າ, ‘ຮັບໃຊ້ພຣະເຈົ້າໄປກໍໄຮ້ປະໂຫຍດ. ພວກເຮົາໄດ້ຮັບສິ່ງໃດແດ່ຈາກການເຮັດຕາມຂໍ້ກຳນົດຂອງພຣະອົງ ແລະ ຈາກການດຳເນີນຊີວິດຢ່າງຄົນໄວ້ທຸກຕໍ່ໜ້າພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່? 15ແຕ່ບັດນີ້ ພວກເຮົາເອີ້ນຄົນຍິ່ງຈອງຫອງວ່າຜູ້ໄດ້ຮັບພອນ. ຄົນເຮັດຊົ່ວກໍຈະເລີນຮຸ່ງເຮືອງ ແລະ ແມ່ນແຕ່ເມື່ອພວກເຂົາທົດລອງພຣະເຈົ້າ ພວກເຂົາກໍຍັງໜີໄປໄດ້’ ”.
ຜູ້ທີ່ເຫລືອຢູ່ທີ່ສັດຊື່
16ແລ້ວບັນດາຜູ້ທີ່ໄດ້ຢຳເກງພຣະເຈົ້າຢາເວກໍໄດ້ເວົ້າກັນ ແລະ ພຣະເຈົ້າຢາເວກໍໄດ້ຟັງ ແລະ ໄດ້ຍິນ. ມີໜັງສືມ້ວນທີ່ບັນທຶກຄວາມຈຳກ່ຽວກັບບັນດາຜູ້ທີ່ໄດ້ຢຳເກງພຣະເຈົ້າ ແລະ ເທີດທູນນາມຂອງພຣະອົງຢູ່ຕໍ່ໜ້າພຣະອົງ.
17ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ພວກເຂົາຈະເປັນຂອງເຮົາໃນວັນທີ່ເຮົາລົງມືກະທຳ, ພວກເຂົາຈະເປັນກຳມະສິດອັນລ້ຳຄ່າຂອງເຮົາ.#3:17 ຫລື ພວກເຂົາຈະເປັນຂອງເຮົາ ເປັນສົມບັດອັນລ້ຳຄ່າຂອງເຮົາໃນວັນທີ່ເຮົາລົງມື ເຮົາຈະໄວ້ຊີວິດພວກເຂົາເໝືອນພໍ່ທີ່ເມດຕາສົງສານ ແລະ ໄວ້ຊີວິດລູກຊາຍຂອງຕົນທີ່ຮັບໃຊ້ຕົນ. 18ແລ້ວພວກເຈົ້າກໍຈະເຫັນສິ່ງເຫລົ່ານີ້ອີກຄັ້ງໜຶ່ງ ຄືຄວາມແຕກຕ່າງລະຫວ່າງຄົນຊອບທຳກັບຄົນອະທຳ, ລະຫວ່າງບັນດາຜູ້ທີ່ຮັບໃຊ້ພຣະເຈົ້າກັບບັນດາຜູ້ທີ່ບໍ່ຮັບໃຊ້ພຣະອົງ”.
Currently Selected:
ມາລາກີ 3: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.