ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ວັນນັ້ນຈະມາເຖິງຢ່າງແນ່ນອນ ວັນທີ່ເຜົາໄໝ້ເໝືອນດັ່ງເຕົາໄຟ. ທຸກຄົນທີ່ຈອງຫອງ ແລະ ທຸກຄົນທີ່ເຮັດຊົ່ວຈະເປັນຕໍຕົ້ນເຂົ້າ ແລະ ວັນທີ່ຈະມາເຖິງນັ້ນຈະຈູດໄຟເຜົາໄໝ້ພວກເຂົາທັງໝົດ, ບໍ່ໃຫ້ເຫລືອແມ່ນແຕ່ຮາກ ຫລື ງ່າຈັກງ່າດຽວ.