YouVersion Logo
Search Icon

ມາລາກີ 2

2
ຄຳ​ເຕືອນ​ເພີ່ມ​ເຕີມ​ສຳລັບ​ບັນດາ​ປະໂລຫິດ
1ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ ບັດນີ້ ນີ້​ເປັນ​ຄຳ​ເຕືອນ​ສຳລັບ​ພວກເຈົ້າ ປະໂລຫິດ​ທັງຫລາຍ. 2ຖ້າ​ພວກເຈົ້າ​ບໍ່​ຟັງ ແລະ ບໍ່​ຕັ້ງ​ໃຈ​ຖວາຍ​ກຽດ​ແກ່​ນາມ​ຂອງ​ເຮົາ ເຮົາ​ກໍ​ຈະ​ສົ່ງ​ຄຳ​ສາບແຊ່ງ​ມາ​ເໜືອ​ພວກເຈົ້າ ແລະ ເຮົາ​ຈະ​ສາບແຊ່ງ​ພອນ​ທັງຫລາຍ​ຂອງ​ພວກເຈົ້າ. ແທ້​ຈິງ​ແລ້ວ ເຮົາ​ໄດ້​ສາບແຊ່ງ​ສິ່ງ​ເຫລົ່ານັ້ນ​ແລ້ວ ເພາະ​ພວກເຈົ້າ​ບໍ່​ໄດ້​ຕັ້ງ​ໃຈ​ຖວາຍ​ກຽດ​ແກ່​ເຮົາ”.
3“ເພາະ​ພວກເຈົ້າ ເຮົາ​ຈະ​ຕັກເຕືອນ​ລູກຫລານ​ຂອງ​ພວກເຈົ້າ#2:3 ຫລື ເຮົາ​ຈະ​ເຮັດ​ໃຫ້​ຮວງ​ເຂົ້າ​ຂອງ​ເຈົ້າ​ລີບ ເຮົາ​ຈະ​ທາ​ສິ່ງ​ເສດ​ເຫລືອ​ເຫລົ່ານັ້ນ​ທີ່​ເຈົ້າ​ຖວາຍ​ແກ່​ເຮົາ​ເທິງ​ໜ້າ​ຂອງ​ພວກເຈົ້າ ແລະ ໂຍນ​ພວກເຈົ້າ​ຖິ້ມ​ໄປ​ກັບ​ສິ່ງ​ເສດ​ເຫລືອ​ເຫລົ່ານັ້ນ. 4ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ໄດ້​ສົ່ງ​ຄຳ​ເຕືອນ​ນີ້​ໄປ​ຫາ​ພວກເຈົ້າ​ແລ້ວ ເພື່ອ​ຄຳໝັ້ນສັນຍາ​ທີ່​ເຮົາ​ໃຫ້​ໄວ້​ແກ່​ເລວີ​ນັ້ນ​ຈະ​ສືບ​ທອດ​ຕໍ່ໄປ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ. 5“ຄຳໝັ້ນສັນຍາ​ຂອງ​ເຮົາ​ແມ່ນ​ຢູ່​ກັບ​ລາວ, ເປັນ​ຄຳໝັ້ນສັນຍາ​ເພື່ອ​ໃຫ້​ຊີວິດ ແລະ ສັນຕິສຸກ, ແລະ ເຮົາ​ໄດ້​ໃຫ້​ແກ່​ລາວ; ຄຳໝັ້ນສັນຍາ​ນີ້​ໄດ້​ຮຽກຮ້ອງ​ຄວາມ​ເຄົາລົບ​ຈາກ​ລາວ ແລະ ລາວ​ກໍ​ໄດ້​ເຄົາລົບ​ເຮົາ ແລະ ດຳເນີນ​ດ້ວຍ​ຄວາມ​ຢຳເກງ​ນາມ​ຂອງ​ເຮົາ. 6ປາກ​ຂອງ​ລາວ​ເວົ້າ​ຄຳສອນ​ຈິງ ແລະ ຮີມສົບ​ຂອງ​ລາວ​ບໍ່​ເຄີຍ​ເວົ້າ​ຕົວະ. ລາວ​ໄດ້​ດຳເນີນຊີວິດ​ໄປ​ກັບ​ເຮົາ​ດ້ວຍ​ສັນຕິສຸກ ແລະ ຄວາມ​ທ່ຽງທຳ ແລະ ຊ່ວຍ​ຫລາຍ​ຄົນ​ໃຫ້​ຫັນ​ໜີຈາກ​ຄວາມ​ບາບ.
7“ເພາະ​ຮີມສົບ​ຂອງ​ປະໂລຫິດ​ຄວນ​ສະຫງວນ​ຄວາມ​ຮູ້​ໄວ້ ແລະ ຄົນ​ທັງຫລາຍ​ສະແຫວງຫາ​ຄຳສອນ​ຈາກ​ປາກ​ຂອງ​ປະໂລຫິດ, ເພາະ​ລາວ​ຄື​ທູດ​ຂອງ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່. 8ແຕ່​ເຈົ້າ​ໄດ້​ຫັນ​ໜີຈາກ​ທາງ​ນັ້ນ ຄຳສອນ​ຂອງ​ເຈົ້າ​ເຮັດ​ໃຫ້​ຫລາຍ​ຄົນ​ສະດຸດ​ລົ້ມ; ເຈົ້າ​ໄດ້​ລະເມີດ​ຄຳໝັ້ນສັນຍາ​ທີ່​ເຮົາ​ໃຫ້​ໄວ້​ກັບ​ເລວີ”, ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ. 9“ດັ່ງນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ເຈົ້າ​ຖືກ​ດູຖູກ ແລະ ອັບອາຍຂາຍໜ້າ​ຕໍ່ໜ້າ​ປະຊາຊົນ​ທັງໝົດ ເພາະ​ເຈົ້າ​ບໍ່​ໄດ້​ປະຕິບັດ​ຕາມ​ວິຖີ​ທາງ​ຂອງ​ເຮົາ ແຕ່​ນຳ​ກົດບັນຍັດ​ຂອງ​ເຮົາ​ມາ​ເລືອກ​ປະຕິບັດ”.
ຢູດາ​ທໍລະຍົດ
10ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວ​ກັນ​ບໍ່ແມ່ນ​ບໍ? ພຣະເຈົ້າ​ອົງ​ດຽວ​ກັນ​ທີ່​ສ້າງ​ພວກເຮົາ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ພວກເຮົາ​ຈຶ່ງ​ລົບຫລູ່​ຄຳໝັ້ນສັນຍາ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໂດຍ​ບໍ່​ສັດຊື່​ຕໍ່​ກັນ?
11ຢູດາ​ບໍ່​ສັດຊື່ ມີ​ການ​ກະທຳ​ອັນ​ໜ້າກຽດຊັງ​ໃນ​ອິດສະຣາເອນ ແລະ ໃນ​ເຢຣູຊາເລັມ​ຄື: ຢູດາ​ໄດ້​ລົບຫລູ່​ສະຖານ​ນະມັດສະການ​ທີ່​ພຣະເຈົ້າ​ຢາເວ​ຮັກ ໂດຍ​ແຕ່ງງານ​ກັບ​ແມ່ຍິງ​ທີ່​ນັບ​ຖື​ພະ​ຂອງ​ຄົນ​ຕ່າງຊາດ. 12ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ເຊັ່ນ​ນີ້ ຂໍ​ພຣະເຈົ້າ​ຢາເວ​ຕັດ​ຜູ້​ນັ້ນ​ອອກ​ຈາກ​ຊຸມຊົນ#2:12 ພາສາ​ເຮັບເຣີ​ວ່າ ເຕັນ​ຂອງ​ຢາໂຄບ#2:12 ຫລື 12 ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ຕັດ​ຄົນ​ທີ່​ໃຫ້​ຄຳ​ພະຍານ​ເພື່ອ​ຜູ້​ທີ່​ເຮັດ​ເຊັ່ນ​ນີ້​ອອກຈາກ​ຊຸມຊົນ​ຂອງ​ຢາໂຄບ ເຖິງ​ແມ່ນ​ວ່າ​ລາວ​ຈະ​ນຳ​ເຄື່ອງບູຊາ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກໍ​ຕາມ.
13ອີກ​ຢ່າງ​ໜຶ່ງ​ທີ່​ພວກເຈົ້າ​ໄດ້​ເຮັດ​ຄື: ພວກເຈົ້າ​ໄດ້​ຫົດ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ​ດ້ວຍ​ນ້ຳຕາ. ພວກເຈົ້າ​ຮ້ອງໄຫ້ ແລະ ຄ່ຳຄວນ ເພາະ​ພຣະອົງ​ບໍ່​ໄດ້​ເບິ່ງ​ເຄື່ອງບູຊາ​ຈາກ​ມື​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ພໍໃຈ​ອີກ​ຕໍ່​ໄປ. 14ພວກເຈົ້າ​ຖາມ​ວ່າ, “ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້?” ກໍ​ເພາະ​ພຣະເຈົ້າ​ຢາເວ​ເປັນ​ພະຍານ​ລະຫວ່າງ​ເຈົ້າ​ກັບ​ເມຍ​ຕັ້ງ​ແຕ່​ໄວ​ໜຸ່ມ​ຂອງ​ເຈົ້າ. ເພາະ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່​ນາງ ທັງ​ທີ່​ນາງ​ເປັນ​ຄູ່​ຄອງ​ຂອງ​ເຈົ້າ, ເປັນ​ເມຍ​ຕາມ​ຄຳໝັ້ນສັນຍາ​ໃນ​ການ​ແຕ່ງງານ​ຂອງ​ເຈົ້າ.
15ພຣະອົງ​ໄດ້​ຜູກ​ພັນ​ທັງ​ສອງ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ບໍ່​ແມ່ນ​ບໍ? ທັງ​ຮ່າງກາຍ ແລະ ຈິດວິນຍານ​ຂອງ​ທັງ​ສອງ​ກໍ​ເປັນ​ຂອງ​ພຣະອົງ. ພວກເຂົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ເພື່ອ​ສິ່ງໃດ? ກໍ​ເພື່ອ​ຈະ​ມີ​ລູກ​ຫລານ​ທີ່​ຊອບທຳ​ໃຫ້​ກັບ​ພຣະອົງ​ນັ້ນ​ເອງ.#2:15 ຫລື 15 ແຕ່​ຜູ້​ທີ່​ເປັນ​ບິດາ​ຂອງ​ເຮົາ​ບໍ່​ໄດ້​ກະທຳ​ເຊັ່ນ​ນີ້​ຕະຫລອດ​ຊີວິດ​ຂອງ​ເພິ່ນ ແລະ ເພິ່ນ​ສະແຫວງຫາ​ສິ່ງໃດ? ກໍ​ສະແຫວງຫາ​ລູກ​ຫລານ​ຄົນ​ໜຶ່ງ​ຈາກ​ພຣະເຈົ້າ ດັ່ງນັ້ນ ຈົ່ງ​ຄວບຄຸມ​ສະຕິ​ອາລົມ​ຂອງ​ເຈົ້າ​ໃຫ້​ດີ ແລະ ຢ່າ​ຄິດ​ບໍ່​ສັດຊື່​ຕໍ່​ເມຍ​ທີ່​ເຈົ້າ​ໄດ້​ມາ​ຕັ້ງ​ແຕ່​ຍັງ​ໜຸ່ມ.
16ພຣະເຈົ້າ​ຢາເວ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ, “ຄົນ​ທີ່​ກຽດຊັງ ແລະ ຢ່າຮ້າງ​ເມຍ​ຂອງ​ຕົນ, ເຮັດ​ຄວາມ​ຮຸນແຮງ​ກັບ​ຜູ້​ທີ່​ຕົນ​ເອງ​ຈະ​ຕ້ອງ​ປົກປ້ອງ”#2:16 ຫລື ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ກ່າວ​ວ່າ, ເຮົາ​ກຽດຊັງ​ການ​ຢ່າຮ້າງ ເພາະ​ຄົນ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ​ກໍ​ປົກຄຸມ​ຕົນ​ດ້ວຍ​ຄວາມ​ຮຸນແຮງ ພຣະເຈົ້າ​ຢາເວ ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້.
ດັ່ງນັ້ນ ຈົ່ງ​ຄວບ​ຄຸມ​ສະຕິ​ອາລົມ​ຂອງ​ເຈົ້າ​ໃຫ້​ດີ ແລະ ຢ່າ​ເຮັດ​ຜິດ​ສັນຍາ.
ທຳລາຍ​ຄຳໝັ້ນສັນຍາ​ດ້ວຍ​ຄວາມ​ບໍ່​ຍຸຕິທຳ
17ພວກເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຈົ້າ​ຢາເວ​ເບື່ອ​ໜ່າຍ​ຄຳ​ເວົ້າ​ທັງຫລາຍຂອງ​ພວກເຈົ້າ.
ພວກເຈົ້າ​ຖາມ​ວ່າ “ພວກເຮົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເບື່ອ​ໜ່າຍ​ດ້ວຍ​ເລື່ອງ​ໃດ?”
ກໍ​ໂດຍ​ເວົ້າ​ວ່າ, “ທຸກຄົນ​ທີ່​ເຮັດ​ຊົ່ວ​ກໍ​ເປັນ​ຄົນ​ດີ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຢາເວ ແລະ ພຣະອົງ​ກໍ​ພໍໃຈ​ກັບ​ພວກເຂົາ” ຫລື ໂດຍ​ເວົ້າ​ວ່າ, “ພຣະເຈົ້າ​ແຫ່ງ​ຄວາມ​ຍຸຕິທຳ​ນັ້ນ​ຢູ່​ໃສ?”

Currently Selected:

ມາລາກີ 2: LCV

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in