ມາລາກີ 1
1
1ຄຳທຳນວາຍຂອງພຣະເຈົ້າຢາເວເຖິງອິດສະຣາເອນຜ່ານທາງມາລາກີ#1:1 ແປວ່າ ທູດຂອງເຮົາ ມີດັ່ງນີ້:
ອິດສະຣາເອນສົງໄສໃນຄວາມຮັກຂອງພຣະເຈົ້າ
2ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ຮັກເຈົ້າ”.
“ແຕ່ເຈົ້າໄດ້ຖາມວ່າ, ‘ພຣະອົງໄດ້ຮັກພວກຂ້ານ້ອຍຢ່າງໃດ?’ ”
ພຣະເຈົ້າຢາເວປະກາດວ່າ, “ເຖິງແມ່ນເອຊາວຈະເປັນອ້າຍຂອງຢາໂຄບ ແຕ່ເຮົາໄດ້ຮັກຢາໂຄບ, 3ແຕ່ເຮົາໄດ້ກຽດຊັງເອຊາວ ແລະ ເຮົາໄດ້ເຮັດໃຫ້ພູເຂົາຂອງລາວກາຍເປັນທີ່ຮົກຮ້າງ ແລະ ໄດ້ເຮັດໃຫ້ມໍລະດົກຂອງລາວກາຍເປັນຖິ່ນແຫ້ງແລ້ງກັນດານໃຫ້ພວກໝາໄນ”.
4ເອໂດມອາດກ່າວວ່າ “ເຖິງເຮົາຖືກບຸກໂຈມຕີ ແຕ່ເຮົາກໍຈະສ້າງສ່ວນທີ່ຫັກພັງຂຶ້ນມາໃໝ່”.
ແຕ່ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວວ່າ “ພວກເຂົາຈະສ້າງຂຶ້ນກໍໄດ້ ແຕ່ເຮົາຈະຮື້ຖອນ. ພວກເຂົາຈະໄດ້ຊື່ວ່າດິນແດນທີ່ຊົ່ວຮ້າຍ, ຊົນຊາດທີ່ພຣະເຈົ້າຢາເວໂກດຮ້າຍຢູ່ຕະຫລອດໄປ. 5ເຈົ້າຈະເຫັນກັບຕາ ແລະ ກ່າວວ່າ ‘ພຣະເຈົ້າຢາເວຍິ່ງໃຫຍ່ຫລາຍ ແມ່ນແຕ່ຢູ່ນອກເຂດແດນອິດສະຣາເອນ!’
ເຄື່ອງບູຊາທີ່ມີຕຳໜິ
6“ລູກຊາຍຄວນໃຫ້ກຽດພໍ່ ແລະ ຂ້າທາດຄວນໃຫ້ກຽດນາຍຂອງຕົນ. ຖ້າເຮົາເປັນພໍ່, ກຽດທີ່ເຮົາຄວນຈະໄດ້ຮັບນັ້ນຢູ່ໃສ? ຖ້າເຮົາເປັນນາຍ, ຄວາມເຄົາລົບທີ່ເຮົາຄວນຈະໄດ້ຮັບນັ້ນຢູ່ໃສ?” ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
“ປະໂລຫິດທັງຫລາຍ, ພວກເຈົ້ານີ້ແຫລະທີ່ດູຖູກນາມຂອງເຮົາ.
“ແຕ່ພວກເຈົ້າຖາມເຮົາວ່າ, ‘ພວກຂ້ານ້ອຍດູຖູກນາມຂອງພຣະອົງຢ່າງໃດ?’
7“ກໍໂດຍການນຳອາຫານທີ່ເປັນມົນທິນມາວາງຢູ່ເທິງແທ່ນບູຊາຂອງເຮົາ.
“ແຕ່ເຈົ້າຖາມວ່າ ‘ພວກຂ້ານ້ອຍໄດ້ເຮັດໃຫ້ພຣະອົງເປັນມົນທິນຢ່າງໃດ?’
“ກໍໂດຍກ່າວວ່າໂຕະຂອງພຣະເຈົ້າຢາເວນັ້ນເປັນຕາດູຖູກ. 8ທີ່ເຈົ້ານຳເອົາສັດຕາບອດມາຖວາຍບູຊານັ້ນມັນບໍ່ຜິດບໍ? ທີ່ເຈົ້າຖວາຍສັດພິການ ຫລື ເປັນໂລກພະຍາດນັ້ນມັນບໍ່ຜິດບໍ? ຈົ່ງລອງຖວາຍສັດເຫລົ່ານັ້ນໃຫ້ຜູ້ວ່າການຂອງເຈົ້າເບິ່ງແມ! ເພິ່ນຈະພໍໃຈນຳເຈົ້າບໍ່? ເພິ່ນຈະຍອມຮັບເຈົ້າບໍ່?” ພຣະເຈົ້າຢາເວຜູ້ລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
9“ບັດນີ້ ລອງອ້ອນວອນຫາພຣະເຈົ້າ ເພື່ອພຣະອົງຈະເມດຕາພວກເຮົາ. ແຕ່ພຣະອົງຈະຮັບເຄື່ອງຖວາຍທີ່ພວກເຈົ້ານຳມາຖວາຍນັ້ນບໍ?” ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
10ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ໂອ, ຢາກໃຫ້ພວກເຈົ້າຄົນໃດຄົນໜຶ່ງປິດປະຕູວິຫານ ເພື່ອພວກເຈົ້າຈະໄດ້ບໍ່ມາໄຕ້ໄຟອັນບໍ່ມີປະໂຫຍດຢູ່ເທິງແທ່ນບູຊາຂອງເຮົາ! ເຮົາບໍ່ໄດ້ພໍໃຈເຈົ້າເລີຍ ແລະ ເຮົາຈະບໍ່ຮັບຂອງຖວາຍອັນໃດຈາກມືຂອງພວກເຈົ້າດ້ວຍ. 11ນາມຂອງເຮົາຈະຍິ່ງໃຫຍ່ທ່າມກາງບັນດາປະຊາຊາດທັງຫລາຍ, ຈາກທິດຕາເວັນອອກຈົນເຖິງທິດຕາເວັນຕົກ ພວກເຂົາຈະຖວາຍເຄື່ອງຫອມ ແລະ ຂອງຖວາຍບໍລິສຸດແກ່ນາມຂອງເຮົາຢູ່ທຸກບ່ອນ ເພາະນາມຂອງເຮົາຈະຍິ່ງໃຫຍ່ຢູ່ໃນທ່າມກາງປະຊາຊາດທັງຫລາຍ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
12“ແຕ່ພວກເຈົ້າໄດ້ລົບຫລູ່ນາມນັ້ນໂດຍກ່າວວ່າ ‘ໂຕະຂອງອົງພຣະຜູ້ເປັນເຈົ້າເປັນມົນທິນ’ ແລະ ກ່າວວ່າອາຫານທີ່ຖວາຍນັ້ນ ‘ເປັນຕາດູຖູກ’. 13ແລະ ພວກເຈົ້າກ່າວວ່າ, ‘ຄືເປັນພາລະແທ້!’ ແລ້ວກໍສືບດັງຢ່າງດູຖູກຢຽດຢາມ”, ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນ.
ພຣະເຈົ້າຢາເວກ່າວວ່າ, “ເມື່ອເຈົ້ານຳສັດບາດເຈັບ, ພິການ ຫລື ເປັນໂລກພະຍາດມາຖວາຍເປັນເຄື່ອງບູຊາ ເຮົາຄວນຈະຮັບສິ່ງຂອງເຫລົ່ານັ້ນຈາກມືຂອງເຈົ້າບໍ?” 14ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ກ່າວວ່າ, “ຂໍສາບແຊ່ງຄົນຂີ້ໂກງ ຜູ້ທີ່ໄດ້ສັນຍາຈະເອົາແກະໂຕຜູ້ທີ່ສົມບູນຈາກຝູງຂອງຕົນມາຖວາຍ ແຕ່ພັດຖວາຍແກະທີ່ມີຕຳໜິແກ່ອົງພຣະຜູ້ເປັນເຈົ້າ. ເພາະເຮົາຄືກະສັດຜູ້ຍິ່ງໃຫຍ່ ແລະ ນາມຂອງເຮົາກໍເປັນທີ່ຢຳເກງທ່າມກາງບັນດາປະຊາຊາດທັງຫລາຍ”.
Currently Selected:
ມາລາກີ 1: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.