ມາລາກີ 2:15
ມາລາກີ 2:15 LCV
ພຣະອົງໄດ້ຜູກພັນທັງສອງເປັນອັນໜຶ່ງອັນດຽວກັນບໍ່ແມ່ນບໍ? ທັງຮ່າງກາຍ ແລະ ຈິດວິນຍານຂອງທັງສອງກໍເປັນຂອງພຣະອົງ. ພວກເຂົາເປັນອັນໜຶ່ງອັນດຽວກັນເພື່ອສິ່ງໃດ? ກໍເພື່ອຈະມີລູກຫລານທີ່ຊອບທຳໃຫ້ກັບພຣະອົງນັ້ນເອງ. ດັ່ງນັ້ນ ຈົ່ງຄວບຄຸມສະຕິອາລົມຂອງເຈົ້າໃຫ້ດີ ແລະ ຢ່າຄິດບໍ່ສັດຊື່ຕໍ່ເມຍທີ່ເຈົ້າໄດ້ມາຕັ້ງແຕ່ຍັງໜຸ່ມ.





