YouVersion Logo
Search Icon

ລະບຽບພວກເລວີ 24

24
ນ້ຳມັນ​ໝາກກອກ ແລະ ເຂົ້າຈີ່​ຕັ້ງ​ຢູ່​ເບື້ອງໜ້າ​ພຣະເຈົ້າ​ຢາເວ
(ອພຍ 27:20-21)
1ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ, 2“ຈົ່ງ​ສັ່ງ​ຊາວ​ອິດສະຣາເອນ​ໃຫ້​ນຳເອົາ​ນ້ຳມັນ​ສົດ​ທີ່​ບີບ​ຈາກ​ໝາກກອກ​ມາ​ໄຕ້​ໃຫ້​ແສງສະຫວ່າງ​ໂດຍ​ຕະກຽງ​ນັ້ນ​ລຸກໄໝ້​ຢູ່​ສະເໝີ. 3ດ້ານນອກ​ຜ້າກັ້ງ​ທີ່​ຂັ້ນ​ຫີບ​ພັນທະສັນຍາ​ໃນ​ເຕັນນັດພົບ, ອາໂຣນ​ເປັນ​ຜູ້​ຄອຍ​ຕິດຕາມ​ຕະກຽງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ໃຫ້​ລຸກໄໝ້​ຢູ່​ສະເໝີ​ຕັ້ງ​ແຕ່​ຕອນແລງ​ຈົນ​ເຖິງ​ຕອນເຊົ້າ. ນີ້​ເປັນ​ຂໍ້ຄຳສັ່ງ​ຖາວອນ​ສືບໄປ​ທຸກ​ຊົ່ວອາຍຸຄົນ​ທີ່​ຈະ​ມາເຖິງ. 4ຕະກຽງ​ເທິງ​ຂາຕັ້ງ​ທີ່​ເຮັດ​ດ້ວຍ​ຄຳ​ບໍລິສຸດ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ຕ້ອງ​ໄດ້​ຕິດຕາມ​ຢ່າງ​ຕໍ່ເນື່ອງ​ສະໝີ.
5“ນຳ​ແປ້ງ​ລະອຽດ ແລະ ເຮັດ​ເຂົ້າຈີ່​ສິບສອງ​ກ້ອນ, ໃຊ້​ແປ້ງ​ປະມານ 4,5 ລິດ​ໃນ​ເຂົ້າຈີ່​ແຕ່​ລະ​ກ້ອນ.#24:5 ພາສາ​ເຮັບເຣີ​ວ່າ ສອງສ່ວນສິບ​ເອຟາ 6ວາງ​ເຂົ້າຈີ່​ເປັນ​ສອງ​ແຖວ, ແຖວ​ລະ​ຫົກ​ກ້ອນ, ວາງ​ໄວ້​ທິງ​ໂຕະ​ຄຳ​ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. 7ຈົ່ງ​ໃສ່​ເຄື່ອງຫອມ​ບໍລິສຸດ​ໄວ້​ທຸກ​ແຖວ​ເພື່ອ​ເປັນ​ສ່ວນ​ລະນຶກ​ເຖິງ​ວ່າ​ເຂົ້າຈີ່​ໄດ້​ເປັນ​ເຄື່ອງບູຊາ​ອາຫານແກ່​ພຣະເຈົ້າ​ຢາເວ. 8ຈົ່ງ​ວາງ​ເຂົ້າຈີ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ​ເປັນປະຈຳ, ທັງໃນ​ວັນ​ຊະບາໂຕ​ຫລັງ​ວັນ​ຊະບາໂຕ, ໃນ​ນາມ​ຂອງ​ຊາວ​ອິດສະຣາເອນ, ຊື່ງ​ເປັນ​ພັນທະສັນຍາ​ຕະຫລອດໄປ. 9ເຂົ້າຈີ່​ເຫລົ່ານີ້​ເປັນ​ຂອງ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ, ພວກເຂົາ​ຈະ​ກິນ​ເຂົ້າຈີ່​ເຫລົ່ານີ້​ໃນ​ບ່ອນ​ສັກສິດ, ເພາະ​ເປັນ​ສ່ວນ​ບໍລິສຸດ​ທີ່ສຸດ​ທີ່​ປະໂລຫິດ​ໄດ້​ຮັບ​ເປັນ​ປະຈຳ​ຈາກ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ”.
ການ​ລົງໂທດ​ຜູ້​ໝິ່ນປະໝາດ
10ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ແມ່​ເປັນ​ຊາວ​ອິດສະຣາເອນ ແລະ ພໍ່​ເປັນ​ຄົນ​ເອຢິບ, ເກີດ​ການ​ຜິດຖຽງ​ກັນ​ຂຶ້ນ​ຢູ່​ໃນ​ຄ້າຍພັກ​ກັບ​ຄົນ​ອິດສະຣາເອນ. 11ລູກຊາຍ​ຂອງ​ຍິງ​ອິດສະຣາເອນ​ນັ້ນ​ເວົ້າ​ໝິ່ນປະໝາດ​ນາມ​ຂອງ​ພຣະເຈົ້າ​ດ້ວຍ​ຄຳ​ສາບແຊ່ງ, ພວກເຂົາ​ຈຶ່ງ​ນຳ​ລາວ​ມາຫາ​ໂມເຊ. (ແມ່​ຂອງ​ລາວ​ຊື່ວ່າ ເຊໂລມິດ​ລູກສາວ​ຂອງ​ດິບະຣີ​ທີ່ມາ​ຈາກ​ເຜົ່າ​ດານ) 12ພວກເຂົາ​ກັກ​ໂຕ​ລາວ​ໄວ້​ຈົນ​ກວ່າ​ພຣະປະສົງ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຖືກ​ເປີດເຜີຍ​ຢ່າງ​ຊັດເຈນ.
13ຈາກນັ້ນ​ພຣະເຈົ້າ​ຢາເວ​ກ່າວ​ແກ່​ໂມເຊ​ວ່າ: 14“ຈົ່ງ​ນຳເອົາ​ຄົນ​ທີ່​ໝິ່ນປະໝາດ​ນັ້ນ​ອອກ​ໄປ​ນອກ​ຄ້າຍພັກ ແລະ ໃຫ້​ທຸກຄົນ​ທີ່​ໄດ້ຍິນ​ລາວ​ກ່າວ​ຄຳ​ໝິ່ນປະໝາດ​ວາງມື​ໃສ່​ຫົວ​ຂອງ​ລາວ, ຈາກ​ນັ້ນ​ໃຫ້​ຊຸມຊົນ​ທັງໝົດ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ. 15ຈົ່ງ​ບອກ​ຊາວ​ອິດສະຣາເອນ​ວ່າ: ຖ້າ​ຜູ້ໃດ​ສາບແຊ່ງ​ພຣະເຈົ້າ​ຂອງ​ຕົນ, ຜູ້​ນັ້ນ​ຈະ​ຕ້ອງ​ຮັບຜິດຊອບ; 16ຜູ້ໃດ​ໝິ່ນປະໝາດ​ນາມ​ຂອງ​ພຣະເຈົ້າ​ຢາເວ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ. ຊຸມຊົນ​ທັງໝົດ​ຈະ​ຕ້ອງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ຜູ້​ນັ້ນ. ບໍ່​ວ່າ​ຄົນຕ່າງດ້າວ ຫລື ຄົນທ້ອງຖິ່ນ​ອິດສະຣາເອນ, ເມື່ອ​ຜູ້ໃດ​ໝິ່ນປະໝາດ​ນາມ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ.
17“ ‘ຜູ້ໃດ​ຂ້າ​ຄົນ​ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ. 18ຜູ້ໃດ​ຂ້າ​ສັດ​ຂອງ​ຄົນ​ອື່ນ​ຈະ​ຕ້ອງ​ຊົດໃຊ້ ຊີວິດ​ດ້ວຍ​ຊີວິດ. 19ຜູ້ໃດ​ທີ່​ເຮັດ​ໃຫ້​ເພື່ອນບ້ານ​ບາດເຈັບ ຜູ້​ນັ້ນ​ກໍ​ຕ້ອງ​ເຮັດ​ໃຫ້​ຖືກ​ບາດເຈັບ​ເຊັ່ນ​ດຽວກັນ: 20ກະດູກ​ຫັກ​ແທນ​ກະດູກ​ຫັກ, ຕາ​ແທນ​ຕາ, ແຂ້ວ​ແທນ​ແຂ້ວ. ຜູ້ໃດ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບປວດ​ຢ່າງໃດ​ກໍ​ຈະ​ໄດ້​ຮັບ​ຄວາມເຈັບປວດ​ຢ່າງນັ້ນ 21ຜູ້ໃດ​ຂ້າ​ສັດ​ຈະ​ຕ້ອງ​ຊົດໃຊ້​ຄືນ​ສຳລັບ​ສັດ​ໂຕ​ນັ້ນ, ຜູ້ໃດ​ຂ້າ​ຄົນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ. 22ພວກເຈົ້າ​ຕ້ອງ​ມີ​ກົດ​ຢ່າງ​ດຽວ​ກັນ​ນີ້​ສຳລັບ​ທັງ​ຄົນຕ່າງດ້າວ ແລະ ຄົນທ້ອງຖິ່ນ​ອິດສະຣາເອນ. ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ’ ”.
23ຈາກນັ້ນ​ໂມເຊ​ຈຶ່ງ​ບອກ​ຊາວ​ອິດສະຣາເອນ, ແລ້ວ​ພວກເຂົາ​ກໍ​ນຳ​ຊາຍ​ທີ່​ໝິ່ນປະໝາດ​ອອກ​ໄປ​ນອກ​ຄ້າຍພັກ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ລາວ. ຊາວ​ອິດສະຣາເອນ​ໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ແລ້ວ​ນັ້ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ລະບຽບພວກເລວີ 24