YouVersion Logo
Search Icon

ລະບຽບພວກເລວີ 1

1
ເຄື່ອງເຜົາ​ບູຊາ
1ພຣະເຈົ້າ​ຢາເວ​ໄດ້​ເອີ້ນ​ໂມເຊ ແລະ ກ່າວ​ກັບ​ເພິ່ນ​ຈາກ​ເຕັນນັດພົບ. ພຣະອົງ​ໄດ້​ກ່າວ​ວ່າ, 2“ຈົ່ງ​ກ່າວ​ຕໍ່​ຊາວ​ອິດສະຣາເອນ ແລະ ບອກ​ພວກເຂົາ​ວ່າ: ‘ເມື່ອ​ຄົນ​ໃດ​ໃນ​ທ່າມກາງ​ພວກເຈົ້າ​ນຳເອົາ​ເຄື່ອງຖວາຍ​ແກ່​ພຣະເຈົ້າ​ຢາເວ​ນັ້ນ, ຈົ່ງ​ນຳ​ເອົາ​ສັດ​ໂຕ​ໜຶ່ງ​ຈາກ​ຝູງງົວ ຫລື ແບ້ ແລະ ຝູງແກະ​ເປັນ​ເຄື່ອງຖວາຍ.
3“ ‘ຖ້າ​ເຄື່ອງຖວາຍ​ເປັນ​ເຄື່ອງເຜົາບູຊາ​ຈາກ​ຝູງສັດ, ຈົ່ງ​ນຳ​ເອົາ​ສັດ​ໂຕ​ຜູ້​ໂຕ​ໜຶ່ງ​ທີ່​ບໍ່​ມີ​ຕຳໜິ. ພວກເຈົ້າ​ຕ້ອງ​ນຳ​ມາ​ຖວາຍ​ຢູ່​ທີ່​ທາງ​ເຂົ້າ​ເຕັນນັດພົບ ເພື່ອວ່າ​ສັດ​ນັ້ນ#1:3 ຫລື ຜູ້​ນັ້ນ​ຈະ​ເປັນ​ທີ່​ຍອມ​ຮັບ​ຕໍ່​ພຣະເຈົ້າ​ຢາເວ. 4ໃຫ້​ພວກເຈົ້າ​ວາງ​ມື​ລົງ​ເທິງ​ຫົວ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງເຜົາ​ບູຊາ​ນັ້ນ, ແລ້ວ​ເຄື່ອງບູຊາ​ນັ້ນ​ຈະ​ຖືກ​ຮັບ​ໃນ​ນາມ​ຂອງ​ພວກເຈົ້າ​ເພື່ອ​ລົບ​ບາບ​ແກ່​ພວກເຈົ້າ. 5ໃຫ້​ພວກເຈົ້າ​ຂ້າ​ງົວເຖິກ​ໂຕ​ນັ້ນ​ຕໍ່ໜ້າ​ພຣະເຈົ້າ​ຢາເວ, ແລ້ວ​ບັນດາ​ປະໂລຫິດ ເຊິ່ງ​ເປັນ​ລູກຊາຍ​ຂອງ​ອາໂຣນ​ຈະ​ນຳເອົາ​ເລືອດ​ມາ​ຊິດ​ໃສ່​ຂ້າງ​ແທ່ນບູຊາ​ຢູ່​ທີ່​ທາງ​ເຂົ້າ​ເຕັນນັດພົບ. 6ໃຫ້​ພວກເຈົ້າ​ລອກ​ໜັງ​ຂອງ​ເຄື່ອງເຜົາ​ບູຊາ​ນັ້ນ ແລະ ຕັດ​ເປັນ​ຊິ້ນ​ສ່ວນ. 7ບັນດາ​ລູກຊາຍ​ຂອງ​ອາໂຣນ​ຈະ​ດັງ​ໄຟ​ຢູ່​ເທິງ​ແທ່ນບູຊາ ແລະ ລຽງ​ຟືນ​ໃສ່​ກອງໄຟ​ນັ້ນ. 8ແລ້ວ​ພວກລູກຊາຍ​ຂອງ​ອາໂຣນ​ຜູ້​ທີ່​ເປັນ​ປະໂລຫິດ​ຈະ​ລຽງ​ຊິ້ນ​ສ່ວນ​ຕ່າງໆ, ລວມ​ທັງ​ຫົວ ແລະ ໄຂມັນ​ໃສ່​ກອງ​ຟືນ​ທີ່​ກຳລັງ​ລຸກໄໝ້​ຢູ່​ເທິງ​ແທ່ນບູຊາ. 9ໃຫ້​ພວກເຈົ້າ​ລ້າງ​ເຄື່ອງໃນ ແລະ ຂາ​ງົວ​ດ້ວຍ​ນ້ຳ ແລະ ປະໂລຫິດ​ຈະ​ເຜົາ​ເຄື່ອງເຫລົ່ານັ້ນ​ທັງໝົດ​ເທິງ​ແທ່ນບູຊາ. ນີ້​ຄື​ເຄື່ອງເຜົາບູຊາ, ອາຫານ​ບູຊາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
10“ ‘ຖ້າ​ເຄື່ອງຖວາຍ​ເປັນ​ເຄື່ອງເຜົາບູຊາ​ຈາກ​ຝູງສັດ​ຈະ​ເປັນ​ແກະ ຫລື ແບ້​ກໍ​ໄດ້, ພວກເຈົ້າ​ຕ້ອງ​ຖວາຍ​ສັດ​ໂຕຜູ້​ທີ່​ບໍ່​ມີ​ຕຳໜິ. 11ໃຫ້​ພວກເຈົ້າ​ຂ້າ​ສັດ​ນັ້ນ​ທີ່​ດ້ານ​ເໜືອ​ຂອງ​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ບັນດາ​ລູກຊາຍ​ຂອງ​ອາໂຣນ ເຊິ່ງ​ເປັນ​ປະໂລຫິດ​ຈະ​ຊິດ​ເລືອດ​ຂອງ​ສັດ​ໃສ່​ຂ້າງ​ຂອງ​ແທ່ນບູຊາ. 12ໃຫ້​ພວກເຈົ້າ​ຕັດ​ສັດ​ເປັນ​ຊິ້ນ​ສ່ວນ ແລະ ປະໂລຫິດ​ຈະ​ລຽງ​ຊິ້ນ​ສ່ວນ​ເຫລົ່ານັ້ນ​ລວມ​ທັງ​ຫົວ ແລະ ໄຂມັນ, ວາງ​ເທິງ​ຟືນ​ທີ່​ກຳລັງ​ລຸກໄໝ້​ເທິງ​ແທ່ນບູຊາ. 13ໃຫ້​ພວກເຈົ້າ​ລ້າງ​ເຄື່ອງໃນ ແລະ ຂາ​ດ້ວຍ​ນ້ຳ ແລະ ປະໂລຫິດ​ຈະ​ນຳເອົາ​ສິ່ງ​ເຫລົ່ານັ້ນ​ທັງໝົດ​ມາ​ເຜົາ​ເທິງ​ແທ່ນບູຊາ. ນີ້​ຄື​ເຄື່ອງເຜົາບູຊາ, ອາຫານ​ບູຊາ, ເຄື່ອງ​ບູຊາ​ທີ່​ມີ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.
14“ ‘ຖ້າ​ເຄື່ອງບູຊາ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ແມ່ນ​ເຄື່ອງເຜົາ​ບູຊາ​ທີ່​ເປັນ​ນົກ, ໃຫ້​ພວກເຈົ້າ​ຖວາຍ​ນົກເຂົາ​ໜຶ່ງ​ໂຕ ຫລື ນົກກາງແກ​ໜຸ່ມ​ໜຶ່ງ​ໂຕ. 15ປະໂລຫິດ​ຈະ​ຕ້ອງ​ນຳ​ເອົາ​ນົກ​ມາ​ທີ່​ແທ່ນບູຊາ ແລ້ວ​ບິດ​ຄໍ​ນົກ ແລະ ເຜົາ​ນົກ​ນັ້ນ​ຢູ່​ເທິງແທ່ນບູຊາ; ສ່ວນ​ເລືອດ​ຂອງ​ນົກ​ນັ້ນ​ຈະ​ຕ້ອງ​ໄຫລ​ລົງ​ມາ​ຂ້າງ​ແທ່ນບູຊາ. 16ແລ້ວ​ປະໂລຫິດ​ຈະ​ເອົາ​ໜຽງ ແລະ ຂົນ​ອອກ#1:16 ຫລື ກະເພາະ ແລະ ຂົນ​ນົກ​ອອກ ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ ຄວາມໝາຍ​ບໍ່​ຊັດເຈນ ແລ້ວ​ຖິ້ມ​ລົງ​ດ້ານ​ທິດ​ຕາເວັນ​ອອກ​ຂອງ​ແທ່ນບູຊາ​ບ່ອນ​ທີ່​ມີ​ຂີ້ເຖົ່າ. 17ປະໂລຫິດ​ຈະ​ຕ້ອງ​ຈັບ​ປີກ​ທັງ​ສອງ​ຂ້າງ​ພື​ອອກ, ໂດຍ​ບໍ່​ໃຫ້​ຂາດ​ອອກ​ຈາກ​ກັນ ແລ້ວ​ປະໂລຫິດ​ຈະ​ເຜົາ​ນົກ​ເທິງ​ກອງຟືນ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ເທິງ​ແທ່ນບູຊາ. ນີ້​ຄື​ເຄື່ອງເຜົາບູຊາ, ອາຫານ​ບູຊາ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ລະບຽບພວກເລວີ 1