ລະບຽບພວກເລວີ ຄຳນຳ
ຄຳນຳ
ໜັງສືອົບພະຍົບ, ລະບຽບເລວີ ແລະ ຈົດບັນຊີ ເລົ່າເລື່ອງລາວຕໍ່ເນື່ອງຂອງການກໍ່ຮ່າງຂອງຊົນຊາດອິດສະຣາເອນຂອງພຣະເຈົ້າ ເພື່ອໃຫ້ມີບົດບາດພິເສດໃນແຜນການຂອງພຣະອົງທັງໂລກນີ້. ເມື່ອຊາວອິດສະຣາເອນເປັນຂ້າທາດໃນເອຢິບ, ພຣະເຈົ້າໄດ້ມາຫາພວກເຂົາ ແລະ ທຳງານດ້ວຍລິດອຳນາດຜ່ານທາງໂມເຊເພື່ອຊ່ວຍກອບກູ້ພວກເຂົາ. ຢູ່ທີ່ພູເຂົາຊີນາຍ, ພຣະເຈົ້າໄດ້ເປີດເຜີຍກົດບັນຍັດຂອງພຣະອົງແກ່ໂມເຊ ລວມທັງພຣະບັນຍັດສິບປະການ ແລະ ໄດ້ຢືນຢັນເຖິງພັນທະສັນຍາຂອງພຣະອົງຕໍ່ຊົນຊາດໃໝ່ນີ້. ອິດສະຣາເອນສ້າງ “ຫໍເຕັນ” ຫລື “ເຕັນນັດພົບ” ເພື່ອພຣະເຈົ້າຈະຢູ່ທ່າມກາງພວກເຂົາ. ຫລັງຈາກນັ້ນ ປະຊາຊົນກໍເດີນທາງຜ່ານຖິ່ນແຫ້ງແລ້ງກັນດານໄປທີ່ດິນແດນການາອານ.
ເສັ້ນແບ່ງລະຫວ່າງໜັງສືອົບພະຍົບ, ລະບຽບເລວີ ແລະ ຈົດບັນຊີແມ່ນບໍ່ໄດ້ຂີດໄວ້ຢ່າງຊັດເຈນ. ໂຄງສ້າງຫລັກທີ່ປາກົດຢູ່ໃນໜັງສືເຫລົ່ານີ້ຕະຫລອດທັງເຫລັ້ມແມ່ນກ່ຽວຂ້ອງກັບສະຖານທີ່ຫລາຍບ່ອນທີ່ຊາວອິດສະຣາເອນໄດ້ຢຸດລະຫວ່າງການເດີນທາງຂອງພວກເຂົາ. ສະຖານທີ່ແຕ່ລະບ່ອນແມ່ນໄດ້ຖືກບັນທຶກໄວ້ ແລະ ມີການບັນລະຍາຍເຖິງເຫດການຕ່າງໆໃນແຕ່ລະບ່ອນນັ້ນ. ສະຖານທີ່ສຳຄັນຄືພູເຂົາຊີນາຍ; ສ່ວນອີກເຄິ່ງໜຶ່ງຂອງໜັງສືອົບພະຍົບ, ລະບຽບເລວີທັງໝົດເຫລັ້ມ ແລະ ຊ່ວງເລີ່ມຕົ້ນຂອງໜັງສືຈົດບັນຊີໄດ້ອະທິບາຍເຖິງສິ່ງທີ່ເກີດຂຶ້ນຢູ່ທີ່ນັ້ນ. ໜັງສືລະບຽບເລວີແມ່ນເຈາະຈົງບັນທຶກກ່ຽວກັບກົດບັນຍັດ ແລະ ຂໍ້ບັງຄັບຕ່າງໆທີ່ພຣະເຈົ້າຢາເວໄດ້ໃຫ້ໄວ້ແກ່ອິດສະຣາເອນ.
Currently Selected:
ລະບຽບພວກເລວີ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.