YouVersion Logo
Search Icon

ລະບຽບພວກເລວີ 2

2
ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ
1“ ‘ເມື່ອ​ຜູ້ໃດ​ນຳເອົາ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ແກ່​ພຣະເຈົ້າ​ຢາເວ​ນັ້ນ, ເຄື່ອງຖວາຍ​ຂອງ​ຕົນ​ຕ້ອງ​ເປັນ​ແປ້ງ​ລະອຽດ. ພວກເຂົາ​ຖອກ​ນ້ຳມັນ​ໝາກກອກ​ລົງ​ໃສ່​ແປ້ງ​ນັ້ນ ແລະ ໂຮຍ​ເຄື່ອງຫອມ​ໃສ່​ດ້ວຍ. 2ແລະ ນຳເອົາ​ມາ​ມອບ​ໃຫ້​ແກ່​ບັນດາ​ປະໂລຫິດ​ທີ່​ເປັນ​ລູກຊາຍ​ຂອງ​ອາໂຣນ. ປະໂລຫິດ​ຈະ​ກຳ​ເອົາ​ແປ້ງ​ລະອຽດ​ມາ​ກຳ​ມື​ໜຶ່ງ ແລະ ນ້ຳມັນ, ແລ້ວ​ນຳ​ມາ​ລວມ​ກັບ​ເຄື່ອງຫອມ, ແລະ ເຜົາ​ສິ່ງ​ນີ້​ເປັນ​ສ່ວນ​ອະນຸສອນ​ເທິງ​ແທ່ນບູຊາ, ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. 3ສ່ວນ​ທີ່​ເຫລືອ​ຂອງ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ນັ້ນ​ແມ່ນ​ເປັນ​ຂອງ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ, ເຊິ່ງ​ເປັນ​ສ່ວນ​ບໍລິສຸດ​ທີ່ສຸດ​ຂອງ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
4“ ‘ຖ້າ​ພວກເຈົ້າ​ຈະ​ຖວາຍ​ພືດຜົນ​ເປັນ​ເມັດ​ທີ່​ເປັນ​ເຂົ້າໜົມ​ອົບ ເຂົ້າໜົມ​ນັ້ນ​ຕ້ອງ​ເຮັດ​ຈາກ​ແປ້ງ​ລະອຽດ​ຄື: ປະສົມ​ກັບ​ນ້ຳມັນ​ໝາກກອກ​ໂດຍ​ບໍ່​ໃສ່​ເຊື້ອ​ແປ້ງ ຫລື ໃຊ້​ເຂົ້າຈີ່​ແຜ່ນ​ບາງ​ບໍ່​ໃສ່​ເຊື້ອແປ້ງ ແລະ ທາ​ດ້ວຍ​ນ້ຳມັນ​ໝາກກອກ. 5ຖ້າ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ໄດ້​ເຮັດ​ເປັນ​ເຂົ້າຈີ່​ທີ່​ປີ້ງ​ໃສ່​ເຫລັກປີ້ງ ກໍ​ຈົ່ງ​ເຮັດ​ຈາກ​ແປ້ງ​ລະອຽດ​ປົນ​ກັບ​ນ້ຳມັນ ແລະ ບໍ່​ມີ​ເຊື້ອແປ້ງ. 6ຈົ່ງ​ຫັກ​ເຂົ້າຈີ່​ເປັນ​ຕ່ອນ​ນ້ອຍໆ​ແລ້ວ​ເທ​ນ້ຳມັນ​ໃສ່​ເຂົ້າຈີ່​ນັ້ນ, ນີ້​ເປັນ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ. 7ຖ້າ​ເຄື່ອງ​ຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ​ຫາກ​ປຸງແຕ່ງ​ໃນ​ໝໍ້ກະທະ​ກໍ​ໃຫ້​ເຮັດ​ຈາກ​ແປ້ງ​ລະອຽດ ແລະ ນ້ຳມັນ​ໝາກກອກ. 8ຈົ່ງ​ນຳ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທີ່​ເຮັດ​ຈາກ​ສິ່ງ​ເຫລົ່ານີ້​ທີ່​ຈະ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ: ມາ​ມອບ​ໃຫ້​ປະໂລຫິດ, ຜູ້​ຈະ​ນຳ​ມາ​ຍັງ​ແທ່ນບູຊາ​ນັ້ນ. 9ປະໂລຫິດ​ຈະ​ຕ້ອງ​ນຳ​ເອົາ​ສ່ວນ​ທີ່​ເປັນ​ອະນຸສອນ​ຈາກ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ມາ​ເຜົາ​ເທິງ​ແທ່ນບູຊາ​ເປັນ​ເຄື່ອງບູຊາ​ດ້ວຍ​ໄຟ, ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ. 10ສ່ວນ​ທີ່​ເຫລືອ​ຂອງ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ນັ້ນ​ແມ່ນ​ເປັນ​ຂອງ​ອາໂຣນ​ກັບ​ບັນດາ​ລູກຊາຍ​ຂອງ​ລາວ, ເຊິ່ງ​ເປັນ​ສ່ວນ​ບໍລິສຸດ​ທີ່ສຸດ​ຂອງ​ອາຫານ​ບູຊາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ.
11“ ‘ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ທຸກຢ່າງ​ທີ່​ເຈົ້າ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ​ນັ້ນ​ຈະ​ຕ້ອງ​ບໍ່​ໃສ່​ເຊື້ອແປ້ງ, ບໍ່​ໃຫ້​ພວກເຈົ້າ​ເຜົາ​ເຊື້ອແປ້ງ​ໃດໆ ຫລື ນ້ຳເຜິ້ງ​ໃນ​ອາຫານ​ບູຊາ​ທີ່​ຖວາຍ​ແກ່​ພຣະເຈົ້າ​ຢາເວ. 12ເຈົ້າ​ອາດ​ຈະ​ຖວາຍ​ເຂົ້າຈີ່​ໃສ່​ເຊື້ອແປ້ງ ແລະ ນ້ຳເຜິ້ງ​ເປັນ​ເຄື່ອງ​ຖວາຍ​ບູຊາ​ຜົນ​ທຳອິດ​ແກ່​ພຣະເຈົ້າ​ຢາເວ, ແຕ່​ບໍ່​ຕ້ອງ​ນຳ​ມາ​ເຜົາ​ຖວາຍ​ເທິງ​ແທ່ນບູຊາ​ເພື່ອ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ພໍໃຈ. 13ຈົ່ງ​ປຸງ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ​ທຸກ​ຢ່າງ​ດ້ວຍ​ເກືອ. ຢ່າ​ໃຫ້​ເກືອ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ​ຂອງ​ພວກເຈົ້າ​ຂາດ​ຈາກ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ, ຈົ່ງ​ໃສ່​ເກືອ​ໃນ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພວກເຈົ້າ​ທຸກຢ່າງ.
14“ ‘ຖ້າ​ພວກເຈົ້າ​ນຳເອົາ​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ​ຂອງ​ພືດຜົນ​ຫົວ​ປີ​ມາ​ຖວາຍ​ແກ່​ພຣະເຈົ້າ​ຢາເວ, ຈົ່ງ​ເດັດ​ເມັດ​ຈາກ​ຮວງ​ທີ່​ກ່ຽວ​ມາ​ໃໝ່ໆ​ນຳ​ມາ​ບົດ ແລະ ປີ້ງ​ດ້ວຍ​ໄຟ. 15ໃສ່​ນ້ຳມັນ ແລະ ເຄື່ອງຫອມ, ນີ້​ຄື​ເຄື່ອງຖວາຍ​ພືດຜົນ​ເປັນ​ເມັດ. 16ປະໂລຫິດ​ຈະ​ເຜົາ​ສ່ວນ​ທີ່​ເປັນ​ອະນຸສອນ​ຂອງ​ເມັດພືດ​ທີ່​ບົດ​ແລ້ວ, ນ້ຳມັນ ແລະ ລວມ​ທັງ​ເຄື່ອງຫອມ​ທັງໝົດ, ນີ້​ຄື​ເຄື່ອງບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າ​ຢາເວ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Video for ລະບຽບພວກເລວີ 2