ໂຢນາ 1
1
ໂຢນາໜີຈາກພຣະເຈົ້າຢາເວ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂຢນາ ລູກຊາຍຂອງອາມິດໄຕວ່າ: 2“ຈົ່ງໄປຍັງນີເນເວເມືອງໃຫຍ່ ແລະ ເທດສະໜາຕັກເຕືອນເມືອງນັ້ນ, ເພາະຄວາມຊົ່ວຊ້າຂອງເມືອງນັ້ນດັງຂຶ້ນມາຕໍ່ໜ້າເຮົາ”.
3ແຕ່ໂຢນາໄດ້ປົບໜີຈາກພຣະເຈົ້າຢາເວ ແລະ ມຸ່ງໜ້າໄປທີ່ເມືອງຕາກຊິດ. ລາວໄດ້ເດີນທາງໄປທີ່ຢົບປາ, ບ່ອນທີ່ລາວພົບເຮືອທີ່ຈະໄປເມືອງນັ້ນ. ຫລັງຈາກຈ່າຍຄ່າໂດຍສານແລ້ວ, ລາວກໍໄດ້ຂຶ້ນເຮືອ ແລະ ເດີນທາງໄປທີ່ທາຣາສິດເພື່ອໜີໄປຈາກພຣະເຈົ້າຢາເວ.
4ແລ້ວພຣະເຈົ້າຢາເວໄດ້ບັນດານໃຫ້ເກີດພະຍຸໃຫຍ່ເໜືອທະເລ ແລະ ພະຍຸໄດ້ພັດກະໜ່ຳຈົນເຮືອເກືອບຈະແຕກ. 5ລູກເຮືອທັງໝົດພາກັນຢ້ານຫລາຍ ແລະ ຕ່າງກໍຮ້ອງໃຫ້ພະຂອງຕົນມາຊ່ວຍ ແລະ ພວກເຂົາໄດ້ໂຍນສິນຄ້າຖິ້ມໄປເພື່ອໃຫ້ເຮືອເບົາລົງ.
ສ່ວນໂຢນາແມ່ນນອນຫລັບສະໜິດຢູ່ໃນຫ້ອງທາງໃນເຮືອ. 6ນາຍເຮືອຈຶ່ງໄປຫາລາວ ແລະ ເວົ້າວ່າ, “ເຈົ້ານອນຫລັບຢູ່ໄດ້ແນວໃດ? ຈົ່ງລຸກຂຶ້ນມາ ແລະ ຮ້ອງຫາພຣະເຈົ້າຂອງເຈົ້າຊ່ວຍ! ເພື່ອພຣະອົງຈະກະລຸນາພວກເຮົາ ເພື່ອວ່າພວກເຮົາຈະໄດ້ລອດຕາຍ”.
7ແລ້ວລູກເຮືອທັງຫລາຍກໍໄດ້ເວົ້າກັນວ່າ, “ມາ! ໃຫ້ພວກເຮົາຈັບສະຫລາກເພື່ອໃຫ້ຮູ້ວ່າຜູ້ໃດທີ່ເປັນຕົ້ນເຫດເຮັດໃຫ້ເກີດໄພພິບັດຄັ້ງນີ້”. ພວກເຂົາຈຶ່ງຈັບສະຫລາກ ແລະ ສະຫລາກໄດ້ຕົກຖືກໂຢນາ. 8ດັ່ງນັ້ນ ພວກເຂົາຈຶ່ງໄດ້ຖາມໂຢນາວ່າ, “ຈົ່ງບອກພວກເຮົາມາວ່າ, ຜູ້ໃດເປັນຕົ້ນເຫດສ້າງຄວາມເດືອດຮ້ອນໃຫ້ພວກເຮົາໃນເທື່ອນີ້? ເຈົ້າເຮັດວຽກຫຍັງ? ເຈົ້າມາຈາກໃສ? ເຈົ້າຢູ່ປະເທດໃດ? ເຈົ້າເປັນຄົນຊາດໃດ?”
9ໂຢນາໄດ້ຕອບວ່າ, “ຂ້ອຍເປັນຊາວເຮັບເຣີ ແລະ ຂ້ອຍນະມັດສະການພຣະເຈົ້າຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ ຜູ້ສ້າງທະເລ ແລະ ແຜ່ນດິນ”.
10ສິ່ງນີ້ເຮັດໃຫ້ພວກເຂົາຕົກໃຈຢ້ານຫລາຍ ແລະ ພວກເຂົາໄດ້ຖາມວ່າ, “ເຈົ້າເຮັດຫຍັງລົງໄປ?” (ພວກເຂົາຮູ້ວ່າໂຢນາກຳລັງປົບໜີຈາກພຣະເຈົ້າຢາເວ, ເພາະໂຢນາໄດ້ເລົ່າໃຫ້ພວກເຂົາຟັງກ່ອນໜ້ານີ້ແລ້ວ).
11ທະເລໄດ້ພັດແຮງຂຶ້ນເລື້ອຍໆ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ຖາມໂຢນາວ່າ, “ພວກເຮົາຄວນເຮັດກັບເຈົ້າແນວໃດ ທະເລຈຶ່ງຈະສະຫງົບລົງ?”
12ໂຢນາໄດ້ຕອບວ່າ, “ອູ້ມຂ້ອຍແລ້ວຖິ້ມລົງໃນທະເລ ແລະ ທະເລກໍຈະສະຫງົບລົງ. ຂ້ອຍຮູ້ວ່າທີ່ມັນເກີດພະຍຸໃຫຍ່ຄັ້ງນີ້ກັບພວກເຈົ້າກໍເພາະຂ້ອຍຜິດເອງ”.
13ຄົນເຫລົ່ານັ້ນໄດ້ພັດພະຍາຍາມພາຍເຮືອກັບເຂົ້າຝັ່ງ. ແຕ່ພວກເຂົາບໍ່ສາມາດເຮັດໄດ້, ເພາະທະເລຍິ່ງພັດແຮງຂຶ້ນກວ່າເກົ່າ. 14ດັ່ງນັ້ນ ພວກເຂົາຈຶ່ງຮ້ອງຫາພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຢ່າໃຫ້ພວກເຮົາຕ້ອງຕາຍເພາະເອົາຊີວິດຂອງຊາຍຜູ້ນີ້ເລີຍ. ຢ່າໃຫ້ພວກເຮົາຕ້ອງຮັບໂທດທີ່ຂ້າຄົນທີ່ບໍ່ມີຄວາມຜິດເລີຍ, ຂ້າແດ່ພຣະເຈົ້າຢາເວ ເພາະພຣະອົງໄດ້ເຮັດຕາມທີ່ພຣະອົງພໍໃຈ”. 15ຫລັງຈາກນັ້ນ ພວກເຂົາກໍໄດ້ຈັບໂຢນາແລ້ວໂຍນລາວລົງຈາກເຮືອ ແລະ ພະຍຸທີ່ພັດແຮງກໍສະຫງົບລົງ. 16ຄົນທັງຫລາຍຈຶ່ງຢຳເກງພຣະເຈົ້າຢາເວຫລາຍ ແລະ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ແລະ ໄດ້ປະຕິຍານຕໍ່ພຣະອົງ.
ການອະທິຖານຂອງໂຢນາ
17ແຕ່ພຣະເຈົ້າຢາເວໄດ້ໃຊ້ປາໃຫຍ່ໂຕໜຶ່ງມາກືນໂຢນາເຂົ້າໄປ ແລະ ໂຢນາໄດ້ຢູ່ໃນທ້ອງປາສາມວັນສາມຄືນ.
Currently Selected:
ໂຢນາ 1: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.