YouVersion Logo
Search Icon

ໂຢນາ 1

1
ໂຢນາ​ໜີ​ຈາກ​ພຣະເຈົ້າຢາເວ
1ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ໂຢນາ ລູກຊາຍ​ຂອງ​ອາມິດໄຕ​ວ່າ: 2“ຈົ່ງ​ໄປ​ຍັງ​ນີເນເວ​ເມືອງ​ໃຫຍ່ ແລະ ເທດສະໜາ​ຕັກເຕືອນ​ເມືອງ​ນັ້ນ, ເພາະ​ຄວາມ​ຊົ່ວຊ້າ​ຂອງ​ເມືອງ​ນັ້ນ​ດັງ​ຂຶ້ນ​ມາ​ຕໍ່ໜ້າ​ເຮົາ”.
3ແຕ່​ໂຢນາ​ໄດ້​ປົບ​ໜີ​ຈາກ​ພຣະເຈົ້າຢາເວ ແລະ ມຸ່ງ​ໜ້າ​ໄປ​ທີ່​ເມືອງ​ຕາກຊິດ. ລາວ​ໄດ້​ເດີນທາງ​ໄປ​ທີ່​ຢົບປາ, ບ່ອນ​ທີ່​ລາວ​ພົບ​ເຮືອ​ທີ່​ຈະ​ໄປ​ເມືອງ​ນັ້ນ. ຫລັງຈາກ​ຈ່າຍ​ຄ່າ​ໂດຍສານ​ແລ້ວ, ລາວ​ກໍ​ໄດ້​ຂຶ້ນ​ເຮືອ ແລະ ເດີນ​ທາງ​ໄປ​ທີ່​ທາຣາສິດ​ເພື່ອ​ໜີ​ໄປ​ຈາກ​ພຣະເຈົ້າຢາເວ.
4ແລ້ວ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ພະຍຸ​ໃຫຍ່​ເໜືອ​ທະເລ ແລະ ພະຍຸ​ໄດ້​ພັດ​ກະໜ່ຳ​ຈົນ​ເຮືອ​ເກືອບ​ຈະ​ແຕກ. 5ລູກ​ເຮືອ​ທັງໝົດ​ພາ​ກັນ​ຢ້ານ​ຫລາຍ ແລະ ຕ່າງ​ກໍ​ຮ້ອງ​ໃຫ້​ພະ​ຂອງ​ຕົນ​ມາ​ຊ່ວຍ ແລະ ພວກເຂົາ​ໄດ້​ໂຍນ​ສິນຄ້າ​ຖິ້ມ​ໄປ​ເພື່ອ​ໃຫ້​ເຮືອ​ເບົາ​ລົງ.
ສ່ວນ​ໂຢນາ​ແມ່ນ​ນອນ​ຫລັບ​ສະໜິດ​ຢູ່​ໃນ​ຫ້ອງ​ທາງ​ໃນ​ເຮືອ. 6ນາຍ​ເຮືອ​ຈຶ່ງ​ໄປ​ຫາ​ລາວ ແລະ ເວົ້າ​ວ່າ, “ເຈົ້າ​ນອນຫລັບ​ຢູ່​ໄດ້​ແນວໃດ? ຈົ່ງ​ລຸກ​ຂຶ້ນ​ມາ ແລະ ຮ້ອງ​ຫາ​ພຣະເຈົ້າ​ຂອງ​ເຈົ້າ​ຊ່ວຍ! ເພື່ອ​ພຣະອົງ​ຈະ​ກະລຸນາ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ລອດ​ຕາຍ”.
7ແລ້ວ​ລູກ​ເຮືອ​ທັງຫລາຍ​ກໍ​ໄດ້​ເວົ້າ​ກັນ​ວ່າ, “ມາ! ໃຫ້​ພວກເຮົາ​ຈັບ​ສະຫລາກ​ເພື່ອ​ໃຫ້​ຮູ້​ວ່າ​ຜູ້ໃດ​ທີ່​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ເກີດ​ໄພພິບັດ​ຄັ້ງ​ນີ້”. ພວກເຂົາ​ຈຶ່ງ​ຈັບ​ສະຫລາກ ແລະ ສະຫລາກ​ໄດ້​ຕົກ​ຖືກ​ໂຢນາ. 8ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຖາມ​ໂຢນາ​ວ່າ, “ຈົ່ງ​ບອກ​ພວກເຮົາ​ມາ​ວ່າ, ຜູ້ໃດ​ເປັນ​ຕົ້ນເຫດ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຮົາ​ໃນ​ເທື່ອ​ນີ້? ເຈົ້າ​ເຮັດ​ວຽກ​ຫຍັງ? ເຈົ້າ​ມາ​ຈາກ​ໃສ? ເຈົ້າ​ຢູ່​ປະເທດ​ໃດ? ເຈົ້າ​ເປັນ​ຄົນ​ຊາດ​ໃດ?”
9ໂຢນາ​ໄດ້​ຕອບ​ວ່າ, “ຂ້ອຍ​ເປັນ​ຊາວ​ເຮັບເຣີ ແລະ ຂ້ອຍ​ນະມັດສະການ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ ຜູ້​ສ້າງ​ທະເລ ແລະ ແຜ່ນດິນ”.
10ສິ່ງ​ນີ້​ເຮັດ​ໃຫ້​ພວກເຂົາ​ຕົກ​ໃຈ​ຢ້ານ​ຫລາຍ ແລະ ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ຫຍັງ​ລົງ​ໄປ?” (ພວກເຂົາ​ຮູ້​ວ່າ​ໂຢນາ​ກຳລັງ​ປົບ​ໜີ​ຈາກ​ພຣະເຈົ້າຢາເວ, ເພາະ​ໂຢນາ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ​ກ່ອນ​ໜ້າ​ນີ້​ແລ້ວ).
11ທະເລ​ໄດ້​ພັດ​ແຮງ​ຂຶ້ນ​ເລື້ອຍໆ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຖາມ​ໂຢນາ​ວ່າ, “ພວກເຮົາ​ຄວນ​ເຮັດ​ກັບ​ເຈົ້າ​ແນວໃດ ທະເລ​ຈຶ່ງ​ຈະ​ສະຫງົບ​ລົງ?”
12ໂຢນາ​ໄດ້​ຕອບ​ວ່າ, “ອູ້ມ​ຂ້ອຍ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ ແລະ ທະເລ​ກໍ​ຈະ​ສະຫງົບ​ລົງ. ຂ້ອຍ​ຮູ້​ວ່າ​ທີ່​ມັນ​ເກີດ​ພະຍຸ​ໃຫຍ່​ຄັ້ງ​ນີ້​ກັບ​ພວກເຈົ້າ​ກໍ​ເພາະ​ຂ້ອຍ​ຜິດ​ເອງ”.
13ຄົນ​ເຫລົ່ານັ້ນ​ໄດ້​ພັດ​ພະຍາຍາມ​ພາຍ​ເຮືອ​ກັບ​ເຂົ້າ​ຝັ່ງ. ແຕ່​ພວກເຂົາ​ບໍ່​ສາມາດ​ເຮັດ​ໄດ້, ເພາະ​ທະເລ​ຍິ່ງ​ພັດ​ແຮງ​ຂຶ້ນ​ກວ່າ​ເກົ່າ. 14ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າຢາເວ ຂໍ​ໂຜດ​ຢ່າ​ໃຫ້​ພວກເຮົາ​ຕ້ອງ​ຕາຍ​ເພາະ​ເອົາ​ຊີວິດ​ຂອງ​ຊາຍ​ຜູ້​ນີ້​ເລີຍ. ຢ່າ​ໃຫ້​ພວກເຮົາ​ຕ້ອງ​ຮັບ​ໂທດ​ທີ່​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ເລີຍ, ຂ້າ​ແດ່​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ພໍໃຈ”. 15ຫລັງ​ຈາກ​ນັ້ນ ພວກເຂົາ​ກໍ​ໄດ້​ຈັບ​ໂຢນາ​ແລ້ວ​ໂຍນ​ລາວ​ລົງ​ຈາກ​ເຮືອ ແລະ ພະຍຸ​ທີ່​ພັດ​ແຮງ​ກໍ​ສະຫງົບ​ລົງ. 16ຄົນ​ທັງຫລາຍ​ຈຶ່ງ​ຢຳເກງ​ພຣະເຈົ້າຢາເວ​ຫລາຍ ແລະ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ແລະ ໄດ້​ປະຕິຍານ​ຕໍ່​ພຣະອົງ.
ການ​ອະທິຖານ​ຂອງ​ໂຢນາ
17ແຕ່​ພຣະເຈົ້າຢາເວ​ໄດ້​ໃຊ້​ປາ​ໃຫຍ່​ໂຕ​ໜຶ່ງ​ມາ​ກືນ​ໂຢນາ​ເຂົ້າ​ໄປ ແລະ ໂຢນາ​ໄດ້​ຢູ່​ໃນ​ທ້ອງ​ປາ​ສາມ​ວັນ​ສາມ​ຄືນ.

Currently Selected:

ໂຢນາ 1: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in