YouVersion Logo
Search Icon

ໂຢນາ ຄຳນຳ

ຄຳນຳ
ໜັງສື​ໂຢນາ​ເລົ່າ​ເລື່ອງລາວ​ວ່າ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ໂຢນາ​ຜູ້ທຳນວາຍ​ໃນ​ສະໄໝ​ຂອງ​ເຢໂລໂບອາມ​ທີ 2 ໃນ​ສັດຕະວັດ​ທີ 8 ກ່ອນ ຄສ. ໃນ​ບັນດາ​ບັນດາ​ໜັງສື​ພະຍາກອນ​ນັ້ນ ໜັງສື​ໂຢນາ​ມີ​ຄວາມ​ພິເສດ​ຢູ່​ທີ່​ການ​ເນັ້ນ​ເລື່ອງລາວ​ຂອງ​ຜູ້ທຳນວາຍ​ຫລາຍ​ກວ່າ​ການ​ຮວບຮວມ​ຄຳ​ພະຍາກອນ ຄື​ມີ​ຄຳ​ພະຍາກອນ​ພຽງ​ປະໂຫຍກ​ດຽວ.
ໂຢນາ​ເປັນ​ເລື່ອງລາວ​ການ​ຮຽກເອີ້ນ​ຂອງ​ພຣະເຈົ້າ ພຣະອົງ​ເອີ້ນ​ໂຢນາ​ເພື່ອ​ໃຫ້​ໄປ​ເຕືອນ​ຊາວ​ນີເນເວ​ເຖິງ​ຄວາມ​ຈິບຫາຍ​ທີ່​ກຳລັງ​ຈະ​ເກີດ​ຂຶ້ນ ໂດຍ​ມີ 2 ເຫດການ​ຫລັກ ແລະ ແຕ່​ລະ​ເຫດການ​ມີ 2 ສາກ. ທັງ​ສອງ​ເຫດການ​ແມ່ນ​ເລີ່ມ​ດ້ວຍ​ການ​ຢ້ຳ​ຄຳສັ່ງ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ໂຢນາ​ໄປ​ທີ່​ເມືອງ​ນີເນເວ. ສາກ​ທຳອິດ​ເກີດ​ຂຶ້ນ​ຢູ່​ເທິງ​ເຮືອ​ຂະນະ​ທີ່​ໂຢນາ​ກຳລັງ​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ນີເນເວ ແລະ ພວກເຂົາ​ໄດ້​ກັບໃຈ. ສາກ​ທີ​ສອງ​ເກີດ​ຂຶ້ນ​ຢູ່​ນອກ​ເມືອງ​ທີ່​ໂຢນາ​ຕໍ່ສູ້​ກັບ​ຄວາມ​ເມດຕາ​ຂອງ​ພຣະເຈົ້າ.
ເລື່ອງລາວ​ຂອງ​ໂຢນາ​ຄື​ການ​ສະແດງ​ເຖິງ​ທັດສະນະຄະຕິ​ຂອງ​ຄົນ​ອິດສະຣາເອນ​ທີ່​ມີ​ຕໍ່​ຊົນຊາດ​ອື່ນໆ ຄື​ແທນ​ທີ່​ພວກເຂົາ​ຈະ​ຍອມ​ຮັບ​ການ​ຮຽກເອີ້ນ​ເພື່ອ​ຊ່ວຍ​ໃຫ້​ຊົນຊາດ​ອື່ນ​ໄດ້​ມາ​ຮູ້​ຈັກ​ພຣະເຈົ້າ​ແທ້ຈິງ. ພວກເຂົາ​ກັບ​ເຫັນ​ວ່າ​ຊົນຊາດ​ອື່ນ​ເປັນ​ສັດຕູ ແລະ ຄາດຫວັງ​ໃຫ້​ພຣະເຈົ້າ​ທຳລາຍ​ຖິ້ມ. ໂຢນາ​ໄດ້​ສອນ​ວ່າ​ຄວາມຮັກ​ຂອງ​ພຣະເຈົ້າ​ບໍ່​ໄດ້​ມີ​ຈຳກັດ​ໄວ້​ສຳລັບ​ອິດສະຣາເອນ​ເທົ່ານັ້ນ, ແຕ່​ແຜ່​ຂະຫຍາຍ​ເຖິງ​ສິ່ງ​ທີ່​ພຣະອົງ​ສ້າງ​ທັງໝົດ ແລະ ໄປ​ເຖິງ​ຊົນຊາດ​ອື່ນໆ​ຢ່າງ​ແທ້ຈິງ. ດັ່ງນັ້ນ ຄຳຖາມ​ສຸດທ້າຍ​ທີ່​ພຣະເຈົ້າ​ຖາມ​ໂຢນາ​ຈຶ່ງ​ເປັນ​ຄຳຖາມ​ສຳລັບ​ພວກເຮົາ​ເໝືອນ​ກັນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in