ໂຮເສອາ 14
14
ການກັບໃຈໃໝ່ທີ່ນຳພຣະພອນມາ
1ອິດສະຣາເອນ, ຈົ່ງຫັນກັບມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ທີ່ພວກເຈົ້າຫລົ້ມຈົມລົງກໍເພາະບາບທັງຫລາຍຂອງພວກເຈົ້າ!
2ຈົ່ງນຳຄຳອ້ອນວອນມາດ້ວຍ
ແລະ ກັບມາຫາພຣະເຈົ້າຢາເວ.
ຈົ່ງເວົ້າຕໍ່ພຣະອົງວ່າ:
“ຂໍໂຜດອະໄພບາບທັງໝົດຂອງພວກຂ້ານ້ອຍ
ແລະ ຂໍໂຜດຮັບພວກຂ້ານ້ອຍໄວ້ດ້ວຍພຣະຄຸນ,
ເພື່ອພວກຂ້ານ້ອຍຈະຖວາຍຄຳສັນລະເສີນຈາກຮີມສົບຂອງພວກຂ້ານ້ອຍ.#14:2 ຫລື ຖວາຍປາກຂອງພວກຂ້ານ້ອຍແທນງົວທີ່ໃຊ້ເປັນເຄື່ອງບູຊາ
3ອັດຊີເຣຍບໍ່ອາດຊ່ວຍພວກຂ້ານ້ອຍໄດ້;
ພວກຂ້ານ້ອຍຈະບໍ່ເພິ່ງມ້າຮົບ.
ຈະບໍ່ເອີ້ນສິ່ງທີ່ມືຂອງພວກຂ້ານ້ອຍສ້າງຂຶ້ນນັ້ນວ່າ,
‘ພຣະເຈົ້າຂອງພວກຂ້ານ້ອຍ’ ອີກຕໍ່ໄປ,
ເພາະລູກກຳພ້າພໍ່ຈະພົບຄວາມເມດຕາໃນພຣະອົງ”.
4“ເຮົາຈະຮັກສາຄວາມດື້ດ້ານຂອງພວກເຂົາ
ແລະ ຈະຮັກພວກເຂົາຢ່າງເຕັມທີ່,
ເພາະເຮົາເຊົາໃຈຮ້າຍພວກເຂົາແລ້ວ.
5ເຮົາຈະເປັນເໝືອນນ້ຳຄ້າງສໍາລັບອິດສະຣາເອນ;
ພວກເຂົາຈະເບັ່ງບານດັ່ງດອກລີລາ.
ພວກເຂົາຈະຢັ່ງຮາກລົງ
ເໝືອນຕົ້ນໄມ້ສີດາແຫ່ງເລບານອນ
6ໜໍ່ອ່ອນຂອງພວກເຂົາຈະເຕີບໃຫຍ່ຂຶ້ນ.
ພວກເຂົາຈະງົດງາມຮຸ່ງເຮືອງດັ່ງຕົ້ນໝາກກອກ,
ແລະ ສົ່ງກິ່ນຫອມດັ່ງຕົ້ນໄມ້ສີດາແຫ່ງເລບານອນ.
7ຄົນທັງຫລາຍຈະເພິ່ງພາໃນຮົ່ມຂອງພວກເຂົາອີກ;
ພວກເຂົາຈະເລີນງອກງາມດັ່ງເມັດພືດ,
ຈະເບັ່ງບານດັ່ງເຄືອອະງຸ່ນ
ຊື່ສຽງຊ່າລືເໝືອນເຫລົ້າອະງຸ່ນຈາກເລບານອນ.
8ເອຟຣາອິມ, ເຮົາ#14:8 ຫລື ເອຟຣາອິມຈະຕ້ອງເຮັດຫຍັງອີກກັບບັນດາຮູບເຄົາລົບ?
ເຮົາຈະຕອບພວກເຂົາ ແລະ ຫ່ວງໃຍເບິ່ງແຍງພວກເຂົາ.
ເຮົາເປັນເໝືອນຕົ້ນແປກຂຽວອຸ່ມທຸ່ມ;
ເຈົ້າຈະມີຜົນງອກງາມເພາະເຮົາ”.
9ຜູ້ໃດສະຫລາດ? ໃຫ້ຜູ້ນັ້ນເຂົ້າໃຈສິ່ງເຫລົ່ານີ້
ຜູ້ໃດມີວິຈາລະນະຍານ? ຜູ້ນັ້ນຈະເຂົ້າໃຈ
ວິຖີທາງຂອງພຣະເຈົ້າຢາເວລ້ວນແຕ່ຖືກຕ້ອງ;
ຜູ້ຊອບທຳດຳເນີນໃນວິຖີທາງເຫລົ່ານີ້,
ແຕ່ຜູ້ກະບົດຕໍ່ພຣະເຈົ້າກໍສະດຸດຢູ່ໃນທາງຂອງພຣະອົງ.
Currently Selected:
ໂຮເສອາ 14: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.