ໂຢເອນ 3
3
ຊົນຊາດທັງຫລາຍຖືກພິພາກສາ
1“ເມື່ອເຖິງວັນເຫລົ່ານັ້ນ ແລະ ເວລານັ້ນ,
ເມື່ອເຮົາຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຢູດາ ແລະ ເຢຣູຊາເລັມນັ້ນ,
2ເຮົາຈະເຕົ້າໂຮມທຸກຊົນຊາດ
ແລະ ນຳພວກເຂົາລົງມາທີ່ຮ່ອມພູເຢໂຮຊາຟັດ.#3:2 ເຢໂຮຊາຟັດ ແປວ່າພຣະເຈົ້າຢາເວພິພາກສາ ຄືກັນກັບຂໍ້ 12
ເຮົາຈະດຳເນີນຄະດີພວກເຂົາຢູ່ທີ່ນັ້ນ
ເລື່ອງທີ່ປະຊາຊົນອິດສະຣາເອນຂອງເຮົາໄດ້ເຮັດຕໍ່ມໍລະດົກຂອງເຮົາ,
ເພາະພວກເຂົາໄດ້ເຮັດໃຫ້ປະຊາຊົນຂອງເຮົາແຕກກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆ
ແລະ ແບ່ງດິນແດນຂອງເຮົາ.
3ພວກເຂົາໄດ້ຈັບສະຫລາກແບ່ງປະຊາຊົນຂອງເຮົາ.
ແລະ ເອົາເດັກນ້ອຍຜູ້ຊາຍໄປແລກປ່ຽນກັບຍິງໂສເພນີມາ;
ພວກເຂົາໄດ້ຂາຍເດັກນ້ອຍຜູ້ຍິງເພື່ອຈະໄດ້ເຫລົ້າອະງຸ່ນມາດື່ມ.
4“ຕີເຣ ແລະ ຊີໂດນກັບດິນແດນຟີລິດສະຕິນທັງໝົດ ເຈົ້າມີສິ່ງໃດຕໍ່ສູ້ເຮົາ? ເຈົ້າກຳລັງແກ້ແຄ້ນເຮົາໃນສິ່ງທີ່ເຮົາໄດ້ເຮັດນັ້ນບໍ? ຖ້າເຈົ້າແກ້ແຄ້ນເຮົາ, ເຮົາກໍຈະໃຫ້ສິ່ງທີ່ເຈົ້າໄດ້ເຮັດໄວ້ຕົກຖືກເຈົ້າເອງຢ່າງໄວວາ ແລະ ທັນທີທັນໃດ. 5ເພາະເຈົ້າໄດ້ຢຶດເອົາເງິນ ແລະ ຄຳຂອງເຮົາກັບຊັບສົມບັດອັນລ້ຳຄ່າຂອງເຮົາໄປໄວ້ທີ່ວິຫານຕ່າງໆຂອງເຈົ້າ.#3:5 ຫລື ວັງ 6ເຈົ້າໄດ້ຂາຍຊາວຢູດາ ແລະ ຊາວເຢຣູຊາເລັມໃຫ້ແກ່ຊາວກຣີກ ເພື່ອເຈົ້າຈະໄດ້ສົ່ງພວກເຂົາໄປໃຫ້ໄກຈາກບ້ານເກີດເມືອງນອນຂອງພວກເຂົາ.
7“ເບິ່ງແມ, ເຮົາຈະກະຕຸ້ນພວກເຂົາໃຫ້ອອກມາຈາກສະຖານທີ່ຕ່າງໆ ທີ່ເຈົ້າໄດ້ຂາຍພວກເຂົາໃຫ້ ແລະ ເຮົາກໍຈະໃຫ້ສິ່ງທີ່ເຈົ້າໄດ້ເຮັດໄວ້ນັ້ນຕົກຖືກເຈົ້າເອງ. 8ເຮົາຈະຂາຍບັນດາລູກຊາຍ ແລະ ລູກສາວຂອງເຈົ້າໃຫ້ແກ່ຊາວຢູດາ. ແລ້ວຊາວຢູດາຈະຂາຍພວກເຂົາໃຫ້ຊາວເຊບາ, ເຊິ່ງເປັນຊົນຊາດໜຶ່ງທີ່ຢູ່ໄກ”. ພຣະເຈົ້າໄດ້ກ່າວດັ່ງນັ້ນ.
9ຈົ່ງປະກາດໃນທ່າມກາງຊົນຊາດທັງຫລາຍວ່າ:
ຈົ່ງຕຽມພ້ອມສຳລັບສູ້ຮົບ!
ຈົ່ງປຸກລະດົມບັນດານັກຮົບ!
ໃຫ້ບັນດານັກຕໍ່ສູ້ທຸກຄົນເຂົ້າມາໃກ້ ແລະ ບຸກໂຈມຕີ.
10ຈົ່ງຕີໝາກກະສົບໄຖຂອງເຈົ້າໃຫ້ເປັນດາບ
ແລະ ຕີກ່ຽວຂອງເຈົ້າໃຫ້ເປັນຫອກ.
ໃຫ້ຄົນທີ່ອ່ອນແອເວົ້າວ່າ,
“ຂ້ອຍເຂັ້ມແຂງ!”
11ຈົ່ງມາໄວໆ, ຊົນຊາດທັງຫລາຍຈາກທຸກທີ່ທຸກບ່ອນ,
ແລະ ມາປະຊຸມກັນຢູ່ທີ່ນັ້ນ.
ຂ້າແດ່ພຣະເຈົ້າຢາເວ! ຂໍໂຜດສົ່ງນັກຮົບຂອງພຣະອົງລົງມາ!
12“ຈົ່ງກະຕຸ້ນປະຊາຊາດທັງຫລາຍ
ໃຫ້ບຸກໜ້າມາທີ່ຮ່ອມພູເຢໂຮຊາຟັດ,
ເພາະເຮົາຈະນັ່ງຢູ່ທີ່ນັ້ນ
ເພື່ອຕັດສິນປະຊາຊາດທັງໝົດທຸກດ້ານ.
13ຈົ່ງແກວ່ງກ່ຽວໄປ,
ເພາະເຂົ້າກໍສຸກພ້ອມໃຫ້ກ່ຽວແລ້ວ.
ຈົ່ງມາ, ມາຢຽບໝາກອະງຸ່ນ,
ເພາະອ່າງຢຽບໝາກອະງຸ່ນກໍເຕັມແລ້ວ
ແລະ ອ່າງເກັບນັ້ນມີເຫລົ້າອະງຸ່ນເຕັມຈົນລົ້ນ
ຄວາມຊົ່ວຮ້າຍຂອງພວກເຂົາກໍມີຫລວງຫລາຍ!”
14ມີຄົນຈຳນວນຫລວງຫລາຍ
ຢູ່ໃນຮ່ອມພູແຫ່ງການພິພາກສາ!
ເພາະວັນແຫ່ງພຣະເຈົ້າຢາເວແມ່ນໃກ້ເຂົ້າມາແລ້ວ
ໃນຮ່ອມພູແຫ່ງການພິພາກສາ.
15ຕາເວັນ ແລະ ເດືອນຈະມືດມິດໄປ
ແລະ ດາວຈະບໍ່ສ່ອງແສງ.
16ພຣະເຈົ້າຢາເວຈະເປັ່ງສຽງອອກມາຈາກຊີໂອນ
ແລະ ເປັ່ງສຽງຟ້າຮ້ອງອອກມາຈາກເຢຣູຊາເລັມ;
ແຜ່ນດິນໂລກ ແລະ ຟ້າສະຫວັນຈະສັ່ນສະທ້ານ.
ແຕ່ພຣະເຈົ້າຢາເວຈະເປັນບ່ອນລີ້ໄພສຳລັບປະຊາຊົນຂອງພຣະອົງ,
ເປັນທີ່ໝັ້ນສຳລັບປະຊາຊົນອິດສະຣາເອນ.
ພອນສຳລັບປະຊາຊົນຂອງພຣະເຈົ້າ
17“ແລ້ວນັ້ນເຈົ້າກໍຈະຮູ້ວ່າ, ເຮົາຜູ້ເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.
ສະຖິດຢູ່ໃນຊີໂອນ, ພູເຂົາສັກສິດຂອງເຮົາ.
ເຢຣູຊາເລັມຈະບໍລິສຸດສັກສິດ;
ຄົນຕ່າງຊາດຈະບໍ່ມາທຳລາຍເຢຣູຊາເລັມອີກ.
18“ໃນວັນນັ້ນຈະມີນ້ຳອະງຸ່ນໃໝ່ຍ້ອຍຈາກພູເຂົາ
ແລະ ມີນ້ຳນົມໄຫລມາຈາກໂນນພູ;
ຫ້ວຍນ້ຳທັງຫລາຍຂອງຢູດາຈະມີນ້ຳນອງ.
ນ້ຳພຸຈະໄຫລອອກມາຈາກວິຫານຂອງພຣະເຈົ້າຢາເວ
ໃຫ້ຄວາມຊຸ່ມຊື່ນແກ່ຮ່ອມພູຕົ້ນກະຖິນ.#3:18 ຫລື ຮ່ອມພູຊິດຕີມ
19ແຕ່ເອຢິບຈະຮົກຮ້າງ,
ເອໂດມກາຍເປັນຖິ່ນແຫ້ງແລ້ງກັນດານ,
ເພາະຄວາມໂຫດຮ້າຍທີ່ໄດ້ເຮັດໄວ້ກັບຊາວຢູດາ,
ພວກເຂົາໄດ້ເຮັດໃຫ້ຜູ້ບໍລິສຸດຕ້ອງຫລັ່ງເລືອດໃນດິນແດນນັ້ນ.
20ຢູດາ ແລະ ເຢຣູຊາເລັມຈະມີຄົນອາໄສຢູ່
ຕະຫລອດໄປທຸກຊົ່ວອາຍຸ.
21ຄວາມຜິດທີ່ພວກເຂົາເຮັດໃຫ້ເລືອດຕົກທີ່ເຮົາບໍ່ໄດ້ອະໄພໃຫ້ນັ້ນ
ເຮົາຈະໃຫ້ອະໄພ”.
ພຣະເຈົ້າຢາເວສະຖິດຢູ່ໃນຊີໂອນ!
Currently Selected:
ໂຢເອນ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.