ຕາເວັນ ແລະ ເດືອນຈະມືດມິດໄປ
ແລະ ດາວຈະບໍ່ສ່ອງແສງ.
ພຣະເຈົ້າຢາເວຈະເປັ່ງສຽງອອກມາຈາກຊີໂອນ
ແລະ ເປັ່ງສຽງຟ້າຮ້ອງອອກມາຈາກເຢຣູຊາເລັມ;
ແຜ່ນດິນໂລກ ແລະ ຟ້າສະຫວັນຈະສັ່ນສະທ້ານ.
ແຕ່ພຣະເຈົ້າຢາເວຈະເປັນບ່ອນລີ້ໄພສຳລັບປະຊາຊົນຂອງພຣະອົງ,
ເປັນທີ່ໝັ້ນສຳລັບປະຊາຊົນອິດສະຣາເອນ.