ໂຮເສອາ 9
9
ການລົງໂທດອິດສະຣາເອນ
1ອິດສະຣາເອນ, ຢ່າຊື່ນຊົມຍິນດີ;
ຢ່າຊື່ນຊົມຍິນດີເໝືອນຊາດອື່ນໆ.
ເພາະພວກເຈົ້າບໍ່ໄດ້ສັດຊື່ຕໍ່ພຣະເຈົ້າຂອງພວກເຈົ້າ;
ພວກເຈົ້າຮັກຄ່າຈ້າງຂອງຍິງໂສເພນີ
ຕາມເດີ່ນຟາດເຂົ້າທຸກແຫ່ງ.
2ເດີ່ນຟາດເຂົ້າ ແລະ ອ່າງຢຽບອະງຸ່ນຈະບໍ່ພໍລ້ຽງຄົນທັງຫລາຍ;
ເຫລົ້າອະງຸ່ນໃໝ່ດັບຄວາມກະຫາຍຂອງພວກເຂົາບໍ່ໄດ້.
3ພວກເຂົາຈະບໍ່ໄດ້ອາໄສຢູ່ໃນແຜ່ນດິນຂອງພຣະເຈົ້າຢາເວ;
ເອຟຣາອິມຈະກັບໄປເອຢິບ
ແລະ ກິນອາຫານທີ່ມີມົນທິນ#9:3 ຄື ເປັນມົນທິນຕາມລະບຽບພິທີໃນອັດຊີເຣຍ.
4ພວກເຂົາຈະບໍ່ໄດ້ຖອກເຫລົ້າອະງຸ່ນຖວາຍບູຊາແກ່ພຣະເຈົ້າຢາເວ,
ແລະ ເຄື່ອງບູຊາຂອງພວກເຂົາກໍບໍ່ເປັນທີ່ພໍໃຈພຣະອົງ.
ເຄື່ອງບູຊາເຫລົ່ານີ້ຈະເປັນເໝືອນອາຫານໄວ້ທຸກສຳລັບພວກເຂົາ;
ທຸກຄົນທີ່ກິນເຂົ້າໄປກໍຈະເປັນມົນທິນ.
ອາຫານນີ້ຈະມີໄວ້ເພື່ອພວກເຂົາເອງ;
ມັນຈະບໍ່ຖືກນໍາເຂົ້າມາໃນວິຫານຂອງພຣະເຈົ້າຢາເວ.
5ພວກເຈົ້າຈະເຮັດຫຍັງໃນງານລ້ຽງສະຫລອງຕາມກຳນົດ,
ໃນວັນສະຫລອງເທດສະການຂອງພຣະເຈົ້າຢາເວ?
6ເຖິງແມ່ນວ່າພວກເຂົາຈະຫລຸດພົ້ນຈາກຄວາມຈິບຫາຍ,
ເອຢິບກໍຈະຮວບຮວມພວກເຂົາ,
ແລະ ເມັມຟິດຈະຝັງພວກເຂົາໄວ້.
ຄັງເງິນຂອງພວກເຂົາຈະຖືກປົກຄຸມດ້ວຍພືດໜາມ
ຕົ້ນໜາມຈະງອກຂຶ້ນຖ້ວມເຕັນຂອງພວກເຂົາ.
7ວັນແຫ່ງການລົງໂທດກໍາລັງມາເຖິງ,
ວັນແຫ່ງການລົງອາດຍາກໍມາໃກ້ແລ້ວ,
ອິດສະຣາເອນຈົ່ງຮູ້ເລື່ອງນີ້.
ເພາະຄວາມບາບຂອງພວກເຈົ້ານັ້ນມີຫລວງຫລາຍ,
ແລະ ເຈດຕະນາຮ້າຍຂອງພວກເຈົ້າກໍໃຫຍ່ຫລາຍ,
ຜູ້ທຳນວາຍຖືກນັບວ່າເປັນຄົນໂງ່,
ຜູ້ທີ່ພຣະເຈົ້າດົນໃຈກັບຖືກຫາວ່າເປັນຄົນບ້າ.
8ຜູ້ທຳນວາຍພ້ອມກັບພຣະເຈົ້າຂອງຂ້ານ້ອຍ,
ເປັນຜູ້ເຝົ້າຍາມເບິ່ງແຍງເອຟຣາອິມ,#9:8 ຫລື ຜູ້ທຳນວາຍເປັນຜູ້ເຝົ້າຍາມເບິ່ງແຍງເອຟຣາອິມ ຜູ້ເປັນປະຊາຊົນຂອງພຣະເຈົ້າຂອງຂ້າພະເຈົ້າ
ແຕ່ກັບດັກແມ່ນລໍຖ້າພວກເຂົາຢູ່ຕະຫລອດເສັ້ນທາງ,
ແລະ ມີສັດຕູໃນວິຫານຂອງພຣະເຈົ້າຂອງພວກເຂົາ.
9ພວກເຂົາຈົມດິ່ງລົງໃນຄວາມເສື່ອມຊາມ,
ເໝືອນສະໄໝຂອງກີເບອາ.
ພຣະເຈົ້າຈະລະນຶກເຖິງຄວາມຊົ່ວຊ້າຂອງພວກເຂົາ
ແລະ ລົງໂທດຄວາມບາບຂອງພວກເຂົາ.
10“ເມື່ອເຮົາພົບອິດສະຣາເອນ,
ກໍເໝືອນພົບໝາກອະງຸ່ນໃນຖິ່ນແຫ້ງແລ້ງກັນດານ;
ເມື່ອເຮົາເຫັນບັນພະບຸລຸດຂອງພວກເຈົ້າ,
ກໍເໝືອນເຫັນຜົນໝາກເດື່ອລຸ້ນທຳອິດ
ແຕ່ເມື່ອພວກເຂົາມາທີ່ບາອານເປອໍ,
ພວກເຂົາກໍອຸທິດໂຕແກ່ຮູບເຄົາລົບອັນໜ້າອັບອາຍນັ້ນ,
ແລະ ຊົ່ວຊ້າໄປເໝືອນສິ່ງທີ່ພວກເຂົາຮັກ.
11ສະຫງ່າລາສີຂອງເອຟຣາອິມຈະບິນຫາຍລັບໄປເໝືອນນົກ
ບໍ່ມີການເກີດ, ບໍ່ມີການຖືພາ ແລະ ບໍ່ມີການປະຕິສົນທິ.
12ເຖິງແມ່ນວ່າພວກເຂົາຈະລ້ຽງດູລູກໄດ້,
ເຮົາກໍຈະພັດພາກທຸກຄົນໄປຈາກພວກເຂົາ.
ວິບັດແກ່ພວກເຂົາ
ເມື່ອເຮົາຫັນໜີໄປຈາກພວກເຂົາ!
13ເຮົາໄດ້ເຫັນເອຟຣາອິມ,
ຖືກປູກໄວ້ໃນບ່ອນທີ່ສະຫງົບຄືກັນກັບເມືອງຕີເຣ.
ແຕ່ເອຟຣາອິມຈະພາລູກຂອງພວກເຂົາ
ອອກມາໃຫ້ຄົນທີ່ຂ້າ”.
14ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດມອບໃຫ້ພວກເຂົາ
ພຣະອົງຈະມອບສິ່ງໃດໃຫ້ແກ່ພວກເຂົາ?
ໂຜດມອບມົດລູກທີ່ຫລຸລູກ
ແລະ ນົມທີ່ບໍ່ມີນ້ຳນົມ.
15“ເພາະຄວາມຊົ່ວຮ້າຍທັງໝົດຂອງພວກເຂົາໃນກິນການ,
ເຮົາຈຶ່ງກຽດຊັງພວກເຂົາຢູ່ທີ່ນັ້ນ.
ເພາະການກະທຳອັນບາບໜາຂອງພວກເຂົາ,
ເຮົາຈະຂັບໄລ່ພວກເຂົາອອກຈາກວິຫານຂອງເຮົາ.
ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ;
ຜູ້ນຳທັງໝົດຂອງພວກເຂົາເປັນຄົນມັກກະບົດ.
16ເອຟຣາອິມໄດ້ຈິບຫາຍໄປແລ້ວ,
ຮາກຂອງພວກເຂົາໄດ້ຫ່ຽວແຫ້ງ,
ພວກເຂົາບໍ່ເກີດຜົນ.
ເຖິງແມ່ນວ່າພວກເຂົາມີລູກ,
ເຮົາກໍຈະຂ້າເຊື້ອສາຍຂອງພວກເຂົາ ທີ່ພວກເຂົາຮັກ”.
17ພຣະເຈົ້າຂອງຂ້າພະເຈົ້າຈະປະຕິເສດພວກເຂົາ
ເພາະພວກເຂົາບໍ່ເຊື່ອຟັງພຣະອົງ;
ພວກເຂົາຈະເປັນຄົນພະເນຈອນຢູ່ທ່າມກາງຊົນຊາດທັງຫລາຍ.
Currently Selected:
ໂຮເສອາ 9: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.