YouVersion Logo
Search Icon

ໂຮເສອາ 9

9
ການ​ລົງໂທດ​ອິດສະຣາເອນ
1ອິດສະຣາເອນ, ຢ່າ​ຊື່ນຊົມຍິນດີ;
ຢ່າ​ຊື່ນຊົມຍິນດີ​ເໝືອນ​ຊາດ​ອື່ນໆ.
ເພາະ​ພວກເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່​ພຣະເຈົ້າ​ຂອງ​ພວກເຈົ້າ;
ພວກເຈົ້າ​ຮັກ​ຄ່າ​ຈ້າງ​ຂອງ​ຍິງ​ໂສເພນີ
ຕາມ​ເດີ່ນ​ຟາດ​ເຂົ້າ​ທຸກ​ແຫ່ງ.
2ເດີ່ນ​ຟາດ​ເຂົ້າ ແລະ ອ່າງ​ຢຽບ​ອະງຸ່ນ​ຈະ​ບໍ່​ພໍ​ລ້ຽງ​ຄົນ​ທັງຫລາຍ;
ເຫລົ້າອະງຸ່ນ​ໃໝ່​ດັບ​ຄວາມ​ກະຫາຍ​ຂອງ​ພວກເຂົາ​ບໍ່​ໄດ້.
3ພວກເຂົາ​ຈະ​ບໍ່​ໄດ້​ອາໄສ​ຢູ່​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າຢາເວ;
ເອຟຣາອິມ​ຈະ​ກັບ​ໄປ​ເອຢິບ
ແລະ ກິນ​ອາຫານ​ທີ່​ມີ​ມົນທິນ#9:3 ຄື ເປັນ​ມົນທິນ​ຕາມ​ລະບຽບ​ພິທີ​ໃນ​ອັດຊີເຣຍ.
4ພວກເຂົາ​ຈະ​ບໍ່​ໄດ້​ຖອກ​ເຫລົ້າອະງຸ່ນ​ຖວາຍ​ບູຊາ​ແກ່​ພຣະເຈົ້າ​ຢາເວ,
ແລະ ເຄື່ອງບູຊາ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ພໍໃຈ​ພຣະອົງ.
ເຄື່ອງບູຊາ​ເຫລົ່ານີ້​ຈະ​ເປັນ​ເໝືອນ​ອາຫານ​ໄວ້​ທຸກ​ສຳລັບ​ພວກເຂົາ;
ທຸກຄົນ​ທີ່​ກິນ​ເຂົ້າ​ໄປ​ກໍ​ຈະ​ເປັນ​ມົນທິນ.
ອາຫານ​ນີ້​ຈະ​ມີ​ໄວ້​ເພື່ອ​ພວກເຂົາ​ເອງ;
ມັນ​ຈະ​ບໍ່​ຖືກ​ນໍາ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.
5ພວກເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ງານລ້ຽງ​ສະຫລອງ​ຕາມ​ກຳນົດ,
ໃນ​ວັນ​ສະຫລອງ​ເທດສະການ​ຂອງ​ພຣະເຈົ້າ​ຢາເວ?
6ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຫລຸດພົ້ນ​ຈາກ​ຄວາມ​ຈິບຫາຍ,
ເອຢິບ​ກໍ​ຈະ​ຮວບຮວມ​ພວກເຂົາ,
ແລະ ເມັມຟິດ​ຈະ​ຝັງ​ພວກເຂົາ​ໄວ້.
ຄັງ​ເງິນ​ຂອງ​ພວກເຂົາ​ຈະ​ຖືກ​ປົກຄຸມ​ດ້ວຍ​ພືດ​ໜາມ
ຕົ້ນ​ໜາມ​ຈະ​ງອກ​ຂຶ້ນ​ຖ້ວມ​ເຕັນ​ຂອງ​ພວກເຂົາ.
7ວັນ​ແຫ່ງ​ການ​ລົງໂທດ​ກໍາລັງ​ມາ​ເຖິງ,
ວັນ​ແຫ່ງ​ການ​ລົງ​ອາດຍາ​ກໍ​ມາ​ໃກ້​ແລ້ວ,
ອິດສະຣາເອນ​ຈົ່ງ​ຮູ້​ເລື່ອງ​ນີ້.
ເພາະ​ຄວາມ​ບາບ​ຂອງ​ພວກເຈົ້າ​ນັ້ນ​ມີ​ຫລວງຫລາຍ,
ແລະ ເຈດຕະນາ​ຮ້າຍ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລາຍ,
ຜູ້ທຳນວາຍ​ຖືກ​ນັບ​ວ່າ​ເປັນ​ຄົນ​ໂງ່,
ຜູ້​ທີ່​ພຣະເຈົ້າ​ດົນໃຈ​ກັບ​ຖືກ​ຫາ​ວ່າ​ເປັນ​ຄົນ​ບ້າ.
8ຜູ້ທຳນວາຍ​ພ້ອມ​ກັບ​ພຣະເຈົ້າ​ຂອງ​ຂ້ານ້ອຍ,
ເປັນ​ຜູ້​ເຝົ້າ​ຍາມ​ເບິ່ງແຍງ​ເອຟຣາອິມ,#9:8 ຫລື ຜູ້ທຳນວາຍ​ເປັນ​ຜູ້​ເຝົ້າ​ຍາມ​ເບິ່ງແຍງ​ເອຟຣາອິມ ຜູ້​ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຂອງ​ຂ້າພະເຈົ້າ
ແຕ່​ກັບດັກ​ແມ່ນ​ລໍຖ້າ​ພວກເຂົາ​ຢູ່​ຕະຫລອດ​ເສັ້ນ​ທາງ,
ແລະ ມີ​ສັດຕູ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ.
9ພວກເຂົາ​ຈົມ​ດິ່ງ​ລົງ​ໃນ​ຄວາມ​ເສື່ອມຊາມ,
ເໝືອນ​ສະໄໝ​ຂອງ​ກີເບອາ.
ພຣະເຈົ້າ​ຈະ​ລະນຶກ​ເຖິງ​ຄວາມ​ຊົ່ວຊ້າ​ຂອງ​ພວກເຂົາ
ແລະ ລົງໂທດ​ຄວາມ​ບາບ​ຂອງ​ພວກເຂົາ.
10“ເມື່ອ​ເຮົາ​ພົບ​ອິດສະຣາເອນ,
ກໍ​ເໝືອນ​ພົບ​ໝາກອະງຸ່ນ​ໃນ​ຖິ່ນແຫ້ງແລ້ງກັນດານ;
ເມື່ອ​ເຮົາ​ເຫັນ​ບັນພະບຸລຸດ​ຂອງ​ພວກເຈົ້າ,
ກໍ​ເໝືອນ​ເຫັນ​ຜົນ​ໝາກເດື່ອ​ລຸ້ນ​ທຳອິດ
ແຕ່​ເມື່ອ​ພວກເຂົາ​ມາ​ທີ່​ບາອານ​ເປອໍ,
ພວກເຂົາ​ກໍ​ອຸທິດ​ໂຕ​ແກ່​ຮູບເຄົາລົບ​ອັນ​ໜ້າ​ອັບອາຍ​ນັ້ນ,
ແລະ ຊົ່ວຊ້າ​ໄປ​ເໝືອນ​ສິ່ງ​ທີ່​ພວກເຂົາ​ຮັກ.
11ສະຫງ່າລາສີ​ຂອງ​ເອຟຣາອິມ​ຈະ​ບິນ​ຫາຍ​ລັບ​ໄປ​ເໝືອນ​ນົກ
ບໍ່​ມີ​ການ​ເກີດ, ບໍ່​ມີ​ການ​ຖືພາ ແລະ ບໍ່​ມີ​ການ​ປະຕິສົນທິ.
12ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ລ້ຽງດູ​ລູກ​ໄດ້,
ເຮົາ​ກໍ​ຈະ​ພັດພາກ​ທຸກ​ຄົນ​ໄປ​ຈາກ​ພວກເຂົາ.
ວິບັດ​ແກ່​ພວກເຂົາ
ເມື່ອ​ເຮົາ​ຫັນ​ໜີ​ໄປ​ຈາກ​ພວກເຂົາ!
13ເຮົາ​ໄດ້​ເຫັນ​ເອຟຣາອິມ,
ຖືກ​ປູກ​ໄວ້​ໃນ​ບ່ອນ​ທີ່​ສະຫງົບ​ຄື​ກັນ​ກັບ​ເມືອງ​ຕີເຣ.
ແຕ່​ເອຟຣາອິມ​ຈະ​ພາ​ລູກ​ຂອງ​ພວກເຂົາ
ອອກ​ມາ​ໃຫ້​ຄົນ​ທີ່​ຂ້າ”.
14ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ມອບ​ໃຫ້​ພວກເຂົາ
ພຣະອົງ​ຈະ​ມອບ​ສິ່ງ​ໃດ​ໃຫ້​ແກ່​ພວກເຂົາ?
ໂຜດ​ມອບ​ມົດລູກ​ທີ່​ຫລຸ​ລູກ
ແລະ ນົມ​ທີ່​ບໍ່​ມີ​ນ້ຳນົມ.
15“ເພາະ​ຄວາມ​ຊົ່ວ​ຮ້າຍ​ທັງໝົດ​ຂອງ​ພວກເຂົາ​ໃນ​ກິນການ,
ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ​ຢູ່​ທີ່​ນັ້ນ.
ເພາະ​ການ​ກະທຳ​ອັນ​ບາບ​ໜາ​ຂອງ​ພວກເຂົາ,
ເຮົາ​ຈະ​ຂັບໄລ່​ພວກເຂົາ​ອອກ​ຈາກ​ວິຫານ​ຂອງ​ເຮົາ.
ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ;
ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ເປັນ​ຄົນ​ມັກ​ກະບົດ.
16ເອຟຣາອິມ​ໄດ້​ຈິບຫາຍ​ໄປ​ແລ້ວ,
ຮາກ​ຂອງ​ພວກເຂົາ​ໄດ້​ຫ່ຽວແຫ້ງ,
ພວກເຂົາ​ບໍ່​ເກີດຜົນ.
ເຖິງ​ແມ່ນ​ວ່າ​ພວກເຂົາ​ມີ​ລູກ,
ເຮົາ​ກໍ​ຈະ​ຂ້າ​ເຊື້ອສາຍ​ຂອງ​ພວກເຂົາ ທີ່​ພວກເຂົາ​ຮັກ”.
17ພຣະເຈົ້າ​ຂອງ​ຂ້າພະເຈົ້າ​ຈະ​ປະຕິເສດ​ພວກເຂົາ
ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະອົງ;
ພວກເຂົາ​ຈະ​ເປັນ​ຄົນ​ພະເນຈອນ​ຢູ່​ທ່າມກາງ​ຊົນຊາດ​ທັງຫລາຍ.

Currently Selected:

ໂຮເສອາ 9: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in