ວັນແຫ່ງການລົງໂທດກໍາລັງມາເຖິງ,
ວັນແຫ່ງການລົງອາດຍາກໍມາໃກ້ແລ້ວ,
ອິດສະຣາເອນຈົ່ງຮູ້ເລື່ອງນີ້.
ເພາະຄວາມບາບຂອງພວກເຈົ້ານັ້ນມີຫລວງຫລາຍ,
ແລະ ເຈດຕະນາຮ້າຍຂອງພວກເຈົ້າກໍໃຫຍ່ຫລາຍ,
ຜູ້ທຳນວາຍຖືກນັບວ່າເປັນຄົນໂງ່,
ຜູ້ທີ່ພຣະເຈົ້າດົນໃຈກັບຖືກຫາວ່າເປັນຄົນບ້າ.