YouVersion Logo
Search Icon

ໂຮເສອາ 13

13
ຄວາມ​ໃຈຮ້າຍ​ຂອງ​ພຣະເຈົ້າ​ຢາເວ​ຕໍ່​ຊາວ​ອິດສະຣາເອນ
1ເມື່ອ​ເອຟຣາອິມ​ໄດ້​ເວົ້າ, ປະຊາຊົນ​ກໍ​ສັ່ນ​ສະທ້ານ;
ພວກເຂົາ​ເປັນ​ທີ່​ຍົກຍ້ອງ​ໃນ​ອິດສະຣາເອນ.
ແຕ່​ພວກເຂົາ​ກໍ​ມີ​ຄວາມ​ຜິດ ແລະ ຕາຍ​ໄປ​ເພາະ​ກາບໄຫວ້​ພະບາອານ.
2ບັດນີ້ ພວກເຂົາ​ຍິ່ງ​ເຮັດ​ບາບ​ຫລາຍ​ຂຶ້ນ;
ພວກເຂົາ​ໄດ້​ໃຊ້​ເງິນ​ເຮັດ​ຮູບເຄົາລົບ​ເພື່ອ​ຕົນ​ເອງ,
ເປັນ​ຮູບເຄົາລົບ​ທີ່​ປັ້ນ​ແຕ່ງ​ຂຶ້ນ​ຢ່າງ​ສະຫລາດ,
ທັງໝົດ​ລ້ວນ​ແລ້ວ​ແຕ່​ເປັນ​ຜົນງານ​ຂອງ​ຊ່າງ​ຝີ​ມື.
ຄົນ​ທັງຫລາຍ​ກ່າວ​ເຖິງ​ຄົນ​ເຫລົ່ານີ້​ວ່າ,
“ພວກເຂົາ​ໃຊ້​ມະນຸດ​ເປັນ​ເຄື່ອງບູຊາ!
ແລະ ຈູບ#13:2 ຫລື ມະນຸດ​ຜູ້​ຖວາຍ​ບູຊາ ຈູບ​ຮູບເຄົາລົບ​ລູກ​ງົວ!”
3ເຫດສະນັ້ນ ພວກເຂົາ​ຈະ​ເປັນ​ເໝືອນ​ໝອກ​ໃນ​ຍາມ​ເຊົ້າ,
ເໝືອນ​ນ້ຳຄ້າງ​ຍາມ​ຮຸ່ງເຊົ້າ​ທີ່​ຫາຍ​ລັບ​ໄປ,
ເໝືອນ​ແກບ​ປິວ​ຈາກ​ເດີ່ນ​ຟາດ​ເຂົ້າ,
ເໝືອນ​ຄວັນ​ທີ່​ລອດ​ອອກ​ໄປ​ທາງ​ປ່ອງຢ້ຽມ.
4“ແຕ່​ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ
ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບ.#13:4 ຫລື ພຣະເຈົ້າ​ຂອງ​ພວກເຈົ້າ ຕັ້ງ​ແຕ່​ຄັ້ງ​ທີ່​ພວກເຈົ້າ​ຢູ່​ໃນ​ເອຢິບ
ພວກເຈົ້າ​ຈະ​ຕ້ອງ​ບໍ່​ມີ​ພຣະເຈົ້າ​ອື່ນ​ໃດ​ນອກ​ຈາກ​ເຮົາ,
ແລະ ບໍ່​ມີ​ຜູ້​ຊ່ວຍ​ໃຫ້​ພົ້ນ​ອື່ນ​ໃດ​ນອກ​ຈາກ​ເຮົາ.
5ເຮົາ​ເບິ່ງແຍງ​ພວກເຈົ້າ​ໃນ​ທະເລຊາຍ,
ໃນ​ດິນແດນ​ອັນ​ຮ້ອນ​ກ້າ.
6ເມື່ອ​ເຮົາ​ລ້ຽງດູ​ພວກເຂົາ, ພວກເຂົາ​ກໍ​ອິ່ມໜຳ;
ເມື່ອ​ພວກເຂົາ​ອິ່ມໜຳ​ແລ້ວ, ພວກເຂົາ​ກໍ​ຈອງຫອງ​ຂຶ້ນ;
ແລະ ລືມ​ເຮົາ.
7ດັ່ງນັ້ນ ເຮົາ​ຈຶ່ງ​ຈູ່​ໂຈມ​ເຂົ້າ​ໃສ່​ພວກເຂົາ​ເໝືອນ​ໂຕສິງ,
ເຮົາ​ຈະ​ດັກ​ຢູ່​ແຄມທາງ​ເໝືອນ​ເສືອດາວ.
8ເໝືອນ​ແມ່​ໝີ​ທີ່​ຖືກ​ລັກ​ລູກ​ໄປ,
ເຮົາ​ຈະ​ໂຈມຕີ ແລະ ຈີກ​ພວກເຂົາ​ອອກ;
ເຮົາ​ຈະ​ເປັນ​ເໝືອນ​ສິງ​ທີ່​ກືນ​ກິນ​ພວກເຂົາ
ສັດ​ປ່າ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ.
9“ອິດສະຣາເອນ, ພວກເຈົ້າ​ຖືກ​ທຳລາຍ​ແລ້ວ,
ເພາະ​ພວກເຈົ້າ​ຕໍ່ສູ້​ເຮົາ, ຕໍ່ສູ້​ຜູ້​ທີ່​ຊ່ວຍເຫລືອ​ພວກເຈົ້າ.
10ກະສັດ​ຂອງ​ພວກເຈົ້າ, ຜູ້​ທີ່​ຈະ​ຊ່ວຍ​ພວກເຈົ້າ​ໄດ້​ນັ້ນຢູ່​ໃສ?
ບັນດາ​ຜູ້​ມີ​ອຳນາດ​ປົກຄອງ​ເມືອງ​ຂອງ​ພວກເຈົ້າ,
ທີ່​ພວກເຈົ້າ​ເວົ້າ​ວ່າ,
‘ໃຫ້​ເຮົາ​ມີ​ກະສັດ ແລະ ເຈົ້ານາຍ’ ນັ້ນ​ຢູ່​ໃສ?
11ດັ່ງນັ້ນ ເຮົາ​ຈຶ່ງ​ໃຫ້​ກະສັດ​ແກ່​ພວກເຈົ້າ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ,
ແລະ ເຮົາ​ກໍ​ພາກ​ລາວ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ເຮົາ.
12ຄວາມ​ຜິດ​ຂອງ​ເອຟຣາອິມ​ຖືກ​ສະສົມ​ໄວ້,
ແລະ ບາບ​ຂອງ​ພວກເຂົາ​ກໍ​ຖືກ​ບັນທຶກ​ໄວ້.
13ພວກເຂົາ​ເຈັບປວດ​ເໝືອນ​ຍິງ​ໃກ້​ຈະ​ເກີດ​ລູກ,
ແຕ່​ພວກເຂົາ​ເປັນ​ເດັກນ້ອຍ​ໄຮ້​ສະຕິປັນຍາ;
ເມື່ອ​ເຖິງ​ເວລາ​ແລ້ວ,
ພວກເຂົາ​ກໍ​ບໍ່​ຍອມ​ເກີດ​ອອກ​ມາ.
14“ເຮົາ​ຈະ​ໄຖ່​ພວກເຂົາ​ຈາກ​ອຳນາດ​ຂອງ​ແດນ​ຄົນ​ຕາຍ;
ເຮົາ​ຈະ​ໄຖ່​ພວກເຂົາ​ຈາກ​ຄວາມ​ຕາຍ.
ຄວາມ​ຕາຍ, ໄລພິດ​ຂອງ​ເຈົ້າ​ຢູ່​ໃສ?
ແດນ​ຄົນ​ຕາຍ ຫາຍະນະ​ຂອງ​ເຈົ້າ​ຢູ່​ໃສ?
“ເຮົາ​ຈະ​ບໍ່​ມີ​ຄວາມ​ເມດຕາ​ສົງສານ​ເລີຍ,
15ເຖິງ​ແມ່ນ​ວ່າ​ພວກເຂົາ​ຮຸ່ງເຮືອງ​ຢູ່​ໃນ​ທ່າມກາງ​ພີ່ນ້ອງ,
ແຕ່​ລົມ​ຕາເວັນ​ອອກ ຈາກ​ພຣະເຈົ້າ​ຢາເວ​ຈະ​ມາ​ຮອດ,
ກໍ​ພັດ​ກະໜ່ຳ​ມາ​ຈາກ​ທະເລຊາຍ;
ນ້ຳພຸ​ຂອງ​ພວກເຂົາ​ຈະ​ບໍ່​ໄຫລ
ແລະ ບໍ່ນ້ຳ​ຂອງ​ພວກເຂົາ​ຈະ​ເຫືອດ​ແຫ້ງ.
ຄັງ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ
ເອົາ​ຊັບສົມບັດ​ໄປ​ໝົດ.
16ຊາວ​ຊາມາເຣຍ​ຕ້ອງ​ຮັບ​ໂທດ​ຄວາມ​ຜິດ​ຂອງ​ຕົນ,
ເພາະ​ພວກເຂົາ​ກະບົດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ.
ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ດາບ;
ລູກ​ອ່ອນ​ຂອງ​ພວກເຂົາ​ຈະ​ຖືກ​ຈັບ​ຟາດ​ທີ່​ພື້ນ,
ແລະ ຜູ້ຍິງ​ຖືພາ​ຂອງ​ພວກເຂົາ​ຈະ​ຖືກ​ຜ່າ​ທ້ອງ”.

Currently Selected:

ໂຮເສອາ 13: LCV

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ໂຮເສອາ 13