ໂຮເສອາ 13
13
ຄວາມໃຈຮ້າຍຂອງພຣະເຈົ້າຢາເວຕໍ່ຊາວອິດສະຣາເອນ
1ເມື່ອເອຟຣາອິມໄດ້ເວົ້າ, ປະຊາຊົນກໍສັ່ນສະທ້ານ;
ພວກເຂົາເປັນທີ່ຍົກຍ້ອງໃນອິດສະຣາເອນ.
ແຕ່ພວກເຂົາກໍມີຄວາມຜິດ ແລະ ຕາຍໄປເພາະກາບໄຫວ້ພະບາອານ.
2ບັດນີ້ ພວກເຂົາຍິ່ງເຮັດບາບຫລາຍຂຶ້ນ;
ພວກເຂົາໄດ້ໃຊ້ເງິນເຮັດຮູບເຄົາລົບເພື່ອຕົນເອງ,
ເປັນຮູບເຄົາລົບທີ່ປັ້ນແຕ່ງຂຶ້ນຢ່າງສະຫລາດ,
ທັງໝົດລ້ວນແລ້ວແຕ່ເປັນຜົນງານຂອງຊ່າງຝີມື.
ຄົນທັງຫລາຍກ່າວເຖິງຄົນເຫລົ່ານີ້ວ່າ,
“ພວກເຂົາໃຊ້ມະນຸດເປັນເຄື່ອງບູຊາ!
ແລະ ຈູບ#13:2 ຫລື ມະນຸດຜູ້ຖວາຍບູຊາ ຈູບຮູບເຄົາລົບລູກງົວ!”
3ເຫດສະນັ້ນ ພວກເຂົາຈະເປັນເໝືອນໝອກໃນຍາມເຊົ້າ,
ເໝືອນນ້ຳຄ້າງຍາມຮຸ່ງເຊົ້າທີ່ຫາຍລັບໄປ,
ເໝືອນແກບປິວຈາກເດີ່ນຟາດເຂົ້າ,
ເໝືອນຄວັນທີ່ລອດອອກໄປທາງປ່ອງຢ້ຽມ.
4“ແຕ່ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ
ຜູ້ໄດ້ນຳພວກເຈົ້າອອກມາຈາກເອຢິບ.#13:4 ຫລື ພຣະເຈົ້າຂອງພວກເຈົ້າ ຕັ້ງແຕ່ຄັ້ງທີ່ພວກເຈົ້າຢູ່ໃນເອຢິບ
ພວກເຈົ້າຈະຕ້ອງບໍ່ມີພຣະເຈົ້າອື່ນໃດນອກຈາກເຮົາ,
ແລະ ບໍ່ມີຜູ້ຊ່ວຍໃຫ້ພົ້ນອື່ນໃດນອກຈາກເຮົາ.
5ເຮົາເບິ່ງແຍງພວກເຈົ້າໃນທະເລຊາຍ,
ໃນດິນແດນອັນຮ້ອນກ້າ.
6ເມື່ອເຮົາລ້ຽງດູພວກເຂົາ, ພວກເຂົາກໍອິ່ມໜຳ;
ເມື່ອພວກເຂົາອິ່ມໜຳແລ້ວ, ພວກເຂົາກໍຈອງຫອງຂຶ້ນ;
ແລະ ລືມເຮົາ.
7ດັ່ງນັ້ນ ເຮົາຈຶ່ງຈູ່ໂຈມເຂົ້າໃສ່ພວກເຂົາເໝືອນໂຕສິງ,
ເຮົາຈະດັກຢູ່ແຄມທາງເໝືອນເສືອດາວ.
8ເໝືອນແມ່ໝີທີ່ຖືກລັກລູກໄປ,
ເຮົາຈະໂຈມຕີ ແລະ ຈີກພວກເຂົາອອກ;
ເຮົາຈະເປັນເໝືອນສິງທີ່ກືນກິນພວກເຂົາ
ສັດປ່າຈະຈີກພວກເຂົາອອກເປັນຕ່ອນໆ.
9“ອິດສະຣາເອນ, ພວກເຈົ້າຖືກທຳລາຍແລ້ວ,
ເພາະພວກເຈົ້າຕໍ່ສູ້ເຮົາ, ຕໍ່ສູ້ຜູ້ທີ່ຊ່ວຍເຫລືອພວກເຈົ້າ.
10ກະສັດຂອງພວກເຈົ້າ, ຜູ້ທີ່ຈະຊ່ວຍພວກເຈົ້າໄດ້ນັ້ນຢູ່ໃສ?
ບັນດາຜູ້ມີອຳນາດປົກຄອງເມືອງຂອງພວກເຈົ້າ,
ທີ່ພວກເຈົ້າເວົ້າວ່າ,
‘ໃຫ້ເຮົາມີກະສັດ ແລະ ເຈົ້ານາຍ’ ນັ້ນຢູ່ໃສ?
11ດັ່ງນັ້ນ ເຮົາຈຶ່ງໃຫ້ກະສັດແກ່ພວກເຈົ້າດ້ວຍຄວາມໂກດຮ້າຍຂອງເຮົາ,
ແລະ ເຮົາກໍພາກລາວໄປດ້ວຍຄວາມໂກດຮ້າຍຂອງເຮົາ.
12ຄວາມຜິດຂອງເອຟຣາອິມຖືກສະສົມໄວ້,
ແລະ ບາບຂອງພວກເຂົາກໍຖືກບັນທຶກໄວ້.
13ພວກເຂົາເຈັບປວດເໝືອນຍິງໃກ້ຈະເກີດລູກ,
ແຕ່ພວກເຂົາເປັນເດັກນ້ອຍໄຮ້ສະຕິປັນຍາ;
ເມື່ອເຖິງເວລາແລ້ວ,
ພວກເຂົາກໍບໍ່ຍອມເກີດອອກມາ.
14“ເຮົາຈະໄຖ່ພວກເຂົາຈາກອຳນາດຂອງແດນຄົນຕາຍ;
ເຮົາຈະໄຖ່ພວກເຂົາຈາກຄວາມຕາຍ.
ຄວາມຕາຍ, ໄລພິດຂອງເຈົ້າຢູ່ໃສ?
ແດນຄົນຕາຍ ຫາຍະນະຂອງເຈົ້າຢູ່ໃສ?
“ເຮົາຈະບໍ່ມີຄວາມເມດຕາສົງສານເລີຍ,
15ເຖິງແມ່ນວ່າພວກເຂົາຮຸ່ງເຮືອງຢູ່ໃນທ່າມກາງພີ່ນ້ອງ,
ແຕ່ລົມຕາເວັນອອກ ຈາກພຣະເຈົ້າຢາເວຈະມາຮອດ,
ກໍພັດກະໜ່ຳມາຈາກທະເລຊາຍ;
ນ້ຳພຸຂອງພວກເຂົາຈະບໍ່ໄຫລ
ແລະ ບໍ່ນ້ຳຂອງພວກເຂົາຈະເຫືອດແຫ້ງ.
ຄັງຂອງພວກເຂົາຈະຖືກປຸ້ນ
ເອົາຊັບສົມບັດໄປໝົດ.
16ຊາວຊາມາເຣຍຕ້ອງຮັບໂທດຄວາມຜິດຂອງຕົນ,
ເພາະພວກເຂົາກະບົດຕໍ່ພຣະເຈົ້າຂອງພວກເຂົາ.
ພວກເຂົາຈະລົ້ມລົງດ້ວຍດາບ;
ລູກອ່ອນຂອງພວກເຂົາຈະຖືກຈັບຟາດທີ່ພື້ນ,
ແລະ ຜູ້ຍິງຖືພາຂອງພວກເຂົາຈະຖືກຜ່າທ້ອງ”.
Currently Selected:
ໂຮເສອາ 13: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: