ຮາບາກຸກ 3
3
ຄຳອະທິຖານຂອງຮາບາກຸກ
1ຄຳອະທິຖານຂອງຜູ້ທຳນວາຍຮາບາກຸກ, ທຳນອງຊິກິໂອໂນດ#3:1 ອາດຈະເປັນສັບທາງວັນນະຄະດີ ຫລື ທາງດົນຕີ
2ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍເຄີຍໄດ້ຍິນຊື່ສຽງຂອງພຣະອົງ;
ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍຢືນຢູ່ດ້ວຍຄວາມຢຳເກງໃນກິດຈະການຂອງພຣະອົງ.
ຂໍໂຜດຮື້ຟື້ນກິດຈະການເຫລົ່ານັ້ນໃນສະໄໝຂອງພວກຂ້ານ້ອຍທັງຫລາຍຄືນອີກ,
ຂໍໃຫ້ຮູ້ທົ່ວກັນໃນສະໄໝຂອງພວກຂ້ານ້ອຍທັງຫລາຍ;
ໃນຄວາມໂກດຮ້າຍນັ້ນຂໍໃຫ້ລະນຶກເຖິງຄວາມເມດຕາ.
3ພຣະເຈົ້າໄດ້ມາຈາກເຕມານ,
ອົງບໍລິສຸດມາຈາກພູເຂົາປາຣານ.#3:3 ອ່ານວ່າ ເສລາ ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ ອາດຈະເປັນສັບທາງດົນຕີ ເຊັ່ນດຽວກັບຂໍ້ 9 ແລະ 13.
ສະຫງ່າລາສີຂອງພຣະອົງກໍປົກຄຸມຟ້າສະຫວັນ
ແລະ ໂລກນີ້ກໍເຕັມດ້ວຍຄຳສັນລະເສີນພຣະອົງ.
4ຄວາມສະຫງ່າງາມຂອງພຣະອົງຄືກັບຕາເວັນທີ່ກຳລັງຂຶ້ນ;
ມີແສງກະພິບອອກມາຈາກມື,
ບ່ອນທີ່ລິດອຳນາດຂອງພຣະອົງໄດ້ຖືກເຊື່ອງໄວ້.
5ໄພພິບັດໄດ້ໄປກ່ອນພຣະອົງ;
ໂລກລະບາດໄດ້ຕາມບາດກ້າວຂອງພຣະອົງມາ.
6ພຣະອົງຢືນ ແລະ ໂລກກໍສັ່ນ;
ພຣະອົງຫລຽວເບິ່ງ ແລະ ບັນດາປະຊາຊາດກໍສັ່ນສະທ້ານ
ພູເຂົາດຶກດຳບັນທັງຫລາຍກໍພັງທະລາຍລົງ
ເນີນພູເກົ່າແກ່ທັງຫລາຍກໍພັງລົງ
ແຕ່ ພຣະອົງເດີນຕໍ່ໄປຕະຫລອດໄປ.
7ຂ້ານ້ອຍໄດ້ເຫັນເຕັນຂອງຊາວຄູຊັນຕົກຢູ່ໃນຄວາມທຸກຍາກ
ແລະ ບ່ອນຢູ່ຂອງຊາວມີດີອານກໍຕົກຢູ່ໃນຄວາມທໍລະມານ.
8ຂ້າແດ່ພຣະເຈົ້າຢາເວ ພຣະອົງໃຈຮ້າຍໃຫ້ແມ່ນ້ຳບໍ?
ພຣະອົງໂກດຮ້າຍໃຫ້ສາຍນ້ຳບໍ?
ພຣະອົງໂກດຮ້າຍຕໍ່ທະເລ
ເມື່ອພຣະອົງຂີ່ມ້າຂອງພຣະອົງ
ແລະ ລົດມ້າຂອງພຣະອົງໄປສູ່ໄຊຊະນະບໍ?
9ພຣະອົງຈັບຄັນທະນູອອກມາ,
ພຣະອົງໄດ້ເອີ້ນຫາລູກທະນູມາຢ່າງຫລວງຫລາຍ.
ພຣະອົງແຍກແຜ່ນດິນດ້ວຍແມ່ນ້ຳ;
10ພູເຂົາທັງຫລາຍໄດ້ເຫັນພຣະອົງ ແລະ ບິດໂຕໄປມາ
ກະແສນ້ຳກວດໄປ;
ນໍ້າເລິກສົ່ງສຽງດັງກ້ອງ
ແລະ ຊັດຄື້ນຂອງມັນຂຶ້ນສູງ.
11ດວງຕາເວັນ ແລະ ດວງເດືອນຢຸດຢູ່ໃນຟ້າສະຫວັນ
ເມື່ອລູກທະນູທີ່ພຸ່ງອອກມາຂອງພຣະອົງກໍສ່ອງປະກາຍ,
ເມື່ອຫອກຂອງພຣະອົງສ່ອງປະກາຍຄືກັບຟ້າແມບ.
12ພຣະອົງກະທືບແຜ່ນດິນໂລກດ້ວຍຄວາມໂກດຮ້າຍ
ແລະ ຢຽບປະຊາຊາດທັງຫລາຍດ້ວຍຄວາມໃຈຮ້າຍ.
13ພຣະອົງໄດ້ອອກມາປົດປ່ອຍຄົນຂອງພຣະອົງ,
ເພື່ອຊ່ວຍຜູ້ທີ່ພຣະອົງໄດ້ເຈີມໄວ້ໃຫ້ພົ້ນ.
ພຣະອົງຂະຢີ້ຜູ້ນຳຂອງດິນແດນແຫ່ງຄວາມຊົ່ວຮ້າຍ
ພຣະອົງເຮັດໃຫ້ລາວເປືອຍກາຍຕັ້ງແຕ່ຫົວຈົນຮອດຕີນ.
14ພຣະອົງຈະໃຊ້ຫອກຂອງລາວເອງແທງຫົວຂອງລາວ
ເມື່ອບັນດານັກຮົບຂອງລາວບຸກມາເພື່ອຕີພວກຂ້ານ້ອຍໃຫ້ກະຈັດກະຈາຍ,
ຍິ້ມເຢີ້ຍເໝືອນກັບວ່າຈະເຂົ້າມາກັດກິນ
ຄົນໜ້າເວດທະນາທີ່ລີ້ຢູ່.
15ພຣະອົງໄດ້ຢຽບຢ່ຳທະເລດ້ວຍຝູງມ້າຂອງພຣະອົງ,
ເຮັດໃຫ້ຫ້ວງນໍ້າໃຫຍ່ປັ່ນປ່ວນ
16ຂ້ານ້ອຍໄດ້ຍິນ ແລະ ຫົວໃຈຂອງຂ້ານ້ອຍກໍຕື່ນເຕັ້ນ,
ສຽງນັ້ນເຮັດໃຫ້ຮີບສົບຂອງຂ້ານ້ອຍສັ່ນ;
ຄວາມເຊື່ອມໂຊມກໍໄດ້ເຂົ້າສູ່ກະດູກຂອງຂ້ານ້ອຍ;
ແລະ ຂາຂອງຂ້ານ້ອຍກໍສັ່ນສະເທືອນ.
ເຖິງປານນັ້ນຂ້ານ້ອຍກໍຈະອົດທົນລໍຖ້າວັນແຫ່ງໄພພິບັດ,
ທີ່ຈະມາເຖິງຊົນຊາດທີ່ຮຸກຮານພວກຂ້ານ້ອຍ.
17ເຖິງແມ່ນວ່າຕົ້ນໝາກເດື່ອຈະບໍ່ອອກດອກ
ແລະ ເຄືອອະງຸ່ນຈະບໍ່ມີໝາກອະງຸ່ນ,
ເຖິງແມ່ນວ່າຕົ້ນໝາກກອກຈະບໍ່ໃຫ້ຜົນ
ແລະ ທົ່ງນາທັງຫລາຍຈະບໍ່ເກີດພືດເພື່ອເປັນອາຫານ,
ເຖິງແມ່ນວ່າຈະບໍ່ມີແກະຢູ່ໃນຄອກ
ແລະ ບໍ່ມີງົວຢູ່ໃນຄອກກໍຕາມ,
18ແຕ່ເຖິງປານນັ້ນຂ້ານ້ອຍກໍຈະຊື່ນຊົມຍິນດີໃນພຣະເຈົ້າຢາເວ,
ຂ້ານ້ອຍຈະມີຄວາມສຸກໃນພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ.
19ພຣະເຈົ້າຢາເວອົງເຈົ້ານາຍເປັນກຳລັງຂອງຂ້ານ້ອຍ;
ພຣະອົງໄດ້ເຮັດໃຫ້ຕີນຂອງຂ້ານ້ອຍເປັນເໝືອນກັບຕີນກວາງ
ພຣະອົງໄດ້ຊ່ວຍໃຫ້ຂ້ານ້ອຍຢຽບເທິງທີ່ສູງໄດ້.
ສຳລັບຜູ້ອຳນວຍການຂອງເພງ ໃຊ້ກັບເຄື່ອງດົນຕີປະເພດສາຍຂອງຂ້ານ້ອຍ.
Currently Selected:
ຮາບາກຸກ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.