YouVersion Logo
Search Icon

ເຊຟານິຢາ ຄຳນຳ

ຄຳນຳ
ສະໄໝ​ຂອງ​ກະສັດ​ມານາເຊ​ແຫ່ງ​ຢູດາ​ເປັນ​ຊ່ວງ​ເວລາ​ແຫ່ງ​ການ​ສໍ້ລາດບັງຫລວງ, ຄວາມ​ບໍ່​ຍຸຕິທຳ ແລະ ລັດທິ​ຕ່າງຊາດ​ຄັ້ງ​ໃຫຍ່​ທີ່ສຸດ​ໃນ​ປະຫວັດສາດ​ຂອງ​ຢູດາ. ແຕ່​ກະສັດ​ໂຢສີຢາ ຫລານ​ຊາຍ​ຂອງ​ກະສັດ​ມານາເຊ​ຢືນຢັນ​ເຖິງ​ຄວາມເຊື່ອ, ການ​ເຊື່ອຟັງ​ພຣະເຈົ້າ ແລະ ເອກະລາດ​ຂອງ​ຊົນຊາດ​ຢູດາ​ບໍ່​ຂຶ້ນ​ກັບ​ຈັກກະພັດ​ຕ່າງຊາດ. ທີ່​ເພິ່ນ​ຢືນການ​ເຊັ່ນ​ນີ້​ກໍ​ເພາະ​ສະມາຊິກ​ຄົນ​ໜຶ່ງ​ໃນ​ວັງ​ຂອງ​ເພິ່ນ​ໄດ້​ລຸກ​ຂຶ້ນ​ເຕືອນ​ວ່າ​ການ​ລະເມີດ​ຄຳສັນຍາ​ຂອງ​ຢູດາ​ຈະ​ນຳ​ໄປ​ສູ່​ຄວາມ​ຈິບຫາຍ ແລະ ບຸກຄົນ​ຜູ້​ນີ້​ກໍ​ຄື​ຜູ້ທຳນວາຍ​ເຊຟານີຢາ.
ບົດນຳ​ຂອງ​ໜັງສື​ລະບຸ​ວ່າ​ເຊຟານີຢາ​ເປັນ​ຫລານ​ຊາຍ​ຂອງ​ເຮເຊກີຢາ. ແຕ່​ເນື່ອງຈາກ​ບໍ່​ມີ​ຜູ້ທຳນວາຍ​ຄົນ​ໃດ​ທີ່​ມີ​ປະຫວັດ​ຂອງ​ບັນພະບຸລຸດ​ຢ້ອນ​ຂຶ້ນ​ໄປ​ເຖິງ​ສີ່​ຮຸ່ນ, ດັ່ງນັ້ນ​ຈຶ່ງ​ເປັນ​ການ​ເຊື່ອມໂຍງ​ເຊຟານີຢາ​ກັບ​ກະສັດ​ຜູ້​ປະຕິຮູບ​ທີ່​ຍິ່ງໃຫຍ່​ຂອງ​ຢູດາ. ເຖິງ​ຢ່າງ​ໃດ​ກໍ​ຕາມ ເຊຟານີຢາ​ກໍ​ໜ້າ​ຈະ​ມີ​ເຊື້ອສາຍ​ກະສັດ ເນື່ອງຈາກ​ເພິ່ນ​ຄຸ້ນເຄີຍ​ກັບ​ບາງ​ເຂດ​ໃນ​ເຢຣູຊາເລັມ ແລະ ຮູ້​ຈັກ​ກິດຈະກຳ​ພິເສດ​ຕ່າງໆ​ຢູ່​ທີ່​ນັ້ນ.
ຄຳພະຍາກອນ​ຂອງ​ເຊຟານີຢາ​ມີ​ສາມ​ສ່ວນ​ຫລັກ. ສ່ວນ​ທຳອິດ​ເປັນ​ຄຳ​ອະທິບາຍ “ວັນ​ແຫ່ງ​ພຣະເຈົ້າຢາເວ” ເຊິ່ງ​ພຣະເຈົ້າ​ຈະ​ຕໍ່ສູ້​ກັບ​ຢູດາ ແລະ ເຢຣູຊາເລັມ. ສ່ວນ​ທີ​ສອງ​ເປັນ​ການ​ເອີ້ນ​ໃຫ້​ກັບໃຈ​ໃນ​ລະດັບ​ຊາດ ຄຽງຄູ່​ໄປ​ກັບ​ຄຳ​ພະຍາກອນ​ແຫ່ງ​ການ​ທຳລາຍ​ລ້າງ​ຊາວ​ຟີລິດສະຕິນ, ຊາວ​ໂມອາບ, ຊາວ​ກູ (ເອທີໂອເປຍ), ຊາວ​ອັດຊີເຣຍ ແລະ ເຢຣູຊາເລັມ​ເອງ. ສ່ວນ​ສຸດທ້າຍ​ເຊຟານີຢາ​ສັນຍາ​ວ່າ​ພຣະເຈົ້າ​ຈະ​ຟື້ນຟູ​ຜູ້​ທີ່​ເຫລືອ​ຢູ່​ອີກ​ຄັ້ງ ເມື່ອ​ພຣະອົງ​ກັບ​ມາ​ໃນ​ຖານະ​ນັກຮົບ​ຜູ້​ຍິ່ງໃຫຍ່​ທ່າມກາງ​ປະຊາຊົນ​ຂອງ​ພຣະອົງ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in