ເຖິງແມ່ນວ່າຕົ້ນໝາກເດື່ອຈະບໍ່ອອກດອກ
ແລະ ເຄືອອະງຸ່ນຈະບໍ່ມີໝາກອະງຸ່ນ,
ເຖິງແມ່ນວ່າຕົ້ນໝາກກອກຈະບໍ່ໃຫ້ຜົນ
ແລະ ທົ່ງນາທັງຫລາຍຈະບໍ່ເກີດພືດເພື່ອເປັນອາຫານ,
ເຖິງແມ່ນວ່າຈະບໍ່ມີແກະຢູ່ໃນຄອກ
ແລະ ບໍ່ມີງົວຢູ່ໃນຄອກກໍຕາມ,
ແຕ່ເຖິງປານນັ້ນຂ້ານ້ອຍກໍຈະຊື່ນຊົມຍິນດີໃນພຣະເຈົ້າຢາເວ,
ຂ້ານ້ອຍຈະມີຄວາມສຸກໃນພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ.