YouVersion Logo
Search Icon

ປະຖົມມະການ 8

8
1ແຕ່​ພຣະເຈົ້າ​ໄດ້​ລະນຶກ​ເຖິງ​ໂນອາ ແລະ ສັດປ່າ​ກັບ​ສັດລ້ຽງ​ທີ່​ຢູ່​ກັບ​ເພິ່ນ​ໃນ​ເຮືອ ແລະ ພຣະອົງ​ໄດ້​ສົ່ງ​ລົມ​ພັດ​ມາ​ໃສ່​ແຜ່ນດິນໂລກ, ແລ້ວ​ນ້ຳ​ກໍ​ບົກ​ລົງ. 2ໃນ​ຂະນະ​ນັ້ນ​ບໍ່ນ້ຳ​ເລິກ ແລະ ປະຕູ​ນ້ຳ​ແຫ່ງ​ຟ້າສະຫວັນ​ກໍ​ໄດ້​ຖືກ​ປິດ ແລະ ຝົນ​ກໍ​ຢຸດ​ຕົກ​ລົງ​ມາ​ຈາກ​ທ້ອງຟ້າ. 3ນ້ຳ​ຈຶ່ງ​ບົກ​ລົງ​ເລື້ອຍໆ​ຈາກ​ແຜ່ນດິນໂລກ. ເມື່ອ​ສິ້ນສຸດ 150 ວັນ ນ້ຳ​ກໍ​ໄດ້​ແຫ້ງ​ລົງ. 4ແລະ ໃນ​ມື້​ທີ​ສິບເຈັດ​ຂອງ​ເດືອນ​ທີ​ເຈັດ ເຮືອ​ກໍ​ມາ​ຄ້າງ​ຢູ່​ເທິງ​ພູເຂົາ​ອາຣາຣັດ. 5ນ້ຳ​ໄດ້​ສືບຕໍ່​ບົກ​ລົງ​ເລື້ອຍໆ​ຈົນ​ມາ​ເຖິງ​ເດືອນ​ທີ​ສິບ ແລະ ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສິບ ຈອມພູ​ທັງຫລາຍ​ກໍ​ໄດ້​ປາກົດ​ໃຫ້​ເຫັນ.
6ຫລັງຈາກ 40 ວັນ ໂນອາ​ໄດ້​ເປີດ​ປ່ອງຢ້ຽມ​ທີ່​ເພິ່ນ​ໄດ້​ເຮັດ​ໄວ້​ໃນ​ເຮືອ​ນັ້ນ​ອອກ 7ແລະ ປ່ອຍ​ກາ​ໂຕ​ໜຶ່ງ​ອອກ​ໄປ, ແລ້ວ​ມັນ​ກໍ​ບິນ​ວົນວຽນ​ໄປ​ມາ​ຈົນ​ກວ່າ​ນ້ຳ​ໄດ້​ແຫ້ງ​ຈາກ​ແຜ່ນດິນໂລກ. 8ແລ້ວ​ເພິ່ນ​ໄດ້​ປ່ອຍ​ນົກກາງແກ​ໂຕ​ໜຶ່ງ​ອອກໄປ​ເພື່ອ​ເບິ່ງ​ວ່າ​ນ້ຳ​ບົກ​ລົງ​ຈົນ​ຮອດ​ໜ້າດິນ​ແລ້ວ​ບໍ່. 9ແຕ່​ນົກກາງແກ​ນັ້ນ​ບໍ່​ສາມາດ​ຫາ​ບ່ອນ​ທີ່​ຈະ​ຈັບ​ໄດ້​ເພາະວ່າ​ຍັງ​ມີ​ນໍ້າ​ຢູ່​ທົ່ວ​ຜືນ​ແຜ່ນດິນ​ໂລກ​ຢູ່. ດັ່ງນັ້ນ ມັນ​ຈຶ່ງ​ກັບ​ມາ​ຫາ​ໂນອາ​ຢູ່​ໃນ​ເຮືອ. ໂນອາ​ກໍ​ເດ່​ມື​ຂອງ​ເພິ່ນ​ອອກ​ຮັບ​ເອົາ​ນົກກາງແກ ແລ້ວ​ເອົາ​ນົກ​ນັ້ນ​ກັບ​ເຂົ້າ​ມາ​ຢູ່​ກັບ​ເພິ່ນ​ໃນ​ເຮືອ. 10ເພິ່ນ​ໄດ້​ລໍຖ້າ​ອີກ​ເຈັດ​ວັນ ແລ້ວ​ປ່ອຍ​ນົກກາງແກ​ອອກ​ໄປ​ຈາກ​ເຮືອ​ອີກ. 11ເມື່ອ​ນົກກາງແກ​ກັບ​ມາ​ຫາ​ເພິ່ນ​ໃນ​ຕອນແລງ ກໍ​ມີ​ໃບ​ໝາກກອກ​ສົດ​ທີ່​ຫາ​ກໍ​ດຶງ​ອອກ​ມາ​ຄາ​ຢູ່​ໃນ​ສົບ​ຂອງ​ນົກ​ນັ້ນ! ແລ້ວ​ໂນອາ​ຈຶ່ງ​ໄດ້​ຮູ້​ວ່າ​ນ້ຳ​ໄດ້​ບົກ​ລົງ​ຈາກ​ແຜ່ນດິນໂລກ​ແລ້ວ. 12ເພິ່ນ​ໄດ້​ລໍຖ້າ​ອີກ​ເຈັດ​ວັນ​ແລ້ວ​ຈຶ່ງ​ປ່ອຍ​ນົກກາງແກ​ອອກ​ໄປ​ອີກ, ແຕ່​ເທື່ອ​ນີ້​ມັນ​ບໍ່​ໄດ້​ກັບ​ມາ​ຫາ​ເພິ່ນ​ເລີຍ.
13ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ​ໃນ​ປີ​ທີ່​ໂນອາ​ມີ​ອາຍຸ​ໄດ້ 601 ປີ, ນ້ຳ​ກໍ​ໄດ້​ແຫ້ງ​ໄປ​ຈາກ​ແຜ່ນດິນ. ດັ່ງນັ້ນ ໂນອາ​ຈຶ່ງ​ໄດ້​ເປີດ​ຫລັງຄາ​ເຮືອ​ອອກ​ແລ້ວ​ກໍ​ເຫັນ​ວ່າ​ໜ້າດິນ​ແຫ້ງ​ແລ້ວ. 14ເມື່ອ​ເຖິງ​ວັນ​ທີ​ຊາວເຈັດ​ຂອງ​ເດືອນ​ທີ​ສອງ​ແຜ່ນດິນໂລກ​ກໍ​ແຫ້ງ​ໝົດ.
15ແລ້ວ​ພຣະເຈົ້າ​ກໍ​ໄດ້​ກ່າວ​ແກ່​ໂນອາ​ວ່າ, 16“ເຈົ້າ ແລະ ເມຍ​ຂອງ​ເຈົ້າ, ບັນດາ​ລູກຊາຍ ແລະ ເມຍ​ຂອງ​ພວກເຂົາ ຈົ່ງ​ອອກ​ຈາກ​ເຮືອ. 17ຈົ່ງ​ນຳ​ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ຢູ່​ກັບ​ເຈົ້າ​ອອກ​ມາ​ນໍາ ຄື​ບັນດາ​ນົກ, ສັດ​ຕ່າງໆ, ສັດເລືອຄານ​ທັງໝົດ ເພື່ອ​ພວກມັນ​ຈະ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຢູ່​ເທິງ​ແຜ່ນດິນໂລກ ແລະ ເກີດ​ແມ່​ແຜ່​ລູກ ແລ້ວ​ກໍ​ມີ​ຈໍານວນ​ເພີ່ມ​ຂຶ້ນ​ຢູ່​ເທິງ​ແຜ່ນດິນ​ໂລກ”.
18ດັ່ງນັ້ນ ໂນອາ​ຈຶ່ງ​ອອກ​ມາ​ພ້ອມ​ກັບ​ບັນດາ​ລູກຊາຍ, ເມຍ​ຂອງ​ເພິ່ນ ແລະ ເມຍ​ຂອງ​ລູກຊາຍ​ເພິ່ນ. 19ສັດ​ທັງໝົດ, ສັດເລືອຄານ​ທັງໝົດ ແລະ ນົກ​ທັງໝົດ ຄື​ທຸກສິ່ງ​ທີ່​ເຄື່ອນໄຫວ​ໄປ​ມາ​ຢູ່​ເທິງ​ໜ້າດິນ ຕ່າງ​ກໍ​ທະຍອຍ​ກັນ​ອອກ​ຈາກ​ເຮືອ​ເທື່ອ​ລະ​ຊະນິດ.
20ຫລັງຈາກນັ້ນ ໂນອາ​ກໍ​ໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າ​ຢາເວ ແລະ ໄດ້​ເອົາ​ສັດ​ທີ່​ບໍ່​ເປັນມົນທິນ ແລະ ນົກ​ທີ່​ບໍ່​ເປັນມົນທິນ​ຈຳນວນ​ໜຶ່ງ​ມາ ແລ້ວ​ເພິ່ນ​ກໍ​ຖວາຍ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ເທິງ​ແທ່ນ​ນັ້ນ. 21ພຣະເຈົ້າ​ຢາເວ​ໄດ້​ກິ່ນ​ຫອມ​ອັນ​ເປັນ​ທີ່​ພໍໃຈ ແລະ ໄດ້​ກ່າວ​ໃນ​ໃຈ​ຂອງ​ພຣະອົງ​ວ່າ: “ເຮົາ​ຈະ​ບໍ່​ສາບແຊ່ງ​ແຜ່ນດິນໂລກ​ເພາະ​ມະນຸດ​ອີກ​ຈັກ​ເທື່ອ, ເຖິງ​ແມ່ນ​ວ່າ#8:21 ຫລື ເພາະວ່າ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ​ມີ​ທ່າ​ອ່ຽງ​ໄປ​ໃນ​ທາງ​ຊົ່ວຮ້າຍ​ຕັ້ງແຕ່​ຍັງ​ເປັນ​ເດັກນ້ອຍ​ຢູ່​ກໍ​ຕາມ. ແລະ ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ມີ​ຊີວິດ​ທັງໝົດ​ເໝືອນດັ່ງ​ທີ່​ເຮົາ​ໄດ້​ເຮັດ​ມາ.
22“ເມື່ອ​ໃດ​ທີ່​ໂລກ​ຍັງ​ຕັ້ງ​ຢູ່,
ເມື່ອ​ນັ້ນ​ຈະ​ມີ​ລະດູ​ຫວ່ານ ແລະ ລະດູ​ເກັບກ່ຽວ,
ມີ​ຄວາມໜາວ ແລະ ມີ​ຄວາມຮ້ອນ,
ມີ​ລະດູ​ຮ້ອນ ແລະ ລະດູ​ໜາວ
ມີ​ກາງເວັນ ແລະ ກາງຄືນ
ຢູ່​ຕະລອດ​ໄປ”.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in