ພຣະເຈົ້າຢາເວໄດ້ກິ່ນຫອມອັນເປັນທີ່ພໍໃຈ ແລະ ໄດ້ກ່າວໃນໃຈຂອງພຣະອົງວ່າ: “ເຮົາຈະບໍ່ສາບແຊ່ງແຜ່ນດິນໂລກເພາະມະນຸດອີກຈັກເທື່ອ, ເຖິງແມ່ນວ່າຈິດໃຈຂອງມະນຸດທຸກຄົນມີທ່າອ່ຽງໄປໃນທາງຊົ່ວຮ້າຍຕັ້ງແຕ່ຍັງເປັນເດັກນ້ອຍຢູ່ກໍຕາມ. ແລະ ເຮົາຈະບໍ່ທຳລາຍສິ່ງມີຊີວິດທັງໝົດເໝືອນດັ່ງທີ່ເຮົາໄດ້ເຮັດມາ.
“ເມື່ອໃດທີ່ໂລກຍັງຕັ້ງຢູ່,
ເມື່ອນັ້ນຈະມີລະດູຫວ່ານ ແລະ ລະດູເກັບກ່ຽວ,
ມີຄວາມໜາວ ແລະ ມີຄວາມຮ້ອນ,
ມີລະດູຮ້ອນ ແລະ ລະດູໜາວ
ມີກາງເວັນ ແລະ ກາງຄືນ
ຢູ່ຕະລອດໄປ”.