ປະຖົມມະການ 8
8
1ແຕ່ພຣະເຈົ້າໄດ້ລະນຶກເຖິງໂນອາ ແລະ ສັດປ່າກັບສັດລ້ຽງທີ່ຢູ່ກັບເພິ່ນໃນເຮືອ ແລະ ພຣະອົງໄດ້ສົ່ງລົມພັດມາໃສ່ແຜ່ນດິນໂລກ, ແລ້ວນ້ຳກໍບົກລົງ. 2ໃນຂະນະນັ້ນບໍ່ນ້ຳເລິກ ແລະ ປະຕູນ້ຳແຫ່ງຟ້າສະຫວັນກໍໄດ້ຖືກປິດ ແລະ ຝົນກໍຢຸດຕົກລົງມາຈາກທ້ອງຟ້າ. 3ນ້ຳຈຶ່ງບົກລົງເລື້ອຍໆຈາກແຜ່ນດິນໂລກ. ເມື່ອສິ້ນສຸດ 150 ວັນ ນ້ຳກໍໄດ້ແຫ້ງລົງ. 4ແລະ ໃນມື້ທີສິບເຈັດຂອງເດືອນທີເຈັດ ເຮືອກໍມາຄ້າງຢູ່ເທິງພູເຂົາອາຣາຣັດ. 5ນ້ຳໄດ້ສືບຕໍ່ບົກລົງເລື້ອຍໆຈົນມາເຖິງເດືອນທີສິບ ແລະ ໃນມື້ທີໜຶ່ງຂອງເດືອນທີສິບ ຈອມພູທັງຫລາຍກໍໄດ້ປາກົດໃຫ້ເຫັນ.
6ຫລັງຈາກ 40 ວັນ ໂນອາໄດ້ເປີດປ່ອງຢ້ຽມທີ່ເພິ່ນໄດ້ເຮັດໄວ້ໃນເຮືອນັ້ນອອກ 7ແລະ ປ່ອຍກາໂຕໜຶ່ງອອກໄປ, ແລ້ວມັນກໍບິນວົນວຽນໄປມາຈົນກວ່ານ້ຳໄດ້ແຫ້ງຈາກແຜ່ນດິນໂລກ. 8ແລ້ວເພິ່ນໄດ້ປ່ອຍນົກກາງແກໂຕໜຶ່ງອອກໄປເພື່ອເບິ່ງວ່ານ້ຳບົກລົງຈົນຮອດໜ້າດິນແລ້ວບໍ່. 9ແຕ່ນົກກາງແກນັ້ນບໍ່ສາມາດຫາບ່ອນທີ່ຈະຈັບໄດ້ເພາະວ່າຍັງມີນໍ້າຢູ່ທົ່ວຜືນແຜ່ນດິນໂລກຢູ່. ດັ່ງນັ້ນ ມັນຈຶ່ງກັບມາຫາໂນອາຢູ່ໃນເຮືອ. ໂນອາກໍເດ່ມືຂອງເພິ່ນອອກຮັບເອົານົກກາງແກ ແລ້ວເອົານົກນັ້ນກັບເຂົ້າມາຢູ່ກັບເພິ່ນໃນເຮືອ. 10ເພິ່ນໄດ້ລໍຖ້າອີກເຈັດວັນ ແລ້ວປ່ອຍນົກກາງແກອອກໄປຈາກເຮືອອີກ. 11ເມື່ອນົກກາງແກກັບມາຫາເພິ່ນໃນຕອນແລງ ກໍມີໃບໝາກກອກສົດທີ່ຫາກໍດຶງອອກມາຄາຢູ່ໃນສົບຂອງນົກນັ້ນ! ແລ້ວໂນອາຈຶ່ງໄດ້ຮູ້ວ່ານ້ຳໄດ້ບົກລົງຈາກແຜ່ນດິນໂລກແລ້ວ. 12ເພິ່ນໄດ້ລໍຖ້າອີກເຈັດວັນແລ້ວຈຶ່ງປ່ອຍນົກກາງແກອອກໄປອີກ, ແຕ່ເທື່ອນີ້ມັນບໍ່ໄດ້ກັບມາຫາເພິ່ນເລີຍ.
13ໃນວັນທີໜຶ່ງຂອງເດືອນທີໜຶ່ງໃນປີທີ່ໂນອາມີອາຍຸໄດ້ 601 ປີ, ນ້ຳກໍໄດ້ແຫ້ງໄປຈາກແຜ່ນດິນ. ດັ່ງນັ້ນ ໂນອາຈຶ່ງໄດ້ເປີດຫລັງຄາເຮືອອອກແລ້ວກໍເຫັນວ່າໜ້າດິນແຫ້ງແລ້ວ. 14ເມື່ອເຖິງວັນທີຊາວເຈັດຂອງເດືອນທີສອງແຜ່ນດິນໂລກກໍແຫ້ງໝົດ.
15ແລ້ວພຣະເຈົ້າກໍໄດ້ກ່າວແກ່ໂນອາວ່າ, 16“ເຈົ້າ ແລະ ເມຍຂອງເຈົ້າ, ບັນດາລູກຊາຍ ແລະ ເມຍຂອງພວກເຂົາ ຈົ່ງອອກຈາກເຮືອ. 17ຈົ່ງນຳສິ່ງມີຊີວິດທຸກຊະນິດທີ່ຢູ່ກັບເຈົ້າອອກມານໍາ ຄືບັນດານົກ, ສັດຕ່າງໆ, ສັດເລືອຄານທັງໝົດ ເພື່ອພວກມັນຈະໄດ້ເພີ່ມທະວີຂຶ້ນຢູ່ເທິງແຜ່ນດິນໂລກ ແລະ ເກີດແມ່ແຜ່ລູກ ແລ້ວກໍມີຈໍານວນເພີ່ມຂຶ້ນຢູ່ເທິງແຜ່ນດິນໂລກ”.
18ດັ່ງນັ້ນ ໂນອາຈຶ່ງອອກມາພ້ອມກັບບັນດາລູກຊາຍ, ເມຍຂອງເພິ່ນ ແລະ ເມຍຂອງລູກຊາຍເພິ່ນ. 19ສັດທັງໝົດ, ສັດເລືອຄານທັງໝົດ ແລະ ນົກທັງໝົດ ຄືທຸກສິ່ງທີ່ເຄື່ອນໄຫວໄປມາຢູ່ເທິງໜ້າດິນ ຕ່າງກໍທະຍອຍກັນອອກຈາກເຮືອເທື່ອລະຊະນິດ.
20ຫລັງຈາກນັ້ນ ໂນອາກໍໄດ້ສ້າງແທ່ນບູຊາແກ່ພຣະເຈົ້າຢາເວ ແລະ ໄດ້ເອົາສັດທີ່ບໍ່ເປັນມົນທິນ ແລະ ນົກທີ່ບໍ່ເປັນມົນທິນຈຳນວນໜຶ່ງມາ ແລ້ວເພິ່ນກໍຖວາຍເຄື່ອງເຜົາບູຊາທັງໂຕເທິງແທ່ນນັ້ນ. 21ພຣະເຈົ້າຢາເວໄດ້ກິ່ນຫອມອັນເປັນທີ່ພໍໃຈ ແລະ ໄດ້ກ່າວໃນໃຈຂອງພຣະອົງວ່າ: “ເຮົາຈະບໍ່ສາບແຊ່ງແຜ່ນດິນໂລກເພາະມະນຸດອີກຈັກເທື່ອ, ເຖິງແມ່ນວ່າ#8:21 ຫລື ເພາະວ່າຈິດໃຈຂອງມະນຸດທຸກຄົນມີທ່າອ່ຽງໄປໃນທາງຊົ່ວຮ້າຍຕັ້ງແຕ່ຍັງເປັນເດັກນ້ອຍຢູ່ກໍຕາມ. ແລະ ເຮົາຈະບໍ່ທຳລາຍສິ່ງມີຊີວິດທັງໝົດເໝືອນດັ່ງທີ່ເຮົາໄດ້ເຮັດມາ.
22“ເມື່ອໃດທີ່ໂລກຍັງຕັ້ງຢູ່,
ເມື່ອນັ້ນຈະມີລະດູຫວ່ານ ແລະ ລະດູເກັບກ່ຽວ,
ມີຄວາມໜາວ ແລະ ມີຄວາມຮ້ອນ,
ມີລະດູຮ້ອນ ແລະ ລະດູໜາວ
ມີກາງເວັນ ແລະ ກາງຄືນ
ຢູ່ຕະລອດໄປ”.
Currently Selected:
ປະຖົມມະການ 8: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: