ປະຖົມມະການ 30
30
1ເມື່ອນາງຣາເຊັນເຫັນວ່າຕົນບໍ່ມີລູກໃຫ້ຢາໂຄບ ນາງຈຶ່ງອິດສາເອື້ອຍຂອງຕົນ. ດັ່ງນັ້ນ ນາງຈຶ່ງໄດ້ເວົ້າຕໍ່ຢາໂຄບວ່າ, “ຈົ່ງໃຫ້ລູກແກ່ຂ້ອຍ ບໍ່ດັ່ງນັ້ນ ຂ້ອຍຈະຕາຍ!”
2ຢາໂຄບຈຶ່ງໃຈຮ້າຍໃຫ້ນາງ ແລະ ໄດ້ເວົ້າວ່າ, “ຂ້ອຍຢູ່ໃນຖານະພຣະເຈົ້າຜູ້ບໍ່ໃຫ້ເຈົ້າມີລູກບໍ?”
3ແລ້ວນາງຈຶ່ງເວົ້າວ່າ, “ນາງບິນຮາຄົນຮັບໃຊ້ຂອງຂ້ອຍກໍຢູ່ທີ່ນີ້. ຈົ່ງຫລັບນອນກັບລາວເພື່ອວ່າລາວຈະສາມາດມີລູກໃຫ້ຂ້ອຍ ແລະ ຂ້ອຍຈະສາມາດສ້າງຄອບຄົວຂຶ້ນໄດ້ໂດຍຜ່ານທາງລາວ”.
4ດັ່ງນັ້ນ ນາງຈຶ່ງຍົກນາງບິນຮາຄົນຮັບໃຊ້ຂອງຕົນໃຫ້ເປັນເມຍຂອງຢາໂຄບ. ຢາໂຄບກໍໄດ້ຮ່ວມຫລັບນອນກັບນາງບິນຮາ, 5ລາວໄດ້ຖືພາ ແລະ ໄດ້ເກີດລູກຊາຍຄົນໜຶ່ງ. 6ແລ້ວນາງຣາເຊັນໄດ້ເວົ້າວ່າ, “ພຣະເຈົ້າຕັດສິນໃຫ້ຂ້ອຍຊະນະ; ພຣະອົງໄດ້ຟັງຄຳອ້ອນວອນຂອງຂ້ອຍ ແລະ ໃຫ້ລູກຊາຍແກ່ຂ້ອຍ”. ເພາະເຫດນີ້ນາງຈຶ່ງຕັ້ງຊື່ໃຫ້ລາວວ່າດານ.#30:6 ໃນທີ່ນີ້ແປວ່າ ພຣະອົງຕັດສິນ
7ນາງບິນຮາຄົນຮັບໃຊ້ຂອງນາງຣາເຊັນຖືພາອີກ ແລະ ເກີດລູກຊາຍຄົນທີສອງໃຫ້ແກ່ຢາໂຄບ. 8ແລ້ວນາງຣາເຊັນກໍໄດ້ເວົ້າວ່າ, “ຂ້ອຍໄດ້ຕໍ່ສູ້ກັບເອື້ອຍຂອງຂ້ອຍຢ່າງໜັກ ແລະ ຂ້ອຍກໍຊະນະແລ້ວ”. ດັ່ງນັ້ນ ນາງຈຶ່ງຕັ້ງຊື່ໃຫ້ລາວວ່າເນັບທາລີ.#30:8 ແປວ່າ ການຕໍ່ສູ້ຂອງຂ້ອຍ
9ເມື່ອນາງເລອາເຫັນວ່າຕົນບໍ່ມີລູກອີກ, ລາວຈຶ່ງຍົກນາງຊີລະປາຄົນຮັບໃຊ້ຂອງຕົນໃຫ້ເປັນເມຍຂອງຢາໂຄບ. 10ນາງຊີລະປາຄົນຮັບໃຊ້ຂອງນາງເລອາໄດ້ເກີດລູກຊາຍຄົນໜຶ່ງແກ່ຢາໂຄບ. 11ແລ້ວນາງເລອາກໍໄດ້ເວົ້າວ່າ, “ຄືໂຊກດີແທ້!”#30:11 ຫລື “ກອງທະຫານກຳລັງມາ!” ດັ່ງນັ້ນ ນາງຈຶ່ງຕັ້ງຊື່ໃຫ້ລາວວ່າກາດ.#30:11 ກາດ ແປວ່າ ໂຊກດີ ຫລື ກອງທະຫານກໍໄດ້
12ແລ້ວນາງຊີລະປາຄົນຮັບໃຊ້ຂອງນາງເລອາກໍໄດ້ເກີດລູກຊາຍຄົນທີສອງໃຫ້ຢາໂຄບ. 13ແລ້ວເລອາກໍໄດ້ເວົ້າວ່າ, “ຂ້ອຍມີຄວາມສຸກແທ້ໆ! ແມ່ຍິງທັງຫລາຍຈະເອີ້ນຂ້ອຍວ່າຄວາມສຸກ” ດັ່ງນັ້ນ ນາງຈຶ່ງຕັ້ງຊື່ໃຫ້ລາວວ່າອາເຊ.#30:13 ແປວ່າ ຄວາມສຸກ
14ມື້ໜຶ່ງໃນລະດູເກັບກ່ຽວເຂົ້າຫວີດ ຣູເບັນໄດ້ອອກໄປທີ່ທົ່ງນາ ແລະ ໄດ້ພົບຕົ້ນແມນດະເຣັກ,#30:14 ເປັນພືດທີ່ເຊື່ອກັນວ່າກິນແລ້ວຈະຊ່ວຍໃຫ້ຖືພາ ແລະ ເພີ່ມຄວາມຕ້ອງການທາງເພດ ເຊິ່ງລາວໄດ້ເກັບມາໃຫ້ນາງເລອາແມ່ຂອງລາວ. ນາງຣາເຊັນໄດ້ເວົ້າກັບນາງເລອາວ່າ, “ຂໍໝາກແມນດະເຣັກຂອງລູກຊາຍເຈົ້າຈຳນວນໜຶ່ງໃຫ້ຂ້ອຍແດ່”.
15ແຕ່ນາງເລອາໄດ້ເວົ້າຕໍ່ນາງຣາເຊັນວ່າ, “ເຈົ້າເອົາຜົວຂອງຂ້ອຍໄປຍັງບໍ່ພໍບໍ? ເຈົ້າຍັງຈະເອົາໝາກແມນດະເຣັກຂອງລູກຂ້ອຍອີກບໍ?”
ນາງຣາເຊັນເວົ້າວ່າ, “ເຮັດແບບນີ້ສາ, ໃຫ້ຢາໂຄບໄປນອນກັບເຈົ້າຄືນນີ້ເພື່ອແລກກັບໝາກແມນດະເຣັກຂອງລູກຊາຍເຈົ້າ”.
16ດັ່ງນັ້ນ ເມື່ອຢາໂຄບກັບມາຈາກທົ່ງນາໃນຕອນແລງ, ນາງເລອາກໍໄດ້ອອກໄປພົບຢາໂຄບ. ນາງໄດ້ເວົ້າວ່າ, “ເຈົ້າຕ້ອງມາຮ່ວມຫລັບນອນກັບຂ້ອຍ. ຂ້ອຍໄດ້ເອົາໝາກແມນດະເຣັກຂອງລູກຊາຍຂອງຂ້ອຍໃຫ້ເປັນຄ່າຈ້າງເຈົ້າແລ້ວ”. ດັ່ງນັ້ນ ຢາໂຄບຈຶ່ງໄດ້ຮ່ວມຫລັບນອນກັບນາງໃນຄືນນັ້ນ.
17ພຣະເຈົ້າໄດ້ຟັງນາງເລອາ ແລະ ນາງໄດ້ຖືພາອີກ ແລະ ເກີດລູກຊາຍຄົນທີຫ້າໃຫ້ຢາໂຄບ. 18ແລ້ວນາງເລອາກໍເວົ້າວ່າ, “ພຣະເຈົ້າໄດ້ໃຫ້ລາງວັນແກ່ຂ້ອຍເພາະຂ້ອຍໄດ້ຍົກຄົນຮັບໃຊ້ໃຫ້ຜົວຂອງຂ້ອຍ”. ດັ່ງນັ້ນ ນາງຈຶ່ງໄດ້ຕັ້ງຊື່ໃຫ້ລາວວ່າອິດຊາຄາ.#30:18 ຄຳວ່າ ອິດຊາຄາ ມີສຽງຄ້າຍຄຳພາສາເຮັບເຣີທີ່ມີຄວາມໝາຍວ່າລາງວັນ
19ນາງເລອາໄດ້ຖືພາອີກ ແລະ ເກີດລູກຊາຍຄົນທີຫົກໃຫ້ຢາໂຄບ. 20ແລ້ວເລອາກໍໄດ້ເວົ້າວ່າ, “ພຣະເຈົ້າໄດ້ໃຫ້ຂອງຂວັນອັນລ້ຳຄ່າແກ່ຂ້ອຍ. ເທື່ອນີ້ຜົວຂອງຂ້ອຍຈະປະຕິບັດຕໍ່ຂ້ອຍດ້ວຍການໃຫ້ກຽດ, ເພາະຂ້ອຍເກີດລູກຊາຍໃຫ້ເພິ່ນຫົກຄົນ”. ດັ່ງນັ້ນ ນາງຈຶ່ງໄດ້ຕັ້ງຊື່ໃຫ້ເດັກວ່າເຊບູໂລນ.#30:20 ອາດມີຄວາມໝາຍວ່າ ກຽດຕິຍົດ
21ຕໍ່ມາພາຍຫລັງ ນາງໄດ້ເກີດລູກສາວຄົນໜຶ່ງ ແລະ ຕັ້ງຊື່ໃຫ້ນາງວ່າດີນາ.
22ແລ້ວພຣະເຈົ້າໄດ້ລະນຶກເຖິງນາງຣາເຊັນ; ພຣະອົງໄດ້ຟັງລາວ ແລະ ໃຫ້ລາວຖືພາ. 23ນາງໄດ້ຖືພາ ແລະ ໄດ້ເກີດລູກຊາຍຄົນໜຶ່ງ ແລ້ວນາງກໍໄດ້ເວົ້າວ່າ, “ພຣະເຈົ້າໄດ້ເອົາຄວາມອັບອາຍຂອງຂ້ານ້ອຍອອກໄປແລ້ວ”. 24ນາງຈຶ່ງໄດ້ຕັ້ງຊື່ໃຫ້ລາວວ່າໂຢເຊັບ,#30:24 ແປວ່າ ຂໍພຣະອົງໄດ້ເພີ່ມ ແລະ ເວົ້າວ່າ, “ຂໍພຣະເຈົ້າຢາເວໄດ້ເພີ່ມລູກຊາຍໃຫ້ຂ້ານ້ອຍອີກຄົນໜຶ່ງດ້ວຍ”.
ຝູງສັດຂອງຢາໂຄບເພີ່ມຈຳນວນຂຶ້ນ
25ຫລັງຈາກນາງຣາເຊັນເກີດໂຢເຊັບແລ້ວ, ຢາໂຄບໄດ້ເວົ້າຕໍ່ລາບານວ່າ, “ຂໍອະນຸຍາດໃຫ້ຫລານໄປຕາມທາງຂອງຫລານສາ, ເພື່ອຫລານຈະໄດ້ກັບໄປບ້ານເກີດຂອງຫລານ. 26ຂໍຈົ່ງມອບບັນດາເມຍ ແລະ ລູກທັງຫລາຍໃຫ້ຫລານດ້ວຍ, ເພາະຫລານໄດ້ຮັບໃຊ້ລຸງແລກກັບພວກເຂົາແລ້ວ ແລະ ຫລານກໍຈະໄດ້ໄປຕາມທາງຂອງຫລານ. ລຸງກໍຮູ້ຢູ່ວ່າຫລານເຮັດວຽກໃຫ້ລຸງຫລາຍເທົ່າໃດແລ້ວ”.
27ແຕ່ລາບານໄດ້ກ່າວກັບລາວວ່າ, “ຖ້າຫລານຈະກະລຸນາລຸງ ກໍຂໍໃຫ້ຢູ່ຕໍ່ສາ. ລຸງໄດ້ຮຽນຮູ້ໂດຍການທຳນວາຍວ່າພຣະເຈົ້າຢາເວໄດ້ອວຍພອນລຸງກໍເພາະຫລານ”. 28ລາບານໄດ້ເວົ້າຕື່ມອີກວ່າ, “ຫລານຈະເອົາຄ່າຈ້າງເທົ່າໃດ ແລະ ລຸງຈະຈ່າຍໃຫ້”.
29ຢາໂຄບໄດ້ເວົ້າຕໍ່ລາບານວ່າ, “ລຸງກໍຮູ້ວ່າຫລານໄດ້ຮັບໃຊ້ລຸງຢ່າງໃດ ແລະ ສັດລ້ຽງຂອງລຸງກໍໄດ້ຮັບການລ້ຽງດູເປັນຢ່າງດີພາຍໃຕ້ການເບິ່ງແຍງຂອງຫລານ. 30ລຸງມີຢູ່ໜ້ອຍດຽວກ່ອນທີ່ຫລານຈະມາ ດຽວນີ້ກໍເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ບ່ອນໃດກໍຕາມທີ່ຫລານໄດ້ເຄີຍໄປ ພຣະເຈົ້າຢາເວກໍອວຍພອນລຸງ. ແຕ່ບັດນີ້ ເມື່ອໃດທີ່ຫລານຈະໄດ້ເຮັດບາງຢ່າງເພື່ອຄອບຄົວຂອງຫລານເອງ?”
31ລາບານຈຶ່ງໄດ້ຖາມວ່າ, “ລຸງຄວນຈະເອົາອັນໃດໃຫ້ຫລານ?”
ຢາໂຄບໄດ້ຕອບວ່າ, “ບໍ່ຕ້ອງເອົາອັນໃດໃຫ້ຫລານ. ແຕ່ຖ້າລຸງຈະເຮັດສິ່ງໜຶ່ງສຳລັບຫລານ, ຫລານຈະລ້ຽງ ແລະ ເບິ່ງແຍງຝູງສັດໃຫ້ລຸງຕໍ່ໄປ: 32ຄືໃນມື້ນີ້ຂໍອະນຸຍາດໃຫ້ຫລານອອກໄປສຳຫລວດເບິ່ງຝູງສັດຂອງລຸງ ແລ້ວຍ້າຍແກະທຸກໂຕທີ່ມີລາຍດ່າງ ຫລື ແກະທີ່ມີລາຍຈຸດ, ແກະນ້ອຍທຸກໂຕທີ່ມີສີຄ້ຳ ແລະ ແບ້ທຸກໂຕທີ່ມີລາຍດ່າງ ຫລື ລາຍຈຸດອອກຈາກຝູງ. ສັດເຫລົ່ານີ້ຈະເປັນຄ່າຈ້າງຂອງຫລານ. 33ແລະ ຄວາມສັດຊື່ຂອງຫລານຈະເປັນພະຍານໃຫ້ຫລານໃນອະນາຄົດ, ເມື່ອໃດກໍຕາມທີ່ລຸງກວດເບິ່ງຄ່າຈ້າງທີ່ລຸງໄດ້ຈ່າຍໃຫ້ຫລານ. ແບ້ໂຕໃດທີ່ຢູ່ໃນກຳມະສິດຂອງຫລານບໍ່ມີລາຍດ່າງ ຫລື ລາຍຈຸດ, ຫລື ລູກແກະໂຕໃດບໍ່ມີສີຄ້ຳກໍຈະຖືວ່າຖືກລັກມາ”.
34ລາບານໄດ້ຕອບວ່າ, “ຕົກລົງ, ໃຫ້ເປັນໄປຕາມທີ່ຫລານເວົ້ານັ້ນ”. 35ໃນວັນດຽວກັນນັ້ນ ລາບານກໍໄດ້ອອກໄປຄັດເອົາແບ້ຜູ້ທຸກໂຕທີ່ມີລາຍດ່າງ ຫລື ລາຍຈຸດ ແລະ ແບ້ແມ່ທຸກໂຕທີ່ມີລາຍດ່າງ ຫລື ລາຍຈຸດ (ທຸກໂຕທີ່ມີສີຂາວຢູ່ນຳ) ແລະ ລູກແກະທຸກໂຕທີ່ມີສີຄ້ຳອອກມາຈາກຝູງ, ແລ້ວເພິ່ນກໍໄດ້ນຳເອົາສັດເຫລົ່ານັ້ນໄປໃຫ້ບັນດາລູກຊາຍຂອງເພິ່ນລ້ຽງ. 36ແລ້ວເພິ່ນກໍໄດ້ໃຫ້ຝູງສັດຂອງເພິ່ນ ແລະ ຝູງສັດຂອງຢາໂຄບຢູ່ຫ່າງກັນໃນໄລຍະເດີນທາງໄປສາມວັນ. ໃນຂະນະທີ່ຢາໂຄບກໍຍັງສືບຕໍ່ລ້ຽງຝູງສັດທີ່ເຫລືອໃຫ້ລາບານຢູ່.
37ເຖິງຢ່າງໃດກໍຕາມ ຢາໂຄບກໍໄດ້ເອົາງ່າໄມ້ສົດຈາກຕົ້ນປອບລາ, ຕົ້ນໝາກອັນມອນ ແລະ ຕົ້ນເປນມາ ແລ້ວເຮັດເສັ້ນກ່ານໂດຍການປອກເປືອກ ແລະ ເປີດໃຫ້ເຫັນດ້ານໃນສີຂາວຂອງງ່າໄມ້. 38ແລ້ວເພິ່ນໄດ້ວາງງ່າໄມ້ທີ່ລອກເປືອກໄວ້ທີ່ຮາງນ້ຳທຸກຮາງ ເພື່ອໃຫ້ຢູ່ຕໍ່ໜ້າຝູງສັດເວລາທີ່ພວກມັນມາກິນນ້ຳ. ເມື່ອຝູງສັດຢູ່ໃນຊ່ວງປະສົມພັນ ແລະ ມາກິນນ້ຳ, 39ພວກມັນກໍປະສົມພັນກັນຕໍ່ໜ້າງ່າໄມ້ນັ້ນ. ແລະ ພວກມັນຈຶ່ງເກີດລູກທີ່ມີລາຍກ່ານ ຫລື ລາຍດ່າງ ຫລື ລາຍຈຸດ. 40ຢາໂຄບກໍໄດ້ແຍກລູກສັດເຫລົ່ານັ້ນໄວ້ຕ່າງຫາກ, ແຕ່ໃຫ້ຝູງສັດທີ່ເຫລືອຫັນໜ້າໄປທາງສັດທີ່ມີລາຍກ່ານ ແລະ ສີຄ້ຳທີ່ເປັນຂອງລາບານ. ດັ່ງນັ້ນ ລາວຈຶ່ງແຍກຝູງສັດສຳລັບຕົນເອງໄວ້ ແລະ ບໍ່ໄດ້ເອົາຝູງສັດນັ້ນລວມກັບຝູງສັດຂອງລາບານ. 41ເມື່ອໃດກໍຕາມທີ່ບັນດາສັດໂຕແມ່ທີ່ແຂງແຮງກວ່າຢູ່ໃນຊ່ວງປະສົມພັນ, ຢາໂຄບກໍເອົາງ່າໄມ້ທີ່ປອກເປືອກໄປວາງໄວ້ໃນຮາງນ້ຳຕໍ່ໜ້າບັນດາສັດເຫລົ່ານັ້ນເພື່ອໃຫ້ພວກມັນປະສົມພັນກັນໃກ້ງ່າໄມ້ນັ້ນ, 42ແຕ່ຖ້າສັດໂຕໃດອ່ອນແອ ລາວກໍບໍ່ເອົາງ່າໄມ້ໄປວາງໄວ້ທີ່ນັ້ນ. ດັ່ງນັ້ນ ສັດທີ່ອ່ອນແອກໍເປັນຂອງລາບານ ແລະ ສັດທີ່ແຂງແຮງກໍເປັນຂອງຢາໂຄບ. 43ດ້ວຍວິທີນີ້ເອງ ຊາຍນັ້ນຈຶ່ງຮັ່ງມີຂຶ້ນ ແລະ ໄດ້ມາເປັນເຈົ້າຂອງສັດຝູງໃຫຍ່, ມີຄົນຮັບໃຊ້ຊາຍຍິງຈຳນວນຫລາຍ, ມີອູດ ແລະ ມີລໍຫລວງຫລາຍ.
Currently Selected:
ປະຖົມມະການ 30: LCV
Highlight
Share
Copy
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.