YouVersion Logo
Search Icon

ປະຖົມມະການ 26

26
ອີຊາກ ແລະ ອາບີເມເຫລັກ
(ປຖກ 12:10-20; 20:1-18)
1ບັດນີ້ ນອກຈາກ​ການ​ອຶດຢາກ​ອາຫານ​ທີ່​ເຄີຍ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ອັບຣາຮາມ​ກໍ​ຍັງ​ມີ​ການ​ອຶດຢາກ​ອາຫານ​ໃນ​ດິນແດນ​ນັ້ນ, ແລ້ວ​ອີຊາກ​ຈຶ່ງ​ໄດ້​ໄປ​ຫາ​ອາບີເມເຫລັກ ກະສັດ​ຂອງ​ຊາວ​ຟີລິດສະຕິນ​ທີ່​ເມືອງ​ເກຣາກ. 2ພຣະເຈົ້າ​ຢາເວ​ໄດ້​ປາກົດ​ແກ່​ອີຊາກ ແລະ ໄດ້​ກ່າວ​ວ່າ, “ຢ່າ​ລົງ​ໄປ​ທີ່​ເອຢິບ; ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ນີ້​ບ່ອນ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ອາໄສ​ຢູ່. 3ຈົ່ງ​ຢູ່​ໃນ​ດິນແດນ​ນີ້​ຊົ່ວ​ຂະນະ​ໜຶ່ງ, ເຮົາ​ຈະ​ຢູ່​ກັບ​ເຈົ້າ ແລະ ຈະ​ອວຍພອນ​ເຈົ້າ. ເພາະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ ແລະ ເຊື້ອສາຍ​ຂອງ​ເຈົ້າ ແລະ ຈະ​ຢືນຢັນ​ຄຳ​ປະຕິຍານ​ທີ່​ເຮົາ​ໄດ້​ສາບານ​ໄວ້​ກັບ​ອັບຣາຮາມ​ພໍ່​ຂອງ​ເຈົ້າ. 4ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ມີ​ຈຳນວນ​ຫລວງຫລາຍ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ພວກເຂົາ ແລະ ໂດຍ​ຜ່ານ​ທາງ​ເຊື້ອສາຍ#26:4 ຫລື ເມັດພັນ​ຂອງ​ເຈົ້າ ຊົນຊາດ​ທັງໝົດ​ເທິງ​ແຜ່ນດິນໂລກ​ຈະ​ໄດ້​ຮັບ​ພອນ#26:4 ຫລື ຊົນຊາດ​ທັງປວງ​ເທິງ​ແຜ່ນດິນໂລກ​ຈະ​ນຳໃຊ້​ຊື່​ຂອງ​ເຊື້ອສາຍ​ຂອງ​ເຈົ້າ​ໃນ​ການ​ອວຍພອນ (ເບິ່ງ 48:20), 5ເພາະ​ອັບຣາຮາມ​ໄດ້​ເຊື່ອຟັງ​ເຮົາ ແລະ ເຮັດ​ທຸກສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ລາວ​ເຮັດ ໂດຍ​ການ​ຮັກສາ​ຄຳສັ່ງ​ຂອງ​ເຮົາ, ຂໍ້ກຳນົດ ແລະ ຄຳແນະນຳ​ຕ່າງໆ​ຂອງ​ເຮົາ”. 6ດັ່ງນັ້ນ ອີຊາກ​ຈຶ່ງ​ຍັງ​ອາໄສ​ຢູ່​ທີ່​ເມືອງ​ເກຣາກ.
7ເມື່ອ​ມີ​ພວກ​ຜູ້ຊາຍ​ຢູ່​ທີ່​ນັ້ນ​ຖາມ​ເລື່ອງ​ເມຍ​ຂອງ​ເພິ່ນ, ເພິ່ນ​ກໍ​ຕອບ​ວ່າ, “ນາງ​ເປັນ​ນ້ອງສາວ​ຂອງ​ຂ້າພະເຈົ້າ” ເພາະ​ເພິ່ນ​ຢ້ານ​ທີ່​ຈະ​ບອກ​ວ່າ, “ນາງ​ເປັນ​ເມຍ​ຂອງ​ຂ້າພະເຈົ້າ” ເພິ່ນ​ຄິດ​ວ່າ, “ພວກ​ຜູ້ຊາຍ​ທີ່​ຢູ່​ທີ່​ນີ້​ອາດ​ຈະ​ຂ້າ​ຂ້ອຍ​ຍ້ອນ​ນາງ​ເຣເບກາ ເພາະ​ນາງ​ເປັນ​ຄົນ​ງາມ​ຫລາຍ”.
8ເມື່ອ​ອີຊາກ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ດົນນານ​ແລ້ວ, ອາບີເມເຫລັກ​ກະສັດ​ຂອງ​ຊາວ​ຟີລິດສະຕີນ​ເບິ່ງ​ລົງ​ມາ​ຈາກ​ປ່ອງຢ້ຽມ ແລະ ເຫັນ​ອີຊາກ​ກອດ​ເຣເບກາ​ເມຍ​ຂອງ​ເພິ່ນ​ຢູ່. 9ດັ່ງນັ້ນ ອາບີເມເຫລັກ​ຈຶ່ງ​ເອີ້ນ​ອີຊາກ​ມາ ແລະ ກ່າວ​ວ່າ, “ແທ້ຈິງ​ແລ້ວ​ນາງ​ເປັນ​ເມຍ​ຂອງ​ທ່ານ! ເປັນຫຍັງ​ທ່ານ​ຈຶ່ງ​ບອກ​ວ່າ, ‘ນາງ​ເປັນ​ນ້ອງສາວ​ຂອງ​ຂ້າພະເຈົ້າ’?”
ອີຊາກ​ຕອບ​ເພິ່ນ​ວ່າ, “ເພາະ​ຂ້າພະເຈົ້າ​ຄິດ​ວ່າ​ຕົນ​ເອງ​ອາດ​ຈະ​ເສຍຊີວິດ​ເພາະ​ນາງ”.
10ແລ້ວ​ອາບີເມເຫລັກ​ຈຶ່ງ​ກ່າວ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ຖ້າ​ຫາກ​ວ່າ​ມີ​ຊາຍ​ໃດ​ໄປ​ນອນ​ກັບ​ເມຍ​ຂອງ​ທ່ານ, ທ່ານ​ກໍ​ຈະ​ນຳ​ຄວາມຜິດ​ມາ​ຕົກ​ໃສ່​ພວກເຮົາ”.
11ດັ່ງນັ້ນ ອາບີເມເຫລັກ​ຈຶ່ງ​ອອກ​ຄຳສັ່ງ​ເຖິງ​ຄົນ​ທັງປວງ​ວ່າ: “ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ອັນຕະລາຍ​ຕໍ່​ຊາຍ​ຄົນ​ນີ້ ຫລື ເມຍ​ຂອງ​ລາວ​ກໍ​ຈະ​ຖືກ​ປະຫານ​ຊີວິດ​ຢ່າງ​ແນ່ນອນ”.
12ອີຊາກ​ປູກ​ພືດ​ໃນ​ດິນແດນ​ນັ້ນ ແລະ ໃນ​ປີ​ດຽວ​ກັນ​ກໍ​ເກັບກ່ຽວ​ໄດ້​ຮ້ອຍເທົ່າ, ເພາະ​ພຣະເຈົ້າ​ຢາເວ​ໄດ້​ອວຍພອນ​ເພິ່ນ. 13ແລ້ວ​ເພິ່ນ​ກໍ​ກາຍເປັນ​ຄົນ​ຮັ່ງມີ​ຂຶ້ນ ແລະ ຄວາມ​ຮັ່ງມີ​ຂອງ​ເພິ່ນ​ກໍ​ສືບຕໍ່​ເພີ່ມ​ຂຶ້ນ​ຈົນ​ເພິ່ນ​ກາຍເປັນ​ຄົນ​ຮັ່ງມີ​ຫລາຍ. 14ເພິ່ນ​ມີ​ຝູງ​ແບ້, ຝູງ​ແກະ ແລະ ຝູງ​ງົວ​ກັບ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ​ຈົນ​ຊາວຟີລິດສະຕີນ​ອິດສາ​ເພິ່ນ. 15ດັ່ງນັ້ນ ນ້ຳສ້າງ​ທັງໝົດ​ທີ່​ຄົນຮັບໃຊ້​ຂອງ​ພໍ່​ຂອງ​ເພິ່ນ​ໄດ້​ຂຸດ​ໄວ້​ໃນ​ສະໄໝ​ທີ່​ອັບຣາຮາມ​ພໍ່​ຂອງ​ເພິ່ນ​ຍັງ​ມີ​ຊີວິດ​ຢູ່​ນັ້ນ, ຊາວ​ຟີລິດສະຕີນ​ໄດ້​ປິດ​ໄວ້ ດ້ວຍ​ການ​ເອົາ​ດິນ​ຖົມ​ນ້ຳສ້າງ​ເຫລົ່ານັ້ນ.
16ແລ້ວ​ອາບີເມເຫລັກ​ຈຶ່ງ​ໄດ້​ເວົ້າ​ກັບ​ອີຊາກ​ວ່າ, “ຈົ່ງ​ຍ້າຍ​ອອກ​ໄປ​ຈາກ​ພວກເຮົາ​ສາ; ທ່ານ​ກາຍເປັນ​ຜູ້​ມີ​ອິດທິພົນ​ຕໍ່​ພວກເຮົາ​ຫລາຍ​ເກີນໄປ​ແລ້ວ”.
17ດັ່ງນັ້ນ ອີຊາກ​ຈຶ່ງ​ໄດ້​ຍ້າຍ​ອອກ​ຈາກ​ທີ່​ນັ້ນ ແລະ ໄປ​ຕັ້ງ​ຄ້າຍພັກ​ຢູ່​ໃນ​ຮ່ອມພູ​ເກຣາກ, ເຊິ່ງ​ເປັນ​ບ່ອນ​ທີ່​ເພິ່ນ​ໄດ້​ຕັ້ງຖິ່ນຖານ​ຢູ່. 18ອີຊາກ​ໄດ້​ເປີດ​ນ້ຳສ້າງ​ຕ່າງໆ​ທີ່​ໄດ້​ຂຸດ​ໄວ້​ໃນ​ສະໄໝ​ອັບຣາຮາມ​ພໍ່​ຂອງ​ເພິ່ນ​ນັ້ນ​ຄືນ​ໃໝ່ ເຊິ່ງ​ຊາວ​ຟີລິດສະຕິນ​ໄດ້​ຖົມ​ຫລັງ​ຈາກ​ທີ່​ອັບຣາຮາມ​ໄດ້​ຕາຍ​ໄປ ແລະ ອີຊາກ​ກໍ​ໄດ້​ຕັ້ງ​ຊື່​ໃຫ້​ນ້ຳສ້າງ​ເຫລົ່ານັ້ນ​ຄື​ກັນ​ກັບ​ຊື່​ທີ່​ພໍ່​ຂອງ​ເພິ່ນ​ເຄີຍ​ຕັ້ງ​ຊື່​ໃຫ້​ນ້ຳສ້າງ​ເຫລົ່ານັ້ນ.
19ຄົນຮັບໃຊ້​ຂອງ​ອີຊາກ​ໄດ້​ຂຸດ​ນ້ຳສ້າງ​ໜ່ວຍ​ໜຶ່ງ ແລະ ພົບ​ນ້ຳຈືດ​ຢູ່​ທີ່​ຮ່ອມພູ​ນັ້ນ. 20ແຕ່​ຄົນລ້ຽງສັດ​ຂອງ​ເມືອງ​ເກຣາກ​ໄດ້​ຜິດຖຽງ​ກັນ​ກັບ​ຄົນລ້ຽງສັດ​ຂອງ​ອີຊາກ ແລະ ເວົ້າ​ວ່າ, “ນ້ຳ​ນີ້​ເປັນ​ຂອງ​ພວກເຮົາ!” ດັ່ງນັ້ນ ອີຊາກ​ຈຶ່ງ​ຕັ້ງ​ຊື່​ໃຫ້​ນ້ຳສ້າງ​ນັ້ນ​ວ່າ​ເອເສັກ#26:20 ແປ​ວ່າ ຜິດຖຽງ ເພາະ​ພວກເຂົາ​ໄດ້​ຜິດຖຽງ​ກັບ​ເພິ່ນ. 21ຫລັງ​ຈາກ​ນັ້ນ ຄົນ​ຂອງ​ອີຊາກ​ຈຶ່ງ​ຂຸດ​ນ້ຳສ້າງ​ຂຶ້ນ​ອີກ​ໜ່ວຍ​ໜຶ່ງ, ແຕ່​ພວກເຂົາ​ກໍ​ຜິດຖຽງ​ກັນ​ເລື່ອງ​ນ້ຳສ້າງ​ນັ້ນ​ເໝືອນກັນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັ້ງຊື່​ໃຫ້​ນ້ຳສ້າງ​ນັ້ນ​ວ່າ​ສິດນາ.#26:21 ແປ​ວ່າ ການ​ເປັນ​ສັດຕູ​ກັນ 22ເພິ່ນ​ໄດ້​ຍົກຍ້າຍ​ອອກ​ໄປ​ຈາກ​ທີ່​ນັ້ນ ແລະ ຂຸດ​ນ້ຳສ້າງ​ອີກ​ໜ່ວຍ​ໜຶ່ງ, ເທື່ອ​ນີ້​ບໍ່​ມີ​ຜູ້ໃດ​ມາ​ຜິດຖຽງ​ເລື່ອງ​ນ້ຳສ້າງ​ອີກ. ເພິ່ນ​ຈຶ່ງ​ຕັ້ງ​ຊື່​ໃຫ້​ນ້ຳສ້າງ​ນັ້ນ​ວ່າ​ເຣໂຮໂບດ,#26:22 ແປ​ວ່າ ທີ່​ຫວ່າງ ເພິ່ນ​ໄດ້​ກ່າວ​ວ່າ, “ບັດນີ້ ພຣະເຈົ້າ​ຢາເວ​ໄດ້​ໃຫ້​ບ່ອນ​ພວກເຮົາ​ແລ້ວ ແລະ ພວກເຮົາ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃນ​ດິນແດນ​ນີ້”.
23ຈາກ​ທີ່​ນັ້ນ ເພິ່ນ​ໄດ້​ຂຶ້ນ​ໄປ​ຍັງ​ເບເອນເຊບາ. 24ໃນ​ຄືນ​ນັ້ນ ພຣະເຈົ້າ​ຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ. ຢ່າ​ຢ້ານ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ; ເຮົາ​ຈະ​ອວຍພອນ​ເຈົ້າ ແລະ ຈະ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ທະວີ​ຈຳນວນ​ຂຶ້ນ​ເພາະ​ເຫັນ​ແກ່​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ເຮົາ”.
25ອີຊາກ​ຈຶ່ງ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ຢູ່​ທີ່​ນັ້ນ ແລະ ຮ້ອງ​ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ. ເພິ່ນ​ໄດ້​ຕັ້ງ​ເຕັນ​ຂອງ​ເພິ່ນ​ຂຶ້ນ​ຢູ່​ທີ່​ນັ້ນ ແລະ ຄົນຮັບໃຊ້​ຂອງ​ເພິ່ນ​ກໍ​ຂຸດ​ນ້ຳສ້າງ​ຂຶ້ນ​ໜຶ່ງ​ໜ່ວຍ​ຢູ່​ທີ່​ນັ້ນ​ດ້ວຍ.
26ໃນ​ເວລາ​ດຽວ​ກັນ​ນັ້ນ, ອາບີເມເຫລັກ ແລະ ອາຮູຊາດ​ທີ່ປຶກສາ​ສ່ວນຕົວ​ຂອງ​ເພິ່ນ ແລະ ແມ່ທັບ​ຟີໂກນ ກໍ​ໄດ້​ເດີນທາງ​ຈາກ​ເມືອງ​ເກຣາກ​ເພື່ອ​ມາ​ພົບ​ອີຊາກ. 27ອີຊາກ​ຖາມ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກທ່ານ​ຈຶ່ງ​ມາ​ຫາ​ຂ້າພະເຈົ້າ, ໃນ​ເມື່ອ​ພວກທ່ານ​ເປັນ​ສັດຕູ​ຕໍ່​ຂ້າພະເຈົ້າ ແລະ ຂັບໄລ່​ຂ້າພະເຈົ້າ​ອອກ​ມາ?”
28ພວກເພິ່ນ​ຕອບ​ວ່າ, “ພວກເຮົາ​ເຫັນ​ຊັດເຈນ​ແລ້ວ​ວ່າ, ພຣະເຈົ້າ​ຢາເວ​ຢູ່​ກັບ​ທ່ານ; ດັ່ງນັ້ນ ພວກເຮົາ​ຈຶ່ງ​ໄດ້​ເວົ້າ​ກັນ​ວ່າ, ‘ຄວນ​ຈະ​ເຮັດ​ຂໍ້ຕົກລົງ​ສາບານ​ກັນ​ລະຫວ່າງ​ພວກເຮົາ’ ຄື​ລະຫວ່າງ​ພວກເຮົາ​ກັບ​ທ່ານ. ໃຫ້​ພວກເຮົາ​ເຮັດ​ສົນທິສັນຍາ​ກັບ​ທ່ານ 29ເພື່ອ​ວ່າ​ທ່ານ​ຈະ​ບໍ່​ທຳຮ້າຍ​ພວກເຮົາ ເໝືອນ​ທີ່​ພວກເຮົາ​ບໍ່​ໄດ້​ທຳຮ້າຍ​ທ່ານ ແຕ່​ໄດ້​ປະຕິບັດ​ຕໍ່​ທ່ານ​ເປັນ​ຢ່າງ​ດີ​ຕະຫລອດ​ມາ ແລະ ໄດ້​ສົ່ງ​ທ່ານ​ໜີ​ໄປ​ຢ່າງ​ສັນຕິ. ແລະ ບັດນີ້ ທ່ານ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ​ຢາເວ”.
30ອີຊາກ​ຈຶ່ງ​ໄດ້​ຈັດ​ງານລ້ຽງ​ໃຫ້​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ກິນ ແລະ ໄດ້​ດື່ມ. 31ແຕ່​ເຊົ້າໆ​ຂອງ​ວັນ​ຕໍ່ມາ ພວກ​ຜູ້ຊາຍ​ເຫລົ່ານັ້ນ​ກໍ​ໄດ້​ປະຕິຍານ​ສາບານ​ຕໍ່​ກັນ. ຫລັງຈາກ​ນັ້ນ ອີຊາກ​ກໍ​ໄດ້​ສົ່ງ​ພວກເຂົາ​ໃຫ້​ເດີນທາງ​ຕໍ່ໄປ ແລະ ພວກເຂົາ​ກໍ​ຈາກ​ໄປ​ຢ່າງ​ມີ​ສັນຕິ.
32ໃນ​ວັນ​ນັ້ນ ຄົນຮັບໃຊ້​ຂອງ​ອີຊາກ​ໄດ້​ມາ​ບອກ​ເພິ່ນ​ເລື່ອງ​ນ້ຳສ້າງ​ທີ່​ພວກເຂົາ​ໄດ້​ຂຸດ. ພວກເຂົາ​ໄດ້​ເວົ້າ​ວ່າ, “ພວກເຮົາ​ພົບ​ນ້ຳ​ແລ້ວ!” 33ເພິ່ນ​ຈຶ່ງ​ຕັ້ງ​ຊື່​ໃຫ້​ນ້ຳສ້າງ​ນັ້ນ​ວ່າ​ຊີບາ#26:33 ແປ​ວ່າ ຄຳສາບານ ຫລື ເຈັດ ກໍ​ໄດ້ ແລະ ເມືອງ​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ເບເອນເຊບາ#26:33 ແປ​ວ່າ ນ້ຳສ້າງ​ແຫ່ງ​ຄຳສາບານ ຫລື ນ້ຳສ້າງ​ແຫ່ງ​ເຈັດ​ມາ​ຈົນ​ມາ​ເຖິງ​ທຸກ​ວັນ​ນີ້.
ຢາໂຄບ​ເອົາ​ພອນ​ຂອງ​ເອຊາວ
34ເມື່ອ​ເອຊາວ​ອາຍຸ​ໄດ້ 40 ປີ, ເພິ່ນ​ກໍ​ໄດ້​ແຕ່ງງານ​ກັບ​ຢູດິດ​ລູກສາວ​ຂອງ​ເບເອີຣີ​ຊາວຮິດຕີ ແລະ ບາເສມາດ​ລູກສາວ​ຂອງ​ເອໂລນ​ຊາວຮິດຕີ. 35ພວກເຂົາ​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ອີຊາກ ແລະ ເຣເບກາ​ໂສກເສົ້າ​ເສຍໃຈ.

Highlight

Share

Copy

None

Want to have your highlights saved across all your devices? Sign up or sign in