YouVersion Logo
Search Icon

ເອເຊກຽນ 15

15
ເຢຣູຊາເລັມ​ເປັນ​ເຄືອອະງຸ່ນ​ທີ່​ບໍ່​ມີ​ປະໂຫຍດ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ໄດ້​ມາ​ເຖິງ​ຂ້າພະເຈົ້າ​ດັ່ງນີ້: 2“ບຸດ​ມະນຸດ, ໄມ້​ຂອງ​ເຄືອອະງຸ່ນ​ນັ້ນ​ມີ​ຫຍັງ​ດີ​ກວ່າ​ງ່າ​ຂອງ​ຕົ້ນໄມ້​ອື່ນໆ​ທີ່​ຢູ່​ໃນ​ປ່າ​ບໍ? 3ໄມ້​ຂອງ​ເຄືອອະງຸ່ນ​ຈະ​ນຳ​ມາ​ໃຊ້​ປະໂຫຍດ​ຫຍັງ​ໄດ້​ແດ່? ເອົາ​ໄມ້​ຂອງ​ເຄືອອະງຸ່ນ​ມາ​ເຮັດ​ເປັນ​ຂໍ​ເພື່ອ​ໃຊ້​ຫ້ອຍ​ສິ່ງ​ຕ່າງໆ​ໄດ້​ບໍ? 4ແລະ ຫລັງ​ຈາກ​ທີ່​ມັນ​ຖືກ​ຖິ້ມ​ລົງ​ໄປ​ໃນ​ໄຟ​ເພື່ອ​ເປັນ​ເຊື້ອ​ໄຟ ແລະ ໄຟ​ໄໝ້​ປາຍ​ທັງ​ສອງ​ຂ້າງ ແລະ ລຸກ​ໄໝ້​ທາງ​ກາງ​ແລ້ວ ມັນ​ຈະ​ໃຊ້​ປະໂຫຍດ​ຫຍັງ​ໄດ້? 5ຖ້າ​ຫາກ​ວ່າ​ມັນ​ບໍ່​ມີ​ປະໂຫຍດ​ຫຍັງ​ທັງ​ທີ່​ມັນ​ຍັງ​ດີ​ຢູ່, ເມື່ອ​ມັນ​ຖືກ​ໄຟ​ໄໝ້​ແລ້ວ​ມັນ​ຈະ​ມີ​ປະໂຫຍດ​ຫຍັງ?
6“ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ດັ່ງນີ້​ວ່າ: ເຮົາ​ໄດ້​ໃຫ້​ໄມ້​ຂອງ​ເຄືອອະງຸ່ນ​ທີ່​ຢູ່​ທ່າມກາງ​ໄມ້​ປ່າ​ທັງຫລາຍ​ເພື່ອ​ເປັນ​ເຊື້ອໄຟ​ສັນໃດ ເຮົາ​ກໍ​ຈະ​ປະຕິບັດ​ຕໍ່​ຄົນ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ສັນນັ້ນ. 7ເຮົາ​ຈະ​ຕັ້ງ​ຕົນ​ເປັນ​ສັດຕູ​ກັບ​ພວກເຂົາ. ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ໜີ​ອອກ​ມາ​ຈາກ​ໄຟ​ກໍ​ຕາມ, ໄຟ​ກໍ​ຍັງ​ຈະ​ເຜົາ​ໄໝ້​ພວກເຂົາ ແລະ ເມື່ອ​ເຮົາ​ຕັ້ງ​ຕົນ​ເປັນ​ສັດຕູ​ກັບ​ພວກເຂົາ, ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ. 8ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນັ້ນ​ຖືກ​ຖິ້ມ​ຮົກຮ້າງ ເພາະ​ພວກເຂົາ​ບໍ່ສັດຊື່, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ປະກາດ​ດັ່ງນັ້ນ”.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in